ສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 20 ປີ

ສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 20 ປີ
ໃນວັນທີ 8 ທັນວານີ້,ອົງການກວດກາແຫ່ງລັດ ໄດ້ຈັດພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 20 ປີ(9/12/2003-9/12/2023) ຂຶ້ນ ທີ່ສະໂມສອນຄະນະກວດກາສູນກາງພັກ ພາຍໃຕ້ການເປັນປະທານຂອງທ່ານວິໄລວັນບຸດດາຄໍາ ກຳມະການສຳຮອງສູນກາງພັກຮອງປະທານອົງການກວດກາແຫ່ງລັດຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາຜູ້ຕາງໜ້າຈາກອົງການ UNODC, ສະຖານທູດສະຫະລັດອາເມຣິກາປະຈຳ ສປປ ລາວ, ສະຖາບັນ ILSTA, ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ແຂກຮັບເຊີນເຂົ້າຮ່ວມ.
ໃນພິທີ, ທ່ານ ວິໄລວັນ ບຸດດາຄຳ ໄດ້ຫວນຄືນ ຄວາມເປັນມາຂອງວັນຕ້ານການສໍ້ລາດບັງຫຼວງສາກົນ,ໂດຍຍົກໃຫ້ເຫັນຜົນຮ້າຍແລະຄວາມອັນຕະລາຍຂອງການສໍ້ລາດບັງຫຼວງຊຶ່ງແມ່ນອາຊະຍາກຳໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງພັກ-ລັດ, ເປັນໄພອັນຕະລາຍອັນໃຫຍ່ຫຼວງທີ່ສົ່ງຜົນກະທົບແລະກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃນໂລກບໍ່ວ່າຈະແມ່ນປະເທດນ້ອຍຫຼືໃຫຍ່, ທຸກຍາກຫຼືຮັ່ງມີກໍລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ; ການສໍ້ລາດບັງຫຼວງພວມເປັນໄພຂົ່ມຂູ່ຕໍ່ຄວາມມີສະຖຽນລະພາບຂອງການຈັດຕັ້ງລັດແລະເອກະຊົນ, ກໍ່ໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທໍາໃນສັງຄົມ, ເປັນການບັ່ນທອນກໍາລັງແຮງກໍຄືຄວາມເຊື່ອໝັ້ນແລະຄ່ານິຍົມຂອງສັງຄົມຕໍ່ບັນດາສະຖາບັນການປົກຄອງແລະການຈັດຕັ້ງຕ່າງໆ, ຍ້ອນເຫັນໄດ້ຜົນຮ້າຍແລະໄພອັນຕະລາຍຂອງການສໍ້ລາດບັງຫຼວງຄືດັ່ງກ່າວຈຶ່ງໄດ້ມີການຄົ້ນຄວ້າສ້າງກົດໝາຍສາກົນເພື່ອເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມືລະຫວ່າງປະເທດນັບທັງຢູ່ໃນຂົງເຂດພາກພື້ນແລະສາກົນເພື່ອພ້ອມກັນສະກັດກັ້ນແລະຕໍ່ສູ້ຢ່າງມີປະສິດທິຜົນຕໍ່ການກະທໍາຫຼືພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງ. ດັ່ງນັ້ນ, ກອງປະຊຸມໃຫຍ່ອົງການສະຫະປະຊາຊາດປີ 2000 ຈຶ່ງໄດ້ມີມະຕິເລກທີ55/61, ລົງວັນທີ4ທັນວາ2000ກໍານົດຄວາມຈໍາເປັນໃນການສ້າງກົດບັດສາກົນໃນການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ. 
ຈາກນັ້ນສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານການສໍ້ລາດບັງຫຼວງໄດ້ຖືກຮັບຮອງເອົາຢ່າງເປັນເອກະສັນໃນວັນທີ18ທັນວາ2002ທີ່ນິວຢອກປະເທດສະຫະລັດອາເມຣິກາແລະໄດ້ເປີດໃຫ້ປະເທດຕ່າງໆລົງນາມເຂົ້າເປັນສະມາຊິກໃນວັນທີ9-11 ທັນວາ2003ທີ່ເມືອງເມລິດາປະເທດແມັກຊີໂກ, ມາຮອດປັດຈຸບັນມີ 189 ລັດພາຄີ. 
ສໍາລັບສປປລາວໄດ້ລົງນາມໃນວັນທີ10ທັນວາ2003ແລະໃຫ້ສັດຕະຍາບັນໃນວັນທີ25ກັນຍາ2009; ກອງປະຊຸມອົງການສະຫະປະຊາຊາດປີ2003ໄດ້ອອກຍັດຕິ58/4 ໂດຍກໍານົດເອົາວັນທີ9ທັນວາຂອງທຸກໆປີເປັນວັນຕ້ານການສໍ້ລາດບັງຫຼວງສາກົນ. ນັບແຕ່ນັ້ນມາ, ວັນທີ9 ທັນວາໄດ້ກາຍເປັນວັນທີ່ມີຄວາມໝາຍສໍາຄັນແຫ່ງຄວາມສາມັກຄີໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຂອງບັນດາປະຊາຊາດໃນໂລກ; ສຳລັບຄຳຂວັນໃນປີນີ້ໄດ້ອອກຄໍາຂວັນວ່າ“ສາມັກຄີຮ່ວມກັບປະຊາຄົມໂລກຕ້ານການສໍ້ລາດບັງຫຼວງ”. ໂດຍເຫັນໄດ້ຜົນສະທ້ອນອັນໃຫຍ່ຫຼວງ ແລະ ເປັນໄພອັນຕະລາຍທີ່ຮ້າຍແຮງຄືດັ່ງກ່າວ: ສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານແຫ່ງສປປລາວຈຶ່ງຖືສໍາຄັນແລະເອົາໃຈໃສ່ຕໍ່ການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ, ຖືເອົາວຽກງານນີ້ເປັນໜ້າທີ່ແລະຄວາມຮັບຜິດຊອບຂອງພັກ-ລັດແລະ ການຈັດຕັ້ງທຸກຂັ້ນ ໄດ້ສຸມໃສ່ເຄື່ອນໄຫວວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ໃນນັ້ນ,ໄດ້ວາງນະໂຍບາຍ, ມະຕິ, ຄໍາສັ່ງແລະນິຕິກຳຕ່າງໆ ຫຼາຍສະບັບ ກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ໄດ້ເອົາໃຈໃສ່ສຶກສາອົບຮົມປູກຈິດສຳນຶກໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ,ຕໍາຫຼວດ,ນັກຮຽນ-ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນ ທຸກຊັ້ນຄົນ ດ້ວຍຫຼາຍຮູບການ ເພື່ອໃຫ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນຮ້າຍ ແລະໄພອັນຕະລາຍຮ້າຍແຮງຂອງການສໍ້ລາດບັງຫຼວງ; ມີສະຕິເຄົາລົບລະບຽບກົດໝາຍ, ເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ. ນອກນີ້, ຍັງໄດ້ພົວພັນປະສານງານກັບອົງການຈັດຕັ້ງສາກົນຕ່າງໆ.
ຂ່າວ: ກວດກາ-ພາບ: ສຳນານ

ຄໍາເຫັນ

ຂ່າວການຮ່ວມມື

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າ ຫຼື CIIE ຄັ້ງທີ8 ໄດ້ຈັດຂຶ້ນໃນວັນທີ 5 ພະຈິກນີ້ທີ່ສູນວາງສະແດງ ຫໍປະຊຸມແຫ່ງຊາດທີ່ເມືອງສິ່ງຜູ່ ນະຄອນຊຽງໄຮ້ ສປຈີນ ຈັດໂດຍກະຊວງການຄ້າຂອງຈີນ, ຊຶ່ງງານສະແດງດັ່ງກ່າວຈະດຳເນີນໄປຈົນເຖິງວັນທີ10 ພະຈິກນີ້
ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງ​ນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ອັນໄດ້ເປັນການ​ວາງ​ຄາດ​ໝາຍ​ຢ່າງຖີ່​ຖ້ວນ ແລະ ວາງແຜນຍຸດທະສາດ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຂ້າງໜ້າ.
ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ເພີ່ມເຕີມ