ສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 59 ປີ

ສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 59 ປີ

ສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 59 ປີ
ພິທີສະເຫຼີມສະຫຼອງວັນສາກົນແຫ່ງການຮູ້ໜັງສືຄົບຮອບ 59 ປີ (8 ກັນຍາ 1966 – 8 ກັນຍາ 2025) ໄດ້ຈັດຂຶ້ນໃນວັນທີ 8 ກັນຍານີ້ ທີ່ສູນພັດທະນາການສຶກສານອກໂຮງຮຽນ, ໂດຍໃຫ້ກຽດເຂົ້າ ຮ່ວມຂອງ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ບໍລິຫານການສຶກສາ,​ ວິທະຍາສາດ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ສະເຫມສະຫອງ ວນສາກນແຫງການຮໜງສ ຄບຮອບ 59 ປ - image 1
 

 

ໃນພິທີ, ທ່ານ ນາງ ດາລາວອນ ກິດຕິພັນ ກ່າວວ່າ: ໃນຍຸກສະໄໝແຫ່ງການປ່ຽນແປງທາງເຕັກ ໂນໂລຊີດີຈີຕອນທີ່ວ່ອງໄວ, ການຮູ້ໜັງສືບໍ່ໄດ້ໝາຍເຖິງພຽງແຕ່ການອ່ານອອກຂຽນໄດ້ເທົ່ານັ້ນ, ແຕ່ ມັນໄດ້ກາຍເປັນທັກສະທີ່ສຳຄັນໃນການດຳລົງຊີວິດ, ການຮຽນຮູ້ຕະຫຼອດຊີວິດ ແລະ ການປະກອບອາ ຊີບ. ການຮູ້ທັກສະດີຈີຕອນຈຶ່ງເປັນກະແຈສຳຄັນໃນການເຂົ້າເຖິງຂໍ້ມູນຂ່າວສານ, ການສື່ສານ ແລະ ການເຂົ້າຮ່ວມໃນເສດຖະກິດດີຈີຕອນ. ຖ້າປາສະຈາກທັກສະດັ່ງກ່າວ, ພວກເຂົາຈະຖືກປະໄວ້ຂ້າງຫຼັງ ແລະ ບໍ່ສາມາດ ກ້າວທັນກັບໂລກທີ່ກຳລັງປ່ຽນແປງຢ່າງວ່ອງໄວໄດ້, ອີງຕາມບົດລາຍງານຂອງອົງການ ອຸຍແນັດໂກ ໃນປີ 2023, ມີເດັກນ້ອຍ ແລະ ໄວໝຸ່ມ 272 ລ້ານຄົນໄດ້ປະລະການຮຽນໃນທົ່ວໂລກ, ເດັກນ້ອຍ 4 ໃນ 10 ຄົນ ບໍ່ມີຄວາມສາມາດດ້ານການອ່ານ, ໄວໝຸ່ມ ແລະ ຜູ້ໃຫຍ່ຈຳນວນ 739 ລ້ານຄົນ ຍັງຂາດທັກສະການຮູ້ໜັງສືຂັ້ນພື້ນຖານໃນປີ 2024, ສຳລັບ ສປປ ລາວ ພວກເຮົາກໍຍັງປະ ເຊີນກັບບັນຫາທີ່ທ້າທາຍຫຼາຍຢ່າງ, ອີງຕາມຂໍ້ມູນຂອງສູນສະຖິຕິການສຶກສາ ແລະ ກິລາ ມີເດັກ ນ້ອຍທີ່ຢູ່ນອກໂຮງຮຽນໃນເກນຮຽນປະຖົມ ແລະ ມັດທະຍົມສຶກສາ ຈຳນວນ 583,321 ຄົນ ໃນປີ 2024, ບົດລາຍງານ SEA-PLM ປີ 2019 ເຫັນວ່າຜົນການຮຽນຮູ້ ຫຼື ທັກສະດ້ານການອ່ານ ແລະ ຄິດໄລ່ເລກຂອງນັກຮຽນ ປ.5 ແມ່ນຢູ່ໃນລະດັບຕໍ່າຫຼາຍ.

ທ່ານກ່າວຕື່ມວ່າ: ບັນຫາດັ່ງກ່າວບໍ່ພຽງແຕ່ສົ່ງຜົນກະທົບຕໍ່ເດັກນ້ອຍເທົ່ານັ້ນ, ແຕ່ຍັງເປັນການກີດ ຂວາງການພັດທະນາປະເທດຊາດໃນໄລຍະຍາວອີກດ້ວຍ. ສະນັ້ນພວກເຮົາທຸກຄົນຈະຕ້ອງໄດ້ເອົາໃຈໃສ່ ແລະ ຮ່ວມມືກັນແກ້ໄຂບັນຫານີ້ຢ່າງຮີບດ່ວນ ແລະ ແຂງແຮງກວ່າເກົ່າ. ເປັນຕົ້ນການເກັບກຳຂໍ້ມູນເດັກ ນອກ ໂຮງຮຽນພວກເຮົາຕ້ອງສ້າງກົນໄກການເກັບກຳຂໍ້ມູນທີ່ລະອຽດ ແລະ ເປັນລະບົບເພື່ອໃຫ້ຮູ້ຈຳນວນ ທີ່ແນ່ ນອນຂອງເດັກທີ່ຢູ່ນອກໂຮງຮຽນ, ເດັກປະລະການຮຽນ, ລວມທັງສາເຫດ ແລະ ສະຖານທີ່ຢູ່ອາໄສຂອງພວກ ເຂົາ ຊຶ່ງຈະຊ່ວຍໃຫ້ເຮົາສາມາດສ້າງແຜນງານທີ່ເໝາະສົມໃນການແກ້ໄຂໄລ ຍະຍາວ, ການປ້ອງກັນເດັກທີ່ມີຄວາມສ່ຽງບໍ່ໃຫ້ອອກໂຮງຮຽນ, ຕ້ອງສ້າງລະບົບການຊ່ວຍເຫຼືອເດັກນ້ອຍ ທີ່ມີຄວາມສ່ຽງທີ່ຈະອອກໂຮງຮຽນ, ໂດຍສະເພາະເດັກທີ່ມາຈາກຄອບຄົວທີ່ທຸກຍາກ, ຊົນເຜົ່າ ຫຼື ຢູ່ເຂດ ຫ່າງໄກສອກຫຼີ. ດ້ວຍການສະໜັບສະ ໜູນທຶນການສຶກສາ, ອາຫານທ່ຽງ ແລະ ສ້າງກົນໄກໃນການ ປຶກສາຫາລືກັບຄອບຄົວເພື່ອຊ່ວຍໃຫ້ເດັກບໍ່ໃຫ້ ອອກໂຮງຮຽນ ແລະ ສ້າງໂອກາດໃຫ້ເດັກທີ່ຢູ່ນອກໂຮງ ຮຽນໄດ້ກັບຄືນມາຮຽນ, ທຸກພາກສ່ວນສຶກສາ, ວິທະຍາສາດ ແລະ ກິລາ ຈົ່ງພ້ອມກັນຮ່ວມມືກັບກົມ ການສຶກສານອກໂຮງຮຽນໃນການສ້າງແຜນດຳເນີນງານ, ເຮັດ ໃຫ້ອົງກອນຂອງພວກເຮົາກາຍເປັນ ອົງກອນແຫ່ງການຮຽນຮູ້ຕະຫຼອດຊີວິດ ຫຼື ອົງກອນແຫ່ງການຮຽນຮູ້ ເພື່ອກ້າວໄປສູ່ການສ້າງສັງຄົມເຮົາ ໃຫ້ກາຍເປັນສັງຄົມແຫ່ງການຮຽນຮູ້ໃນຕໍ່ໜ້າ ໃນນັ້ນ, ທຸກພາກສ່ວນ ຂອງສັງຄົມ, ໂດຍສະເພາະຄອບ ຄົວ, ຊຸມຊົນ, ພາກທຸລະກິດ, ອົງການຈັດຕັ້ງທາງສັງຄົມ ແລະ ຄູ່ຮ່ວມ ພັດທະນາ ຈົ່ງໄດ້ຮ່ວມກັນປະ ກອບສ່ວນໃຫ້ຄຳແນະນຳ ແລະ ຊຸກຍູ້ລູກຫຼານໃຫ້ເຫັນຄວາມສຳຄັນຂອງ ການຮຽນ, ຈັດກິດຈະກຳ ການຮຽນຮູ້ໃນຊຸມຊົນ, ບໍລິຈາກອຸປະກອນການຮຽນ, ໂດຍສະເພາະເຄື່ອງມືດີຈີ ຕອນ ແລະ ຊ່ວຍສະ ໜອງພື້ນຖານໂຄງລ່າງດີຈີຕອນໃຫ້ສະຖານການສຶກສາ.

ສະເຫມສະຫອງ ວນສາກນແຫງການຮໜງສ ຄບຮອບ 59 ປ - image 2
 

ໃນໂອກາດດັ່ງກ່າວຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ຄວາມສຳຄັນຂອງການຮູ້ໜັງສື, ການສ້າງສັງຄົມແຫ່ງການຮຽນຮູ້ ແລະ ຜັນຂະຫຍາຍດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ, ໃນນັ້ນຍັງໄດ້ມີກິດຈະກຳຍ່າງເພື່ອສຸຂະພາບຕ້ອນຮັບວັນວັນສາກົນແຫ່ງການຮູ້ໜັງສືຄົບຮອບ 59 ປີ ຕື່ມອີກ.

(ຂ່າວ-ພາບ: ຍຸພິນທອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ