ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ກູບາ

ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ກູບາ ຄົບຮອບ 50 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ກູບາ ຄົບຮອບ 50 ປີ
ໃນຕອນຄໍ່າຂອງວັນທີ 4 ພະຈິກ ນີ້ ທີ່ ນະຄອນຫຼວງວຽງຈັນໄດ້ມີພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ກູບາ ຄົບຮອບ 50 ປີ (4 ພະຈິກ 1974-4 ພະຈິກ 2024),

 

 ໂດຍການເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ມີ ສະຫາຍ ຫວນ ເອັດເຕບານ ລາໂຊ ເອີຣນານເດັດສ (Juan Esteban Lazo Hernandez)ກໍາມະການກົມການເມືອງສູນກາງພັກກອມມູນິດກູບາປະທານສະພາແຫ່ງຊາດອໍານາດປະຊາຊົນປະທານສະພາແຫ່ງລັດ ຜູ້ຕາງໜ້າພິເສດ ແຫ່ງ ສາທາລະນະລັດ ກູບາ; ສະຫາຍ ໄຊສົມພອນ ພົມວິຫານກໍາມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດລາວ; ສະຫາຍ ສະເຫຼີມໄຊ ກົມມະສິດກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍ ບັນດາລັດຖະມົນຕີ, ເຈົ້າຄອງນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ເອກອັກຄະລັດຖະທູດ ສກູບາ ປະຈໍາ ສປປ ລາວ, ບັນດາແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີອັນມີຄວາມໝາຍສຳຄັນນີ້, ສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນກ່າວມີຄຳເຫັນຊຶ່ງຕາງໜ້າໃຫ້ ພັກ-ລັດຖະບານ ແຫ່ງ ສປປ ລາວ ໂດຍ ສະຫາຍ ໄຊສົມພອນ ພົມວິຫານ ແລະ ຕາງໜ້າຝ່າຍກູບາ ໂດຍ ສະຫາຍ ຫວນ ເອັດເຕບານ ລາໂຊ ເອີຣນານເດັດສ. ສອງຝ່າຍ ໄດ້ຫວນຄືນມູນເຊື້ອແຫ່ງການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສກູບາ ຕະຫຼອດໄລຍະ 50 ປີ ທີ່ຜ່ານມາ ບົນພື້ນຖານແຫ່ງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີທີ່ເປັນມູນເຊື້ອຍາວນານ ນັບຕັ້ງແຕ່ໄລຍະທີ່ປະຊາຊົນລາວດໍາເນີນການປະຕິວັດຊາດ ປະຊາທິປະໄຕ ຕ້ານການຮຸກຮານຂອງຈັກກະພັດຕ່າງດ້າວ ເພື່ອຄວາມເປັນເອກະລາດແຫ່ງຊາດ ໃນຊຸມປີ 1960-70 ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານອ້າຍນ້ອງ ລະຫວ່າງ ສອງພັກ, ສອງສະພາແຫ່ງຊາດ, ສອງລັດຖະບານ ແລະ ປະຊາຊົນສອງຊາດທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດສັງຄົມນິຍົມຢ່າງໜັກແໜ້ນ,ເຖິງວ່າ ສອງປະເທດ ຈະມີທີ່ຕັ້ງຢູ່ຫ່າງໄກກັນປານໃດກໍຕາມ ແຕ່ການພົວພັນຮ່ວມມືຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍກວມເອົາຫຼາຍຂົງເຂດວຽກງານ, ໄດ້ມີການແລກປ່ຽນການພົບປະຢ້ຽມຢາມຄະນະຜູ້ແທນຂັ້ນສູງຂອງ ສອງພັກ, ສອງສະພາແຫ່ງຊາດ, ສອງລັດ ກໍຄື ບັນດາກະຊວງ, ອົງການ ນັບທັງອົງການຈັດຕັ້ງມະຫາຊົນ ຂອງສອງປະເທດ ຢ່າງເປັນປະຈໍາ.

ພິເສດ ພັກ-ລັດຖະບານ, ສະພາແຫ່ງຊາດ ອໍານາດປະຊາຊົນ ແລະ ປະຊາຊົນກູບາອ້າຍນ້ອງ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃຫຍ່ຫຼວງແກ່ປະຊາຊົນລາວ ເປັນຕົ້ນ ການສົ່ງທີມຄະນະແພດມາຊ່ວຍ ສປປ ລາວ, ທັງໃນໄລຍະສົງຄາມຢູ່ເຂດທີ່ໝັ້ນການປະຕິວັດເມືອງວຽງໄຊ ກໍຄືພາຍຫຼັງການສະຖາປະນາ ສປປ ລາວ, ການສະໜອງຄູສອນພາສາແອັດສະປາໂຍນ ແລະ ຄູຝຶກກິລາອີກຈຳນວນໜຶ່ງແກ່ ສປປ ລາວ, ຊ່ວຍສ້າງຊັບພະຍາກອນມະນຸດແກ່ ສປປ ລາວ ເປັນຈຳນວນຫຼາຍຮ້ອຍຄົນ ແລະ ຫຼາຍສະຫາຍ ກໍໄດ້ມີໜ້າທີ່ຕຳແໜ່ງສຳຄັນໃນກົງຈັກ ພັກ-ລັດຖະບານລາວ. ພ້ອມນີ້, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ-ກູບາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ໄດ້ຮ່ວມກັນຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ, ມີການໄປມາຫາສູ່ກັນຂອງຄະນະຜູ້ແທນສະພາ, ພົບປະປຶກສາຫາລື ແລະ ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານແລະ ສະໜັບສະໜູນກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ AIPA, IPU ແລະ ອື່ນໆ. ພ້ອມດຽວກັນນີ້, ສອງຝ່າຍ ຢືນຢັນສືບຕໍ່ຮ່ວມມືກັນໃນຂະແໜງການທີ່ສອງຝ່າຍມີທ່າແຮງ ແລະ ມີຜົນປະໂຫຍດຮ່ວມກັນ, ໂດຍສະເພາະ ດ້ານເສດຖະກິດ-ການຄ້າ, ສາທາລະນະສຸກ, ສຶກສາ-ກິລາ, ກະສິກໍາ ແລະ ອື່ນໆ, ສືບຕໍ່ສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ໃນໂອກາດດຽວກັນ,ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການຈັດກິດຈະກຳສະເຫຼີມສະຫຼອງ 50 ປີ ແຫ່ງສາຍພົວພັນການທູດ ລາວ-ກູບາ ໃນປີ 2024 ນີ້, ໂດຍສະເພາະ ການແລກປ່ຽນສານອວຍພອນຂອງການນຳຂັ້ນສູງ ລາວ-ກູບາ, ການສຳພາດສະຫາຍການນຳ ແລະ ບຸກຄົນທີ່ຕິດພັນກັບການເສີມຂະຫຍາຍການພົວພັນ ລາວ-ກູບາ,ປາຖະກະຖາ ໃນຫົວຂໍ້ສຳຄັນຕ່າງໆ, ປູກຕົ້ນໄມ້ມິດຕະພາບທີ່ສວນສາທາລະນະ ນະຄອນຫຼວງວຽງຈັນ, ແຂ່ງຂັນຂຽນບົດຄວາມ-ຮູບພາບການພົວພັນຮ່ວມມືສອງຝ່າຍ ແລະ ອື່ນໆ.ໃນໂອກາດດຽວກັນນີ້, ສອງຝ່າຍ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານຖານອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ກູບາ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ.

ພິທີສະເຫຼີມສະຫຼອງໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ສະໜິດແໜ້ນ,ໃນງານຍັງມີການວາງສະແດງຮູບພາບການພົວພັນຮ່ວມມືຂອງບັນດາອະດີດການນຳ ລາວ-ກູບາ ແຕ່ອະດີດເຖິງປັດຈຸບັນ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີທີ່ເປັນມູນເຊື້ອມາຍາວນານ ລະຫວ່າງ ສປປ ລາວ ແລະ ສກູບາ.

(ຂ່າວ: ກະຊວງ ຕປທ, ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ