![]() |
ອາວຸດທີ່ນໍາມາຈູດທໍາລາຍໃນຄັ້ງນີ້ປະກອບມີ: ປືນລູກຊອງ 4 ກະບອກ, ປືນແກັບ 1,088 ກະບອກ, ເລົາປືນ 17 ເລົາ, ເຄື່ອງຊັອດປາ 102 ເຄື່ອງ, ໝໍ້ໄຟ 6 ໜ່ວຍ, ຈັກສະຕິນ 142 ເຄື່ອງ ທີ່ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ໜ່ວຍເກັບກູ້ອາວຸດກອງບັນຊາກການ ປກສ ແຂວງ ສົມທົບກັບບັນດາກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ 7 ເມືອງ ລົງເກັບກູ້ມາໄດ້ໃນໄລຍະຜ່ານມາ.
ການຈູດທຳລາຍອາວຸດ ແລະ ອຸປະກອນຜິດກົດໝາຍດັ່ງກ່າວ ແມ່ນປະຕິບັດຕາມກົດໝາຍອາຍາ ສະບັບເລກທີ 14/ສພຊ, ລົງວັນທີ 07 ກໍລະກົດ 2022 ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 07 ສິງຫາ 2024 ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ. ຂ່າວ: ປກສ

ຄໍາເຫັນ