ຂ່າວສານຊິນຮວາລາຍງານວ່າ: ສະຫາຍຫຼີເຄີ້ສຽງ ກຳມະການປະຈຳກົມການເມືອງຄະນະກຳມະການສູນກາງພັກຄອມມູນິດຈີນຊຸດທີ 17, 18 ແລະ 19, ອະດີດນາຍົກລັດຖະມົນຕີຈີນ, ໃນໄລຍະມໍ່ໆມານີ້ເພິ່ນພັກຜ່ອນຢູ່ນະຄອນຊຽງໄຮ້,ໃນວັນທີ 26 ຕຸລາປີ 2023, ຍ້ອນເກີດພະຍາດຫົວໃຈກະທັນຫັນ, ຜ່ານການປິ່ນປົວສຸກເສີນດ້ວຍຄວາມພະຍາຍາມຢ່າງສຸດຂີດ ແຕ່ບໍ່ໄດ້ຮັບຜົນ, ສະຫາຍໄດ້ເຖິງແກ່ມໍລະນະກຳຢູ່ນະຄອນຊຽງໄຮ້ໃນເວລາ 0 ໂມງ 10 ນາທີຂອງວັນທີ 27 ຕຸລານີ້ ລວມອາຍຸໄດ້ 68 ປີ.
ສານຊົມເຊີຍ
ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍແຫ່ງ ບຣູໄນ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ ເນື່ອງໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການເລືອກຕັ້ງດັ່ງກ່າວສະແດງໃຫ້ເຫັນເຖິງການປະກອບສ່ວນສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ ພະນະທ່ານ ໃນການຮັກສາສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ.
ຄໍາເຫັນ