ພິທີເຊັນສັນຍາເຊົ່າ-ສຳປະທານເນື້ອທີ່ດິນລັດຢູ່ເຂດບ້ານຕົ້ງຊວຍເມືອງສາລະວັນແຂວງສາລະວັນເພື່ອສ້າງຕັ້ງໂຮງງານປຸງແຕ່ງໄມ້ສຳເລັດຮູບລະຫວ່າງອົງການປົກຄອງແຂວງກັບບໍລິສັດເຊັນເຈລີ້ກະສິກຳຈໍາກັດຊຶ່ງມີພະແນກແຜນການແລະການລົງທຶນແຂວງ, ພະແນກກະສິກຳແລະປ່າໄມ້ແຂວງ, ພະແນກຊັບພະຍາກອນແລະສິ່ງແວດລ້ອມແຂວງແລະພະແນກການເງິນແຂວງໄດ້ຈັດຂຶ້ນໃນວັນທີ25ທັນວາ ຜ່ານມາທີ່ຫ້ອງປະຊຸມພະແນກແຜນການ-ການລົງທຶນແຂວງສາລະວັນໂດຍເປັນກຽດເຂົ້າຮ່ວມຂອງທ່ານນາງບຸນທະວີດວງລາສີຮອງເລຂາພັກແຂວງຜູ້ຊີ້ນໍາວຽກງານການເມືອງແນວຄິດວຽກພັກ-ພະນັກງານ, ຫົວໜ້າ-ຮອງພະແນກການຕ່າງໆທີ່ກ່ຽວຂ້ອງ, ທ່ານນາງຟ້າມຫງັກມາຍປະທານບໍລິສັດເຊັນເຈລີ້ກະສິກຳຈໍາກັດ, ມີຄະນະກຳມະການຄຸ້ມຄອງການລົງທຶນຂັ້ນແຂວງແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການສຳປະທານໃນຄັ້ງນີ້ເພື່ອສ້າງຕັ້ງໂຮງງານປຸງແຕ່ງໄມ້ສຳເລັດຮູບໂດຍໃຊ້ເຄື່ອງຈັກ35ເຄື່ອງ, 200ແຮງມ້າຢູ່ເຂດບ້ານຕົ້ງຊວຍເມືອງສາລະວັນແຂວງສາລະວັນຊຶ່ງການລົງທຶນທັງໝົດ20ຕື້ກີບໂດຍແມ່ນທຶນຂອງບໍລິສັດ100%
ການສຳປະທານມີເນື້ອທີ່ຈຳນວນ8ເຮັກຕາບໍລິສັດເອກະຊົນພາຍໃນສປປລາວ100%ດຳເນີນງານແລະເປັນເຈົ້າຂອງສຳປະທານໂຄງການກໍານົດໄລຍະຂອງສັນຍາສຳປະທານແມ່ນ30ປີນັບແຕ່ມື້ໄດ້ຮັບຂໍ້ຕົກລົງການອະນຸມັດຈາກທ່ານເຈົ້າແຂວງສະບັບເລກທີ757/ຈຂ,ສວ, ລົງວັນທີ5ຕຸລາ2023ເລີ້ມແຕ່2023-2053ແລະສາມາດຕໍ່ອະຍຸໄດ້ຕາມການຕົກລົງເຫັນດີຈາກຂະແໜງການທີ່ກ່ຽວຂ້ອງຈະຕ້ອງສະເໜີກ່ອນລ່ວງໜ້າ1ປີຊຶ່ງໄດ້ກໍານົດແຜນການດໍາເນີນໂຄງການແບ່ງອອກເປັນ2ໄລຍະຄື: ໄລຍະທີ1ແມ່ນໄລຍະກະກຽມໂຄງການເຊັ່ນ: ບຸກເບີກເນື້ອທີ່ດິນ, ກໍ່ສ້າງພື້ນຖານໂຄງລ່າງ, ຕິດຕັ້ງເຄື່ອງຈັກການຜະລິດແລະທົດລອງການຜະລິດໄລຍະນີ້ແມ່ນໃຊ້ເວລາ1ປີ (2023-2024). ໄລຍະທີ2ແມ່ນໄລຍະດຳເນີນໂຄງການ (2025-2053) ແລະສິ້ນສຸດໂຄງການແມ່ນປີ2053.
ຕອນທ້າຍກໍໄດ້ມີການເຊັນສັນຍາລະຫວ່າງອົງການປົກຄອງແຂວງໂດຍການລົງນາມເຊັນມີທ່ານຄຳພອນມະນີວັນແສງສຸກຮອງຫົວໜ້າພະແນກແຜນການແລະການລົງທຶນແຂວງ, ທ່ານນາງຫວັດສະດີສີປະເສີດຮອງຫົວໜ້າພະແນກການເງິນແຂວງ, ທ່ານວັງປະເສີດບຸນເອື້ອວົງສາຮອງຫົວໜ້າພະແນກກະສິກຳແລະປ່າໄມ້ແຂວງ, ທ່ານສັກດາແກ້ວດວງສີຫົວໜ້າພະແນກຊັບພະຍາກອນແລະສິ່ງແວດລ້ອມແຂວງກັບທ່ານນາງຟ້າມຫງັກມາຍປະທານບໍລິສັດເຊັນເຈລີ້ກະສິກຳຈໍາກັດ, ໂດຍຊ້ອງໜ້າທ່ານນາງບຸນທະວີດວງລາສີຮອງເລຂາພັກແຂວງຜູ້ຊີ້ນໍາວຽກງານການເມືອງແນວຄິດວຽກພັກ-ພະນັກງານແລະຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນແຂວງພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
(ຂ່າວ-ພາບ: ສາລະວັນ)

ຄໍາເຫັນ