ສະຫຼອງວັນສາຍຕາໂລກ ແລະ ວັນສຸຂະພາບຈິດໂລກ

ສະຫຼອງວັນສາຍຕາໂລກ ແລະ ວັນສຸຂະພາບຈິດໂລກ
ພິທີສະເຫຼີມສະຫຼອງວັນສາຍຕາໂລກແລະວັນສຸຂະພາບຈິດໂລກຄົບຮອບ23ປີ (12/10/2000-12/10/2023)ໄດ້ຈັດຂຶ້ນໃນວັນທີ30ຕຸລານີ້, ທີ່ແຂວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານຄຳພັນສິດທິດຳພາເຈົ້າແຂວງວຽງຈັນ, ທ່ານນາງລາວັນສຸດທິສານຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີຕາງໜ້າໜ່ວຍສະຫະພັນແມ່ຍິງຮາກຖານບັນດາພະແນກການ, ກົມກອງອ້ອມຂ້າງ,ບ້ານອອ້ມຂ້າງແຂວງແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງລາວັນສຸດທິສານໄດ້ຍົກໃຫ້ເຫັນຄວາມເປັນມາຂອງວັນສາຍຕາໂລກແລະການຈັດຕັ້ງປະຕິບັດບັນດາກິດຈະກໍາການສົ່ງເສີມສຸຂະພາບຕາຢູ່ສປປລາວເພື່ອໃຫ້ທຸກຄົນທົ່ວສັງຄົມຍົກສູງຄວາມຮັບຮູ້ແລະເຂົ້າໃຈຕໍ່ການດູແລຮັກສາສຸຂະພາບຕາຕົນເອງ, ຮູ້ຈັກວິທີປ້ອງກັນແລະປິ່ນປົວ, ໃຫ້ຄວາມສຳຄັນຕໍ່ສິດໃນການເບິ່ງເຫັນຂອງລັດຖະບານແຕ່ລະປະເທດທີ່ໄດ້ຮັບຮອງເອົາໃນວາລະກອງປະຊຸມໃຫຍ່ຂອງອົງການອະນາໄມໂລກຄັ້ງທີ56ໃນວັນທີ26ພຶດສະພາ2003ທີ່ປະເທດສະວິດເພື່ອຮັບປະກັນໃຫ້ການບໍລິການຮັກສາສຸຂະພາບຕາມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ເອົາໃຈໃສ່ວຽກງານປ້ອງກັນແລະປິ່ນປົວຢ່າງທົ່ວເຖິງຢູ່ພາຍໃນປະເທດຂອງຕົນ.ມີຈໍານວນເຖິງ80%ຂອງຄົນຕາບອດທີ່ສາມາດຫຼີກລ່ຽງໄດ້, ໃນນີ້20%ແມ່ນສາມາດປ້ອງກັນແລະ60%ແມ່ນສາມາດປິ່ນປົວໃຫ້ຄົນຕາບອດເຫຼົ່ານັ້ນສາມາດມີສາຍຕາກັບຄືນມາແລະສາມາດເບິ່ງເຫັນໄດ້ເປັນປົກກະຕິ, ການປ້ອງກັນແລະປິ່ນປົວຕາບອດແລະສາຍຕາບົກຜ່ອງຈະມີປະສິດທິຜົນແລະໄດ້ຮັບຜົນສຳເລັດໄດ້ກໍຕໍ່ເມື່ອທຸກຄົນໄດ້ເຂົ້າໃຈແລະສາມາດເຂົ້າເຖິງການບໍລິການຮັກສາສຸຂະພາບຕາບໍ່ວ່າຜູ້ທຸກຍາກ, ຮັ່ງມີ, ຢູ່ຕົວເມືອງ, ຊົນນະບົດຫຼືເຂດຫ່າງໄກສອກຫຼີກມີໂອກາດໄດ້ຮັບການບໍລິການດູແລຮັກສາສຸຂະພາບຕາຢ່າງສະເໝີພາບແລະເທົ່າທຽມກັນ. ການປິ່ນປົວຕາບອດທີ່ສາມາດຫຼີກລ່ຽງໄດ້ສ່ວນໃຫຍ່ແມ່ນ: ພະຍາດແກ່ນຕາຂຸ້ນ, ພະຍາດຊຶມເຊື້ອທາງຕາ, ອຸບັດຕິເຫດທາງຕາແລະພະຍາດເບົາຫວານຂຶ້ນຕາ.
ພ້ອມນີ້, ທ່ານເຈົ້າແຂວງວຽງຈັນຍັງໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນວັນສຸພາບຈິດໂລກສຸຂະພາບຈິດແມ່ນສິດທິມະນຸດພື້ນຖານສໍາລັບທຸກໆຄົນ, ບໍ່ວ່າຈະເປັນຜູ້ໃດແລະຢູ່ບ່ອນໃດກໍຕາມ, ມີສິດໄດ້ຮັບມາດຕະຖານສູງສຸດດ້ານສຸຂະພາບຈິດ. ສຸຂະພາບຈິດທີ່ດີມີຄວາມສໍາຄັນຕໍ່ສຸຂະພາບແລະຄວາມຜາສຸກໂດຍລວມຂອງພວກເຮົາ. ເຖິງຢ່າງໃດກໍຕາມ1ໃນ8ຄົນໃດໃນທົ່ວໂລກກໍາລັງຢູ່ກັບບັນຫາສຸຂະພາບຈິດຊຶ່ງອາດສົ່ງຜົນກະທົບຕໍ່ສຸຂະພາບທາງຮ່າງກາຍ, ຄວາມຜາສຸກຂອງເຂົາເຈົ້າ, ວິທີທີ່ເຂົາເຈົ້າຕິດຕໍ່ພົວພັນກັບຄົນອື່ນໆແລະການດໍາລົງຊີວິດຂອງເຂົາເຈົ້າບັນຫາສຸຂະພາບຈິດຍັງສົ່ງຜົນກະທົບຕໍ່ໄວລຸ້ນແລະຄົນໜຸ່ມສາວຊຶ່ງນັບມື້ນັບເພີ່ມທະວີຂຶ້ນ. ອົງການອານະໄມໂລກສືບຕໍ່ເຮັດວຽກຮ່ວມກັບບັນດາຄູ່ຮ່ວມງານເພື່ອໃຫ້ແນ່ໃຈວ່າສຸຂະພາບຈິດມີຄຸນຄ່າ, ມີການສົ່ງເສີມ, ມີການປົກປ້ອງແລະດໍາເນີນການຢ່າງຮີບດ່ວນເພື່ອໃຫ້ທຸກຄົນສາມາດໃຊ້ສິດທິຄວາມເປັນມະນຸດແລະເຂົ້າເຖິງການດູແລຮັກສາສຸຂະພາບຈິດທີ່ມີຄຸນນະພາບທີ່ພວກເຂົາເຈົ້າຕ້ອງການ.
ໃນພິທີທ່ານໝໍຊ່ຽວຊານດ້ານສຸຂະພາບຕາໄດ້ອະທິບາຍແລະໃຫ້ຄໍາປຶກສາໃຫ້ຮູ້ເຖິງໂຄງປະກອບຂອງຕາ, ສຸຂະພາບຕາແລະຂັ້ນຕອນດູແລຮັກສາຕາ; ພ້ອມດຽວກັນນີ້ຜູ້ເຂົ້າຮ່ວມທີ່ມີບັນຫາດ້ານສາຍຕາຍັງໄດ້ລົງທະບຽນເພື່ອຮັບການກວດສຸຂະພາບຕາ, ວັດແທກສາຍຕາພ້ອມທັງໄດ້ຮັບແວ່ນຕາໂດຍບໍ່ໄດ້ເສຍຄ່າ.ຊຶ່ງມີຜູ້ທີ່ມາຮ່ວມກິດຈະກໍາກວດສຸຂະພາບຕາແລະວັດແທກສາຍຕາຄັ້ງນີ້ເກືອບ400 ຄົນ. ການຈັດງານຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກສະຫະພັນແມ່ຍິງແຂວງ, ມູນນິທິເຟຣດໂຮໂລດແລະໂຮງໝໍແຂວງວຽງຈັນ.
(ຂ່າວ-ພາບ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ຕອນເຊົ້າວັນທີ່ 22 ສີງຫານີ້, ອົງການປົກຄອງນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2568 ຄສ 2025, ມີທ່ານ ສົມສະຫວາດ ເລັ່ງສະຫັວດ ອະດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ນະຄອນ-ເມືອງ, ຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 23 ສິງຫາ 2025. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ ຫຼື ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.
ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ໄດ້ນໍາເອົາເຄື່ອງຊ່ວບເຫຼືອມາມອບໃຫ້ຫ້ອງວ່າການ ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງການ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ ແລະ ທ່ານ ຈາງຍີ້ ຮອງປະທານບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ພ້ອມດ້ວຍພາກສ່ວນທ່ກຽ່ຂ້ອງເຂົ້າຮ່ວມ.
ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ພິທີປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຜູ້ປະຈຳການ ຊຶ່ງມີຕາງໜ້າຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ ຕະຫຼອດຮອດພະນັກງານທັງໝົດເຂົ້າຮ່ວມ.
ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ວັນທີ 21 ສິງຫາຜ່ານມາ, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ລົງພົບປະໂອ້ລົມ ພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ, ເມືອງໝື່ນ ແຂວງວຽງຈັນ ຕິດພັນກັບການລົງໂຄສະນາເຜີຍແຜ່ມູນເຊື້ອວັນສຳຄັນຕ່າງໆຂອງພັກ ຂອງຊາດ ຂອງແຂວງ, ມີທ່ານ ສອນໄຊ ຫຼວງອາໄພ ເລຂາພັກເມືອງໝື່ນ, ການນຳແຂວງ, ການນຳເມືອງໝື່ນ, ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂດດັ່ງກ່າວເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຕອນເຊົ້າວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງເຊກອງ, ບໍລິສັດ ດາກຈຶງ ສໍາຫຼວດແຮ່ທາດ ໂຄງການພັດທະນາບໍ່ແຮ່ ເຂດດາກປຣາ ເມືອງດາກຈຶງ ແຂວງເຊກອງ ໄດ້ມອບເງິນ 500 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາ ແຂວງເຊກອງ ມອບເງິນ 20 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ທີ່ຈະໄຂຂຶ້ນໃນທ້າຍເດືອນສິງຫານີ້, ໂດຍກ່າວຮັບຂອງທ່ານ ບຸນຫຼາຍ ບຸດທິ ຮັກສາການແທນເຈົ້າແຂວງເຊກອງ,.
ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເພີ່ມເຕີມ