ງານວາງສະແດງ ແລະ ຈຳໜ່າຍຜະລິດຕະຂອງແມ່ຍິງແຂວງສາລະວັນ ໄດ້ຈັດຂຶ້ນໃນ ວັນທີ 11 ຕຸລາ ນີ້ ທີ່ເດີນສວນແຄນ, ໂດຍພາຍໃຕ້ການເປັນປະທານເປີດງານຂອງທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກ ເຈົ້າແຂວງສາລະວັນ, ມີ ຄະນະສະຫະພັນແມ່ຍິງແຂວງເຊກອງ, ຈຳປາສັກ, ອັດຕະປື, ພາກສ່ວນບໍລິສັດ-ລັດວິສາຫາກິດ ເຂົ້າຮ່ວມ.
ທ່ານ ນາງ ວາດສະໜາ ໂພໄຊຍະວົງ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງໄດ້ຂຶ້ນຜ່ານບົດລາຍງານຫຍໍ້ວ່າ: ຮ້ານວາງສະແດງ-ຈໍາໜ່າຍຜະລິດຕະພັນເອື້ອຍນ້ອງແມ່ຍິງ, ໄດ້ກໍ່ສ້າງອອກແບບຊົງໂມເດິນທີ່ສວຍງາມ, ມີມູນຄ່າການກໍ່ສ້າງທັງ
ໝົດ 853.000.000 ກີບ ໂດຍນຳໃຊ້ງົບປະມານຈາກການຈັດກິດຈະກຳຕ່າງໆ, ການປະກອບສ່ວນຈາກອົງການຈັດຕັ້ງຂອງລັດ, ຂອງສັງຄົມ, ບຸກຄົນ, ນິຕິບຸກຄົນ, ບໍລິສັດ, ຫ້າງຮ້ານຜູ້ປະກອບການອື່ນໆ. ຈຸດປະສົງເພື່ອເຮັດໃຫ້ຮ້ານວາງສະແດງ-ຈຳໜ່າຍຜະລິດຕະພັນຂອງແມ່ຍິງແຂວງໃຫ້ມີຄວາມຍືນຍົງ ແລະ ໄດ້ນຳເອົາຜະລິດຕະພັນທີ່ເປັນເອກະລັກຂອງແມ່ຍິງໃນ 8 ຕົວເມືອງນຳມາວາງສະແດງໃຫ້ແຂກພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ, ຈຳໜ່າຍຜະລິດຕະພັນ, ເປັນສະຖານທີ່ໂຄສະນາ, ເຜີຍແຜ່ມູນເຊື້ອວັດທະນະທຳທີ່ເປັນເອກະລັກຂອງແມ່ຍິງ, ເຜີຍແຜ່ການປົກປ້ອງສິດທິຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ການປະຕິບັດສິດສະເໝີພາບຍິງ-ຊາຍ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດເປັນຕົ້ນໄດ້ຊຸກຍູ້ສົ່ງເສີມການສ້າງວຽກເຮັດງານທຳໃຫ້ແມ່ຍິງທີ່ດ້ອຍໂອກາດ, ທຸກຍາກ ແກ້ໄຂຊີວິດການເປັນຢູ່ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ທ່ານ ດາວວົງ ພອນແກ້ວ ກໍໄດ້ກ່າວເປີດງານວ່າ: ປະຊາຊົນບັນດາເຜົ່າຊາວແຂວງສາລະວັນ ເຄີຍມີມູນເຊື້ອດຸໝັ້ນຂະຫຍັນພຽນໃນການຕໍ່າຫູກທໍໄໝ, ມີສີໄມລາຍມືໃນການຈັກສານ, ການຫຍິບປັກຖັກແສ່ວຄຽງຄູ່ກັບແມ່ຍິງມາແຕ່ດົນນານ, ທີ່ມີຄວາມຊໍານິສຳນານ ເປັນເອກະລັກສະເພາະຂອງຊາວແຂວງສາລະວັນ ທີ່ມີຄວາມໂດດເດັ່ນທີ່ບົ່ງບອກເຖິງລັກສະນະປະຈຳແຕ່ລະເຜົ່າ, ແຕ່ລະທ້ອງຖິ່ນແຕກຕ່າງກັນ ຈົ່ງພ້ອມກັນສືບຕໍ່ໃຫ້ມີຄວາມຍືນຍົງ, ຈົງພ້ອມກັນສືບຕໍ່ຮັກສາມູນເຊື້ອ ແລະ ນຳໃຊ້ຮ້ານວາງສະແດງ-ຈໍາໜ່າຍຜະລິດຕະພັນເອື້ອຍນ້ອງແມ່ຍິງດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ. ຄຽງຄູ່ກັນນັ້ນຕ້ອງໄດ້ສ້າງໂອກາດໃຫ້ແມ່ຍິງເຂດຫ່າງໄກສອກຫຼີກ ໃຫ້ຮູ້ຄ້າຂາຍ, ຜະລິດໃຫ້ຫຼາຍກາຍເປັນສິນຄ້າ, ອຳນວຍຄວາມສະດວກໃຫ້ນັກທຸລະກິດໃຫ້ເຂົ້າເຖິງຮາກຖານປະຊາຊົນ ໃນການສັ່ງຈ່ອງສິນຄ້າ, ຍົກລະດັບແມ່ຍິງປັບປຸງວິທີການທຳມາຫາກິນແບບໃໝ່ທີ່ເທດເໝາະກັບສະພາບສິ່ງທ້າທາຍໃນປັດຈຸບັນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ໃຫ້ດີຂຶ້ນເປັນກ້າວໆ. ພ້ອມນັ້ນ ທ່ານເຈົ້າແຂວງສາລະວັນ ກໍໄດ້ເປັນກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເປີດຮ້ານວາງສະແດງສິນຄ້າຢ່າງເປັນທາງການ.
ຂ່າວ-ພາບ: ໂສພາ ສໍພະໄຊ
ຄໍາເຫັນ