ວັນສ້າງຕັ້ງເຫຼົ່າຮົບປືນໃຫຍ່ໜ້າດິນ ຄົບຮອບ 70 ປີ

ສະເຫຼີມສະຫຼອງ ວັນສ້າງຕັ້ງເຫຼົ່າຮົບປືນໃຫຍ່ໜ້າດິນ ຄົບຮອບ 70 ປີ

ສະເຫຼີມສະຫຼອງ ວັນສ້າງຕັ້ງເຫຼົ່າຮົບປືນໃຫຍ່ໜ້າດິນ ຄົບຮອບ 70 ປີ
ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງເຫຼົ່າຮົບປືນໃຫຍ່ໜ້າດິນ ຄົບຮອບ 70 ປີ (15 ທັນວາ 1954 - 15 ທັນວາ 2024), ໄດ້ຈັດຂຶ້ນໃນວັນທີ 13 ທັນວາ ຜ່ານມາ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທຽງທຳ

ກຳມະການຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນຳກະຊວງປ້ອງກັນປະເທດ, ຄະນະນຳ 4 ກົມໃຫຍ່, ຜູ້ເເທນທີ່ມາຈາກກຳລັງຫຼວງ-ກຳລັງທ້ອງຖິ່ນເຂົ້າຮ່ວມ. ພາຍຫຼັງທີ່ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີທີສະແດງເຖິງມູນເຊຶ້ອການເຕີບໃຫຍ່ຂອງພັກ, ຂອງຊາດ, ຂອງກອງທັບ, ຂອງປະຊາຊົນລາວບັນດາເຜົ່າທີ່ຜ່ານມາ, ຈາກນັ້ນ ສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ຄະນະພັກກົມໃຫຍ່ ຫົວໜ້າກົມປຶນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ ໄດ້ຫວນຄືນມວນເຊຶ້ອປະຫວັດການເປັນມາ ຂອງວັນສ້າງຕັ້ງເຫຼົ່າຮົບປືນໃຫຍ່ໜ້າດິນ ຊຶ່ງເປັນເຫດການທີ່ສໍາຄັນທັງເປັນຂີດໝາຍບົ່ງບອກເຖິງບາດກ້າວ ເຕີບໃຫຍ່ຂະຫຍາຍຕົວທາງຄຸນນະພາບ ແລະ ປະລິມານຂອງກອງທັບໃນໄລຍະຜ່ານມາ, ເຫຼົ່າຮົບປືນໃຫຍ່ໜ້າດິນນັບແຕ່ກົມກອງປືນໃຫຍ່ທໍາອິດໄດ້ກຳເນີດເກີດຂຶ້ນຢູ່ເຂດ ທີ່ໝັ້ນປະຕິວັດແຂວງຫົວພັນ ໃນວັນທີ 15 ທັນວາ 1954 ແລະ ເຫຼົ່າຮົບປືນໃຫຍ່ໄດ້ເອົາວັນດັ່ງກ່າວເປັນວັນສ້າງຕັ້ງເຫຼົ່າຮົບເປັນຕົ້ນມາ ມາຮອດວັນທີ 15 ທັນວາ 2024 ແມ່ນຄົບຮອບ 70 ປີ ຊຶ່ງໃນໄລຍະຕໍ່ສູ້ປົດປ່ອຍຊາດຈາກກອງພັນໃຫຍ່ 605 ເປັນກົມກອງທໍາອິດປະກອບປືນຄົກ, ເດກາ, 12,7ມມ ທີ່ຢຶດໄດ້ຈາກສັດຕູ, ບົນແປວໄຟແຫ່ງການຕໍ່ສູ້ຕ້ານຈັກກະພັດໄດ້ເຕີບໃຫຍ່ຂະຫຍາຍຕົວເປັນຫຼາຍກອງພັນ, ກອງຮ້ອຍ ເອກະລາດທີ່ປະກອບອາວຸດປືນໃຫຍ່ລາກແກ່, ຄົກ, ຈະຫຼວດຫຼາຍປະເພດ, ບັນດາກົມກອງເຫຼົ່າຮົບປືນໃຫຍ່ໄດ້ສູ້ຮົບ ຢ່າງພິລະອາດຫານ, ມີໄຫວພິກເອົາຊະນະສັດຕູ, ທົນທານໜຽວແໜ້ນບົນສະໜາມຮົບທັງສູ້ຮົບ ທັງປັບປຸງກໍ່ສ້າງກໍາລັງ ເຂົ້າຮ່ວມບັນດາບັ້ນຮົບໃຫຍ່ໆ ແລະ ນ້ອຍ, ສາມາດສ້າງໄດ້ຜົນງານ ແລະ ວິລະກຳອັນແສນອົງອາດກ້າຫານ ຊຶ່ງໄດ້ກາຍເປັນມູນເຊື້ອອັນດີງາມໃຫ້ແກ່ຮຸ່ນພະນັກງານ-ນັກຮົບຢືນໃຫຍ່ຕະຫຼອດມາ, ປະກອບສ່ວນເຂົ້າໃນການຍາດເອົາໄຊຊະນະ ແລະ ພາລະກິດປົດປ່ອຍປະເທດຊາດຢ່າງສົມບູນ, ຕະຫຼອດໄລຍະປະຕິບັດສອງໜ້າທີ່ຍຸດທະສາດຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພະນັກງານ-ນັກຮົບເຫຼົ່າຮົບປືນໃຫຍ່ໜ້າດິນໄດ້ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງຮຸ່ນກ່ອນຢ່າງບໍ່ຢຸດຢັ້ງ, ໄດ້ເຮັດ ວຽກງານປັບປຸງກໍ່ສ້າງກຳລັງປືນໃຫຍ່ໃນທຸກດ້ານ ແລະ ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານຄຸນນະພາບກໍຄືປະລິມານ, ພ້ອມທັງໄດ້ເຮັດໜ້າທີ່ສູ້ຮົບປົກປັກຮັກສາເຂດນໍ້າແດນດິນໃນທຸກໆບັ້ນຮົບ, ສຳເລັດທຸກໜ້າທີ່ການເມືອງຂອງຕົນກໍຄື ຂອງຂັ້ນເທິງມອບໝາຍໃຫ້. ມາຮອດປັດຈຸບັນເຫຼົ່າຮົບຢືນໃຫຍ່ໜ້າດິນແມ່ນກຳລັງສູ້ຮົບ ແລະ ເປັນກໍາລັງໄຟໜ້າຈຸດໜັກທີ່ມີບັນດາກອງພັນໃຫຍ່ເອກະລາດທີ່ຂື້ນກັບກະຊວງ, ມີບັນກອງພັນນ້ອຍປືນໃຫຍ່ທີ່ຂຶ້ນກັບກອງພົນ ແລະ ກອງ ບັນຊາການທະຫານແຂວງພ້ອມບັນດາກອງຮ້ອຍເອກະລາດຈໍານວນຫຼວງຫຼາຍທີ່ປະກອບອາວຸດຫຼາຍຊະນິດທັນສະໄໝ ມີຄວາມສາມາດເຮັດສຳເລັດໜ້າທີ່ການເມືອງໄດ້ເປັນຢ່າງດີ.

ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການປະດັບຫຼຽນໄຊພິລະອາດຫານ ແລະ ຍ້ອງຍໍຜົນງານ 70 ປີ ເຫຼົ່າຮົບປືນໃຫຍ່ໜ້າດີນໃນນີ້ມີ ຫຼຽນໄຊພິລະອາດຫານຊັ້ນ I ມີ 3 ກົມກອງ, ຊັ້ນ II ມີ 16 ກົມກອງ, ຊັ້ນ III ມີ 20 ກົມກອງ,

ໂອກາດນີ້, ສະຫາຍ ພົນຕີ ປະສິດ ທຽງທຳ ໄດ້ມີຄຳເຫັນໂອ້ລົມຊຶ່ງກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ໃນຕະຫຼອດໄລຍະ 70 ປີ ຜ່ານມາ, ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກ-ນັກຮົບ ທົ່ວເຫຼົ່າຮົບປືນໃຫຍ່ໜ້າດິນ ຕ້ອງເອົາໃຈໃສ່ປັບປຸງ ແລະ ຈັດຕັ້ງປະຕິບັດວິໄສທັດ ແລະ ແຜນຍຸດທະສາດໃນການປັບປຸງກໍ່ສ້າງກໍາລັງເຫຼົ່າຮົບດ້ານການຈັດຕັ້ງ ແລະ ການປະກອບໃຫ້ ສອດຄ່ອງ, ມີຈຸດສຸມກ່ຽວກັບການປັບປຸງ-ກໍ່ສ້າງກໍາລັງປືນໃຫຍ່ໜ້າດິນ ໃນແຕ່ລະໄລຍະຕາມສະພາບຈຸດພິເສດ ແລະ ເງື່ອນໄຂຂອງແຕ່ລະທ້ອງຖິ່ນ, ຕິດພັນກັບ 4 ໜ້າ ທີ່ໃຫຍ່ ແລະ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກຢ່າງປະດິດສ້າງ, ຖືເອົາການສຶກສາອົບຮົມດ້ານການເມືອງ-ນໍາພາແນວຄິດເປັນກົກ ເພື່ອເຮັດໃຫ້ກົມກອງເຫຼົ່າຮົບປືນໃຫຍ່ ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຈົ່ງຮັກພັກດີ, ສັດຊື່ບໍລິສຸດ, ສູ້ຊົນປັບປຸງກົມກອງເປັນກອງວັດທະນະທຳ, ກອງ 3 ປອດ ແລະ ໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ. (ຂ່າວ: ສຸກສາຄອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ