ສະຫາຍ ທອງລຸນ ສີສຸລິດ ເຂົ້າຮ່ວມພິທີເປີດການນໍາໃຊ້ ທ່າທຽບເຮືອເລກ 3 ທີ່ ສສ ຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເຂົ້າຮ່ວມພິທີເປີດການນໍາໃຊ້ ທ່າທຽບເຮືອເລກ 3 ທີ່ ສສ ຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເຂົ້າຮ່ວມພິທີເປີດການນໍາໃຊ້ ທ່າທຽບເຮືອເລກ 3 ທີ່ ສສ ຫວຽດນາມ
ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປເຄື່ອນໄຫວຢູ່ ແຂວງຮ່າຕິ້ງ ສສ ຫວຽດນາມ ເພື່ອຮ່ວມກັບ ສະຫາຍ ເລືອງເກືອງ ກໍາມະການກົມການເມືອງສູນກາງພັກ ປະທານປະເທດ ແຫ່ງ ສສ ຫວຽດນາມ

ເປັນສັກຂີພິຍານໃນພິທີເປີດການນໍາໃຊ້ຢ່າງເປັນທາງການ ທ່າທຽບເຮືອເລກ 3, ທ່າເຮືອສາກົນ ລາວ-ຫວຽດ ແຂວງຮ່າຕິ້ງ ໃນວັນທີ 28 ເມສານີ້.

ສະຫາຍ ທອງລນ ສສລດ ເຂາຮວມພທເປດການນາໃຊ ທາທຽບເຮອເລກ 3 ທ ສສ ຫວຽດນາມ - image 1
 

ທ່າເຮືອສາກົນ ລາວ-ຫວຽດ, ລວມມີ ທ່າທຽບ ເຮືອ 1, 2 ແລະ 3, ຕັ້ງຢູ່ໃນເຂດເສດຖະກິດຫວຸ້ງອາງຕາແສງກີ່ແອງ ແຂວງຮ່າຕິ້ງ ສສ ຫວຽດນາມ ຊຶ່ງຄຸ້ມຄອງບໍລິຫານ ແລະ ພັດທະນາໂດຍ ບໍລິສັດຫຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດ; ໃນນັ້ນ, ລັດວິສາຫະກິດ ລາວເອເຊຍ ໂທລະຄົມ ໃນນາມຕາງໜ້າລັດຖະບານລາວ ຖືຫຸ້ນຮ່ວມກັບ ຝ່າຍຫວຽດນາມ (ຝ່າຍລາວຖືອັດຕາຮຸ້ນ 60% ແລະ ຝ່າຍຫວຽດນາມ ຖືອັດຕາຮຸ້ນ 40%).ພິທີດັ່ງກ່າວນີ້, ເປັນເຫດການທີ່ມີຄວາມໝາຍທາງປະຫວັດສາດອັນສໍາຄັນຍິ່ງສໍາລັບ ສປປ ລາວ, ເປັນສັນຍາລັກທາງປະຫວັດສາດທີ່ສຳຄັນໃຫ້ແກ່ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃນໄລຍະໃໝ່ ແລະ ເປັນຂອງຂວັນອັນລ້ຳຄ່າ ທີ່ ພັກ, ລັດ ແລະ ປະຊາຊົນ ຫວຽດ ນາມ ອ້າຍນ້ອງ ມອບໃຫ້ ພັກ, ລັດ ແລະ ປະຊາຊົນລາວ.

ສະຫາຍ ທອງລນ ສສລດ ເຂາຮວມພທເປດການນາໃຊ ທາທຽບເຮອເລກ 3 ທ ສສ ຫວຽດນາມ - image 2
 

ຊຶ່ງເປັນການຢືນຢັນໃຫ້ເຫັນເຖິງນໍ້າໃຈ ແລະ ໄມຕີຈິດແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ອັນສະເໝີຕົ້ນສະເໝີປາຍ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ບໍ່ມີຍາມເຊື່ອມຄາຍ, ນັບມື້ນັບໜັກແໜ້ນ, ເຂັ້ມແຂງ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.ໂຄງການ ທ່າເຮືອສາກົນ ລາວ-ຫວຽດ ເປັນໂຄງການຮ່ວມມືທາງດ້ານຍຸດທະສາດ ທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ແລະ ເປັນກຳລັງແຮງອັນສຳຄັນໃຫ້ ສປປ ລາວ ໃນການບັນລຸຍຸດທະສາດ: “ຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ” ໃຫ້ປະກົດຜົນເປັນຈິງ, ຊຶ່ງຈະຊ່ວຍໃຫ້ ສປປ ລາວ ຍົກສູງຂີດຄວາມສາມາດໃນຂະແໜງ ຄົມມະນາຄົມ-ຂົນສົ່ງຂອງຕົນ ໃຫ້ມີຄຸນນະພາບໃໝ່, ໂດຍສະເພາະການຂົນສົ່ງສິນຄ້າຜ່ານທາງທະເລຂອງລາວ ໃຫ້ມີການເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ ເພື່ອແນໃສ່ຊຸກຍູ້ສົ່ງເສີມການຄ້າ-ການລົງທຶນ ກັບຕ່າງປະເທດໃຫ້ນັບມື້ຫຼາຍຂຶ້ນໃນຕໍ່ໜ້າ.

ສະຫາຍ ທອງລນ ສສລດ ເຂາຮວມພທເປດການນາໃຊ ທາທຽບເຮອເລກ 3 ທ ສສ ຫວຽດນາມ - image 3
 

ຕາງໜ້າໃຫ້ ລັດຖະບານສອງປະເທດ, ສະຫາຍ ຫງວຽນ ຈີ່ ຢູງ ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ສປປ ລາວ ໄດ້ຂຶ້ນກ່າວຄໍາເຫັນຕໍ່ພິທີຕາມລໍາດັບ; ໃນນັ້ນ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຈົດຈຳລໍາລຶກຢ່າງສຸດຊຶ້ງຕໍ່ ປະທານ ໂຮ່ຈິມິນ ຜູ້ນໍາທີີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ຊຶ່ງເປັນຜູ້ໃຫ້ກຳເນີດ ແລະ ໄດ້ເປັນແບບຢ່າງອັນໃສແຈ້ງ ແຫ່ງການຖະນຸຖະໜອມ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່,

ສະຫາຍ ທອງລນ ສສລດ ເຂາຮວມພທເປດການນາໃຊ ທາທຽບເຮອເລກ 3 ທ ສສ ຫວຽດນາມ - image 4
 

ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ກາຍເປັນສາຍພົວພັນທີ່ບໍລິສຸດຜຸດຜ່ອງ ແລະ ຫາຍາກໃນການພົວພັນສາກົນ, ໃນເງື່ອນໄຂທີ່ສະພາບການຂອງພາກພື້ນ ແລະ ສາກົນ ທີ່ພວມສືບຕໍ່ຜັນແປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກໃນປັດຈຸບັນນີ້ ສອງປະເທດຍິ່ງຕ້ອງໄດ້ສືບຕໍ່ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຂຶ້ນກ່ວາເກົ່າ, ຮັກສາໄວ້ໃຫ້ເປັນມໍລະດົກ ໃຫ້ຄົນຮຸ່ນໃໝ່ຂອງສອງປະເທດ ແລະ ຖືເອົາການປົກປັກຮັກສາສາຍພົວພັນດັ່ງກ່າວ ເປັນຄວາມຮັບຜິດຊອບ ແລະ ພັນທະອັນສູງສົ່ງຂອງຄົນຮຸ່ນໃໝ່ ເພື່ອໃຫ້ສົມກັບການເສຍສະຫຼະອັນໃຫຍ່ຫຼວງ ແລະ ຄວາມມຸ່ງມາດປາຖະໜາອັນແຮງກ້າຂອງບັນພະບູລຸດຂອງສອງປະເທດ ແລະ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ; ຕີລາຄາສູງຕໍ່ການພິທີເປີດນຳໃຊ້ທ່າທຽບທ່າເຮືອເລກ 3 ໃນຄັ້ງນີ້, ທັງເປັນຄວາມເອກອ້າງທະນົງໃຈຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ສາມາດເຮັດໃຫ້ຄວາມປາຖະໜາອັນແຮງກ້າ ແລະ ຄວາມຄອງຄອຍຂອງຕົນທີ່ຢາກມີທາງອອກສູ່ທະເລປະກົດຜົນເປັນຈິງ; ສະແດງຄວາມຂອບໃຈ ຕໍ່ພັກລັດຖະບານຫວຽດນາມ ກໍຄື ອໍານາດການປົກຄອງແຂວງຮ່າຕິ້ງ ທຸກຂັ້ນທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໃຫ້ບູລິມະສິດ ແລະ ອໍານວຍຄວາມສະດວກແກ່ ໂຄງການທ່າເຮືອສາກົນ ລາວ-ຫວຽດ ອັນມີຄວາມໝາຍປະຫວັດສາດ, ທັງເປັນຂອງຂວັນອັນລໍ້າຄ່າທີ່ສຸດ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ; ຢືນຢັນວ່າ ຈະຮ່ວມກັບ ສະຫາຍຫວຽດນາມ ນໍາໃຊ້ທ່າເຮືອແຫ່ງນີ້ໃຫ້ມີປະສິດທິຜົນທີ່ສຸດ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງຊາດ ລາວ-ຫວຽດນາມ, ພ້ອມກັນສືບຕໍ່ການເສີມຂະຫຍາຍມູນເຊື້ອແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.

ສະຫາຍ ທອງລນ ສສລດ ເຂາຮວມພທເປດການນາໃຊ ທາທຽບເຮອເລກ 3 ທ ສສ ຫວຽດນາມ - image 5
 

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດລາວ ຍັງໄດ້ເຄື່ອນໄຫວຢ້ຽມຢາມ ກອງບັນຊາການທະຫານເຂດ 4 ຢູ່ນະຄອນວິງ ແຂວງເຫງະອານ; ພົບປະກັບ ຄະນະພັກ, ອໍານາດການປົກຄອງແຂວງຮ່າຕິ້ງ ແລະ ສືບຕໍ່ນໍາພາຄະນະ ທີ່ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ ຢູ່ ນະຄອນໂຮ່ຈິມິນ, ສສ ຫວຽດນາມ.

(ຂ່າວ-ພາບ: ຄະນະພົວພັນຕ່າງປະເທດສູນກາງພັກ)

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ