ສະຫຼອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 74 ປີ

ສະຫຼອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 74 ປີ
ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຈັດງານລ້ຽງສະເຫຼີມສະຫຼອງ ການສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 74 ປີ(1/10/1949-1/10/2023)ຂຶ້ນ ໃນຕອນຄ່ຳຂອງວັນທີ 26 ກັນຍາ ຜ່ານມາໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ມີທູຕານຸທູດ,ແຂກຖືກເຊີນ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ຫວາງຊາງ ອຸປະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຂອບໃຈມາຍັງບັນດາທ່ານ ທີ່ໄດ້ໃຫ້ກຽດເຂົ້າຮ່ວມງານລ້ຽງດັ່ງກ່າວ ຊຶ່ງຕະຫຼອດ 74 ປີ ທີ່ຜ່ານມາ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກກອມມູນິດຈີນ ປະຊາຊົນຈີນ ໄດ້ຜ່ານຜ່າບົດທົດສອບຢ່າງຫຼວງຫຼາຍ ແລະ ສາມາດຍາດໄດ້ຜົນສຳເລັດຢ່າງຕັ້ງໜ້າ. ປັດຈຸບັນ ມູນຄ່າການລົງທຶນຂອງຈີນຢູ່ລາວ ບັນລຸເຖິງ 3,55 ຕື້ ໂດລາ, ມູນຄ່າການລົງທຶນຂອງວິສາຫະກິດຈີນ ຢູ່ ລາວ ບັນລຸ 15,49 ຕື້ ໂດລາ, ລວມມີ 803 ໂຄງການ ແລະ ຖືກຈັດເປັນອັນດັບ 1 ຂອງການລົງທຶນຕ່າງປະເທດຢູ່ລາວ.
ໃນໄລຍະຜ່ານມາ, ສອງປະເທດລາວ-ຈີນ ໄດ້ມີຜົນສໍາເລັດອັນຍິ່ງໃຫຍ່ ໃນການປະຕິບັດໂຄງ ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແລະ ໂຄງການທາງດ່ວນ ວຽງຈັນ-ວັງວຽງ ທີ່ໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ ຊຶ່ງເປັນການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ “ການສ້າງປະຊາຄົມຮ່ວມຊະຕາກຳຂອງມວນມະນຸດຂອງ ສປ ຈີນ” ທີ່ສອດຄ່ອງກັບນະໂຍບາຍຂອງ ສປປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດ ກັບພາກພື້ນ ແລະ ສາກົນ, ເປັນການເປີດສັງກາດໃໝ່ແຫ່ງການພົວພັນຮ່ວມມືຄ້າຂາຍ, ການຂົນສົ່ງ, ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ແລະ ປະຊາຊົນບັນດາປະເທດໃກ້ຄຽງ ໃຫ້ໄດ້ຮັບຄວາມສະດວກ ແລະ ຂະຫຍາຍຕົວຂຶ້ນເປັນກ້າວໆ.
(ຂ່າວ:ກິດຕາ; ພາບ: ເກດສະໜາ)

ຄໍາເຫັນ

ຂ່າວການຮ່ວມມື

ຊາວຫວຽດກ່ຽວ ກັບພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດໃນຍຸກແຫ່ງການພັດທະນາ

ຊາວຫວຽດກ່ຽວ ກັບພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດໃນຍຸກແຫ່ງການພັດທະນາ

ຊາວຫວຽດນາມບັນດາເຜົ່າ ມີມູນເຊື້ອຮັກຊາດ, ຄວາມສາມາຄີ ແລະ ພິລະອາກຫານໃນການຕໍ່ສູ້ເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນຂະບວນວິວັດແຫ່ງປະຫວັດສາດອັນຮຸ່ງເຮືອງເຫຼືອງເຫຼື້ອມ, ພີ່ນ້ອງຮ່ວມຊາດຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ – ທີ່ຖືກເອີ້ນວ່າ “ຫວຽດກ່ງວ” ໄດ້ເປັນພາກສ່ວນໜຶ່ງທີ່ເປັນຮ່າງກາຍຊອງຊາດ ທີ່ບໍ່ສາມາດແຍກອອກໄດ້. ເຖິງຈະດຳລົງຊີວິດຢູ່ໄກຈາກແຜ່ນດິນແມ່, ແຕ່ຈິດໃຈຮັກຊາດ, ຈິດວິນຍານຂອງຊາດ ຄວາມຜູກພັນກັບປະເທດຊາດ ເປັນສາຍໄຍອັນສະໜິດແໜ້ນທີ່ເປັນໝາກຫົວໃຈຊາວຫວຽດນາມນັບລ້ານໆ ທີ່ອາໄສໃນຕ່າງແດນຮ່ວມກັນປັນໜຶ່ງດຽວ.
ລາວ-ຣັດເຊຍ ທົບທວນຄືນການຮ່ວມມືດ້ານການທະຫານ

ລາວ-ຣັດເຊຍ ທົບທວນຄືນການຮ່ວມມືດ້ານການທະຫານ

ວັນທີ 31 ກໍລະກົດ ຜ່ານມາ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ພົບປະສອງຝ່າຍກັບ ສະຫາຍ ອານເດຣ ເບຍໂລອູຊົບ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ ທີ່ນະຄອນຫຼວງມົສກູ ສ ຣັດເຊຍ.
ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 78 ປີ (27/71947-27/7/2025), ໃນວັນທີ 27 ກໍລະກົດນີ້, ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ນໍາໂດຍທ່ານ ນາງ ຕ້າເຟືອງຢຸງ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ພ້ອມຄະນະ ໄດ້ເຂົ້າວາງພວງມາລາ, ທູບ-ທຽນ ທີ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ທັງນີ້ກໍເພື່ອລະນຶກວັນນັກຮົບເສຍສະຫຼະຊີວິດເພື່ອຊາດ.
ກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການຊາຍແດນຮ່ວມ ລາວ - ກໍາປູເຈຍ (JBC)

ກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການຊາຍແດນຮ່ວມ ລາວ - ກໍາປູເຈຍ (JBC)

ກອງປະຊຸມຄະນະກຳມະການຊາຍແດນຮ່ວມລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ ຄັ້ງທີ 8 ໄດ້ຈັດຂຶ້ນໃນວັນທີ26 ກໍລະກົດ ຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ ແລະ ຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍ ທ່ານ ລາມເຈຍ ລັດຖະມົນຕີປະຈໍາເລຂາທິການກ່ຽວກັບຊາຍແດນ ປະທານຄະນະກໍາມະການຊາຍແດນຮ່ວມກໍາປູເຈຍ-ລາວ, ໂດຍມີຜູ້ຕາງໜ້າຈາກຂະແໜງການຂອງສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດ ພ້ອມຄະນະເດີນທາງຢ້ຽມຢາມຣາຊະອານາຈັກ ກຳປູເຈຍ

ລມຕ ກະຊວງການຕ່າງປະເທດ ພ້ອມຄະນະເດີນທາງຢ້ຽມຢາມຣາຊະອານາຈັກ ກຳປູເຈຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້​ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ຄັ້ງທີ 8ໃນລະຫວ່າງວັນທີ 24-26 ກໍລະກົດ 2025 ຕາມແຜນການທີ່ໄດ້ກະກຽມໄວ້, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ແລະ ເພີ່ມທະວີການຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງສອງປະເທດ ລາວ ແລະ ກຳປູເຈຍ.
ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ

ໃນລະຫວ່າງວັນທີ 14 - 23 ກໍລະກົດ ຜ່ານມາ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ທີ່ນິວຢອກ ສ ອາເມລິກາ, ຄະນະຜູ້ແທນ ສປປ ລາວ ຈາກ ກະຊວງການຕ່າງປະເທດ ແລະ ຈາກ ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການ ສປຊ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2025
ການເຄື່ອນໄຫວຄົ້ນຄວ້າ​ຮ່ຳຮຽນການປະຕິວັດສີແດງ

ການເຄື່ອນໄຫວຄົ້ນຄວ້າ​ຮ່ຳຮຽນການປະຕິວັດສີແດງ

ໂລກໃນທຸກມື້ນີ້, ມີການຜັນແປຢ່າງໄວວາທີ່ສຸດ ທີ່ບໍ່ເຄີຍເຫັນໃນຮອບໜຶ່ງສະຕະ​ວັດທີ່ຜ່ານມາ, ແຕ່ແນວໃດກໍຕາມ, ສັນຕິພາບ ​ແລະ​ ການພັດທະນາ ຍັງເປັນກະແສຫຼັກຂອງຍຸກສະໄໝ ປັດຈຸບັນ. ​ທ່າອ່ຽງຈຸດໝາຍປາຍທາງຮ່ວມຂອງບັນດາປະເທດໃນພາກພື້ນ ນັບມື້ພົ້ນເດັ່ນຂຶ້ນ. ສະນັ້ນ, ຕ້ອງຮ່ວມກັນສ້າງປະຊາຄົມຊາຕາກຳ. ປະເທດຈີນ, ຫວຽດນາມ ແລະ ລາວ ລ້ວນແຕ່ແມ່ນປະເທດສັງຄົມນິຍົມ ທີ່ມີອຸດົມການ,​ ໜ້າທີ່ປະຫວັດສາດ ແລະ ເປົ້າໝາຍການພັດທະນາທີ່ຄ້າຍຄືກັນ. ສະນັ້ນ, ການພົບປະ​ແລກປ່ຽນວັດທະນະທຳດ້ານການປະຕິວັດ ກໍເລີ່ມກາຍເປັນກິດຈະກຳອັນສຳຄັນ ສຳລັບທັງ 3 ປະເທດ.
ປາກກະດິງ-ບຶງໂຂງຫຼົງ ປຶກສາຫາລືຄວາມຮ່ວມມືວຽກງານຊາຍແດນ

ປາກກະດິງ-ບຶງໂຂງຫຼົງ ປຶກສາຫາລືຄວາມຮ່ວມມືວຽກງານຊາຍແດນ

ໃນຕອນເຊົ້າວັນທີ 23 ກໍລະກົດນີ້ ຢູ່ທີ່ຫ້ອງວ່າການປົກຄອງເມືອງປາກກະດິງ ໄດ້ຕ້ອນຮັບ ການມາຢ້ຽມຢາມຂອງຄະນະຜູ້ແທນ ອຳເພີບຶງໂຂງຫຼົງ ຈັງຫວັດບຶງການ ຣາຊະອານາຈັກໄທ ທີ່ໄດ້ເດີນທາງມາຢ້ຽມຢາມເມືອງປາກກະດິງ ແຂວງບໍລິຄຳໄຊ ສປປລາວ.
ວາລະສານອາລຸນໃໝ່ ໄປຢ້ຽມຢາມ ແລະ ເຮັດວຽກກັບວາລະສານຊິວສື

ວາລະສານອາລຸນໃໝ່ ໄປຢ້ຽມຢາມ ແລະ ເຮັດວຽກກັບວາລະສານຊິວສື

ເມື່ອຕົ້ນເດືອນກໍລະກົດນີ້, ຄະນະຜູ້ແທນວາລະສານອະລຸນໃໝ່ ຊຶ່ງແມ່ນວາລະສານທິດສະດີ ແລະ ພຶດຕິກຳຂອງພັກປະຊາຊົນ ປະຕິວັດລາວ ນໍາໂດຍສະຫາຍ ວັນລາຕີ ຄໍາວານວົງສາ ກຳມະການຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການວາລະສານອະລຸນໃໝ່ ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບວາລະສານຊິວສື ຂອງສູນກາງພັກກອມມູນິດຈີນ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ; ໃຫ້ກຽດຕ້ອນຮັບໂດຍສະຫາຍ ເຊີນຢາງຢົງ ຜູ້ອຳນວຍການວາລະສານຊິວສື ທັງເປັນຫົວໜ້າບັນນາທິການວາລະສານຊິວສື ພ້ອມດ້ວຍຄະນະ.
ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ

ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ

ສຸພາສິດຈີນ ໄດ້ກ່າວວ່າ: “ພີ່ນ້ອງທີ່ຢູ່ຫ່າງໄກກັນ ບໍ່ດີເທົ່າກັບເພື່ອນບ້ານທີ່ຢູ່ໃກ້ຄຽງກັນ”. ທ່ານ ສີຈີ້ຜິງ ເລຂາທິການໃຫຍ່ ໄດ້ກ່າວເນັ້ນວ່າ: “ປະເທດອ້ອມຂ້າງເປັນບ່ອນເພິ່ງພາອາໄສຂອງຈີນ ແລະ ເປັນພື້ນຖານອັນໜັກແໜ້ນ ໃນການພັດທະນາ”. ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XVIII ຂອງພັກກອມມູນິດເປັນຕົ້ນມາ, ຝ່າຍຈີນ ໄດ້ສະເໜີວິໄສທັດ ວຽກງານການຕ່າງປະເທດຂອງຕົນ ຕໍ່ກັບບັນດາປະເທດໃກ້ຄຽງ ຄື: “ສະໜິດສະໜົມ, ຈິງອົກຈິງໃຈ, ໃຫ້ຜົນປະໂຫຍດ, ເອື້ອອາລີ” ແລະ ໄດ້ສະເໜີຂໍ້ລິເລີ່ມ ໃນການສົ່ງເສີມກໍ່ສ້າງປະຊາຄົມຮ່ວມຊາຕາກຳປະເທດອ້ອມຂ້າງ. ຝ່າຍຈີນ ໄດ້ລົງເລິກສ້າງການຮ່ວມມືຢ່າງຮອບດ້ານກັບບັນດາປະເທດອ້ອມຂ້າງ, ເພີ່ມທະວີການແລກປ່ຽນໃນທຸກຂົງເຂດ ໂດຍຖືເອົາການຊີ້ນຳ-ນຳພາຂອງການນຳສູງສຸດຂອງປະເທດ ເພື່ອປົກປ້ອງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ສາກົນ.
ເພີ່ມເຕີມ