ສະຫຼອງວັນສ້າງຕັ້ງໜັງສືພິມກອງທັບ

ສະຫຼອງວັນສ້າງຕັ້ງໜັງສືພິມກອງທັບ ຄົບຮອບ 60 ປີ

ສະຫຼອງວັນສ້າງຕັ້ງໜັງສືພິມກອງທັບ ຄົບຮອບ 60 ປີ
ພິທີສະເຫຼີມສະຫຼອງວັນສ້າງຕັ້ງໜັງສືພິມກອງທັບປະຊາຊົນລາວ ຄົບຮອບ 60 ປີ (20 ມັງກອນ 1965-20 ມັງກອນ 2025) ຂຶ້ນໃນວັນທີ 31 ມັງກອນຜ່ານມາ ໂດຍມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ

 

 

ກຳມະການສູນກາງພັກລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັນໂທ ວັນເຮືອງ ສີວິໄລ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ໄດ້ຫວນຄືນມູນເຊື້ອປະຫວັດແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງໜັງສືພິມກອງທັບປະຊາຊົນລາວຕະຫຼອດ 60 ປີ. ໃນວັນທີ 20 ມັງກອນ 1965 ໜັງສືພິມກອງທັບປົດປ່ອຍປະຊາຊົນລາວ ສະບັບທຳອິດໄດ້ຮັບການຜະລິດ ແລະ ພິມຈໍາໜ່າຍອອກສູ່ສາຍຕາຂອງມະຫາຊົນຢູ່ເຂດທີ່ໝັ້ນເມືອງວຽງໄຊ ແຂວງຫົວພັນດ້ວຍລະບົບການພິມແບບຕີໂປ. ການກໍາເນີດຂຶ້ນຂອງໜັງສືພິມກອງທັບປົດປ່ອຍປະຊາຊົນລາວແມ່ນເຫດການປະຫວັດສາດທີ່ມີຄວາມໝາຍອັນເລິກເຊິ່ງ ແລະ ເປັນຂີດໝາຍຂອງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປົດປ່ອຍປະຊາຊົນລາວ ສະທ້ອນໃຫ້ເຫັນຄວາມເອົາໃຈໃສ່ຂອງຄະນະພັກການທະຫານສູນກາງທີ່ມີຕໍ່ວຽກງານການເມືອງແນວຄິດ. ຕະຫຼອດໄລຍະ 60 ປີຜ່ານມາໜັງສືພິມກອງທັບປະຊາຊົນລາວໄດ້ຮັບການພັດທະນາທາງດ້ານປະລິມານ ແລະ ຄຸນນະພາບ ເປັນຕົ້ນດ້ານຄວາມໄວໄດ້ກ້າວຈາກລາຍເດືອນເປັນລາຍອາທິດ, ສອງຄັ້ງຕໍ່ອາທິດ ແລະ ກ້າວມາເປັນລາຍວັນ, ດ້ານເນື້ອໃນໄດ້ຮັບການພັດທະນາຈາກຄວາມຍາວ 4 ໜ້າເພີ່ມຂຶ້ນເປັນ 8 ໜ້າປະກອບມີຫຼາຍກວ່າ 40 ຄໍລໍາ, ດ້ານຮູບຮ່າງສີສັນໄດ້ພັດທະນາຈາກຂາວດໍາມາເປັນສອດສີ, ດ້ານປະລິມານ ກໍໄດ້ເພີ່ມຂຶ້ນຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ອ່ານທັງພາຍໃນ ແລະ ນອກກອງທັບ. ພິເສດຍັງໄດ້ອອກໜັງສືພິມເອເລັກໂຕຣນິກ ຫຼືເວັບໄຊມີທັງພາສາລາວ, ພາສາອັງກິດ ແລະເຟສບຸກທີ່ມີຊື່ວ່າ: Lao People’s Army News.

ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກອງບັນນາທິການໜັງສືພິມກອງທັບປະຊາຊົນລາວຍາດມາໄດ້ຕະຫຼອດໄລຍະ 60 ປີຜ່ານມາພ້ອມທັງໃຫ້ທິດຊີ້ນໍາຕໍ່ຄະນະພັກ-ຄະນະບັນນາທິການ, ພະນັກງານ-ນັກຮົບທົ່ວກອງບັນນາທິການໜັງສືພິມກອງທັບປະຊາຊົນລາວຫຼາຍບັນຫາສໍາຄັນ ເປັນຕົ້ນຄະນະພັກ-ຄະນະບັນຊາທຸກຂັ້ນ ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບເປັນປົກະຕິ ເຮັດໃຫ້ເຂົາເຈົ້າຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມູນເຊື້ອການຕໍ່ສູ້ພິລະອາດຫານຂອງກອງທັບ ກໍຄືມູນເຊື້ອຂອງໜັງສືພິມກອງທັບປະຊາຊົນລາວ ໄປຄຽງຄູ່ກັບການສ້າງແບບແຜນວິທີເຮັດວຽກທີ່ມີວິທະຍາສາດ ເພື່ອສືບຕໍ່ປັບປຸງໜັງສືພິມກອງທັບປະຊາຊົນລາວໃຫ້ມີສີສັນຈົບງາມ, ມີເນື້ອໃນອຸດົມສົມບູນເລິກເຊິ່ງ ໂດຍນໍາສະເໜີບັນຫາທີ່ສັງຄົມໃຫ້ຄວາມສົນໃຈເພີ່ມຂຶ້ນ, ຮັບປະກັນຄວາມຖືກຕ້ອງຊັດເຈນ, ບໍ່ຜິດພາດທາງດ້ານການເມືອງ, ສະເໜີຂ່າວໃຫ້ວ່ອງໄວທັນເວລາ, ປັບປຸງວິທີການນໍາສະເໜີຂ່າວ, ຮູບແບບໂຄງສ້າງຂ່າວທີ່ກະທັດຮັດກົງກັບປະເດັນ, ຫຼາກຫຼາຍ, ປະດິດສ້າງ ແລະ ຊວນອ່ານ. ພ້ອມນີ້, ກໍໃຫ້ແລກປ່ຽນບົດຮຽນນໍານັກຂ່າວຮຸ່ນອາວຸໂສ, ສື່ຂອງກອງທັບກັບສື່ມວນຊົນອ້ອມຂ້າງສູນກາງໃນການຂຽນຂ່າວ, ຂຽນບົດ, ຖ່າຍຮູບ ແລະ ເຕັກນິກການຈັດໜ້າອອກແບບໃຫ້ເຂົ້າສູ່ຫຼັກການ ແລະ ມີຈຸດພິເສດເດັ່ນສະເພາະຂອງໜັງສືພິມກອງທັບປະຊາຊົນລາວ, ປັບປຸງເນື້ອໃນໜ້າເວັບໄຊຂອງໜັງສືພິມກອງທັບໃຫ້ທັນສະໄໝມີເນື້ອໃນດີ, ບັນຈຸຫຼາຍຄໍລຳ ແລະ ເພີ່ມບັນດາກົດໝາຍທີ່ກ່ຽວຂ້ອງກັບກອງທັບ ແລະ ກົດໝາຍອື່ນໆ ທີ່ສຳຄັນເຂົ້າໃນເວັບໄຊໜັງສືພິມກອງທັບປະຊາຊົນລາວ, ການອັບເດດໃຫ້ວ່ອງໄວທັນເວລາ ແລະ ຖືກຕ້ອງຊັດເຈນ.ພ້ອມກັນນີ້, ຕ້ອງເອົາໃຈໃສ່ນໍາພາກົມກອງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ກົມກອງຄວາມສະຫງົບ, ສ້າງ ແລະ ຮັກສາໃຫ້ໄດ້ກົມກອງ-ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງປອດໃສ ປອດໄພ ປອດຄະດີ, ຄຽງຄູ່ກັນນີ້ກໍຕ້ອງເຊີດຊູຈິດໃນເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນໍ້າໃຈປະຢັດມັດທະຍັດ, ຂຸດຄົ້ນທ່າແຮງບົ່ມຊ້ອນການຫາລາຍໄດ້ຈາກການໂຄສະນາຜະລິດຕະພັນໃຫ້ບັນດາລັດວິຫາຫະກິດ, ບໍລິສັດຫ້າງຮ້ານ ແລະ ການຂາຍໜັງສືພິມສູ່ທາງນອກ ເພື່ອສ້າງແຫຼ່ງທຶນມາພັດທະນາກົມກອງ ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງພະນັກງານ-ນັກຮົບນັບມື້ດີຂຶ້ນ, ເຊື່ອມຊຶມກໍາແໜ້ນແນວທາງການຕ່າງປະເທດຂອງພັກ ແລະ ອື່ນໆ.

ໃນພິທີໄດ້ມອບຫຼຽນໄຊພິລະອາດຫານຊັ້ນ I ໃຫ້ກອງບັນນາທິການໜັງສືພິມກອງທັບປະຊາຊົນລາວ ແລະ ມອບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ພະແນກການທີ່ຂຶ້ນກັບກອງບັນນາທິການໜັງສືພິມກອງທັບປະຊາຊົນລາວ ຈຳນວນ 7 ພະແນກຄື: ພະແນກຂ່າວພາຍໃນກອງທັບ, ພະແນກຂ່າວເສດຖະກິດ, ວັດທະນະທຳ-ສັງຄົມ, ພະແນກຂ່າວຕ່າງປະເທດ, ພະແນກຕາໜ່າງຂ່າວ ແລະ ເພື່ອນຮ່ວມງານ, ພະແນກໜັງສືພິມເອເລັກໂຕຣນິກ, ພະແນກເຕັກນິກ-ຈັດໜ້າ ແລະ ພະແນກບໍລິຫານ-ການເງິນ.

ຂ່າວ-ພາບ: ໜັງສືພິມກອງທັບ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ