ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
ໃນຕອນເຊົ້າຂອງວັນທີ 30 ມິຖຸນານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ, ຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງໃນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງປະຈໍາເດືອນ ມິຖຸນາ 2025, ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະປະຈໍາ ສະພາປະຊາຊົນແຂວງ, ມີທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ.
ສາລະວນ ຮບຮອງເອາການປບປງກງຈກການຈດຕງຂອງອງການປກຄອງແຂວງ - image 1
 

ທ່ານ ແຫວນເພັດ ລັດດາວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ລາຍງານຄວາມຄືບໜ້າການກະກຽມປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງແຂວງ, ຜ່ານໜັງສືສະເໜີຂອງອົງການປົກຄອງແຂວງ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງບັນດາພະແນກການ-ອົງການທຽບເທົ່າ; ຈາກນັ້ນ, ກອງປະຊຸມໄດ້ຜ່ານຮ່າງມະຕິ ວ່າດ້ວຍການພິຈາລະນາ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງສາລະວັນມີດັ່ງນີ້: ໂຮມພະແນກແຜນການ ແລະ ການລົງທຶນແຂວງ ເຂົ້າກັບ ພະແນກການເງິນແຂວງ ເປັນພະແນກການເງິນແຂວງ. ໂຮມພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເຂົ້າກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເປັນພະແນກອຸດສາຫະກຳ ແລະ ການຄ້າແຂວງ. ໂຮມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ເປັນພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ. ໂຮມພະແນກພາຍໃນແຂວງພ້ອມທັງຍົກຍ້າຍບຸກຄະລາກອນທີ່ສອດຄ່ອງກັບພາລະບົດບາດໄປເຂົ້າກັບຄະນະຈັດຕັ້ງແຂວງ, ຫ້ອງວ່າການແຂວງ ແລະ ພະແນກອື່ນທີ່ກ່ຽວຂ້ອງຕາມຂະແໜງສາຍຕັ້ງທີ່ມີການປັບປຸງຢູ່ກະຊວງ-ອົງການ. ໂອນວຽກຖະແຫຼງຂ່າວ ພ້ອມທັງຍົກຍ້າຍບຸກຄະລາກອນອອກຈາກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄປຂຶ້ນກັບ ຄະນະໂຄສະນາອົບຮົມແຂວງ. ປ່ຽນຊື່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ເປັນພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ.

ມອບໃຫ້ອົງການປົກຄອງແຂວງ ສົມທົບກັບ ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ນໍາພາການປັບປຸງກົງຈັກການຈັດຕັ້ງ ຂອງອົງການປົກຄອງແຂວງ ໃຫ້ສໍາເລັດພາຍໃນເດືອນກໍລະກົດ2025. ຫຼັງຈາກນັ້ນ, ຄະນະປະຈໍາສະພາປະຊາຊົນແຂວງ ໄດ້ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງເປັນເຈົ້າການ ຕໍ່ວຽກງານການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ ພ້ອມທັງລົງຄະແນນສຽງ ເປັນເອກະພາບ 100% ຮັບຮອງເອົາມະຕິວ່າດ້ວຍການພິຈາລະນາຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງສາລະວັນ;

ສາລະວນ ຮບຮອງເອາການປບປງກງຈກການຈດຕງຂອງອງການປກຄອງແຂວງ - image 2
 

ໃນກອງປະຊຸມ, ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບ ການເຄື່ອນໄຫວວຽກງານ ປະຈໍາເດືອນ ມິຖຸນາ 2025 ແລະ ວາງທິດທາງແຜນການປະຈໍາເດືອນ ກໍລະກົດ 2025, ພ້ອມທັງຄົົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງສ້າງສັນ ເຂົ້າໃສ່ຮ່າງບົດສະຫຼຸບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ພ້ອມທັງເອກະພາບຮັບຮອງເອົາທິດທາງວຽກງານ ປະຈໍາເດືອນ ກໍລະກົດ 2025;

(ພາບ-ຂ່າວ: ດີລໍາພົນ ພົມມະຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ