![]() |
ໂອກາດນີ້, ສະຫາຍ ພູລຳພອນ ສີຫາວົງ ໄດ້ກ່າວໄຂກອງປະຊຸມໃຫຍ່ຄັ້ງນີ້ຢ່າງເປັນທາງການ. ຈາກນັ້ນ, ສະຫາຍ ສົມໃຈ ສີສົມພອນ ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ເພື່ອຕີລາຄາຄືນການນຳພາ-ຊີ້ນຳການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 5 ປີຜ່ານມາ ພ້ອມທັງວາງທິດທາງແຜນການໃນ 5 ປີຕໍ່ໜ້າ, ຄະນະໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງໃນເມື່ອກ່ອນ ເປັນໜ່ວຍພັກຮາກຖານເອກະລາດທີ່ຂຶ້ນກັບຄະນະປະຈໍາພັກແຂວງ, ມາຮອດວັນທີ 12 ສິງຫາ 2025 ຄະນະພັກຂັ້ນເທິງໄດ້ມີມະຕິຕົກລົງຍຸບໜ່ວຍພັກ, ປະກາດສ້າງຕັ້ງຄະນະພັກຮາກຖານ ແລະ ບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ຊຶ່ງປະກອບມີຄະນະພັກຮາກຖານ 5 ສະຫາຍ, ມີ 5 ໜ່ວຍພັກຂຶ້ນກັບ. ປັດຈຸບັນ, ມີສະມາຊິກພັກທັງໝົດ 80 ສະຫາຍ ຍິງ 30 ສະຫາຍ. ຜ່ານມາ ຄະນະພັກໄດ້ຖືສຳຄັນຕໍ່ວຽກງານການເມືອງ-ແນວຄິດ ເຮັດໃຫ້ບັນດາສະມາຊິກພັກ, ພະນັກງານມີຄວາມຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີຄວາມສາມັກຄີພາຍໃນໜັກແໜ້ນ, ມີແນວຄິດອຸ່ນອ່ຽງທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ໄດ້ພ້ອມກັນເອົາໃຈໃສ່ຕໍ່ການຈັດຕັ້ງປະຕິບັດວຽກງານຕາມສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນ ຈົນໄດ້ຮັບຜົນສຳເລັດໃນຫຼາຍດ້ານເປັນຕົ້ນ: ໄດ້ຈັດຕັ້ງປາຖະກະຖາວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ວັນເກີດຂອງບັນດາທ່ານຜູ້ນຳ ແລະ ວັນສຳຄັນອື່ນໆ ໄດ້ 72 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 178,560 ເທື່ອຄົນ, ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າ ໄດ້ 77 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 1,948 ຄົນ, ໄດ້ຕິດຕາມ ແລະ ເກັບກໍາຫາງສຽງສັງຄົມຢູ່ບັນດາເມືອງ ແລະ ພະແນກການອ້ອມຂ້າງແຂວງ ເພື່ອສະຫຼຸບສັງລວມລາຍງານວຽກງານປະຈຳເດືອນ ລາຍງານໃຫ້ຄະນະປະຈໍາພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ; ພ້ອມດຽວກັນນີ້ ຍັງໄດ້ສຸມໃສ່ໃນການຕິດຕາມກວດກາການເຄື່ອນໄຫວດ້ານຖະແຫຼງຂ່າວ-ສື່ມວນຊົນ ເພື່ອໃຫ້ສອດຄ່ອງກັບການເຜີຍແຜ່ແນວທາງແຜນນະໂຍບາຍຂອງພັກ-ລັດ ໄດ້ດໍາເນີນໄປຢ່າງກວ້າງຂວາງ ແລະ ທົ່ວເຖິງ.
![]() |
ຈາກນັ້ນ, ບັນດາສະຫາຍຜູ້ແທນສົມບູນ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມສ່ວນເພື່ອປ່ອນບັດຄັດເລືອກເອົາຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຊຸດ ໃໝ່ ແລະ ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະພາບເລືອກເອົາສະຫາຍ ພູລຳພອນ ສີຫາວົງ ເປັນເລຂາຄະນະພັກຮາກຖານ, ສະຫາຍ ສຸດໃຈ ໄຊຍະວົງ ເປັນຮອງເລຂາ ທັງເປັນປະທານກວດກາຄະນະພັກ, ສະຫາຍ ສົມໃຈ ສີສົມພອນ, ສະຫາຍ ມົງກຸດເພັດ ວົງພະຈັນ ແລະ ສະຫາຍ ພູເງິນ ສີວົງກອນ ເປັນກຳມະການຄະນະພັກຮາກຖານ.
(ແຫຼ່ງຂ່າວ: ສະຫວັນນະເຂດ)


ຄໍາເຫັນ