ກອງປະຊຸມໄດ້ແຈ້ງໃຫ້ຮູ້ວ່າ: ປີ 2025, ມູນຄ່າການຄ້າຈີນ-ອາຊຽນ ທະລຸ ພັນຕື້ໂດລາເປັນຄັ້ງທຳອິດໂດຍບັນລຸເຖິງ 1,050 ຕື້ໂດລາ, ເພີ່ມຂຶ້ນ 7.4% ເມື່ອທຽບໃສ່ປີ 2024. ຈີນໄດ້ຮັກສາຖານະເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນເປັນເວລາ 17 ປີລຽນຕິດ, ຂະນະທີ່ອາຊຽນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນເປັນເວລາ 6 ປີລຽນຕິດ. ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດປີນີ້, ມູນຄ່າການຄ້າຈີນ-ອາຊຽນບັນລຸເຖິງ 744.41 ຕື້ໂດລາ, ເພີ່ມຂຶ້ນ 24.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ກວມ 21.8% ຂອງຍອດມູນຄ່າການຄ້າຕ່າງປະເທດຂອງຈີນໃນໄລຍະດຽວກັນ.
ຄໍາເຫັນ