ສະຫາຍ ບຸນທອງ ຈິດມະນີ ໂອ້ລົມຫຼາຍບັນຫາສຳຄັນຕໍ່ຄະນະນຳແຂວງສະຫວັນນະເຂດ

ສະຫາຍ ບຸນທອງ ຈິດມະນີ ໂອ້ລົມຫຼາຍບັນຫາສຳຄັນຕໍ່ຄະນະນຳແຂວງສະຫວັນນະເຂດ

ສະຫາຍ ບຸນທອງ ຈິດມະນີ ໂອ້ລົມຫຼາຍບັນຫາສຳຄັນຕໍ່ຄະນະນຳແຂວງສະຫວັນນະເຂດ
ໃນໂອກາດເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດ(ເປີດກ້ວາງ) ຄັ້ງທີ 19 ສະໄໝທີIX ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 7-9 ກໍລະກົດຜ່ານມານີ້,ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ໄດ້ໃຫ້ກຽດໂອ້ລົມ ໃຫ້ທິດຊີ້ນຳຫຼາຍດ້ານທີ່ເປັນປະໂຫຍດແກ່ຄະນະພັກ-ຄະນະນຳຂອງແຂວງ ດັ່ງນີ້:
ສະຫາຍ ບນທອງ ຈດມະນ ໂອລມຫາຍບນຫາສຳຄນຕຄະນະນຳແຂວງສະຫວນນະເຂດ - image 1
 

 1) ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະປະຊາຊົນ, ຊັ້ນຄົນຕ່າງໆໃຫ້ແຂງແຮງກວ່າເກົ່າ. 2) ເພີ່ມທະວີຄວາມຮັບຜິດຊອບໃນການນໍາພາ-ຊີ້ນໍາ, ຈັດຕັ້ງຜັນຂະຫຍາຍຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 10 ສະໄໝທີ XI ຂອງຄະນະບໍລິຫານງານສູນກາງພັກ ແລະຈັດຕັ້ງຜັນຂະຫຍາຍມະຕິ 04/ກມສພ, ຂໍ້ກໍານົດເລກທີ 416/ຄລສພ, ຄໍາສັ່ງ 411/ຄລສພ, ຄໍາແນະນໍາ ແລະນິຕິກໍາອື່ນໆກ່ຽວກັບການກະກຽມ ແລະດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ໂດຍສະເພາະແມ່ນໃຫ້ສືບຕໍ່ສຸມໃສ່ກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ໃຫ້ມີຂະບວນການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ. 3) ເອົາໃຈໃສ່ນໍາພາ-ຊີ້ນໍາປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ-ຂັ້ນເມືອງ ຕາມມະຕິຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI, ຂອງສະພາແຫ່ງຊາດ ແລະຄໍາແນະນໍາຂອງຄະນະເລຂາທິການສູນກາງພັກ ກ່ຽວກັບຄົ້ນຄວ້າສັບຊ້ອນ-ຈັດວາງພະນັກງານນໍາພາ-ຄຸ້ມຄອງໃຫ້ສອດຄ່ອງກັບຄວາມຮູ້-ຄວາມສາມາດ ແລະຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ; ສ້າງເງື່ອນໄຂອັນດີ ຫັນເອົາພະນັກງານໜຸ່ມນ້ອຍ ລົງໄປຝຶກຝົນຫຼໍ່ຫຼອມ ແລະທົດສອບກໍ່ສ້າງຢູ່ຂັ້ນຕາແສງ ເພື່ອສ້າງເປັນພະນັກງານນໍາພາ-ຄຸ້ມຄອງສືບທອດປ່ຽນແທນ ທີ່ມີຄຸນະພາບຢ່າງເປັນລະບົບ. 4) ໃຫ້ບັນດາຮາກຖານພັກ, ຄະນະພັກເມືອງ-ນະຄອນ, ຄະນະພັກ ປກຊ-ປກສ ແຂວງ, ສະຫະພັນນັກຮົບເກົ່າ, ແນວລາວສ້າງຊາດແຂວງ ແລະບັນດາອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ຮີບຮ້ອນ ພ້ອມທັງຜັນຂະຫຍາຍຈັດຕັ້ງແບ່ງຄວາມຮັບຜິດຊອບຂອງຄະນະພັກ ແລະຄະນະປະຈໍາພັກຄືນໃໝ່ ໃຫ້ສອດຄ່ອງຕາມຄໍາສັ່ງຂອງຄະນະເລຂາທິການສູນກາງພັກ; ພ້ອມທັງຜັນຂະຫຍາຍຈັດຕັ້ງປະຕິບັດຜົນສໍາເລັດ ກໍ່ຄືມະຕິກອງປະຊຸມຂອງຕົນ ເຂົ້າສູ່ຂະບວນການຕົວຈິງໃຫ້ໄວ ໂດຍຫັນເປັນແຜນການ ແລະໂຄງການລະອຽດໃນແຕ່ລະດ້ານ ເພື່ອນໍາພາຈັດຕັ້ງປະຕິບັດແຕ່ປີທໍາອິດເປັນຕົ້ນໄປ. 5) ເພິ່ມທະວີຄວາມເອົາໃຈໃສ່ນໍາພາ-ຊີ້ນໍາການຜະລິດລະດູຝົນ ຕິດພັນກັບການຕ້ານຖ້ວມ, ສະກັດກັ້ນການແຜ່ລະບາດພະຍາດຕິດແປດຕ່າງໆ; ເປັນເຈົ້າການກຽມຮອບດ້ານ ເພື່ອຮັບມືກັບໄພພິບັດທີ່ອາດເກີດຂຶ້ນ ເພື່ອບໍ່ໃຫ້ຖືກທ່າຮັບ ແລະເກີດຜົນເສຍຫານທີ່ໜັກໜ່ວງ, ກະກຽມແນວພັນປູກ, ແນວພັນລ້ຽງ, ຝຸ່ນ-ປຸ໋ຍຕ່າງໆ ເພື່ອສະໜອງໃຫ້ຊາວກະສິກອນໃຫ້ທັນກັບລະດູການ; ປຸກລະດົມປະຊາຊົນສຸມໃສ່ການຜະລິດເປັນສິນຄ້າ ເພື່ອສົ່ງອອກ ແລະທົດແທນການນໍາເຂົ້າ, ພ້ອມກັນປູກພືດ ແລະຕົ້ນໄມ້ອຸດສາຫະກໍາສະໜອງໂຮງງານປຸງແຕ່ງທີ່ມີຢູ່ພາຍໃນແຂວງ. 6) ສືບຕໍ່ສຸມໃສ່ນໍາພາແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ພວມສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະປະຊາຊົນບັນດາເຜົ່າ. 7) ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານປະຈໍາປີຂອງແຂວງ ໃຫ້ບັນລຸຄາດໝາຍ ແລະລະດັບຄາດໝາຍທີ່ວາງໄວ້, ເອົາໃຈໃສ່ແກ້ໄຂສະພາບຂາດແຄນຄູ ແລະການປະລະການຮຽນຂອງນັກຮຽນ ໂດຍມີການເຂົ້າຮ່ວມຂອງປະຊາຊົນ. 8) ສືບຕໍ່ເອົາໃຈໃສ່ການກະກຽມສະເຫຼີມສະຫຼອງ 2 ວັນປະຫວັດສາດ ຕາມກິດຈະກໍາຕ່າງໆທີ່ວາງໄວ້ ແລະ 9) ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢ່າງແຂງແຮງ, ທົ່ວເຖິງ.

ສະຫາຍ ບນທອງ ຈດມະນ ໂອລມຫາຍບນຫາສຳຄນຕຄະນະນຳແຂວງສະຫວນນະເຂດ - image 2
 

ເຂົ້າຮ່ວມຮັບຟັງໃນຄັ້ງນີ້, ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ-ນະຄອນ ຕະຫຼອດເຖິງພະນັກງານການນຳຫຼັກແຫຼ່ງພາຍໃນແຂວງເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ຮອງປະທານປະເທດ ຍັງໄດ້ມອບເງິນຈຳນວນ 100 ລ້ານກີບໃຫ້ແຂວງສະຫວັນນະເຂດ ເພື່ອແກ້ໄຂຜົນກະທົບຈາກໄພນ້ຳຖ້ວມ ພ້ອມທັງໄດ້ມອບອຸປະກອນການຮຽນ-ອຸປະກອນກິລາ ມູນຄ່າ120 ລ້ານກີບ, ມອບຜ້າຫົ່ມ 100 ຜືນ ແລະມຸ້ງອີກຈຳນວນ 100 ຜືນໃຫ້ເມືອງທ່າປາງທອງນຳອີກ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ