ພິທີສະເຫຼີມສະຫຼອງວັນໄປສະນີໂລກ ຄົບຮອບ 150 ປີ

ສະເຫຼີມສະຫຼອງວັນໄປສະນີໂລກ ຄົບຮອບ 150 ປີ

ສະເຫຼີມສະຫຼອງວັນໄປສະນີໂລກ ຄົບຮອບ 150 ປີ
ກະຊວງເຕັກໂນໂລຊີ ແລະ ການສື່ສານ ກຕສ ໄດ້ຈັດພິທີສະເຫຼີມສະຫຼອງວັນໄປສະນີໂລກ ຄົບຮອບ 150 ປີ (9 ຕຸລາ 1874 – 9 ຕຸລາ 2024 ). ໃນວັນທີ 1 ພະຈິກ

 ຜ່ານມາ ທີ່ສະຖາບັນເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ.

ເປັນກຽດໃນພິທີ, ມີ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ ສານ, ມີບັນດາທ່ານຫົວໜ້າ, ຮອງຫ້ອງການ, ກົມ, ອົງການ, ສູນ, ສະຖາບັນ, ທ່ານຜູ້ອຳນວຍການ ບໍລິສັດຜູ້ປະກອບການໄປສະນີ ພ້ອມແຂກຖືກເຊີນ.

ໃນພິທີ, ທ່ານ ສຸລິຍາ ຄຳບູຣາວົງ ຫົວໜ້າກົມໄປສະນີ ກ່າວເປີດໃນພິທີສະເຫຼີມສະຫຼອງວັນໄປສະນີໂລກ ຄົບຮອບ 150 ປີ (9 ຕຸລາ 1874 - 9 ຕຸລາ 2024) ພາຍໃຕ້ຄຳຂັວນ “150 ປີແຫ່ງການເປີດນຳໃຊ້ການສື່ສານ ແລະ ການເສີມສ້າງຄວາມເຂັ້ມແຂງແກ່ປວງຊົນ ໃນທົ່ວໂລກ” “150 years of enabling the Communication and empowering the peoples across nations”.

ຈຸດປະສົງຂອງພິທີໃນມື້ນີ້ ແມ່ນເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 2 ຂອງໜ່ວຍພັກກົມໄປສະນີ ແລະ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ 3 ຂອງອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈະມາເຖິງໃນມໍ່ໆນີ້. ທ່ານໄດ້ກ່າວອີກວ່າ: ສະຫະພາບ ໄປສະນີ ສາກົນ ໄດ້ກຳນົດເອົາວັນທີ 9 ຕຸລາ ເປັນວັນໄປສະນີໂລກ ຊຶ່ງໃນແຕ່ລະປີ ບັນດາປະເທດສະມາຊິກ ໄດ້ມີການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ ເພື່ອລະນຶກເຖິງ ວັນສ້າງຕັ້ງສະຫະພາບໄປສະນີສາກົນ ໃນປີ 1874. ສຳລັບ ສປປ ລາວ ໃນປິ 2024 ນີ້ ກົມໄປສະນີ ຮ່ວມກັບບັນດາຜູ້ປະກອບການໄປສະນີ ທັງພາກລັດ ແລະ ເອກະຊົນ ໄດ້ພ້ອມກັນຈັດພິທີສະເຫຼີມສະຫຼອງ ວັນສຳຄັນດັ່ງກ່າວຂຶ້ນ ດ້ວຍຮູບການ ປາຖະກະຖາ ແລະ ຈັດກິດຈະກຳຕ່າງໆ ການສະເຫຼີມສະຫຼອງຄັ້ງນີ້ ບັນດາທ່ານທີ່ເຂົ້າຮ່ວມ ຈະໄດ້ຮັບຮູ້ເຖິງປະຫວັດຄວາມເປັນມາຂອງວັນໄປສະນີໂລກ ແລະ ສະພາບການພັດທະນາຂະແໜງການໄປສະນີ ພ້ອມທັງໄດ້ຮັບຊົມ ວິດີໂອ ຖະແຫຼງການ ຂອງທ່ານ ມາຊາຮີໂກະ ເມໂຕກິ Masahiko METOKI ເລຂາທິການໃຫຍ່ສະຫະພາບໄປສະນີສາກົນ, ສະພາບການພັດທະນາ ແລະ ການຮ່ວມມື, ການຫັນເປັນດີຈີຕອນ ຂອງບັນດາຜູ້ປະກອບການໄປສະນີ ທັງພາກລັດ ແລະ ເອກະຊົນ. ປີນີ້ ເປັນປີທີ 55 ຂອງການສະເຫຼີມສະຫຼອງວັນໄປສະນີໂລກ ລວມທັງການສະເຫຼີມສະຫຼອງການສ້າງຕັ້ງສະຫະພາບໄປສະນີສາກົນ ຄົບຮອບ 150 ປີ ສະຫະພາບໄປສະນີສາກົນ ໄດ້ມີການຈັດກິດຈະກໍາທີ່ຍິ່ງໃຫຍ່, ຫຼາຍປະເທດສະມາຊິກ ກໍໄດ້ຈັດງານສະເຫຼີມສະຫຼອງດ້ວຍຫຼາຍຮູບແບບ ເຊັ່ນ: ການສໍາມະນາປາຖະກະຖາ, ການວາງສະແດງຜະລິດຕະພັນໄປສະນີ, ການຜະລິດສະແຕມຊຸດພິເສດ, ການເປີດຜະລິດຕະພັນໃໝ່ ລວມທັງການຫຼຸດລາຄາພິເສດໃນການບໍລິການ ແລະ ສົ່ງຈົດໝາຍພາຍໃນປະເທດໂດຍບໍ່ເສຍຄ່າ.

ໃນໂອກາດດັ່ງກ່າວ, ທ່ານ ໄຊລືຊາ ອິນສີຊຽງໃໝ່ ໄດ້ມີຄໍາເຫັນໂອ້ລົມ ວ່າ: ຂະແໜງການໄປສະນີ ຕ້ອງໄດ້ສຸມໃສ່ປັບປຸງບາງວຽກງານ ຄື: ຕ້ອງມີການປັບປຸງ ແລະ ພັດທະນາບັນດານິຕິກໍາຂະແໜງການໄປສະນີ ເປັນຕົ້ນກົດໝາຍວ່າດ້ວຍໄປສະນີ, ສ້າງ ແລະ ປັບປຸງບັນດາຂໍ້ຕົກລົງຕ່າງໆໃຫ້ສອດຄ່ອງ ແລະ ເໝາະສົມໃນສະພາບປັດຈຸບັນ, ເພື່ອຈະເປັນກຳລັງແຮງໃນການພັດທະນາ ແລະ ຄຸ້ມຄອງວຽກງານໄປສະນີໃນຕໍ່ໜ້າ, ສ້າງ ແລະ ພັດທະນາໂຄງລ່າງພື້ນຖານດ້ານໄປສະນີ ດ້ວຍການຫັນເປັນດີຈີຕອນ ເຊັ່ນ: ພັດທະນາລະຫັດໄປສະນີຫັນເປັນດີຈີຕອນ, ສ້າງສູນກວດກາເຄື່ອງຝາກໄປສະນີລະຫວ່າງປະເທດ, ຕ້ອງພັດທະນາຊັບພະຍາກອນມະນຸດດ້ານໄປສະນີ ແນໃສ່ການສ້າງຕັ້ງສູນຝຶກອົບຮົມເພື່ອເພີ່ມຄວາມຮູ້ ແລະ ຄວາມສາມາດຂອງພະນັກງານໄປສະນີລາວ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງລາວ ໂດຍການເພີ່ມຄວາມສາມາດໃນການໃຫ້ບໍລິການດ້ານໄປສະນີທີ່ມີຄຸນນະພາບ ແລະ ຮ່ວມກັບບັນດາສະຖາບັນການສຶກສາໃນການສ້າງກິດຈະກຳຕ່າງໆ ເພື່ອໃຫ້ເຍົາວະຊົນ ແລະ ຊາວໜຸ່ມລາວຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານໄປສະນີ, ຕ້ອງມີການພັດທະນາຜະລິດຕະພັນ ແລະ ການບໍລິການດ້ານໄປສະນີ ເພື່ອຫັນໄປສູ່ການບໍລິການແບບດີຈີຕອນ ເຊັ່ນ: ສ້າງລະບົບມາດຕະຖານການຄຸ້ມຄອງຜູ້ປະກອບການໄປສະນີພາຍໃນປະເທດ, ສ້າງລະບົບເຊື່ອມໂຍງການອອກອະນຸຍາດດໍາເນີນທຸລະກິດບໍລິການໄປສະນີ, ສ້າງລະບົບສະຖິຕິໄປສະນີແບບເອເລັກໂຕຣນິກ, ຊຸກຍູ້ສົ່ງເສີມການນໍາໃຊ້ເຕັກໂນໂລຊີດ້ານໄປສະນີ ໃຫ້ບັນດາຜູ້ປະກອບການໄປສະນີນຳໃຊ້ພື້ນຖານໂຄງລ່າງ, ຜະລິດຕະພັນ ແລະ ການບໍລິການດ້ານໄປສະນີທີ່ພາກລັດສ້າງຂຶ້ນ, ຊຸກຍູ້ ແລະ ສົ່ງເສີມໃຫ້ຜູ້ປະກອບການໄປສະນີ ພັດທະນາແພັລດຟອມ ແລະ ນໍາໃຊ້ນະວັດຕະກຳການບໍລິການດ້ານໄປສະນີໃຫ້ມີຄວາມຫຼາກຫຼາຍ, ເປີດກວ້າງການຮ່ວມມື ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເປັນຕົ້ນ ກັບສະຫະພາບໄປສະນີສາກົນ ແລະ ສະຫະພາບໄປສະນີອາຊີ-ປາຊີຟິກເພື່ອແລກປ່ຽນຄວາມຮູ້, ປະສົບການ, ບົດຮຽນໃໝ່ທາງດ້ານເຕັກນິກ ເພື່ອຍົກລະດັບຄວາມຮູ້ໃຫ້ແກ່ບຸກຄະລາກອນໄປສະນີ, ພົວພັນຮ່ວມມືກັບປະເທດຄູ່ຮ່ວມຍຸດທະສາດ ແລະ ປະເທດສະມາຊິກດ້ວຍກັນ ເພື່ອຍາດແຍ່ງການຊ່ວຍເຫຼືອ ໃນການພັດທະນາຂະແໜງການໄປສະນີ.

(ຂ່າວ: ກຕສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ