ປີນີ້, ກະຊວງ ຍທຂ ຈະຜັນຂະຫຍາຍເນື້ອໃນຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕິດພັນກັບວຽກວິຊາສະເພາະ

ປີນີ້, ກະຊວງ ຍທຂ ຈະຜັນຂະຫຍາຍເນື້ອໃນຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕິດພັນກັບວຽກວິຊາສະເພາະ

ປີນີ້, ກະຊວງ ຍທຂ ຈະຜັນຂະຫຍາຍເນື້ອໃນຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕິດພັນກັບວຽກວິຊາສະເພາະ
ໂດຍ: ສຳນານ ພົມພັກດີ ປີ 2025 ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ)ໃນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ

 

 ຊຶ່ງຈະເອົາຂະບວນການດັ່ງກ່າວ ຕິດພັນກັບໜ້າວຽກວິຊາສະເພາະຕົວຈິງໂດຍຈະສືບຕໍ່ຖືເອົາການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ,ພະນັກງານ-ລັດຖະກອນ ໃຫ້ເປັນປົກກະຕິ, ຕໍ່ເນື່ອງເຮັດໃຫ້ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ແລະ ການນໍາພາຂອງພັກ-ລັດ ຢ່າງເລິກເຊິ່ງ.

ທ່ານ ລິດຕາ ຂັດຕະຍະ ຮອງລັດຖະມົນຕີ ກະຊວງໂຍທາ ແລະຂົນສົ່ງ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມສະຫຼຸບ ຕີລາຄາການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈໍາປີ 2024ຜ່ານມາວ່າ:ໃນໄລຍະຜ່ານມາ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຖືເອົາຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ຕິດພັນກັບການປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ຂະບວນການຕ່າງໆ ດ້ານເສດຖະກິດ,ວັດທະນະທໍາ-ສັງຄົມ; ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;ດ້ານການຕ່າງປະເທດ;ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະອື່ນໆ,ເພື່ອເປັນການປຸກລະດົມສ້າງໃຫ້ພະນັກງານ-ລັດຖະກອນ ທຸກຄົນໃຫ້ມີນໍ້າໃຈຮັກຊາດ,ຮັກລະບອບປະຊາປະໄຕປະຊາຊົນ ແລະ ມີຄວາມດຸໝັ່ນໃນການອອກແຮງງານ.ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໂດຍການຈັດຕັ້ງຊີ້ນຳ-ບັນຊາຢ່າງເປັນລະບົບ, ມີການວາງແຜນກໍານົດຈຸດປະສົງ, ຄາດໝາຍ, ຂອບເຂດ, ເປົ້າໝາຍ ແລະ ເນື້ອໃນແຂ່ງຂັນ;ມີການແຕ່ງຕັ້ງຄະນະຊີ້ນໍາວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດແລະພັດທະນາ;ໄດ້ເປີດຂະບວນການແຂ່ງຂັນ,ປຸກລະດົມ, ຊຸກຍູ້, ຕິດຕາມຂະບວນແຂ່ງຂັນເປັນແຕ່ລະໄລຍະ, ແຕ່ລະບັ້ນ ແລະ ມີຜົນສໍາເລັດອັນຕັ້ງໜ້າໃນຫຼາຍດ້ານ.ພ້ອມກັນນັ້ນ, ກໍໄດ້ມີການສະຫຼຸບ,ຕີລາຄາ,ປະເມີນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ, ຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກຊຶ່ງຕິດພັນກັບການຄັດເລືອກຜົນງານການຍ້ອງຍໍບຸກຄົນ ແລະ ກົມກອງດີເດັ່ນທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ເອົາໃຈໃສ່ປຸກລະດົມຊຸກຍູ້ ຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ ແລະຍ້ອງຍໍມີຜົນສຳເລັດຫຼາຍ ໂດຍສະເພາະແມ່ນການແຂ່ງຂັນພັດທະນາພື້ນຖານໂຄ່ງລ່າງ ໃນຂະແໜງຂົວທາງເພື່ອເຮັດໃຫ້ຮັບປະກັນການປະຕິບັດວຽກງານວິຊາສະເພາະທີ່ນອນໃນແຜນງານວຽກຈຸດສຸມ ໃຫ້ສໍາເລັດຕາມຄາດໝາຍຫຼື ລື່ນຄາດໝາຍ,ໃຫ້ຮັບປະກັນດ້ານຄຸນນະພາບ ຕາມມາດຕະຖານເຕັກນິກການອອກແບບ,ການຄິດໄລ່ລາຄາ ແລະ ສໍາເລັດຕາມເວລາທີ່ໄດ້ກໍານົດໄວ້ໃນສັນຍາເປັນຕົ້ນໄດ້ເອົາໃຈໃສ່ຕໍ່ບັນດາໜ້າວຽກຈຸດສຸມທີ່ພົ້ນເດັ່ນຄື:ການບູລະນະຮັກສາແລະສ້ອມແປງທາງຫຼວງທ້ອງຖິ່ນໃນນັ້ນວຽກສ້ອມແປງຕາມກໍານົດ ແລະ ປັບປຸງເປັນບາງຈຸດ ແລະ ວຽກສ້ອມແປງຕາມປົກກະຕິ ດ້ວຍສັນຍາມອບເໝົາໄດ້ຈັດຕັ້ງປະຕິບັດສໍາເລັດຕາມແຜນທີ່ກໍານົດໄວ້,ວຽກໂຄງການ ພັດທະນາແລວທາງເສດຖະກິດພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມໂຍງ ແລະ ເຊື່ອມຈອດ (SEARECC) ຄວາມຄືບໜ້າຮອດປັດຈຸບັນ ສໍາລັບທາງ 2Wແມ່ນສໍາເລັດການສໍາຫຼວດ-ອອກແບບ ສຶກສາຄວາມເປັນໄປໄດ້ໃນເບື້ອງຕົ້ນ (FS)ແລະ ຜູ້ໃຫ້ທຶນໄດ້ເຫັນດີຮັບຮອງຜົນການສຶກສາອອກແບບ,ໂຄງການກໍ່ສ້າງຂົວຂ້າມນ້ຳຂອງລາວ-ໄທ ແຫ່ງທີV (ປາກຊັນ-ບຶງການ), ລວງຍາວທັງໝົດ535 ມ, ປະຕິບັດສະເລ່ຍໄດ້ 94%,ໂຄງການກໍ່ສ້າງຟື້ນຟູທາງ13ເໜືອ(ສີໄຄ-ສີເກີດ), ລວງຍາວລວມທັງໝົດ6ກມ,ໄລຍະເວລາກໍ່ສ້າງ 18 ເດືອນ ປະຕິບັດສະເລ່ຍໄດ້ 80%,ດຳເນີນວຽກຊົດເຊີຍໃຫ້ແກ່ຜູ້ໄດ້ຮັບຜົນກະທົບຕາມແລວທາງ ສໍາເລັດ 97.00%,ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ13 ໃຕ້ ແຕ່ ກມ 21-71 (ນະຄອນຫຼວງວຽງຈັນ ຫາ ເມືອງທ່າພະບາດ ແຂວງບໍລິຄໍາໄຊ). ແຕ່ ກມ 71-346, ລວງຍາວລວມທັງໝົດ 275 ກມ, ປະຕິບັດໄດ້ສະເລ່ຍ 96.16%,ໂຄງການພັດທະນາຊົນລະບົດໄລຍະ 3ແຂວງຫົວພັນ ປະຕິບັດສະເລ່ຍໄດ້ 90%, ວຽກໂຄງການກໍ່ສ້າງທາງດ່ວນແຕ່ນະຄອນຫຼວງວຽງຈັນຫາບໍ່ເຕ່ນແຂວງຫຼວງນໍ້າທາ, ວຽກໂຄງການກໍ່ສ້າງທາງດ່ວນແຕ່ບໍ່ເຕ່ນ ແຂວງຫຼວງນໍ້າທາ ຫາ ຫ້ວຍຊາຍ ແຂວງບໍ່ແກ້ວ ລວງຍາວປະມານ 176.29 ກມ.ໄດ້ສໍາເລັດການຮັບຮອງເອົາແບບແຕ້ມລະອຽດຂອງໂຄງການແລະໄດ້ສໍາເລັດການເຊັນສັນຍາຮ່ວມຮຸ້ນ,ວຽກໂຄງການກໍ່ສ້າງທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ປາກເຊ ແຂວງຈໍາປາສັກ ຍາວປະມານ 618.5 ກມ.ໂດຍພື້ນຖານບໍລິສັດໄດ້ສໍາເລັດການອອກແບບລະອຽດລັດຖະບານໄດ້ຮັບຮອງເອົາແລວທາງ,ວຽກໂຄງການທາງດ່ວນ (ແລວໃໝ່) ຂະໜານທາງເລກທີ 12 ແຕ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ເມືອງທ່າແຂກ ຫາ ຊາຍແດນ ລາວ-ຫວຽດນາມ (ນາເພົ້າ-ຈໍຫຼໍ) ແຂວງຄຳມ່ວນ, ລວງຍາວປະມານ 137.1 ກມ. ໄດ້ສໍາເລັດການຮັບຮອງບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ,ວຽກການທາງດ່ວນ (ແລວໃໝ່) ແຕ່ທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ບ້ານນາຊ່າງເຫຼັກ ເມືອງທຸລະຄົມ ແຂວງວຽງຈັນ, ລວງຍາວປະມານ 29.55 ກມ ແລະວຽກທາງດ່ວນ (ແລວທາງໃໝ່) ແຕ່ນະຄອນຫຼວງວຽງຈັນ-ແຂວງໄຊສົມບູນ-ແຂວງຊຽງຂວາງ-ແຂວງຫົວພັນ-(ດ່ານສາກົນນໍ້າໂສຍ) ຊາຍແດນ ລາວ-ຫວຽດນາມ ລວງຍາວປະມານ 400 ກມ,ວຽກການກໍ່ສ້າງທາງດ່ວນ (ແລວໃໝ່) ແຕ່ເມືອງປາກຊັນ ຫາ ເມືອງໄຊຈໍາພອນແຂວງບໍລິຄຳໄຊ (ຊາຍແດນ ລາວ-ຫວຽດນາມ) ລວງຍາວປະມານ 203.8 ກມ. ລັດຖະບານໄດ້ຮັບຮອງເອົາແລວທາງ,ການບູລະນະຮັກສາ ແລະ ສ້ອມແປງທາງຫຼວງແຫ່ງຊາດເພື່ອຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ ວຽກບູລະນະຮັກສາ ແລະ ສ້ອມແປງທາງຫຼວງແຫ່ງຊາດເປັນໄລຍະ,ໂຄງການກໍ່ສ້າງຂົວກ້ອນຕື່ນ ຫ້ວຍແກ້ວ ເມືອງປາກທາ ແຂວງບໍ່ແກ້ວ 100%,ໂຄງການກໍ່ສ້າງຂົວ 12 ແຫ່ງທາງເລກ 20 ແຂວງຈໍປາສັກ ແລະ ສາລະວັນ ປະຕິບັດໄດ້ 58%,ລົງສົມທົບກັບພະແນກ ຍທຂ ແຂວງ ປັບປຸງສ້ອມແປງ ແລະ ກໍ່ສ້າງຂົວ ທີ່ໄດ້ຮັບຮອງ ແລະ ອະນຸມັດທຶນພາຍໃນ ແລະ ຕ່າງປະເທດຕາມແຜນທີ່ກໍານົດໄວ້.

ທ່ານກ່າວຕື່ມວ່າ:ເພື່ອສືບຕໍ່ຜັນຂະຫຍາຍສູ້ຊົນ, ບຸກບືນສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນປີ 2025ທົ່ວຂະແໜງໂຍທາທິການ ແລະ ຂົນສົ່ງ ໂດຍສະເພາະແມ່ນວຽກຂະແໜງຂົວທາງຕາມແຜນຈຸດສຸມ ໃຫ້ມີຜົນສໍາເລັດຕົວຈິງ ຕາມເນື້ອໃນຂໍ້ແຂ່ງຂັນທີ່ສູນກາງວາງອອກ ຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ, ໃຫ້ຖືກກົດໝາຍຊຶ່ງຈະຜັນຂະຫຍາຍເນື້ອໃນ ຂໍ້ແຂ່ງຂັນດັ່ງກ່າວໃຫ້ຕິດພັນກັບວິຊາສະເພາະຂອງໜ້າວຽກຕົວຈິງໂດຍຈະສືບຕໍ່ຖືເອົາການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ,ພະນັກງານ-ລັດຖະກອນ ໃຫ້ເປັນປົກກະຕິ, ຕໍ່ເນື່ອງເຮັດໃຫ້ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ແລະ ການນໍາພາຂອງພັກ-ລັດ ຢ່າງເລິກເຊິ່ງ, ມີຄວາມອຸ່ນອ່ຽນໃນການປະຕິບັດໜ້າທີ່ວຽກງານຕາມຄວາມຮັບຜິດຊອບວຽກວິຊາສະເພາະຢູ່ຂະແໜງການໃນແຜນງານວຽກຈຸດສຸມ ໃຫ້ສໍາເລັດຕາມຄາດໝາຍ ຫຼື ລື່ນຄາດໝາຍ,ຮັບປະກັນດ້ານຄຸນນະພາບ ຕາມມາດຕະຖານເຕັກນິກການອອກແບບ, ການຄິດໄລ່ລາຄາ ແລະ ເວລາທີ່ກໍານົດໄວ້ໃນສັນຍາ,ຕັ້ງໜ້າຜັນຂະຫຍາຍດໍາລັດ ແລະ ຄໍາແນະນໍາກ່ຽວກັບວຽກແຂ່ງຂັນ ແລະ ຍ້ອງຍໍ ໃຫ້ບຸກຄົນ ແລະການຈັດຕັ້ງເຂົ້າໃຈຢ່າງເລິກເຊິງ ຈັດຕັ້ງປະຕິບັດການແຂ່ງຂັນປົກກະຕິ, ເປັນບັ້ນຕິດພັນກັບວຽກວິຊາສະເພາະ ໃຫ້ຖືກຕ້ອງຕາມວິທີ ແລະ ຂັ້ນຕອນຂອງການແຂ່ງຂັນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ