![]() |
ໃນກອງປະຊຸມ, ໄດ້ຮັບຟັງການນໍາສະເໜີຮ່າງບົດສະຫຼຸບຜົນງານ 70 ປີ ຂອງສະຫະພັນກຳມະບານລາວ ແລະ ສະຫະພັນກຳມະບານແຂວງສາລະວັນ ຊຶ່ງໄດ້ສະທ້ອນໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຂອງສະຫະພັນກຳມະບານ ທັງດ້ານການຈັດຕັ້ງ, ການພັດທະນາ, ການຄຸ້ມຄອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຜູ້ອອກແຮງງານ, ພ້ອມກັນນັ້ນ ກອງປະຊຸມຍັງໄດ້ເປີດໂອກາດໃຫ້ ຜູ້ແທນກອງປະຊຸມປະກອບຄວາມເຫັນໃສ່ 9 ຫົວຂໍ້ ເພື່ອເປັນແນວທາງ ແລະ ຖອດບົດຮຽນປະສົບການໃນການພັດທະນາວຽກງານກຳມະບານໃນໄລຍະໃໝ່. ບັນດາຄວາມເຫັນຂອງແຕ່ລະທ່ານໄດ້ເນັ້ນໃສ່ການບຸກລະດົມຂົນຂວາຍສະມາຊິກກຳມະບານໃຫ້ເຂົ້າຮ່ວມການຈັດຕັ້ງ ປະຕິບັດແນວທາງຂອງພັກ ແລະ ລັດ ຢ່າງມີປະສິດທິຜົນ; ການຂະຫຍາຍການຈັດຕັ້ງກຳມະບານເຂົ້າສູ່ຫົວໜ່ວຍແຮງງານໃໝ່ໆ, ການຄຸ້ມຄອງ ແລະ ປົກປ້ອງສິດ–ຜົນປະໂຫຍດອັນຊອບທໍາຂອງກໍາມະກອນ ທັງໃນລະບົບ ແລະ ນອກລະບົບ.
![]() |
ນອກນັ້ນ, ຍັງໄດ້ເນັ້ນການຍົກສູງຄຸນນະພາບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ມີຄວາມເຂັ້ມແຂງ ແລະ ປະກົດຜົນເປັນຈິງ. ການປຸກລະດົມສະມາຊິກເຂົ້າຮ່ວມກອງທຶນຊ່ວຍເຫຼືອເຊີ່ງກັນ ເພື່ອສ້າງຫຼັກປະກັນທາງສັງຄົມໃຫ້ແກ່ສະມາຊິກກໍາມະບານ, ການວາງມາດຕະການຄຸ້ມຄອງແຮງງານໃນຫົວໜ່ວຍຕ່າງໆ ໃຫ້ສອດຄ່ອງກັບກົດໝາຍ; ພ້ອມກັນນັ້ນ ຍັງໄດ້ຊີ້ໃຫ້ເຫັນເຖິງຄວາມຈໍາເປັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການກຳມະບານທຸກຂັ້ນ, ການພັດທະນາວຽກງານຊາວໜຸ່ມ–ເຍົາວະຊົນ ແລະ ການຍົກສູງບົດບາດຂອງສະຫະພັນແມ່ຍິງໃນການສ້າງຄວາມສາມັກຄີ ແລະ ການພັດທະນາສັງຄົມໃນຕໍ່ໜ້າ.
(ພາບ-ຂ່າວ: ສ.ພະຈັນ)


ຄໍາເຫັນ