ປິດລັບຫຼອນຕີ, ບັ່ນທອນກໍາລັງຂອງສັດຕູ ສ້າງເງື່ອນໄຂໃຫ້ເຫຼົ່າຮົບອື່ນໆ ບຸກຕີດັບສູນສັດຕູ

ປິດລັບຫຼອນຕີ, ບັ່ນທອນກໍາລັງຂອງສັດຕູ ສ້າງເງື່ອນໄຂໃຫ້ເຫຼົ່າຮົບອື່ນໆ ບຸກຕີດັບສູນສັດຕູ

ປິດລັບຫຼອນຕີ, ບັ່ນທອນກໍາລັງຂອງສັດຕູ ສ້າງເງື່ອນໄຂໃຫ້ເຫຼົ່າຮົບອື່ນໆ ບຸກຕີດັບສູນສັດຕູ
ຕະຫຼອດໄລຍະ 77 ປີຜ່ານມາ, ກອງທັບປະຊາຊົນລາວ ພາຍໃຕ້ການຊີ້ນຳ-ນຳພາໂດຍກົງຂອງພັກ, ນັບແຕ່ມື້ກຳເນີດຂຶ້ນມາໃນວັນທີ 20 ມັງກອນ 1949 ຊຶ່ງເປັນເຫດການປະຫວັດສາດທີ່ກຳເນີດເກີດຂຶ້ນຂອງກຳລັງປະຕິວັດ ເກີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ຮັບໃຊ້ປະຊາຊົນ. ໃນໄລຍະຕໍ່ສູ້ປົດປ່ອຍປະເທດຊາດ ກອງທັບປະຊາຊົນລາວໄດ້ຜ່ານຜ່າອຸປະສັກຫຍຸ້ງຍາກນາໆປະການ ແລະ ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ, ແຕ່ພາຍໃຕ້ການນຳພາໂດຍກົງຮອບດ້ານຂອງພັກ ກອງທັບປະຊາຊົນລາວ ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນໄດ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.

 

 

ປດລບຫອນຕ, ບນທອນກາລງຂອງສດຕ ສາງເງອນໄຂໃຫເຫາຮບອນໆ ບກຕດບສນສດຕ - image 1
 

 ໃນນີ້, ເວົ້າສະເພາະກຳລັງຕີພິເສດ ພາຍຫຼັງໄດ້ສ້າງຕັ້ງຂຶ້ນ ກໍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນຢ່າງຕັ້ງໜ້າ ໃນການເຄື່ອນໄຫວສູ້ຮົບປິດລັບຫຼອນຕີ, ບັ່ນທອນກໍາລັງຂອງສັດຕູ ສ້າງເງື່ອນໄຂໃຫ້ເຫຼົ່າຮົບອື່ນໆບຸກຕີດັບສູນສັດຕູ. ໃນພາລະກິດຕໍ່ສູ້ປົດປ່ອຍຊາດໄດ້ປະກອບສ່ວນຢ່າງສໍາຄັນ ເຂົ້າໃນໄຊຊະນະລວມຂອງກອງທັບ ແລະ ຂອງປະຊາຊົນເຮົາ, ກ້າວສູ່ໄລຍະແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດ, ເຫຼົ່າຮົບຕີພິເສດ ກໍໄດ້ພ້ອມກັບເຫຼົ່າຮົບອື່ນ ສູ້ຮົບຢ່າງພິລະອາດຫານ ຕ້ານການເຊື່ອມຢຶດຊາຍແດນເຮົາຂອງສັດຕູ, ເຄື່ອນໄຫວສະກັດກັ້ນ ແລະ ກວາດລ້າງກຸ່ມຄົນບໍ່ດີທີ່ລີ້ຊ່ອນຢູ່ພູຜາປ່າດົງ ເຂດທຸລະກັນດານ, ເຂົ້າຮ່ວມປ້ອງກັນກອງປະຊຸມ ແລະ ວັນບຸນປະຫວັດສາດສໍາຄັນຕ່າງໆລະດັບຊາດ, ພາກພື້ນ ແລະ ສາກົນທີ່ລາວເຮົາເປັນເຈົ້າພາບ.

ປດລບຫອນຕ, ບນທອນກາລງຂອງສດຕ ສາງເງອນໄຂໃຫເຫາຮບອນໆ ບກຕດບສນສດຕ - image 2
 

ສະຫາຍ ພັນເອກ ທອງດຳ ດວງມາລາ ຫົວໜ້າການທະຫານ ກອງພັນໃຫຍ່ 497 ຕາງໜ້າໃຫ້ນາຍ ແລະ ພົນທະຫານທົ່ວກອງພັນໃຫຍ່ 497 ໄດ້ສະແດງຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ສຸດ ຕໍ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວໃນຕະຫຼອດໄລຍະ 77 ປີຜ່ານມາ ຊຶ່ງໃນປີ 2025 ຜ່ານມາ ກອງພັນໃຫຍ່ 497 ໄດ້ປະກອບສ່ວນຜົນງານຫຼາຍດ້ານທີ່ໂດດເດັ່ນ ເປັນກົມກອງໜຶ່ງທີ່ຂັ້ນເທິງໄດ້ໄວ້ເນື້ອເຊື່ອໃຈ, ໄດ້ຄັດເລືອກເຂົ້າຮ່ວມການຊ້ອມຮົບລາໂຣສ 2025 ຮ່ວມກັບສະຫະພັນຣັດເຊຍ, ຜ່ານການເຂົ້າຮ່ວມຊ້ອມຮົບຕົວຈິງນັ້ນ ເຫັນວ່າພະນັກງານ-ນັກຮົບທຸກສະຫາຍມີຄວາມຈູບຈ້າວຫ້າວຫັນ, ມີຄວາມມານະອົດທົນຮໍ່າຮຽນຖອດຖອນເອົາບົດຮຽນຄວາມຮູ້ຈາກເພື່ອນມິດ ໂດຍສະເພາະແມ່ນສົງຄາມສະໄໝໃໝ່ ໃນການເຂົ້າຮ່ວມຕົວຈິງນັ້ນ ບັນດາສະຫາຍມີຄວາມອົດທົນຜ່ານຜ່າ ຍາດແຍ່ງເອົາບົດຮຽນອັນລໍ້າຄ່າ ໃນການນຳໃຊ້ອາວຸດເຕັກນິກທີ່ທັນສະໄໝ ເຂົ້າໃນການສູ້ຮົບ ກໍຄືການປະຕິບັດໜ້າທີ່ຕົວຈິງ ທີ່ພວກເຮົາບໍ່ເຄີຍໄດ້ນຳໃຊ້, ບໍ່ເຄີຍໄດ້ເຂົ້າເຖິງວັດຖຸດັ່ງກ່າວ ແລະ ສາມາດເຂົ້າເຖິງໄດ້ ໂດຍສະເພາະການນຳໃຊ້ໂດຣນສືບຂ່າວ, ໂດຣນໂຈມຕີ ກໍຄືການນຳໃຊ້ອາວຸດທີ່ທັນສະໄໝໃນການດັບສູນເປົ້າໝາຍທີ່ແໝ້ນຢໍາ. ນອກນີ້, ຍັງເຂົ້າຮ່ວມການຊ້ອມສວນສະໜາມສະເຫຼີມສະຫຼອງວັນສະຖາປະ ນາ ສປປ ລາວ ຄົບຮອບ 50 ປີ ແລະ ງານສຳຄັນຕ່າງໆ ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ຂັ້ນເທິງມອບໝາຍໃຫ້.

ປດລບຫອນຕ, ບນທອນກາລງຂອງສດຕ ສາງເງອນໄຂໃຫເຫາຮບອນໆ ບກຕດບສນສດຕ - image 3
 

ໃນປີ 2026 ນີ້, ຄະນະພັກ, ຄະນະບັນຊາຂອງກອງພັນໃຫຍ່ 497 ຈະສືບຕໍ່ສຸມໃສ່ນຳພາກົມກອງປະຕິບັດໜ້າທີ່ວຽກງານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນວຽກງານເຮັດໃຫ້ສະພາບການມີຄວາມສະຫງົບ, ໄດ້ຈັດຕັ້ງກຳລັງປະຈຳການກຽມພ້ອມສູ້ຮົບ ເຄື່ອນໄຫວກໍ່ສ້າງລົງຮາກຖານໃນ 2 ກຸ່ມບ້ານ 19 ໝູ່ບ້ານ ທີ່ກົມກອງຮັບຜິດຊອບ, ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກ ເພື່ອສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງຕີພິເສດໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອກຽມພ້ອມເຄື່ອນໄຫວໜ້າທີ່ຕ່າງໆ, ຕໍ່ກັບວຽກງານປູກຝັງ-ລ້ຽງສັດ ກອງພັນໃຫຍ່ ສາມາດກຸ້ມຕົນເອງທາງດ້ານສະບຽງອາຫານ ສາມາດປະຕິບັດໄດ້, ວຽກງານພົວພັນຮ່ວມມືໂດຍອາໄສໝູ່ບ້ານອ້ອມຂ້າງ, ໝູ່ບ້ານແຮກສ່ຽວ ແລະ ບັນດາກົມກອງແຮກສ່ຽວ ໄດ້ລົງໃກ້ສິດຕິດແທດຊ່ວຍເຫຼືອຊຶ່ງກັນ ແລະ ກັນເພື່ອກຳສະພາບການຕ່າງໆ ໂດຍສະເພາະໃນຂອບເຂດເມືອງທຸລະຄົມ ແຂວງວຽງຈັນ ເຮັດໃຫ້ສະພາບການດັ່ງກ່າວມີຄວາມສະຫງົບ.

ປດລບຫອນຕ, ບນທອນກາລງຂອງສດຕ ສາງເງອນໄຂໃຫເຫາຮບອນໆ ບກຕດບສນສດຕ - image 4
 

ໂອກາດນີ້, ສະຫາຍ ພັນເອກ ທອງດຳ ດວງມາລາ ຕາງໜ້າໃຫ້ນາຍ ແລະ ພົນທະຫານທົ່ວກອງພັນໃຫຍ່ 497 ອວຍພອນໄຊໃຫ້ບັນດາການນຳພັກ-ລັດຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ຊີ້ນຳ-ນຳພາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ, ອວຍພອນບັນດາສະຫາຍ ຄະນະນຳກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ນຳພາກອງທັບປະຊາຊົນລາວ ໃຫ້ເປັນກອງທັບທີ່ມີແບບແຜນທີ່ທັນສະໄໝ, ອວຍພອນກຳລັງຕີພິເສດ ຈົ່ງມີສຸຂະ ພາບເຂັ້ມແຂງກ້າວຂຶ້ນ ເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX ຂຶ້ນໃນວັນທີ 20 ມັງກອນຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອາເມ ຊົງເຢ້ຽເລັ່ງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ມີພ່ກສ່ວນກ່ຽວຂ້ອງອ້ອມຂ້າງເມືອງ ເຂົ້າຮ່ວມ.
ເຊກອງ ສະຫຼຸບການກຳຂໍ້ມູນວຽກງານກວດກາ 5 ປີ ແລະ ປະຈຳປີ

ເຊກອງ ສະຫຼຸບການກຳຂໍ້ມູນວຽກງານກວດກາ 5 ປີ ແລະ ປະຈຳປີ

ກອງປະຊຸມ ຕິດຕາມ, ກວດກາ, ຊຸກຍູ້ ແລະ ກຳຂໍ້ມູນວຽກງານກວດກາ 5 ປີ 2021-2025 ແລະ ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 19 ມັງກອນຜ່ານມານີ້, ທີ່ຫ້ອງປະຊຸມຫ້ອງວ່າການແຂວງເຊກອງ ໂດຍມີທ່ານ ສາກົນ ພອນປະເສີດ ຄະນະປະຈຳພັກແຂວງ ປະທານກວດກາພັກ, ປະທານອົງການກວດກາລັດແຂວງ, ມີທ່ານ ນາງ ບຸນເສີມ ໄຊຍະຄຳ ຮອງຫົວໜ້າຫ້ອງການກວດກາສູນກາງພັກ, ພ້ອມດ້ວຍພະນັກງານກວດກາຂັ້ນແຂວງ ແລະ ສູນກາງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77ປີ

ເມືອງຫຼວງນໍ້າທາ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77ປີ

ໃນວັນທີ 20 ມັງກອນ 2026 ທີ່ສະໂມສອນເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ ໄດ້ຈັດປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອງ 2026) ໂດຍການເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສ ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງພາຍໃນເມືຶອງ ເຂົ້າຮ່ວມ.
ສນຊ ປາຖະກະຖາວັນສ້າງຕັ້ງກອງທັບ ແລະ ເຜີຍແຜ່-ແນະນຳນິຕິກຳການເລືອກຕັ້ງ

ສນຊ ປາຖະກະຖາວັນສ້າງຕັ້ງກອງທັບ ແລະ ເຜີຍແຜ່-ແນະນຳນິຕິກຳການເລືອກຕັ້ງ

ສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20/1/1949-20/1/2026) ແລະ ເຜີຍແຜ່, ແນະນຳນິຕິກຳການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 20 ມັງກອນຜ່ານມາ, ໃຫ້ກຽດປາຖະກະຖາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງປະທານ ສນຊ, ມີຮອງປະທານ ສນຊ ຜູ້ປະຈຳການ ແລະ ຜູ້ບໍ່ປະຈຳການ, ຄະນະພັກ-ຄະນະປະຈຳ ສນຊ ກ່ຽວຂ້ອງເຂົ້າຮ່ວມ.
ກະຊວງການຕ່າງປະເທດ ປະກາດການຈັດຕັ້ງຕຳແໜ່ງບໍລິຫານ

ກະຊວງການຕ່າງປະເທດ ປະກາດການຈັດຕັ້ງຕຳແໜ່ງບໍລິຫານ

ກະຊວງການຕ່າງປະເທດ ໄດ້ປະກາດການຈັດຕັ້ງສັບຊ້ອນຕໍາແໜ່ງບໍລິຫານຂັ້ນກົມ ແລະ ພະແນກ ໃນຕອນເຊົ້າທີ 21 ມັງກອນນີ້, ພາຍໃຕ້ການເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ບໍລິສັດ ຊິນເຫ ຢິນພິນ ມອບນໍ້າດື່ມຊຸກຍູ້ຊຸດຮຽນທິດສະດີຂັ້ນຕົ້ນຊຸດທີ III ຄອສພ

ບໍລິສັດ ຊິນເຫ ຢິນພິນ ມອບນໍ້າດື່ມຊຸກຍູ້ຊຸດຮຽນທິດສະດີຂັ້ນຕົ້ນຊຸດທີ III ຄອສພ

ບໍລິສັດ ຊິນເຫ ຢິນພິນ ຈຳກັດຜູ້ດຽວ ມອບນ້ຳດື່ມຊຸກຍູ້ຊຸດຮຽນທິດສະດີຂັ້ນຕົ້ນ ຊຸດທີ III ໃຫ້ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈໍານວນ 40 ແກັດ ມູນຄ່າ 9,600,000 ກີບ ໃນວັນທີ 20 ມັງກອນຜ່ານມານີ້ ທີ່ ຄອສພ ໃຫ້ກຽດກ່າວມອບໂດຍສະຫາຍ ຫວາງເຊິງກົວ ຜູ້ອຳນວຍການໃຫຍ່ ບໍລິສັດ ຊິນເຫ ຍິນພິນ ຈຳກັດຜູ້ດຽວ ຊຶ່ງນ້ຳດື່ມທີ່ນໍາມາມອບໃນຄັ້ງນີ້ ມີຂະໜາດ 558ml ຈຳນວນ 40 ແກັດ ເປັນນໍ້າດື່ມທໍາມະຊາດ ໂຮງງານຕັ້ງຢູ່ບ້ານຄອນພຸກ ເມືອງຫີນເຫີບ ແຂວງວຽງຈັນ, ຕາງໜ້າຮັບໂດຍສະຫາຍ ອານົງສັກ ອິນທະວົງ ກຳມະການຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະຮັບຜິດຊອບຊີ້ນຳລວມຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຄອສພ.
ກະຊວງຍຸຕິທຳ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ

ກະຊວງຍຸຕິທຳ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ

ກະຊວງຍຸຕິທຳ ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ(20/1/1949 - 20/1/2026) ໃນວັນທີ 21 ມັງກອນນີ້ ທີ່ກະຊວງດັ່ງກ່າວ ໂດຍໃຫ້ກຽດປາຖະກະຖາຂອງທ່ານ ພົນໂທ ວົງຄໍາ ພົມມະກອນ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເຂົ້າຮ່ວມຮັບຟັງຂອງທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງລັດຖະມົນຕີ, ຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ສສຊ ແລະ ສສຂ ເປັນປັດໄຈສໍາຄັນຕັດສິນຄຸນນະພາບການເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃນຕໍ່ໜ້າ

ສສຊ ແລະ ສສຂ ເປັນປັດໄຈສໍາຄັນຕັດສິນຄຸນນະພາບການເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃນຕໍ່ໜ້າ

ການເລືອກເຟັ້ນເອົາຜູ້ທີ່ມີມາດຕະຖານເງື່ອນໄຂຄົບຖ້ວນອອກສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ມີຄວາມໝາຍສໍາຄັນຢ່າງຍິ່ງ ຊຶ່ງເປັນປັດໄຈສໍາຄັນຕັດສິນຄຸນນະພາບ, ປະສິດທິພາບ ແລະ ປະສິດທິຜົນຂອງການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃນຕໍ່ໜ້າ.
ສນຫລ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສນຫລ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/1/1949-20/1/2026) ໃນວັນທີ 21 ມັງກອນນີ້ ທີ່ ສນຫລ ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດປາຖະກະຖາຂອງສະຫາຍ ພົ.ວ ພອນໃຈ ພັນທະວົງ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີຄະນະບໍລິຫານງານພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ປກຊ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ປກຊ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ກະຊວງປ້ອງກັນປະເທດ (ປກຊ) ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/1/1949-20/1/2026) ຂຶ້ນໃນວັນທີ 21 ມັງກອນນີ້ ທີ່ກະຊວງດັ່ງ ກ່າວ ໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ມີສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງ ປກຊ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະນໍາ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ