![]() |
ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ (1 ກຸມພາ 1956 - 1 ກຸມພາ2026). ພາຍໃຕ້ການນໍາພາ-ຊີ້ນຳຂອງພັກປະຊາຊົນລາວ, ມາຮອດວັນທີ 1 ກຸມພາ 1956 ສູນກາງພັກໄດ້ມີມະ ຕິຕົກລົງສ້າງຕັ້ງຫ້ອງການກໍາມະບານຂຶ້ນຢ່າງເປັນທາງການ ຢູ່ເຂດທີ່ໝັ້ນແຂວງຫົວພັນ ແລະ ໄດ້ມອບໝາຍໃຫ້ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ. ຈຸດປະສົງຂອງການສ້າງຕັ້ງ ເພື່ອສືບຕໍ່ໂຄສະນາ, ປຸກລະດົມຂົນຂວາຍ, ເຕົ້າໂຮມກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມຕື່ນຕົວປະຕິວັດ, ມີນໍ້າໃຈຮັກຊາດ, ມີທັດສະນະຊົນຊັ້ນກໍາມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະ ໄຕ, ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທໍາ ແລະ ເປັນຕົວແທນໃຫ້ ການປົກປ້ອງສິດຜົນປະໂຫຍດອັນຊອບທໍາໃຫ້ກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ, ກາຍເປັນກໍາລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະ ເທດຊາດຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ. ອົງການຈັດຕັ້ງກໍາມະບານລາວ ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນມາ ກໍໄດ້ຕັ້ງໜ້າເຄື່ອນໄຫວ, ກໍ່ສ້າງ, ປັບປຸງບູລະນະການຈັດຕັ້ງຂອງຕົນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ປີ 1966-1975 ສູນກາງພັກ ໄດ້ຕົກລົງປັບປຸງການຈັດຕັ້ງກໍາມະບານລາວ ແລະ ໄດ້ມອບໝາຍໃຫ້ສະ ຫາຍ ໜູຮັກ ພູມສະຫວັນ ເປັນຜູ້ຮັບຜິດຊອບ, ໂດຍພາຍໃຕ້ການຊີ້ນໍາຂອງສູນກາງພັກ ເພື່ອສືບຕໍ່ປະກອບສ່ວນໃນພາລະກິດປະຕິວັດ, ກໍ່ສ້າງເຂດປົດປ່ອຍເປັນລັດໜຶ່ງ, ກຽມທຸກເງື່ອນໄຂເພື່ອປົດປ່ອຍປະເທດຊາດຢ່າງສົມບູນ. ໃນເວລານັ້ນ, ພັກໄດ້ເອົາໃຈໃສ່ຊີ້ນໍາກໍ່ສ້າງເສດຖະກິດຢ່າງເປັນລະບົບ ສ້າງຕັ້ງໂຮງຈັກ, ໂຮງງານຈໍານວນໜຶ່ງຂຶ້ນ ອັນໄດ້ເຮັດໃຫ້ກໍາມະກອນນັບມື້ເພີ່ມຂຶ້ນ; ໄດ້ສ້າງຕັ້ງຮາກຖານກຳມະບານຂຶ້ນຢູ່ແຕ່ລະຫົວໜ່ວຍການຜະລິດ, ແຕ່ລະສໍານັກງານອົງການຂອງລັດ, ໂຮງຮຽນ, ໂຮງໝໍ, ໜ້າທີ່ຕົ້ນຕໍຂອງອົງການຈັດຕັ້ງກໍາມະບານ ຖືເອົາວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ການປະຕິບັດແນວທາງນະໂຍບາຍຂອງພັກ ແຕ່ລະໄລຍະເປັນເນື້ອໃນໃຈກາງຂອງການເຄື່ອນໄຫວ, ສ້າງຂະບວນການຕ່າງໆ ເຮັດທຸກສິ່ງທຸກຢ່າງເພື່ອຮັບໃຊ້ແນວໜ້າ, ຕີເອົາຊະນະສັດຕູ ແລະ ປົກປັກຮັກສາເຂດປົດປ່ອຍໃຫ້ເຂັ້ມແຂງ, ສຶກສາອົບຮົມມະຫາຊົນ ເຮັດຫຼ້ອນໜ້າທີ່ວິຊາສະເພາະ, ລົງຂົນຂວາຍກໍ່ສ້າງຮາກຖານ, ເຂົ້າຮ່ວມການກໍ່ສ້າງກໍາລັງໃນກົມກອງທ້ອງຖິ່ນຕ່າງໆ, ປຸກລະດົມຂົນຂວາຍຊຸກຍູ້ຂະ ບວນການຕໍ່ສູ້ຂອງມະຫາຊົນໃຫ້ເປັນຂະບວນຟົດຟື້ນຢ່າງຕໍ່ເນື່ອງ ໂດຍຢຶດໝັ້ນແນວທາງນະໂຍບາຍຂອງພັກຕາມຄຳຂວັນ: "ສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ເອກະພາບ" ເພື່ອນໍາພາການປະຕິວັດຂອງປະເທດເຮົາກ້າວຂຶ້ນ ແລະ ຍາດເອົາໄຊຊະນະຢ່າງສົມບູນໃນທົ່ວປະເທດປີ 1975.
![]() |
ພາຍຫຼັງສ້າງຕັ້ງລະບອບໃໝ່, ກົມການເມືອງສູນກາງພັກ ໄດ້ສືບຕໍ່ຊີ້ນໍາ-ນໍາພາການເຄື່ອນໄຫວຂອງອົງການຈັດຕັ້ງກໍາມະບານລາວໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງຢ່າງຕໍ່ເນື່ອງ, ໂດຍເຊື່ອມຊຶມແນວທາງປ່ຽນແປງໃໝ່ທີ່ພັກວາງອອກ ແລະ ເຫັນແຈ້ງພາລະກໍາປະຫວັດສາດຂອງຊົນຊັ້ນກໍາມະກອນໃນໄລຍະໃໝ່ຂອງການປະຕິວັດ; ອົງການຈັດຕັ້ງກໍາມະບານລາວ ໄດ້ເພີ່ມທະວີການສຶກສາອົບຮົມກໍາມະກອນ, ລັດຖະກອນໃຫ້ມີຄວາມຕື່ນຕົວທາງຊົນຊັ້ນ, ຕື່ນຕົວທາງສັງຄົມນິຍົມ, ມີສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນນັບມື້ສູງຂຶ້ນເລື້ອຍໆ, ພ້ອມທັງເອົາໃຈໃສ່ບໍາລຸງຍົກລະດັບດ້ານການເມືອງແນວຄິດ, ວັດທະ ນະທໍາ ແລະ ວິຊາສະເພາະທີ່ຈໍາເປັນ, ສ້າງແບບແຜນດໍາລົງຊີວິດແບບໃໝ່; ພ້ອມກັນນັ້ນ, ກໍໄດ້ປຸກລະດົມຂົນຂວາຍ ແລະ ຈັດຕັ້ງຂະບວນການແຂ່ງຂັນສັງຄົມນິຍົມຢ່າງຟົດຟື້ນພາຍໃຕ້ຄໍາຂວັນ: "ທຸກສິ່ງທຸກຢ່າງເພື່ອປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງສັງຄົມນິຍົມ, ທຸກສິ່ງທຸກຢ່າງເພື່ອຄວາມສົມບູນພູນສຸກຂອງປະຊາຊົນເຜົ່າຕ່າງໆ" ໂດຍແນໃສ່ 3 ຈຸດໝາຍຄື: ອັນທີໜຶ່ງ: ຍົກສູງຜະລິດຕະພາບຂອງງານ; ອັນທີສອງ: ຍົກສູງຄຸນນະພາບຂອງຜະລິດຕະພັນ ແລະ ປະສິດທິຜົນຂອງວຽກງານ ແລະ ອັນທີສາມ: ປະຢັດ ແລະ ເສີມຂະຫຍາຍຫົວຄິດປະ ດິດສ້າງ. ສະຫະພັນກໍາມະບານລາວ ໄດ້ຮັບການປັບປຸງການຈັດຕັ້ງເປັນລະບົບແຕ່ສູນກາງລົງຮອດຮາກຖານໃນທົ່ວປະເທດ, ຊົນຊັ້ນກໍາມະກອນລາວ ກໍໄດ້ເຕົ້າໂຮມຄວາມສາມັກຄີເຂົ້າເປັນອັນໜຶ່ງອັນດຽວ, ຂະຫຍາຍການຈັດ ຕັ້ງ ແລະ ສະມາຊິກກຳມະບານເຂົ້າຢູ່ໃນການຈັດຕັ້ງ ໂດຍພາຍໃຕ້ການນໍາພາຂອງພັກ ຊຶ່ງໃນເວລານີ້ສາມາດເວົ້າໄດ້ວ່າ: ທຸກໆສໍານັກງານ, ອົງການຂອງພັກ ແລະ ລັດ, ໂຮງຈັກໂຮງງານ, ບໍລິສັດ, ວິສາຫະກິດ, ນິຄົມ ແລະ ອື່ນໆ ລ້ວນແຕ່ມີໜໍ່ແໜງຂອງອົງການຈັດຕັ້ງກໍາມະບານ ນັບມື້ນັບເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ.


ຄໍາເຫັນ