ປີ 2026 ແກ້ໄຂຜົນການກວດສອບຂົງເຂດງົບປະມານລັດໄດ້ 5 ພັນກວ່າຕື້ກີບ ແລະ 3 ລ້ານກວ່າໂດລາ

ປີ 2026 ແກ້ໄຂຜົນການກວດສອບຂົງເຂດງົບປະມານລັດໄດ້ 5 ພັນກວ່າຕື້ກີບ ແລະ 3 ລ້ານກວ່າໂດລາ
ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນວຽກງານປະຈໍາປີ 2026, ບົດລາຍງານຜົນການກວດສອບປະຈໍາປີ 2026 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2027 ຂອງອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.

ທ່ານ ວຽງທະວີສອນ ເທບພະຈັນ ກ່າວວ່າ: ໃນປີ 2026 ອົງການກວດສອບແຫ່ງລັດໄດ້ເອົາໃຈໃສ່ຕິດ ຕາມ, ຊຸກຍູ້ ແລະ ກວດຄືນການແກ້ໄຂຜົນການກວດສອບຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 173/ສພຊ, ລົງວັນທີ 21 ພະຈິກ 2025 ດ້ວຍຮູບການຕ່າງໆ ເປັນຕົ້ນ ໄດ້ແຕ່ງຕັ້ງຄະນະລົງໄປຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບຢູ່ບັນດາເປົ້າໝາຍຈໍານວນໜຶ່ງ ແລະ ໄດ້ອອກແຈ້ງການໃຫ້ເປົ້າໝາຍລາຍງານຄວາມຄືບໜ້າການແກ້ໄຂຜົນການກວດສອບໃນແຕ່ລະປີຕາມມາດຕາ 71 ຂອງກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງປີ 2022; ໄດ້ອອກຄໍາແນະນໍາໃຫ້ເປົ້າໝາຍຖືກກວດສອບປັບປຸງແກ້ໄຂຂໍ້ຄົງຄ້າງຢ່າງລະ ອຽດຕາມທີ່ໄດ້ຍົກຂຶ້ນໃນບົດບັນທຶກຜົນການກວດສອບ, ຈົດໝາຍແນະນໍາ ແລະ ບົດແຈ້ງຜົນການກວດສອບ ເປັນແຕ່ລະເປົ້າໝາຍ; ໄດ້ແຍກຂໍ້ມູນການຕິດຕາມ, ຊຸກຍູ້ແກ້ໄຂຜົນການກວດສອບອອກເປັນແຕ່ລະເປົ້າໝາຍ(ກະຊວງ-ອົງການ ແລະ ອົງການປົກຄອງທ້ອງຖິ່ນ) ສົ່ງໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອຊີ້ນໍາ, ແຕ່ງຕັ້ງຄະນະຮັບຜິດຊອບສັງລວມ ແລະ ລາຍງານຄວາມຄືບໜ້າການແກ້ໄຂຜົນການກວດສອບເປັນແຕ່ລະໄຕມາດ; ຈັດກອງປະຊຸມຮ່ວມກັບອົງການຄຸ້ມຄອງເປົ້າໝາຍ ແລະ ເປົ້າໝາຍຖືກກວດສອບ ເພື່ອແຈ້ງຜົນການກວດສອບ ແລະ ຕິດຕາມ, ຊຸກຍູ້ ການແກ້ໄຂຜົນການກວດສອບ; ໄດ້ອອກໜັງສືເລັ່ງທວງໃຫ້ເປົ້າໝາຍຖືກກວດສອບມອບພັນທະຕ່າງໆ ເຂົ້າງົບປະມານແຫ່ງລັດຕາມບົດບັນທຶກຜົນການກວດສອບ, ຈົດໝາຍແນະນໍາ ແລະ ບົດແຈ້ງຜົນການກວດສອບ.

ຜ່ານການຕິດຕາມ, ຊຸກຍູ້, ການກວດສອບຄືນການແກ້ໄຂຜົນການກວດສອບໃນປີ 2026 ໂດຍສະເພາະບັນຫາທີ່ຕິດພັນກັບເງິນທີ່ກວດສອບເຫັນເພີ່ມ, ໜີ້ຕ້ອງຮັບສ່ວຍສາອາກອນ, ໜີ້ຕ້ອງຮັບຊັບສິນ, ຄ່າເຊົ່າ-ສໍາປະ ທານ, ເງິນທີ່ຮັກສາໄວ້ໃນບັນຊີລາຍຮັບລໍຖ້າສະສາງ (ບັນຊີ 547), ລາຍຮັບທີ່ເປັນທ່າແຮງບົ່ມຊ້ອນ (ທີ່ບໍ່ຢູ່ໃນບັນຊີຕິດຕາມໜີ້ຕ້ອງຮັບຂອງຂະແໜງການທີ່ກ່ຽວຂ້ອງ) ຈາກບັນດາວິສາຫະກິດ, ທະນາຄານ, ກິດຈະການເຊົ່າ-ສໍາປະທານ ແລະ ການຂຸດຄົ້ນແຮ່ທາດ ຊຶ່ງເປັນລາຍຮັບສໍາຄັນຕົ້ນຕໍຂອງງົບປະມານແຫ່ງລັດ ທີ່ຍັງເກັບບໍ່ທັນໄດ້, ບໍ່ທັນໄດ້ເກັບ, ເກັບໃນອັດຕາຕໍ່າກວ່າກົດໝາຍ ແລະ ລະບຽບການກຳນົດໄວ້ ຊຶ່ງເຮັດໃຫ້ລັດເສຍຜົນປະໂຫຍດ ແລະ ຕ້ອງໄດ້ປັບປຸງແກ້ໄຂທັງໝົດຄື: ຂົງເຂດງົບປະມານລັດ 14,124.88 ຕື້ກີບ ແລະ 25.42 ລ້ານໂດລາ. ໃນນັ້ນ, ແກ້ໄຂໄດ້ 5,577.68 ຕື້ກີບ ແລະ 3.75 ລ້ານໂດລາ ເທົ່າກັບ 38.57% ຂອງຈໍານວນທີ່ຕ້ອງແກ້ໄຂ ຊຶ່ງມີລາຍລະອຽດດັ່ງນີ້: ມອບເປັນເງິນ: ຕາມຜົນການກວດສອບມີຈໍານວນ 12,456.28 ຕື້ກີບ ແລະ 25.25 ລ້ານໂດລາ, ແກ້ໄຂໄດ້ຈໍານວນ 3,417.84 ຕື້ກີບ, 3.70 ລ້ານໂດລາ ແລະ ໄດ້ຈົດຮັບ-ຈົດຈ່າຍຜ່ານລະບົບງົບປະມານແຫ່ງລັດ 2,103.08 ຕື້ກີບ ເທົ່າກັບ 43.08% ຂອງຈໍານວນທີ່ຕ້ອງມອບ; ຈົດຮັບ-ຈົດຈ່າຍ ແລະ ຫັກລົບຜ່ານລະບົບງົບປະມານແຫ່ງລັດຕາມຜົນການກວດສອບມີຈໍານວນ 1,668.60 ຕື້ກີບ, 170,000 ໂດລາ ແກ້ໄຂໄດ້ຈໍານວນ 56.76 ຕື້ກີບ ແລະ 50,000 ໂດລາ ເທົ່າກັບ 3.46% ຂອງຈໍານວນທີ່ຕ້ອງສະສາງ; ຂົງເຂດໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອ 81.26 ຕື້ກີບ. ໃນນັ້ນ, ແກ້ໄຂໄດ້ຈໍານວນ 52.10 ຕື້ກີບ ເທົ່າກັບ 64.11% ຂອງ ຈໍານວນທີ່ຕ້ອງແກ້ໄຂລະອຽດດັ່ງນີ້: ມອບເປັນເງິນ: ຕາມຜົນການກວດສອບມີຈຳນວນ 3.94 ຕື້ກີບ, ແກ້ໄຂໄດ້ ຈຳນວນ 0.82 ຕື້ກີບ ແລະ ເທົ່າກັບ 20.69% ຂອງຈໍານວນທີ່ຕ້ອງມອບ; ການສັງລວມມູນຄ່າຕົ້ນທຶນຊັບສົມບັດທີ່ເຂົ້າໃນບົດສະຫຼຸບບັນຊີ: ຕາມຜົນການກວດສອບມີຈໍານວນ 77.32 ຕື້ກີບ, ແກ້ໄຂໄດ້ຈໍານວນ 51.28 ຕື້ກີບ ເທົ່າກັບ 66.33% ຂອງຈໍານວນທີ່ຕ້ອງສະສາງ; ຂົງເຂດລັດວິສາຫະກິດ 1,963.16 ຕື້ກີບ. ໃນນັ້ນ, ແກ້ໄຂໄດ້ 1,760.60 ຕື້ກີບ ເທົ່າກັບ 89.68% ຂອງຈໍານວນທີ່ຕ້ອງແກ້ໄຂລະອຽດດັ່ງນີ້: ມອບເປັນເງິນ: ຕາມຜົນການກວດສອບມີຈຳນວນ 36.56 ຕື້ກີບ, ແກ້ໄຂໄດ້ຈຳນວນ 11.42 ຕື້ກີບ ແລະ ເທົ່າກັບ 31.24% ຂອງຈໍານວນທີ່ຕ້ອງມອບ; ການປັບປຸງການບັນທຶກບັນຊີທີ່ບໍ່ຄົບຖ້ວນ ເຂົ້າເອກະສານລາຍງານການເງິນຂອງລັດວິສາຫະກິດ ແລະ ລັດ ຮ່ວມທຶນຕາມຜົນການກວດສອບຈໍານວນ 1,926.60 ຕື້ກີບ, ແກ້ໄຂໄດ້ຈຳນວນ 1,749.18 ຕື້ກີບ ເທົ່າກັບ 90.79% ຂອງຈໍານວນທີ່ຕ້ອງແກ້ໄຂ; ຂົງເຂດທະນາຄານ: 14,345.52 ຕື້ກີບ. ໃນນັ້ນ: ແກ້ໄຂໄດ້ 3,781.07 ຕື້ກີບ ເທົ່າກັບ 26.36% ຂອງຈໍານວນທີ່ຕ້ອງແກ້ໄຂ ລະອຽດດັ່ງນີ້: ມອບເປັນເງິນ: ຕາມຜົນການກວດສອບ ມີຈໍານວນ 1.82 ຕື້ກີບ, ແກ້ໄຂໄດ້ຈຳນວນ 1.16 ຕື້ກີບ ແລະ ເທົ່າກັບ 63.88% ຂອງຈໍານວນທີ່ຕ້ອງມອບ; ການເກັບກູ້ເງິນຄືນຈາກການປ່ອຍກູ້ ແລະ ເງິນລັກໂລບໃນລະບົບທະນາຄານຕາມຜົນການກວດສອບ ຈໍານວນ 14,343.70 ຕື້ກີບ, ແກ້ໄຂໄດ້ ຈໍານວນ 3,779.91 ຕື້ກີບ ເທົ່າກັບ 26.35% ຂອງຈໍານວນທີ່ຕ້ອງເກັບຄືນ. (ຂ່າວ: ວັນເພັງ, ພາບ: ບຸນຕອມ)

ຄໍາເຫັນ

ຂ່າວເດັ່ນ

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ  ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

17 ພະຈິກ ຜ່ານມາວ່າ: ກົມອຸຕຸນິຍົມວິທະຍາຂອງສິງກະໂປລາຍງານວ່າ, ສິງກະໂປມີທ່າອ່ຽງທີ່ຈະປະສົບກັບອິດທິພົນຂອງລົມມໍລະສຸມຕາເວັນອອກສ່ຽງເໜືອໃນໄລຍະເຄິ່ງຫຼັງຂອງເດືອນພະຈິກ ຊຶ່ງຈະເຮັດໃຫ້ລົມແຮງຂຶ້ນ ແລະ ປ່ຽນທິດທາງພັດມາຈາກທາງທິດຕາເວັນອອກສ່ຽງເໜືອ ຫຼື ທິດຕາເວັນຕົກສ່ຽງເໜືອ. ໂດຍບາງພື້ນທີ່ຂອງເກາະຈະມີພາຍຸຝົນຟ້າຄະນອງໄລຍະສັ້ນໆ, ສ່ວນຫຼາຍແມ່ນໃນຕອນບ່າຍ ແລະ ອາດຈະສືບຕໍ່ໄປຈົນຮອດກາງຄືນໃນບາງມື້.
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກຜ່ານມາ ທີ່ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນ ຫຼວງ ມະນີລາ ສ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະແບບບໍ່ເປັນທາງການ (Pull-aside) ກັບ ພະນະທ່ານ ອັນວາ ອິບຣາຮິມ ນາຍົກລັດຖະ ມົນຕີ ແຫ່ງ ມາເລເຊຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສູດຍອດອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ 2026.
ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 29, ບັນດາຜູ້ນໍາ ໄດ້ສະແດງຄວາມຊົມເຊີຍ ການຈັດຕັ້ງປະຕິບັດບັນດາກິດຈະກໍາ ຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນໃນປີ 2026. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ອາຊຽນ ແລະ ສປ ຈີນ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການເຊື່ອມໂຍງ-ເຊື່ອມຈອດ, ປັນຍາປະດິດ, ການຄ້າ ແລະ ການລົງທຶນ ໂດຍສະເພາະການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ຈີນ ສະບັບປັບປຸງ 3.0 ໃຫ້ມີປະສິດທິພາບ, ພ້ອມທັງ ໄດ້ເນັ້ນຢໍ້າຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໂດຍອີງຕາມຫຼັກການເປີດກວ້າງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ.
ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ໃນລະຫວ່າງວັນທີ 15-16 ພະຈິກນີ້, ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ຊຶ່ງຈັດຂຶ້ນພາຍໃຕ້ຫົວຂໍ້ “ການລົງທຶນຄືນໃໝ່ໃນສັນຕິພາບ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ສະຖຽນລະພາບທີ່ຍືນຍົງ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກສົມບູນ, ປະເທດສະມາຊິກສົມທົບ ແລະ ປະເທດສະມາຊິກສັງເກດການຂອງອົງການຝຣັງໂກໂຟນີສາກົນ (OIF) ເຂົ້າຮ່ວມ. ພ້ອມນີ້, ຍັງມີການປຶກສາຫາລືໃນຫົວຂໍ້ສະເພາະຄື: “ການເສີມສ້າງສັນຕິພາບ: ໂຄງການລວມໝູ່ລວມເອົາຈຸດແຂງ ແລະ ຂໍ້ໄດ້ປຽບທີ່ຫຼາກຫຼາຍຂອງພວກເຮົາ” ຂອງບັນດາປະເທດສະມາຊິກ.
ເພີ່ມເຕີມ