ສະຫຼອງ15 ປີ ວັນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

ສະຫຼອງ15 ປີ ວັນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

ສະຫຼອງ15 ປີ ວັນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ
ກະຊວງການຕ່າງປະເທດ ໃນນາມປະທານ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ຮ່ວມກັບ ອົງການ ສະຫະປະຊາຊາດ ເພື່ອການພັດທະນາ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 15 ປີ ວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ພາຍໃຕ້ຫົວຂໍ້: “ຜົນທະທົບຕໍ່ມະນຸດ ແລະ ສິ່ງທ້າທາຍຈາກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ” ໃນວັນທີ 8 ກັນຍານິ້ ທີ່ສະໂມສອນຄະນະເສດຖະສາດ ເເລະ ບໍລິຫານທຸລະກິດ, ມະຫາວິທະຍາໄລເເຫ່ງຊາດ.
ສະຫອງ15 ປ ວນສນທສນຍາວາດວຍການເກອດຫາມລະເບດລກຫວານ - image 1
 

ຈຸດປະສົງເພື່ອເນັ້ນຢໍ້າເຖິງຄຳໝັ້ນສັນຍາອັນໜັກແໜ້ນຂອງ ສປປ ລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ (ລບຕ) ທີ່ເປັນມໍລະດົກອັນໂສກເສົ້າແຕ່ປາງສົງຄາມທີ່ຍັງສືບຕໍ່ເປັນໄພຄຸກຄາມການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ. ການຈັດພິທີສະເຫຼີມສະຫຼອງດັ່ງກ່າວຍັງເປັນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງຂອງສາກົນ ກໍຄືໂລກຂອງພວກເຮົາ. ໃນພິທີ ຮັບກຽດເປັນປະທານຮ່ວມຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຄຸ້ມຄອງເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ (ຄຊກລ) ແລະ ທ່ານນາງ ການນີ ວິຍາຣາຈາ (Ms. Kanni Wignaraja), ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ ຜູ້ຊ່ວຍຜູ້ບໍລິຫານ ແລະ ຜູ້ອໍານວຍການພາກພຶ້ນອາຊີ-ປາຊີຟິກອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ໃນໂອກາດມາຢ້ຽມຢາມເຮັດວຽກທາງການຢູ່ ສປປ ລາວ, ໂດຍມີສະມາຊິກຄະນະກຳມະການ ຄຊກລ ຂັ້ນຮອງລັດຖະມົນຕີ, ເຈົ້າໜ້າທີ່ເອົາອາວຸໂສ, ບັນດາທ່ານຜູ້ຕາງໜ້າຈາກກະຊວງ, ອົງການລັດທຽບເທົ່າກະຊວງທີ່ກ່ຽວຂ້ອງ, ບັນດາເອກອັກຄະລັດຖະທູດ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ບັນດາເຄືອຂ່າຍອົງການ ສປຊ, ຄູ່ຮ່ວມພັດທະນາ, ອົງການປະຕິບັດງານ ພ້ອມດ້ວຍນັກສຶກສາເຂົ້າຮ່ວມ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນຄວາມຄືບໜ້າທີ່ເປັນຮູບປະທຳ ຕໍ່ການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຂອງ ສປປ ລາວ ຊຶ່ງທ່ານສະແດງໃຫ້ເຫັນວ່າ ຕະຫຼອດໄລຍະ 15 ປີທີ່ຜ່ານມາ ທຸກພາກສ່ວນທີ່ກ່ຽວຂ້ອງໄດ້ເຮັດວຽກຮ່ວມກັນຢ່າງບໍ່ລົດລະ ໃນການກວດກູ້ພື້ນທີ່ອັນຕະລາຍ ເພື່ອສ້າງພື້ນຖານໂຄງລ່າງທີ່ຈຳເປັນຕໍ່ການພັດທະນາ ແລະ ເຮັດໃຫ້ປະຊາຊົນສາມາດກັບຄືນສູ່ບ້ານເຮືອນ ແລະ ດຳລົງຊີວິດທຳການປູກຝັງທີ່ຈຳເປັນໄດ້. ສຳຄັນໄປກວ່ານັ້ນ, ລັດຖະບານລາວ ຍັງໄດ້ຮັບຮອງເອົານະໂຍບາຍຕ່າງໆເພື່ອຊ່ວຍເຫຼືອຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ ແລະ ໄດ້ໃຫ້ການສະໜັບສະໜູນທາງການແພດ ແລະ ການຟຶ້ນຟູທີ່ສຳຄັນແກ່ຜູ້ລອດຊີວິດລວມທັງສົ່ງເສີມການໂຄສະນາສຶກສາຄວາມສ່ຽງໄພເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ, ໂດຍສະເພາະເດັກນ້ອຍ, ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ໄພອັນຕະລາຍຂອງລະເບີດບໍ່ທັນແຕກ.

ຈາກນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ແລກປ່ຽນ ພ້ອມທັງແຈ້ງໃຫ້ຊາບກ່ຽວກັບ ເຫດການພົບລະເບີດໂບມໃຫຍ່ໃນເດືອນກໍລະກົດ ຜ່ານມາ ທີ່ແຂວງບໍລິຄຳໄຊ ຊຶ່ງຈຸດທີ່ພົບເຫັນແມ່ນຫ່າງຈາກເຮືອນຂອງປະຊາຊົນພຽງເເຕ່ 5 ແມັດເທົ່ານັ້ນ, ລະເບີດໂບມໃຫຍ່ດັ່ງກ່າວສາມາດກໍໃຫ້ເກີດລະເບີດທີ່ຮ້າຍແຮງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນໃນລັດສະໝີວົງກວ້າງເຖິງ 2,500 ແມັດ. ເມື່ອບໍ່ດົນມານີ້, ໃນຕົ້ນເດືອນສິງຫາ 2025 ກໍໄດ້ເກີດອຸບັດເຫດລະເບີດບໍ່ທັນເເຕກເປັນລະເບີດລູກຫວ່ານ ປະເພດ BLU-26 ແຕກໃສ່ປະຊາຊົນທີ່ກໍາລັງທໍາມາຫາກິນ ທີ່ແຂວງຈໍາປາສັກ, ເຫດການດັ່ງກ່າວໄດ້ເຮັດໃຫ້ມີປະຊາຊົນເສຍຊີວິດ 1 ຄົນ ແລະ ມີຜູ້ບາດເຈັບ ເປັນເດັກນ້ອຍ 1 ຄົນ. ເຫດການດັ່ງກ່າວ, ເຮັດໃຫ້ຈໍານວນອຸບັດເຫດຈາກ ລບຕ ເກີດຂຶ້ນນັບແຕ່ເດືອນມັງກອນ ປີ 2025 ຈົນຮອດປັດຈຸບັນ ລວມທັງໝົດ 8 ຄັ້ງ, ລວມມີຜູ້ຖືກເຄາະຮ້າຍ 14 ຄົນ, ໃນນັ້ນ ມີຜູ້ບາດເຈັບ 9 ຄົນ (ເປັນເດັກນ້ອຍບາດເຈັບ 7 ຄົນ, ເປັນເດັກຍິງ 1 ຄົນ) ແລະ ເສຍຊີວິດ 5 ຄົນ (ເດັກຊາຍ 1 ຄົນ ແລະ ເດັກຍິງ 1 ຄົນ), ແລະ ຄິດໄລ່ສະເລ່ຍແລ້ວຈຳນວນເດັກນ້ອຍທີ່ຖືກເຄາະຮ້າຍແມ່ນກວມເອົາເຖິງ 67ເປີເຊັນ.

ການພົບເຫັນລະເບີດໂບມໃຫຍ່ 1000ປອນ ແລະ ເຫດການໂສກເສົ້າລະເບີດບໍ່ທັນເເຕກ ແຕກໃສ່ປະຊາຊົນຄັ້ງນີ້ ຊີ້ໃຫ້ເຫັນເຖິງໄພອັນຕະລາຍຂອງລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ ທີ່ສືບຕໍ່ເກີດຂຶ້ນຢູ່ຫຼາຍຊຸມຊົນທ້ອງຖິ່ນຢູ່ຫຼາຍແຂວງໃນທົ່ວປະເທດ ແລະເປັນສິ່ງເຕືອນໃຈທີ່ຊັດເຈນເຖິງຄວາມຈຳເປັນອັນຮີບດ່ວນຂອງການສືບຕໍ່ວຽກງານເກັບກູ້ລະເບີດບໍ່ທັນແຕກ ແລະ ການໂຄສະນາເຜີຍແຜ່ຄວາມຮູ້ໃຫ້ແກ່ປະຊາຊົນຢ່າງຕໍ່ເນື່ອງໃນປະເທດລາວ ແລະ ຍັງເປັນການຢໍ້າເຕືອນເຖິງອັນຕະລາຍແລະຄວາມສ່ຽງທີ່ປະຊາຊົນລາວໃນຫຼາຍຂົງເຂດທົ່ວປະເທດກໍາລັງປະເຊີນໜ້າຢູ່ຕະຫຼອດເວລາ,ໂດຍສະເພາະປະຊາຊົນທີ່ອາໄສຢູ່ໃນເຂດພື້ນທີ່ທີ່ມີລະເບີດບໍ່ທັນແຕກທີ່ຕົກຄ້າງແລະເປັນເຄື່ອງເຕືອນໃຈເຖິງຜົນກະທົບຂອງສົງຄາມແລະສິ່ງເສດເຫຼືອທີ່ຕົກຄ້າງທີ່ຍັງເປັນໄພຂົ່ມຂູ່ແລະເປັນສິ່ງກີດຂວາງການພັດທະນາແລະການດໍາລົງຊິີວິດຂອງປະຊາຊົນລາວ.

ພ້ອມກັນນັ້ນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຍັງໄດ້ຖະແຫຼງການແຈ້ງໃຫ້ຊາບ ກ່ຽວກັບ ແຜນການເປັນເຈົ້າພາບ ແລະ ປະທານກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ທີ່ຈະຈັດຂື້ນໃນປີ 2026 ເເລະ ສປປ ລາວ ຍັງໄດ້ຮັບກຽດໃຫ້ເປັນປະເທດຜູ້ປະສານງານວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ (Explosive Ordnance Risk Education – EORE) ໃນປີ 2025-2026 ພາຍໃຕ້ສົນທິສັນຍາດັ່ງກ່າວອີກດ້ວຍ ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນແຮງກ້າ ແລະ ບົດບາດນໍາພາຂອງ ສປປ ລາວ ໃນວຽກງານແກ້ໄຂບັນຫາ ລບຕ ໃນເວທີສາກົນ.

ສະຫອງ15 ປ ວນສນທສນຍາວາດວຍການເກອດຫາມລະເບດລກຫວານ - image 2
 

ພາຍໃນພິທີສະເຫຼີມສະຫຼອງ, ບັນດາແຂກຜູ້ເຂົ້າຮ່ວມ ກໍໄດ້ຮັບຊົມຮູບເງົາສາລະຄະດີສັ້ນ ຄົບຮອບ 15 ປີ ຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ພາຍໃຕ້ຫົວຂໍ້: “ຜົນທະທົບຕໍ່ມະນຸດ ແລະ ສິ່ງທ້າທາຍຈາກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ” ແລະ ໃນພິທີສະເຫຼີມສະຫຼອງ ກໍຍັງໄດ້ແນະນຳປຶ້ມ ບົດລາຍງານ: “ຄົບຮອບ 15 ປີ ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ” ອີກດ້ວຍ. ນອກນັ້ນ, ພາຍໃນງານ ຍັງມີກິດຈະກຳມ່ວນຊື່ນ ເພື່ອສົ່ງເສີມຄວາມຮັບຮູ້ໃຫ້ແກ່ໄວໜຸ່ມ-ນັກສຶກສາ ກ່ຽວກັບ ສົນທິສັນຍາ CCM, ແລະ ຄວາມເຂົ້າໃຈຕໍ່ໄພອັນຕະລາຍຂອງລະເບີດບໍ່ທັນແຕກທີ່ຕົກຄ້າງ ລວມທັງຄວາມຮູ້ອັນເລິກເຊິ່ງໃຫ້ແກ່ນັກສຶກສາເຖິງຜົນງານອັນໃຫຍ່ຫຼວງຂອງ ສປປ ລາວ ໃນການແກ້ໄຂບັນຫາລະເບີດບໍ່່ທັນແຕກທີ່ຕົກຄ້າງ.

ສປປ ລາວ ເຂົ້າເປັນລັດພາຄີຂອງສົນທິສັນຍາ CCM ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ສິງຫາ 2010 ຊຶ່ງຖືເປັນຈຸດປ່ຽນທີ່ສຳຄັນຂອງປະເທດລາວເຮົາໃນຄວາມພະຍາຍາມທຳລາຍລະເບີດລູກຫວ່ານທີ່ເປັນອັນຕະລາຍຕໍ່ມະນຸດສະທຳໃນທົ່ວໂລກ. ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກມໍລະດົກອັນໂສກເສົ້າຂອງລະເບີດບໍ່ທັນແຕກເປັນເວລາດົນນານຫຼາຍທົດສະວັດ, ການໃຫ້ສັດຕະຍາບັນຕໍ່ສົນທິສັນຍາ CCM ຈຶ່ງມີຄວາມໝາຍທີ່ສຳຄັນ ແລະ ເລິກເຊິ່ງເປັນຢ່າງຍິ່ງເພາະເປັນຂໍ້ບັງຄັບທາງດ້ານສິນທໍາເພື່ອບັນເທົາຄວາມທຸກທໍລະມານຂອງປະຊາຊົນຜູ້ຖືກກະທົບ, ທັງເປັນຄວາມຕັ້ງໃຈຢ່າງໜັກແໜ້ນຂອງລັດຖະບານລາວທີ່ຈະສ້າງອະນາຄົດ ແລະ ເສັ້ນທາງກ້າວສູ່ຄວາມປອດໄພຕາມເປົ້າໝາຍການພັດທະນາແບບຍືນຍົງ (SDGs). ຄວາມພະຍາຍາມໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຍັງສະແດງອອກຜ່ານການເຊື່ອມສານວຽກງານ ລບຕ ເຂົ້າໃນວາລະຂອງສາກົນ ກໍຄື ການຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດທີ 18 (SDG 18): "ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ" ຊຶ່ງເປັນເປົ້າໝາຍແຫ່ງຊາດ ທີ່ເປັນເອກະລັກສະເພາະ ແລະ ສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈຕໍ່ການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຂອງ ສປປ ລາວ. ສະນັ້ນ, ຈຶ່ງເວົ້າໄດ້ວ່າ ສປປ ລາວ ຢຶດໝັ້ນຢ່າງໜັກແໜ້ນຕໍ່ຄຳໝັ້ນສັນຍາຂອງຕົນ ໃນການຈັດຕັ້ງປະຕິບັດສົນທິສັນຍາ CCMຢ່າງເຕັມສ່ວນ ແລະ ມີປະສິດທິພາບສູງສຸດ, ພ້ອມທັງສືບຕໍ່ໂຄສະນາເຜີຍແຜ່ໃຫ້ສົນທິສັນຍາດັ່ງກ່າວບັນລຸຫຼັກການສາກົນ ແລະ ສົ່ງເສີມທຸກລັດໃຫ້ເຂົ້າຮ່ວມລົງນາມ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ