![]() |
ໃນໂອກາດນີ້, ສະຫາຍເລຂາຄະນະບໍລິຫານງານພັກແຂວງສາລະວັນ ກໍໄດ້ລາຍໃຫ້ຊາບກ່ຽວກັບຜົນການນໍາພາ-ຊີ້ນໍາຂອງຄະນະບໍລິຫານພັກແຂວງໃນໄລຍະຜ່ານມາ ເຫັນວ່າ: ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ຢ່າງແຂງແຮງ ໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ, ສຸມໃສ່ແກ້ໄຂບັນຫາຄວາມບໍ່ເປັນລະບຽບຮຽບຮ້ອຍ ກໍຄືປະກົດການຫຍໍ້ທໍ້ຕ່າງໆ ດ້ວຍຮູບການ ແລະ ວີທີການຕ່າງໆ ໄປພ້ອມໆກັບການຝຶກອົບຮົມ ແລະ ຫັດແອບ ໃຫ້ກໍາລັງ ປກຊ-ປກສ ເປັນແຕ່ລະໄລຍະ ໃນແຕ່ລະທ້ອງຖິ່ນ ເຮັດໃຫ້ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ເສດຖະກິດຂອງແຂວງຂະຫຍາຍຕົວໃນລະດັບ 6.3% ສະເລ່ຍລາຍຮັບຕໍ່ຫົວຄົນ ໄດ້ 18 ລ້ານກວ່າກີບຕໍ່ປີ. ໃນປີ 2025 ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 351 ຕື້ກວ່າກີບ ເທົ່າກັບ 121% ຂອງແຜນດັດແກ້. ການສໍາຫຼວດພົນລະເມືອງໃນທົ່ວແຂວງ ແມ່ນສໍາເລັດໂດຍພື້ນຖານ ຊຶ່ງຕາມຂໍ້ມູນດັ່ງກ່າວ ທົ່ວແຂວງ ມີທັງໝົດ 84,957 ຄົວເຮືອນ, ພົນລະເມືອງ 424,796 ຄົນ, ໃນນີ້ ຍິງ 211,375 ຄົນ, ທຽບໃສ່ 5 ປີ ກ່ອນແມ່ນຫຼຸດລົງ; ໄດ້ເອົາໃຈໃສ່ໃນການຊຸກຍູ້ ແລະ ສົ່ງເສີມການປູກ-ການລ້ຽງຂອງປະຊາຊົນໃຫ້ຫຼາຍຂຶ້ນ ຊຶ່ງການປູກເຂົ້ານາປີປະຕິບັດໄດ້ 81,042 ເຮັກຕາ ເທົ່າກັບ 88.4% ຂອງແຜນການ, ເກັບກູ້ຜົນຜະລິດໄດ້ 310,298 ໂຕນ; ປູກພືດລະດູແລ້ງ ໄດ້ 8,476 ເຮັກຕາ ເທົ່າກັບ 92% ຂອງແຜນການ, ເກັບກູ້ຜົນຜະລິດໄດ້ 64,300 ໂຕນ; ການຜະລິດພືດສະບຽງອາຫານ (ໝາກເຜັດ, ໝາກເຂືອ, ພືດ-ຜັກ ແລະ ອື່ນໆ) ປະຕິບັດໄດ້ 15,693 ເຮັກຕາ, ຜົນຜະລິດໄດ້ 98,802 ໂຕນ; ການຜະລິດເປັນສິນຄ້າ ປະຕິບັດໄດ້ 6,722 ເຮັກຕາ, ຜົນຜະລິດ 128,000 ໂຕນ, ສ່ວນການຜະລິດຊີ້ນ, ໄຂ່ ແລະ ປາ ແມ່ນສາມາດຕອບສະໜອງການບໍລິໂພກພາຍໃນໄດ້ໂດຍພື້ນຖານ.
![]() |
ໃນໂອກາດດຽວກັນ, ສະຫາຍຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານໃນການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກແຂວງໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນ ເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານການເມືອງໃຫ້ແຂງແຮງ; ສືບຕໍ່ຍູ້ແຮງການຜະລິດ ຂອງປະຊາຊົນ, ທັງມີວຽກເຮັດງານທໍາ ເພື່ອສ້າງລາຍຮັບເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າ ນັບມື້ດີຂຶ້ນ; ເອົາໃຈໃສ່ປັບປຸງກໍ່ສ້າງພັກ-ພະນັກງານ ແລະ ອົງການປົກຄອງທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ; ສືບຕໍ່ແກ້ໄຂໜໍ່ແໜງ ທີ່ຈະພາໃຫ້ເກີດມີຄວາມບໍ່ສະຫງົບ ດ້ວຍຫຼາຍມາດຕະການ, ຫຼາຍວິທີການ ຢ່າງມີຈຸດສຸມ ແລະ ແທດເຖິງຕົວຈິງ; ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະກຳມະການ ປກຊ-ປກສ ແຕ່ລະຂັ້ນ ຕໍ່ວຽກງານ ປກຊ-ປກສ ໃຫ້ແຂງແຮງ ແລະ ເປັນປົກກະຕິ, ສືບຕໍ່ການພົວພັນຮ່ວມມືກັບບັນດາປະເທດອ້ອມຂ້າງ ແລະ ເພື່ອນມິດຕາມແນວທາງຂອງພັກ.
ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ສືບຕໍ່ເດີນທາງໄປພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງເມືອງຕະໂອ້ຍ, ພ້ອມທັງຢ້ຽມຢາມໂຄງການພັດທະນາຂອງເມືອງ ແລະ ໄດ້ມອບງົບປະມານຈໍານວນໜຶ່ງ ໃຫ້ແກ່ອໍານາດການປົກຄອງ ຈໍານວນ 5 ບ້ານ ຂອງເມືອງຕະໂອ້ຍ ເພື່ອນໍາໃຊ້ເຂົ້າເປັນກອງທຶນພັດທະນາພາຍໃນບ້ານຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສໍາພັນຫສນຍ.


ຄໍາເຫັນ