ສະຫາຍ ຄຳພັນ ພົມມະທັດ ຕ້ອນຮັບ ຄະນະກໍາມະການກວດກາວິໄນພັກແຂວງຢຸນນານ ສປ ຈີນ

ສະຫາຍ ຄຳພັນ ພົມມະທັດ ຕ້ອນຮັບ ຄະນະກໍາມະການກວດກາວິໄນພັກແຂວງຢຸນນານ ສປ ຈີນ

ສະຫາຍ ຄຳພັນ ພົມມະທັດ ຕ້ອນຮັບ ຄະນະກໍາມະການກວດກາວິໄນພັກແຂວງຢຸນນານ ສປ ຈີນ
ໃນວັນທີ 24 ມິຖຸນານີ້ ທີ່ຫ້ອງຮັບແຂກຂອງຄະນະກວດກາສູນກາງພັກ, ສະຫາຍ ຄຳພັນ ພົມມະທັດກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຄະນະການກວດກາລະບຽບວິໄນພັກ-ລັດ ແຂວງຢູນນານ ນຳໂດຍສະຫາຍ ເຟີງ ຈີ້ລີ ຄະນະປະຈໍາພັກແຂວງ ເລຂາຄະນະກໍາມະການກວດກາວິໄນພັກ ແລະ ຫົວໜ້າຄະນະກຳມະການກວດກາລັດ ແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລກປ່ຽນບົດຮຽນ ຢູ່ ສປປ ລາວ.

 

ສະຫາຍ ຄຳພັນ ພົມມະທັດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມແລກປ່ຽນບົດຮຽນ ຢູ່ ສປປ ລາວ ຂອງຄະນະຜູ້ແທນໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນການຮ່ວມມືມິດຕະພາບອັນເປັນມູນເຊື້ອ, ແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການພົວພັນແບບຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ເວົ້າລວມ, ເວົ້າສະເພາະ ການຮ່ວມມືລະຫວ່າງ ຄະນະກວດກາສູນກາງພັກ ຂອງ ສປປ ລາວ ແລະ ຄະນະກຳມະການກວດກາລະບຽບວິໄນພັກ-ລັດ ແຂວງຢຸນນານ ສປ ຈີນ ໃຫ້ນັບມື້ເຂົ້າສູ່ລວງເລິກ.

ໃນໂອກາດນີ້, ທັງສອງຝ່າຍໄດ້ລາຍງານຫຍໍ້ ແລກປ່ຽນທັດສະນະ ໃນການສົ່ງເສີມການຮ່ວມມື ລະຫວ່າງຄະນະກວດກາຂອງທັງສອງປະເທດ, ໂດຍສະເພາະໃນຂົງເຂດວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ, ການຕິດຕາມຄວາມປອດໃສໃນໂຄງການລົດໄຟລາວ-ຈີນ ແລະ ຂະຫຍາຍຜົນການຮ່ວມມືໃນລະດັບວິຊາການ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນແມ່ບົດ ສະບັບໃໝ່ໄລຍະປີ 2024–2028 ລວມເຖິງການຊຸກຍູ້ກໍ່ສ້າງຄວາມປອດໃສ ໃນກອບການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ”.

ໃນຕອນທ້າຍ, ສະຫາຍ ຄຳພັນ ພົມມະທັດ ກໍໄດ້ສະແດງຄວາມຂອບໃຈ ແລະ ຫວັງວ່າ ການເຄື່ອນໄຫວໃນຄັ້ງນີ້ ຈະເປັນການເປີດທາງໃຫ້ການຮ່ວມມືລະຫວ່າງຄະນະກວດກາຂອງສອງຝ່າຍ ໃຫ້ຂະຫຍາຍຕົວໄປສູ່ຄວາມຮ່ວມ ມື, ໝັ້ນຄົງທະໜົງແກ່ນ ແລະ ມີປະສິດທິຜົນຢ່າງຕໍ່ເນື່ອງຍິ່ງໆຂຶ້ນ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມຝຶກອົບຮົມວຽກງານການຮ່ວມມືດ້ານແຮ່ທາດອາຊຽນ

ກອງປະຊຸມຝຶກອົບຮົມວຽກງານການຮ່ວມມືດ້ານແຮ່ທາດອາຊຽນ

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມຝຶກອົບຮົມວຽກງານການຮ່ວມມືດ້ານແຮ່ທາດອາຊຽນຂຶ້ນໃນວັນທີ 5 ສິງຫາ ຜ່ານມາ ທີ່ໂຮງແຮມຮໍລີເດອິນ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຂອງ ທ່ານ ນາງ ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່ ກະຊວງອຸດສາຫະກໍາ ແລະ ການຄ້າ ຮອງຫົວໜ້າເຈົ້າໜ້າທີ່ອາວຸໂສແຮ່ທາດອາຊຽນ ຂອງ ສປປ ລາວ. ມີຜູ້ເຂົ້າຮ່ວມຈາກບັນດາປະເທດອາຊຽນ, ປະເທດຕີມໍເລັດສະເຕ (ເຂົ້າຮ່ວມສັງເກດການ), ມີບໍລິສັດລົງທຶນດ້ານບໍ່ແຮ່ຂອງ ສປປ ລາວ ເຊັ່ນ: ບໍລິສັດ ລ້ານຊ້າງມິເນໂຣ ລິມິເຕັດ, ບໍລິສັດ ພູເບ້ຍມາຍນິງ ຈໍາກັດ, ຄະນະວິທະຍາສາດສິ່ງແວດລ້ອມ (ມະຫາວິທະຍາໄລແຫ່ງຊາດລາວ), ອົງການຈັດຕັ້ງສາກົນເປັນຕົ້ນ: CCOP, UNESCAP, USAID, KOMIR, IGF, ESCAP, UK Mission to ASEAN, SEforALL. ປະມານ 100 ກວ່າທ່ານ ເຂົ້າຮ່ວມ.
ໂຄງການ​ສາຍສົ່ງ 500 ກວ ລາວ-ຈີນ ເປີດໂຄງການກໍ່ສ້າງຊ່ວຍເຫຼືອ

ໂຄງການ​ສາຍສົ່ງ 500 ກວ ລາວ-ຈີນ ເປີດໂຄງການກໍ່ສ້າງຊ່ວຍເຫຼືອ

ຫວ່າງບໍ່ດົນມານີ້, ໂຄງການຊ່ວຍເຫຼືອ ດ້ານ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ ຂອງ​ໂຄງການ​ສາຍສົ່ງ 500 ກິໂລວັດ (ກວ) ລາວ-ຈີນ ໄດ້ເລີ່ມກໍ່ສ້າງຢ່າງເປັນທາງການຢູ່ໂຮງຮຽນປະຖົມບ້ານນາໝໍ້ໃຕ້ ເມືອງນາໝໍ້ ແຂວງອຸດົມໄຊ; ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຜູ້ຕາງໜ້າ ຈາກບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T), ໜ່ວຍງານອອກແບບໂຄງການ ແລະ ບໍລິສັດກໍ່ສ້າງໂຄງການ ໄດ້ເຂົ້າຮ່ວມພິທີເປີດການກໍ່ສ້າງດັ່ງກ່າວ.
ລັດຖະບານຍີ່ປຸ່ນມອບອຸປະກອນ ແລະ ລົດກົນຈັກສ້ອມແປງທາງມູນຄ່າ 1,500 ລ້ານເຢນ ໃຫ້ ສປປ ລາວ

ລັດຖະບານຍີ່ປຸ່ນມອບອຸປະກອນ ແລະ ລົດກົນຈັກສ້ອມແປງທາງມູນຄ່າ 1,500 ລ້ານເຢນ ໃຫ້ ສປປ ລາວ

ພິທີມອບ-ຮັບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງມູນຄ່າ 1,500 ລ້ານເຢນ ຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສດຖະກິດ-ສັງຄົມ ສົກປີ 2023 ໄດ້ຈັດຂຶ້ນໃນວັນທີ 8 ສິງຫານີ້ ທີ່ລັດວິສາຫະກິດກໍ່ສ້າງທາງເລກ 8 ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ຄັ້ງທີ 28

ສປປ ລາວ ເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ຄັ້ງທີ 28

ກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ (ASOF) ຄັ້ງທີ 28 ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນໃນລະຫ່ວາງ ວັນທີ 7-8 ສິງຫານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍການເປັນປະທານ ຂອງ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຫົວໜ້າເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ສປປ ລາວ (SOM-ASOF) ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີ ທ່ານ ນາງ ສິລິພອນ ສຸພັັັັັນທອງ ຮອງເຈົ້າແຂວງຫຼວງພະບາງ, ມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ, ຜູ້ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງໜ້າຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມ.
ສໍາມະນາລະດັບສາກົນເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ ຄັ້ງທີ 23

ສໍາມະນາລະດັບສາກົນເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ ຄັ້ງທີ 23

ກອງປະຊຸມສໍາມະນາລະດັບສາກົນຂອງເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນຄັັ້ງທີ 23 ພາຍໃຕ້ຫົວ ຂໍ້ "ການຂະຫຍາຍການຈັດຕັ້ງປະຕິບັດການແກ້ໄຂໂດຍອີງໃສ່ທໍາມະຊາດ (NbS), ວິທີການອີງໃສ່ລະບົບ ນິເວດ (EbA) ແລະ ກົນໄກການສະໜອງທຶນທີ່ຍືນຍົງສໍາລັບ NbS" ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 6 ສິງຫານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍໃຫ້ກຽດກ່າວເປີດກອງປະຊຸມສຳມະນາດັ່ງກ່າວຂອງ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຫົວໜ້າເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ສປປ ລາວ (SOM-ASOF), ມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ, ຜູ້ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງ ໜ້າຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມ.
ຮອງປະທານປະເທດ ຕ້ອນຮັບທູດ ການາດາ ເຂົ້າຢ້ຽມອຳລາ

ຮອງປະທານປະເທດ ຕ້ອນຮັບທູດ ການາດາ ເຂົ້າຢ້ຽມອຳລາ

ໃນວັນທີ 5 ສິງຫາ ນີ້ ທີ່ທຳນຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ປິງ ກິດນິກອນ (H.E. Mrs. Ping kinikone) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ.
ເອກອັກຄະລັດຖະທູດ ສປຈີນ ປະຈຳລາວ ເຂົ້າພົບປະທ່ານເຈົ້າແຂວງຫຼວງນໍ້າທາ

ເອກອັກຄະລັດຖະທູດ ສປຈີນ ປະຈຳລາວ ເຂົ້າພົບປະທ່ານເຈົ້າແຂວງຫຼວງນໍ້າທາ

ເພື່ອສືບຕໍ່ຮັດແຫນ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ຂອງສອງປະເທດ ໃຫ້ເລິກຊຶ່ງກວ່າເກົ່າ. ທ່ານ ນາງ ຝາງຫົງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດປະຊາຊົນຈີນ ປະຈຳລາວ ພ້ອມດ້ວຍຄະນະ ເຂົ້າພົບປະທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ຢູ່ທີ່ຫ້ອງວ່າການແຂວງ ໃນວັນທີ 1 ສີງຫາຜ່ານມາ ພ້ອມທັງໄດ້ລາຍງານຈຸດປະສົງຂອງການເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາໃນຄັ້ງນີ້ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ.
ກອງປະຊຸມຄະນະວິຊາການກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ອາຊຽນຄັ້ງທີ 28

ກອງປະຊຸມຄະນະວິຊາການກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ອາຊຽນຄັ້ງທີ 28

ກອງປະຊຸມຄະນະວິຊາການກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ອາຊຽນຄັ້ງທີ 28 (AWG-FPD28) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ສິງຫາ ນີ້ ທີ່ ໂຮງແຮມ ສຸພັດຕາ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ,ໃນຮູບແບບອອນລາຍ ແລະ ເຊິ່ງໜ້າ ໂດຍການເປັນປະທານ ຂອງ ທ່ານ ທຸມທອນ ວົງວີສຸກ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານ ບຸນມີ ສະຫວັດ ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ, ມີຜູ້ຕາງໜ້າຈາກປະເທດສະມາຊິກອາ ຊຽນ, ຜູ້ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງໜ້າ ຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມ.
ຊາວຫວຽດກ່ຽວ ກັບພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດໃນຍຸກແຫ່ງການພັດທະນາ

ຊາວຫວຽດກ່ຽວ ກັບພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດໃນຍຸກແຫ່ງການພັດທະນາ

ຊາວຫວຽດນາມບັນດາເຜົ່າ ມີມູນເຊື້ອຮັກຊາດ, ຄວາມສາມາຄີ ແລະ ພິລະອາກຫານໃນການຕໍ່ສູ້ເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນຂະບວນວິວັດແຫ່ງປະຫວັດສາດອັນຮຸ່ງເຮືອງເຫຼືອງເຫຼື້ອມ, ພີ່ນ້ອງຮ່ວມຊາດຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ – ທີ່ຖືກເອີ້ນວ່າ “ຫວຽດກ່ງວ” ໄດ້ເປັນພາກສ່ວນໜຶ່ງທີ່ເປັນຮ່າງກາຍຊອງຊາດ ທີ່ບໍ່ສາມາດແຍກອອກໄດ້. ເຖິງຈະດຳລົງຊີວິດຢູ່ໄກຈາກແຜ່ນດິນແມ່, ແຕ່ຈິດໃຈຮັກຊາດ, ຈິດວິນຍານຂອງຊາດ ຄວາມຜູກພັນກັບປະເທດຊາດ ເປັນສາຍໄຍອັນສະໜິດແໜ້ນທີ່ເປັນໝາກຫົວໃຈຊາວຫວຽດນາມນັບລ້ານໆ ທີ່ອາໄສໃນຕ່າງແດນຮ່ວມກັນປັນໜຶ່ງດຽວ.
ລາວ-ຣັດເຊຍ ທົບທວນຄືນການຮ່ວມມືດ້ານການທະຫານ

ລາວ-ຣັດເຊຍ ທົບທວນຄືນການຮ່ວມມືດ້ານການທະຫານ

ວັນທີ 31 ກໍລະກົດ ຜ່ານມາ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ພົບປະສອງຝ່າຍກັບ ສະຫາຍ ອານເດຣ ເບຍໂລອູຊົບ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ ທີ່ນະຄອນຫຼວງມົສກູ ສ ຣັດເຊຍ.
ເພີ່ມເຕີມ