ປກ ເຜີຍແຜ່ເອກະສານ-ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ

ປກ ເຜີຍແຜ່ເອກະສານ-ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ

ປກ ເຜີຍແຜ່ເອກະສານ-ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ
ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີເຜີຍແຜ່ເອກະສານເສີມຂະຫຍາຍທາດແທ້ ແລະ ມູນເຊື້ອຂອງກຳລັງພະລາທິການປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ (2 ພຶດສະພາ 1971-2 ພຶດສະພາ 2026) ແລະ ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ ໃນວັນທີ 3 ມິຖຸນາຜ່ານມາ, ເປັນປະທານໂດຍສະຫາຍ ພົຈວ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການ ປກ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ປກ ເຜຍແຜເອກະສານ-ປະກາດແຕງຕງນາຍ ແລະ ພນຕຳຫວດ - image 1
 

ໃນພິທີ, ສະຫາຍ ພົຈວ ບຸນທົງ ສີດາວົງ ໄດ້ຍົກໃຫ້ເຫັນປະຫວັດການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານທີ່ພົ້ນເດັ່ນຂອງກຳລັງພະລາທິການປ້ອງກັນຄວາມສະຫງົບ ຊຶ່ງກຳລັງພະລາທິການປ້ອງກັນຄວາມສະຫງົບແມ່ນເຫຼົ່າຮົບວິຊາສະເພາະໜຶ່ງທີ່ສໍາຄັນ ເຮັດວຽກງານຮັບປະກັນພະລາທິການຮອບດ້ານໃຫ້ກະຊວງ ປກສ ເປັນຕົ້ນ: ທາງດ້ານງົບປະມານ, ການກໍ່ສ້າງໂຄງລ່າງພື້ນຖານ, ເຄື່ອງອຸປະໂພກ-ບໍລິໂພກ, ອາວຸດຍຸດໂທປະກອນ, ຊັບສິນ-ທີ່ດິນ, ພາຫະນະ-ເຕັກນິກ, ນໍ້າມັນເຊື້ອໄຟ, ການຜະລິດ-ທຸລະກິດ, ການປິ່ນປົວຮັກສາສຸຂະພາບ ຕະຫຼອດຮອດວຽກງານບໍລິການຮັກສາຄວາມປອດໄພ ປະກອບສ່ວນອັນສໍາຄັນໃຫ້ ເຫຼົ່າຮົບວິຊາສະເພາະອື່ນໆ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍ ໂດຍສະເພາະແມ່ນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ເປັນມູນເຊື້ອອັນດີງາມໃຫ້ກຳລັງປ້ອງກັນຄວາມສະຫງົບ ເວົ້າສະເພາະ ແມ່ນກຳລັງພະລາທິການປ້ອງກັນຄວາມສະຫງົບ ຕ້ອງໄດ້ສືບຕໍ່ເສີມຂະຫຍາຍ, ຮັກສາມູນເຊື້ອ ແລະ ພັດທະນາກຳລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ເຂັ້ມແຂງທັນສະໄໝຂຶ້ນເປັນກ້າວໆ.

ຈາກນັ້ນ, ສະຫາຍ ພັທ ສີວິໄລ ວົງພົມ ຫົວໜ້າຫ້ອງການເມືອງ ກອງບັນຊາການ ປກ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກອງບັນ ຊາການ ປກ. ໃນນີ້, ໄດ້ຍົກຍ້າຍສະຫາຍ ພັອ ຄຳແພງ ແສງບຸນທັນ ຈາກກອງພັນປ້ອງກັນແຂກຕ່າງປະ ເທດ, ກອງປະຊຸມ (122) ໄປຮັບໜ້າທີ່ໃໝ່ຢູ່ກອງພັນປ້ອງກັນການນຳພັກ-ລັດ (120); ຍົກຍ້າຍສະຫາຍ ພັທ ພູວັນ ທຳມະວົງ ຈາກຫ້ອງເສນາທິການ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງການກອງບັນຊາການ; ຍົກຍ້າຍສະຫາຍ ພັທ ຄອນສະຫວັນ ອ້ວນຄຳຈັນ ຈາກຫ້ອງພະລາທິການ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງເສນາທິການ; ຍົກຍ້າຍສະຫາຍ ພັທ ແສງເພັດ ແກ້ວໜໍ່ລາດ ຈາກກອງພັນປ້ອງກັນແຂກຕ່າງປະເທດ, ກອງປະຊຸມ (122) ໄປຮັບໜ້າທີ່ໃໝ່ຢູ່ ກອງພັນປ້ອງກັນການນຳ ພັກ-ລັດ (120) ແລະ ໄດ້ແຕ່ງຕັ້ງສະຫາຍ ພັທ ພູວັນ ທຳມະວົງ ເປັນຮອງຫົວໜ້າຫ້ອງການກອງບັນຊາການ; ແຕ່ງຕັ້ງສະຫາຍ ພັທ ທົດສະກັນ ພົມມະຈັນ ເປັນຫົວໜ້າຫ້ອງເສນາທິການ ແລະ ສະຫາຍ ພັທ ຄອນສະຫວັນ ອ້ວນນູຈັນ ເປັນຮອງຫົວໜ້າຫ້ອງເສນາທິການ; ແຕ່ງຕັ້ງສະຫາຍ ພັທ ຄຳໄພ ຫຼ້າບຸນຈັນ ເປັນຮອງຫົວໜ້າຫ້ອງພະລາທິການ; ແຕ່ງຕັ້ງສະຫາຍ ພັອ ຄຳແພງ ແສງບຸນທັນ ເປັນຫົວໜ້າກອງພັນປ້ອງກັນການນຳພັກ-ລັດ (120) ແລະ ສະຫາຍ ພັທ ແສງເພັດ ແກ້ວໜໍ່ລາດ ເປັນຮອງຫົວໜ້າກອງພັນປ້ອງກັນການນຳພັກ-ລັດ (120); ແຕ່ງຕັ້ງສະຫາຍ ພັທ ຄຳພູວົງ ບຸດຕະວົງ ເປັນຫົວໜ້າໜ້າກອງ ພັນປ້ອງກັນແຂກຕ່າງປະເທດ, ກອງປະຊຸມ (122) ແລະ ສະຫາຍ ພັທ ໂມງຄຳ ເດີນມະນີທອງ ເປັນຮອງຫົວໜ້າກອງພັນປ້ອງກັນແຂກຕ່າງປະເທດ, ກອງປະຊຸມ (122). ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງຂອງກອງບັນ ຊາການປ້ອງກັນສູນກາງ ວ່າດ້ວຍການແຕ່ງຕັ້ງນາຍ ແລະ ພົນຕຳຫຼວດຂັ້ນຫົວໜ້າ ແລະ ຮອງຫົວໜ້າພະແນກ, ຮອງຫົວໜ້າອຳນວຍການໂຮງຮຽນ, ຫົວໜ້າ-ຮອງຫົວໜ້າກອງຮ້ອຍ, ຫົວໜ້າ-ຮອງຫົວໜ້າສຳນັກງານກອງຮ້ອຍ, ໜວດ-ໝູ່ທີ່ຂຶ້ນກັບກອງບັນຊາການປ້ອງກັນສູນກາງຈຳນວນ 88 ສະຫາຍ ຍິງ 15 ສະຫາຍ ສ່ວນຫົວໜ້າ ແລະ ຮອງຫົວໜ້າທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ໂອກາດນີ້, ສະຫາຍ ພົຈວ ບຸນທົງ ສີດາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ໃນຄັ້ງນີ້ ຊຶ່ງສະແດງເຖິງຜົນງານ ແລະ ໄຊຊະນະທີ່ທຸກສະຫາຍຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ທຸກສະຫາຍ ສືບຕໍ່ປະຕິບັດວຽກງານດ້ວຍຄວາມຫ້າວຫັນ, ອົດທົນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ທຸກອຸປະສັກສິ່ງທ້າຍທາຍຕ່າງໆ, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ສຸມຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບຕໍ່ວຽກງານ ແລະ ຕໍ່ກົມກອງ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕຳຫຼວດທີ່ຕົນຮັບຜິດຊອບ, ເອົາໃຈໃສ່ຈັດຕັ້ງປະຕິບັດເຮັດໜ້າທີ່ວິຊາສະເພາະ ທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດ.

ຂ່າວ: ນົກແກ້ວ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ