![]() |
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນການກຳເນີດຂອງກອງທັບປະຊາຊົນລາວຈາກສະພາບແວດລ້ອມດັ່ງກ່າວ ໂດຍປະຕິບັດຕາມຄໍາສັ່ງຂອງສູນກາງພັກກອມມູນິດອິນດູຈີນ ມາຮອດຕອນເຊົ້າຂອງວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ, ທ່ານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ “ກອງລາດຊະວົງ” ຂຶ້ນຢ່າງເປັນທາງການ ໂດຍແມ່ນທ່ານ ເພັດສະວົງ ເປັນຫົວໜ້າການທະຫານ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນຫົວໜ້າການເມືອງ ແລະ ທ່ານ ຄໍາມູນ ເປັນຮອງຜູ້ບັນຊາການ. ໃນມື້ດຽວກັນນັ້ນ, ໂດຍພາຍໃຕ້ການນໍາພາອັນແທດເຖິງຂອງສາຂາພັກກອມມູນິດອິນດູຈີນປະຈໍາແຄວ້ນລາວ ໄດ້ຈັດຕັ້ງກອງປະຊຸມໂດຍເອົາສະຖານທີ່ກອງລາດຊະວົງເປັນບ່ອນປະຊຸມ ແລະ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະຢ່າງເປັນທາງການ ໂດຍແມ່ນທ່ານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ. ຖັດຈາກນັ້ນມາ ກໍໄດ້ປະກາດຮັບເອົາບັນດາກອງເອກະລາດອື່ນໆ ເຊັ່ນ: ກອງໄຊຈັກກະພັດ, ກອງຟ້າງຸ່ມ, ກອງປັດໄຈ ແລະ ກອງໄຊເຊດຖາ ໂຮມເຂົ້າເປັນກອງທັບລາວອິດສະຫຼະ; ນັບແຕ່ນັ້ນມາວັນທີ 20/1/1949 ຈຶ່ງກາຍເປັນວັນປະຫວັດສາດແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ. ໃນນັ້ນ, ສະຫາຍ ໄດ້ຍົກໃຫ້ເຫັນຄວາມຈໍາເປັນພາວະວິໄສ ຂອງການສ້າງຕັ້ງກອງທັບປະຊາຊົນລາວ; ຄວາມໝາຍ-ຄວາມສໍາຄັນຂອງການສ້າງຕັ້ງກອງທັບປະຊາຊົນລາວ ຊຶ່ງເປັນເຫດການປະຫວັດສາດໜຶ່ງທີ່ສໍາຄັນ ແລະ ເປັນບາດກ້າວແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ ແມ່ນບາດກ້າວການເຕີບໃຫຍ່ເຂັ້ມແຂງຂອງກໍາລັງປະກອບອາວຸດປະຕິວັດ, ເປັນກຳລັງຫຼັກແຫຼ່ງໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດແຫ່ງຊາດ. ພ້ອມນັ້ນ, ກໍຍົກໃຫ້ເຫັນຜົນ ງານໄຊຊະນະ, ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ແຕ່ລະໄລຍະຄື: ໄລຍະດໍາເນີນການປະຕິວັດຕໍ່ສູ້ປົດປ່ອຍຊາດ, ໄລຍະຕໍ່ສູ້ຕ້ານການຮຸກຮານ ຂອງພວກລ່າເມືອງຂຶ້ນແບບເກົ່າ ແຕ່ປີ 1949-1954, ໄລຍະຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ ແຕ່ເດືອນ 7 ປີ 1954- ເດືອນ 4 ປີ 1956; ໄລຍະປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດແຕ່ປີ 1975-1985, ໄລຍະຕົ້ນແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ, ໄລຍະປີ 1986-2000 ສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດ ແລະ ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ໄລຍະແຕ່ປີ 2000-2024 (ຊຸມປີຕົ້ນຂອງສະຕະວັດທີ 21). ໃນນັ້ນ, ຍົກໃຫ້ເຫັນທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ; ສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຕົນ, ກອງທັບປະຊາຊົນລາວເຮົາຈະຕັ້ງໜ້າປະຕິບັດໜ້າທີ່ດັ່ງກ່າວໃນຕໍ່ໜ້າ.
ຂ່າວ-ພາບ: ວັນເພັງ

ຄໍາເຫັນ