ປີຜ່ານມາ ທົ່ວປະເທດມີອາຊະຍາກຳເກີດຂຶ້ນທັງໝົດ 8,083 ເລື່ອງພົ້ນເດັ່ນບັນຫາຢາເສບຕິດ

ປີຜ່ານມາ ທົ່ວປະເທດມີອາຊະຍາກຳເກີດຂຶ້ນທັງໝົດ 8,083 ເລື່ອງພົ້ນເດັ່ນບັນຫາຢາເສບຕິດ

ປີຜ່ານມາ ທົ່ວປະເທດມີອາຊະຍາກຳເກີດຂຶ້ນທັງໝົດ 8,083 ເລື່ອງພົ້ນເດັ່ນບັນຫາຢາເສບຕິດ
ທ່ານ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າຫ້ອງການກົມໃຫຍ່ຕໍາຫຼວດໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານຕໍາຫຼວດປະຈໍາປີ 2024 ແລະ ວາງທິດທາງແຜນການຈຸດສຸມປີ 2025 ໃນວັນທີ 10 ກຸມພາຜ່ານມາວ່າ: ໃນໄລຍະ 1 ປີຜ່ານມາ

 

 

 ທົ່ວປະເທດມີອາຊະຍາກຳເກີດຂຶ້ນທັງໝົດ 8,083 ເລື່ອງ. ໃນນີ້, (ບໍ່ນັບອຸບັດເຫດ ແລະ ອັກຄີໄພ)ສາມາດມ້າງໄດ້ 7,143 ເລື່ອງ, ຜູ້ຖືກຫາ 10,702 ຄົນ ຍິງ 1,410 ຄົນ, ຕ່າງປະເທດ 378 ຄົນ ຍິງ 34 ຄົນ, ພົ້ນເດັ່ນແມ່ນບັນຫາຢາເສບຕິດ 4,185 ເລື່ອງ, ການກະທໍາຜິດທາງເສດຖະກິດ 760 ລາຍ, ການຄ້າມະນຸດ 46 ລາຍ, ການກະທຳຜິດທາງອາຍາທົ່ວໄປ 3,119 ລາຍ. ໃນນີ້, ມີລົດຈັກເສຍ 1,401 ຄັນ (ນະຄອນຫຼວງວຽງຈັນ 1,167 ຄັນ), ລົດໃຫຍ່ເສຍ 19 ຄັນ (ຕ່າງແຂວງ 11 ຄັນ), ຄາດຕະກຳ 100 ເລື່ອງ, ລັກພາຕົວ 18 ເລື່ອງ, ທໍາຮ້າຍຮ່າງກາຍ 146 ເລື່ອງ, ລັກຊັບພົນລະເມືອງ 2,186 ເລື່ອງ, ຊີງຊັບພົນລະເມືອງ 76 ລາຍ, ປຸ້ນຊັບພົນລະເມືອງ 64 ເລື່ອງ ແລະ ຄະດີປະເພດອື່ນໆ ອີກຈໍານວນໜຶ່ງ.

ໃນປີ 2024 ຜ່ານມາ ທົ່ວປະເທດສາມາດມ້າງຄະດີຢາເສບຕິດໄດ້ 4,158 ເລື່ອງ, ຈັບຜູ້ຖືກຫາໄດ້ 6,297 ຄົນຍິງ 608 ຄົນ, ຕ່າງປະເທດ 232 ຄົນ ຍິງ 24 ຄົນ. ຢຶດຂອງກາງຢາເສບຕິດປະເພດຕ່າງໆໄດ້: ເຮໂຣອິນ 391,58 ກິໂລກຣາມ, ຢາບ້າ 91,509,571 ເມັດ, ຢາຝິ່ນ 88,75 ກິໂລກຣາມ, ໂຄເຄນ 1 ກິໂລກຣາມ, ເຄຕາມິນ 279,35 ກິໂລກຣາມ, ຄັນຊາ 3,274,28 ກິໂລກຣາມ, ຢາອີ 2,725 ເມັດ ກັບ 61,44 ກິໂລກຣາມ, ແປ້ງຝຸ່ນ 10,453,84 ກິໂລກຣາມ, ນໍ້າຢາສານເຄມີ 101 ຖັງ ແລະ ກວດພົບເຄື່ອງຂອງກາງໃນການນໍາໃຊ້ເຄື່ອນໄຫວກໍ່ການກະທໍາຜິດເຊັ່ນ: ພາຫະນະ, ອາວຸດ, ອຸປະກອນປະເພດຕ່າງໆຄື: ລົດໃຫຍ່ 101 ຄັນ, ລົດຈັກ 662 ຄັນ, ອາວຸດປືນ 38 ກະບອກ, ລູກປືນ 2,273 ລູກ, ໝາກແຕກ 5 ໜ່ວຍ, ເງິນກີບ 1,040,683,000 ກີບ, ເງິນບາດ 2,442,244 ບາດ, ເງິນໂດລາ 2,300 ໂດລາ, ເງິນຢວນ 5,167,325 ຢວນ, ເງິນເຢັນ 50,000 ເຢັນ ແລະ ເຄື່ອງຂອງກາງອື່ນໆອີກຫຼາຍລາຍການ.

ຂ່າວ:ຄວາມສະຫງົບລາວ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແມ່ຍິງ ຫສພ ຫວນຄືນມູນເຊື້ອ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ຫສພ ຫວນຄືນມູນເຊື້ອ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 -ກໍລະກົດ 2025) ໃນວັນທີ 17 ກໍລະກົດ ນີ້ ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ໃບຄູນ ສົມບັດດວງ ຄະນະພັກ ຫ້ອງວ່າການສູນກາງພັກ ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ແລະ ສະຫາຍ ນາງ ສິນທະມາລາ ລານະວັນ ຄະນະພັກ ຄະນະບໍລິຫານງານ ຫົວໜ້າກົມໂຄສະນາ-ວັດທະນະທໍາ ຂອງສູນກາງສະຫະພັນແມ່ຍິງລາວ;​ ພ້ອມດ້ວຍ​ຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມຮັບຟັງ
ການແຂ່ງຂັນກິລາເປຕັງ ທົ່ວປະເທດຊີງຂັນແນວລາວສ້າງຊາດ

ການແຂ່ງຂັນກິລາເປຕັງ ທົ່ວປະເທດຊີງຂັນແນວລາວສ້າງຊາດ

ສູນກາງແນວລາວສ້າງຊາດຮ່ວມກັບສະຫະພັນເປຕັງແຫ່ງຊາດລາວ ໄດ້ເປີດການແຂ່ງຂັນກິລາເປຕັງຊີງຂັນແນວລາວສ້າງຊາດ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຂຶ້ນໃນວັນທີ 16 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ມີບັນດາການນໍາພັກ-ລັດ, ຄະນະນໍາ ຄູຝຶກ ແລະ ນັກກິລາ ຈາກບັນດາແຂວງ, ນະຄອນຫຼວງ, ກະຊວງ, ອົງການທຽບເທົ່າ ເຂົ້າຮ່ວມ.
ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ

ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ

ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ຈັດກອງປະຊຸມສຳມະນາວິທະຍາສາດ ລະດັບຊາດ ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ທີ່ປຶກສາສະພາທິດສະດີສູນກາງພັກ ທີ່ປຶກສາຄະນະຮັບຜິດຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ມີບັນດາທ່ານການນຳພັກ - ລັດ, ບັນດາທ່ານຄະນະທີ່ປຶກສາຂອງສູນກາງແນວລາວສ້າງ, ຄະນະປະຈໍາສະພາທິດສະດີສູນກາງພັກ ແລະ ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມ ຊຶ່ງກອງປະຊຸມ ໄດ້ຈັດຂຶ້ນ ໃນວັນທີ 16 ກໍລະກົດ ຜ່ານມາທີ່ຄະນະໂຄສະນາອົບຮົມສູນກາງພັກ.
ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ການນໍາເມືອງອຸທຸມພອນປະເມີນຄືນມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ

ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ການນໍາເມືອງອຸທຸມພອນປະເມີນຄືນມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ

ໃນວັນທີ 16 ກໍລະກົດຜ່ານມາ ທີ່ສະໂມສອນເມືອງອຸທຸມພອນ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ,ພ້ອມດ້ວຍຄະນະ ໄດ້ລົງພົບປະໂອ້ລົມພະນັກງານການນໍາເມືອງອຸທຸມພອນເພື່ອຮັບຟັງການລາຍງານ ກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ
ແຂວງວຽງຈັນຈັດກິດຈະກຳຍ່າງ ແລະ ເຕັ້ນແອໂລບິກເພຶ່ອສຸຂະພາບ

ແຂວງວຽງຈັນຈັດກິດຈະກຳຍ່າງ ແລະ ເຕັ້ນແອໂລບິກເພຶ່ອສຸຂະພາບ

ຕອນເຊົ້າຂອງວັນທີ 17 ກໍລະກົດນີ້, ແຂວງວຽງຈັນ ໄດ້ຈັດກິດຈະກໍາຍ່າງ ແລະ ເຕັ້ນແອໂລບິກ ອອກກຳລັງກາຍເພຶ່ອສຸຂະພາບ ຊົມເຊີຍວັນກິລາ-ກາຍະກໍາແຫ່ງຊາດ ຄົບຮອບ 59 ປີ ຊຶ່ງກົງກັບວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ) ເປັນກຽດເຂົ້າຮ່ວມມີບັນດາທ່ານຮອງເຈົ້າແຂວງວຽງຈັນ, ທ່ານປະທານສະພາປະຊາຊົນແຂວງ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການ, ອົງການ, ກົມກອງ, ພະນັກງານ, ຫ້ອງການຂັ້ນເມືອງ, ພ້ອມດ້ວຍມວນຊົນ ເຂົ້າຮ່ວມຢ່າງເປັນຂະບວນ.
ຮອງປະທານປະເທດເນັ້ນ 7 ບັນຫາເພື່ອໃຫ້ວຽກງານຜູ້ພິພາກສາ  ມີການຫັນປ່ຽນຢ່າງຕັ້ງໜ້າ

ຮອງປະທານປະເທດເນັ້ນ 7 ບັນຫາເພື່ອໃຫ້ວຽກງານຜູ້ພິພາກສາ ມີການຫັນປ່ຽນຢ່າງຕັ້ງໜ້າ

ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ພິ ພາກສາທົ່ວປະເທດ ຄັ້ງທີ XII ໃນວັນທີ 16 ກໍລະກົດນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ (ສປສສ), ມີບັນດາຮອງປະທານ ສປສສ, ປະທານສານປະຊາຊົນພາກ, ແຂວງ-ນະຄອນຫຼວງ ພ້ອມດ້ວຍບັນດາຜູ້ພິພາກສາໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ຈໍາປາສັກ ວາງ 5 ມາດຕະການໃນການຈັດຕັ້ງປະຕິບັດວຽກຈຸດສຸມ 6 ເດືອນທ້າຍປີ

ຈໍາປາສັກ ວາງ 5 ມາດຕະການໃນການຈັດຕັ້ງປະຕິບັດວຽກຈຸດສຸມ 6 ເດືອນທ້າຍປີ

ທ່ານ ປອ. ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ ປະຈໍາ 6 ເດືອນທ້າຍປີ 2025 ຂອງແຂວງຈໍາປາສັກ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະຂອງແຂວງ ຕາມເນື້ອໃນວາລະແຫ່ງຊາດ ໂດຍສະເພາະການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຢູ່ແຂວງຈໍາປາສັກ
ເຄື່ອງຫັດຖະກຳລາວ ໄດ້ຮັບຄວາມນິຍົມຈາກສັງຄົມເປັນຢ່າງດີ

ເຄື່ອງຫັດຖະກຳລາວ ໄດ້ຮັບຄວາມນິຍົມຈາກສັງຄົມເປັນຢ່າງດີ

ປັດຈຸບັນເຄື່ອງຫັດຖະກຳລາວ ເປັນໜຶ່ງໃນຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຈາກສັງຄົມເປັນຢ່າງດີ, ທ່ານນາງ ຈັນທາ ຫຼວງລາດ ເຈົ້າຂອງຮ້ານເຄື່ອງຫັດຖະກຳພຸດທະວົງ ຫຼວງລາດ ຕັ້ງຢູ່ບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນຜູ້ໜຶ່ງທີ່ມີຄວາມມັກ-ຮັກໃນຜະລິດຕະພັນຫັດຖະກຳ ແລະ ໄດ້ນໍາເອົາຜະລິດຕະພັນດັ່ງກ່າວມາວາງຂາຍ ເພື່ອເຜີຍແຜ່ສີໄມ້ລາຍມືຫັດຖະກຳທີ່ສວຍງາມ ແລະ ປານີດຂອງຄົນລາວສູ່ສາຍຕາສັງຄົມໄດ້ຊົມໃຊ້.
ເມືອງເລົ່າງາມ ສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າແຫ່ງຊາດ

ເມືອງເລົ່າງາມ ສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າແຫ່ງຊາດ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນ້ຳແຫ່ງຊາດ (13 ກໍລະກົດ) ປະຈຳປີ 2025 ນີ້, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດພິທີປ່ອຍປາ ທີ່ວັງສະຫງວນ ບ້ານຄຽງຕັງແລ ໂດຍການເຂົ້າຮ່ວມຂອງທ່ານ ເພັດພະຈັນ ພິມທິສານ ຮອງເລຂາພັກເມືອງ ປະທານຄະນະກຳມະການ ອົງການປົກຄອງເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ ໝົດປີ ໃຫ້ບັນລຸ 6.2%

ເຊກອງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ ໝົດປີ ໃຫ້ບັນລຸ 6.2%

ໃນໄລຍະ 6 ເດືອນ ຕົ້ນປີ 2025, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງເຊກອງ ເຫັນວ່າ ມີຜົນສໍາເລັດຕາມລະດັບຄາດໝາຍ ແລະ ອັດຕາການເຕີບໂຕທາງດ້ານເສດຖະກິດມະຫາພາກ ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ເພີ່ມເຕີມ