ສະແດງສິລະປະ ແລະ ວັນນະຄະດີສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70ປີ

ສະແດງສິລະປະ ແລະ ວັນນະຄະດີສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70ປີ

ສະແດງສິລະປະ ແລະ ວັນນະຄະດີສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70ປີ
ການສະແດງສິລະປະ-ວັດທະນະທຳຮັບໃຊ້ພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 22 ມີນາ 2025 ທີ່ຫໍປະຊຸມແຫ່ງຊາດ,

 

ໂດຍໃຫ້ກຽດເຂົ້າຮ່ວມຊົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ມີບັນດາການນໍາພັກ-ລັດຂັ້ນສູງ, ອະດີດການນໍາ, ທູຕານຸທູດປະເທດເພື່ອນມິດ, ອົງການຈັດຕັ້ງສາກົນປະຈຳລາວ, ການນໍານະຄອນຫຼວງວຽງຈັນ, ກະຊວງ, ອົງການ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.

ໃນການສະແດງສິລະປະຄັ້ງນີ້ ປະກອບມີ 2 ພາກຄື: ພາກທີ1 ເສບດົນຕີຊິມໂຟນີ (ເສບວົງອໍແກັສຕຣາ) ມີເພງສຽງປຶນສະຫຼອງໄຊ, ເພງຈົດຈຳບຸນຄຸນພັກ ແລະ ເພງກ້າວສ້າງສະຫວັນເມືອງລາວ ແລະພາກທີ2 ການສະແດງປະສົມປະສານລະຫວ່າງດົນຕີ, ຟ້ອນ, ຮ້ອງເພງ, ລະຄອນ, ກາຍຍະສິນປະກອບພາບ, ໄຟ, ແສງ,ສີ, ສຽງ ລວມມີ 4 ຕອນ: ໃນຫົວຂໍ້ 70 ປີ ໃຕ້ຮົ່ມທຸງຂອງພັກ ມີຕອນທີ 1: ສຸກໃຈໃນບ້ານເກີດ; ຕອນທີ 2: ຢາດເຫື່ອ ແລະ ນໍ້າຕາ; ຕອນທີ 3: ວິລະກຳອັນອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ແລະ ຕອນທີ 4: ກ້າວສູ່ການພັດທະນາ.

ໃນພິທີ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ກ່າວວ່າ: ການແດງສິລະປະໃນຄັ້ງນີ້ເປັນກິດຈະກຳໜຶ່ງທີ່ສຳຄັນຂອງການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ແລະ ການສະແດງສິລະເປັນການປະກອບສ່ວນເຂົ້າໃນການສຶກສາອົບຮົມໃຫ້ຄົນຮຸ່ນໃໝ່ເຫັນໄດ້ມູນເຊື້ອການນໍາພາພິລະອາດຫານລະອິດລະອ້ຽວຫຍຸຸ້ງຍາກ ແລະ ສ່ອງແສງໃຫ້ເຫັນເຖິງໄຊຊະນະອັນສະຫງ່າງາມຂອງພັກເຮົາໃນການນໍາພາໄລຍະຕໍ່ສູ້ປົດປ່ອຍຊາດກໍຄືການນໍາພາສ້າງສາພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນໂດຍຜ່ານເນື້ອຮ້ອງທຳນອງເພງ ແລະ ບັນດາບົດຟ້ອນບົດສະແດງຕ່າງໆ ຊຶ່ງນັກສະແດງ ແລະ ສິລະປິນໄດ້ນຳເອົາເນື້ອຮ້ອງສັນລະເສີນບຸນຄຸນພັກ ແລະ ການນໍາພາຂອງພັກໃນໄລຍະ 70 ປີຜ່ານມາ ທີ່ໄດ້ນໍາພາປະເທດຊາດແລະ ປະຊາຊໍົນລາວທຸກຄົນຫຼຸດພົ້ນອອກຈາກແອກປົກຄອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ໃນຕະຫຼອດໄລຍະ 50 ປີຜ່ານໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

(ຂ່າວ-ພາບ: ຍຸພິນທອງ)

ຄໍາເຫັນ

ຂ່າວເດັ່ນ

ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ  ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ ນີ້ ທີ່ຫ້ອງປະຊຸມໃຫຍ່ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ຄະນະນໍາກະຊວງ, ຫ້ອງການ, ກົມ, ສະຖາບັນ, ກອງວິຊາການ, ລັດວິສາຫະກິດ, ພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະດັບຫຼຽນກຽດຕິຄຸນ ອາທິດອຸໄທ (ຊັ້ນ 1) ໃຫ້ນາຍົກລັດຖະມົນຕີແຫ່ງ ສປປ ລາວ

ປະດັບຫຼຽນກຽດຕິຄຸນ ອາທິດອຸໄທ (ຊັ້ນ 1) ໃຫ້ນາຍົກລັດຖະມົນຕີແຫ່ງ ສປປ ລາວ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮັບຫຼຽນກຽດຕິຄຸນ ອາທິດອຸໄທ (ຊັ້ນ 1), ເປັນກຽດປະດັບຫຼຽນ ໂດຍ ທ່ານ ໂຄອິຊຶມີ ຊິໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ, ຫຼຽນກຽດຕິຍົດອັນສູງສົ່ງ ຊຶ່ງປະທານໂດຍສົມເດັດພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ, ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ ຜ່ານມານີ້ ທີ່ເຮືອນພັກເອກອັກຄະຣາຊະທູດຍີ່ປຸ່ນ ທີ່ນະຄອນຫຼວງວຽງຈັນ. ເຂົ້າຮ່ວມໃນພິທີມີ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາການນໍາຂັ້ນສູງ, ແຂກຖືກເຊີນ ພ້ອມດ້ວຍ ຄອບຄົວຂອງ ທ່ານ ສອນໄຊ ສີພັນດອນ.
ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມ ພະນັກງານການນໍາຫຼັກແຫຼ່ງ ຂອງແຂວງອັດຕະປື

ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມ ພະນັກງານການນໍາຫຼັກແຫຼ່ງ ຂອງແຂວງອັດຕະປື

ໃນຕອນເຊົ້າວັນທີ 2 ກໍລະກົດ ຜ່ານມາ ທີ່ຫ້ອງວ່າການແຂວງອັດຕະປື, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມຕໍ່ພະນັກງານການນຳຫຼັກແຫຼ່ງ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງ; ມີທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ບັນດາຄະນະນຳຂອງແຂວງ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ.
ປະທານປະເທດ ຮັບສານຕາຕັ້ງ ຈາກ ທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງ ຈາກ ທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນວັນທີ 2 ກໍລະກົດ ນີ້ ທີ່ ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 4 ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

ໃນວັນທີ 1 ກໍລະກົດຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.
6 ເດືອນຕົ້ນປີນີ້ ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ໃນທົ່ວປະເທດ

6 ເດືອນຕົ້ນປີນີ້ ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ໃນທົ່ວປະເທດ

6 ເດືອນຕົ້ນປີ 2025 ຜ່ານມາ ລັດຖະບານ ໄດ້ເອົາໃຈໃສ່ແກ້ໄຂສະພາບຂາດແຄນແຮງງານ ໂດຍສາມາດພັດທະນາສີມືແຮງງານເພື່ອນໍາເຂົ້າສູ່ຕຳແໜ່ງງານ, ຈັດຫາວຽກເຮັດງານທໍາຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ລື່ນແຜນການປີ 80.15%. ໃນນັ້ນ, ຍັງສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ໃນທົ່ວປະເທດ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ປິດ​ລົງ​ດ້ວຍສໍາເລັດຜົນຢ່າງຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ປິດ​ລົງ​ດ້ວຍສໍາເລັດຜົນຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້​ປິດ​ລົງ​ດ້ວຍຜົນສຳເລັດຢ່າງຈົບງາມ ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້, ທີ່ ສະພາແຫ່ງຊາດ ໂດຍການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ.
ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ, ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 - 26 ມິຖຸນາ 2025) ນີີ້, ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງປະຊາຊົນ, ເພື່ອນມິດສະຫາຍ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ແລະ ພະນັກງານລັດ-ຖະກອນ ໃນຂອບເຂດທົ່ວປະເທດ, ຖືໂອກາດນີີ້ ເປັນການຢືນຢັນຄືນເຖິງມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າ ຂອງວົງຄະນາຍາດສາກົນ ການຮ່ວມມືກັນໃນຂະບວນການຕ້ານຢາເສບຕິດແລ້ວ ຍັງເປັນໂອກາດອັນດີ ທີ່ພວກເຮົາຈະໄດ້ພ້ອມກັນທົບທວນ ແລະ ສັງເກດຕີລາຄາຄືນກ່ຽວກັບຜົນສໍາເລັດ ແລະ ບັນຫາຂໍ້ຄົງຄ້າງ ໂດຍສະເພາະໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2025) ໃນ 1 ປີ ຜ່ານມາ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນມິຖຸນາໄດ້ປິດລົງໃນຕອນແລງວັນທີ 25 ມິຖຸນານີ້ ພາຍຫຼັງດຳເນີນມາເປັນເວລາສອງວັນ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ.
ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ

ໃນຕອນເຊົ້າວັນທີ 20 ມິຖຸນານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ, ໃຫ້ການຕ້ອນຮັບໂດຍທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະນຳຂອງແຂວງ.
ເພີ່ມເຕີມ