![]() |
ສຳລັບການປູກໄມ້ປີນີ້, ມີແຜນເກັບແກ່ນໄມ້ ໃຫ້ໄດ້ 8,000 ກິໂລ ປະຕິບັດໄດ້ 10,300 ກິໂລ. ຜະລິດເບ້ຍໄມ້ໃຫ້ໄດ້ 450,000 ເບ້ຍ; ປະຕິບັດໄດ້ທັງໝົດ 445,060 ເບັ້ຍ. ໃນນັ້ນ, ມີຢາງພາລາ 448,310 ເບ້ຍ, ໄມ້ຂະຍຸງ 10,00 ເບ້ຍ, ໄມ້ແຕ້ຂ່າ 1,600 ເບ້ຍ, ໄມ້ດູ່ 950 ເບ້ຍ, ໄມ້ເກດສະໜາ 3.200 ເບ້ຍ, ກໍານົດເນື້ອທີ່ປູກໄມ້ ໃຫ້ໄດ້ 774,4 ເຮັກຕາ, ການປະຕິບັດ ຄາດວ່າຈະໄດ້ຕາມຄາດໝາຍ.
ໃນພິທີປູກ, ໄດ້ກຳນົດເອົາ ສະຖານທີ່ປູກຢູ່ ວັດປ່າບ້ານທົ່ງນອ້ຍ ມີເນື້ອທີ 5,5 ເຮັກຕາ ຢູ່ໃນເຂດຄຸ້ມຄອງຂອງບ້ານທົ່ງນອ້ຍ, ເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້, ມີຈໍານວນ 2,500 ເບ້ຍ. ໃນນັ້ນ, ມີເບ້ຍໄມ້ຂະຍຸງ 10,00 ເບ້ຍ, ເບ້ຍໄມ້ແຕ້ຂ່າ 1,000 ເບ້ຍ ແລະ ເບ້ຍໄມ້ດູ່ 500 ເບ້ຍ.
(ແຫຼ່ງຂ່າວ: ເມືອງປາກກະດິ
ງ)
ຄໍາເຫັນ