ທ່ານ ພັທ ພົມມະລາ ບົວລະພາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທ່າແຂກ ແຂວງຄຳມ່ວນ ທັງເປັນຄະນະຊີ້ນຳປ້ອງກັນງານບຸນອອກພັນສາ ແລະ ຊ່ວງເຮືອ ເມືອງທ່າແຂກ ປະຈຳປີ 2023ໄດ້ລາຍງານກ່ຽວກັບການຈັດວາງກໍາລັງເຈົ້າໜ້າທີ່ປ້ອງກັນງານບຸນໃນວັນທີ 27 ຕຸລານີ້ວ່າ: ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນງານບຸນ-ນອກງານບຸນ ກອງບັນຊາການ ປກສ ເມືອງໄດ້ຈັດແບ່ງກຳລັງໜ່ວຍງານປ້ອງກັນທົ່ວໄປຈຳນວນ 13 ໜ່ວຍ ແລະ ໜ່ວຍງານຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງຍານພາຫະນະ 13 ໜ່ວຍລົງປະຈຳແຕ່ລະຈຸດສະຖານທີ່ສຳຄັນຕ່າງໆເປັນຕົ້ນ ຈຸດສາມແຍກ, ສີ່ແຍກ ຫຼືຕາມຈຸດຊ່ອງວ່າງຕ່າງໆໃນຂອບເຂດສະຖານທີ່ຈັດງານ ເພື່ອຮັບປະກັນໃຫ້ງານບຸນປະເພນີອອກພັນສາປະວໍລະນາປະຈຳປີ 2023 ມີຄວາມຄວາມປອດໄພໃຫ້ແກ່ປະຊາຊົນບັນດາເຜົ່າ ແນໃສ່ເຮັດໃຫ້ງານດັ່ງກ່າວເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງທ້ອງຖິ່ນໄວ້ຢູ່ຄູ່ກັບສັງຄົມລາວຕະຫຼອດໄປ.
ໂອກາດນີ້, ທ່ານພັທ ພົມມະລາ ບົວລະພາໄດ້ຮຽກຮ້ອງມາຍັງການຈັດຕັ້ງ, ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມທີ່ມາທ່ຽວໃນງານບຸນ ຈົ່ງມີສະຕິລະວັງຕົວເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ໃນການຕິດຕາມກຸ່ມຄົນທີ່ບໍ່ຫວັງດີ ຖ້າພົບເຫັນແມ່ນໃຫ້ຮີບຮ້ອນລາຍງານຕໍ່ເຈົ້າໜ້າທີ່ເພື່ອຕ້ານ, ສະກັດກັ້ນໄດ້ທັນເວລາ ແລະ ພ້ອມກັນປະຕິບັດຕາມຂໍ້ກຳນົດ, ກົດລະບຽບໃນການທ່ຽວງານບຸນ ທີ່ທາງຄະນະກຳມະການຈັດງານວາງອອກ ເພື່ອຄວາມສະຫງົບ ແລະ ປອດໄພຕະຫຼອດການຈັດງານ.
ຂ່າວ-ພາບ: ກອງຄໍາ

ຄໍາເຫັນ