![]() |
ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນສັງເກດຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນປີຜ່ານມາ ໂດຍສະເພາະ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງອອກ ກໍຄື ບັນດາກົມກອງທີ່ໄດ້ຈັດຕັ້ງປະຕິບັດໃນປີຜ່ານມາ ເພື່ອຄວາມເປັນເອກະພາບ ໃນການປັບປຸງກໍ່ສ້າງກອງທັບໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ພ້ອມກັນຄົ້ນຄວ້າເປັນເອກະພາບທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2026. ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ, ເປັນເຈົ້າການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ຍົກໃຫ້ເຫັນບັນຫາເພື່ອປັບປຸງແກ້ໄຂ ແລະ ປະກອບຄໍາເຫັນໃສ່ເນື້ອໃນຕ່າງໆ ຂອງກອງປະຊຸມໃນຄັ້ງນີ້ໃຫ້ມີຜົນສໍາເລັດເປັນຢ່າງດີ, ເນັ້ນໜັກໃຫ້ຜູ້ແທນກອງປະຊຸມຍົກສູງຈິດໃຈຄວາມເປັນເຈົ້າການ, ເສີມຂະຫຍາຍປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະ ພາບການຢ່າງພາວະວິໄສ; ຕ້ອງເບິ່ງຄືນບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຫຍໍ້ທໍ້-ຄົງຄ້າງ ເພື່ອກຳນົດທິດທາງວຽກງານຈຸດສຸມໃນປີ 2026 ໃຫ້ແທດເໝາະກັບສະພາບຕົວຈິງຂອງກອງທັບປະຊາຊົນລາວ, ບົນພື້ນຖານການຊຸກຍູ້ຂະບວນການປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆ ດ້ວຍຈິດໃຈບຸກທະລຸ, ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຂຶ້ນ ແລະ ເກີດໝາກຜົນຕົວຈິງ.
![]() |
ຈາກນັ້ນ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍາມະການຄະນະພັກປະຈຳກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫຼຸບວຽກງານປ້ອງກັນຊາດປະຈໍາປີ 2025 ແລະ ທິດທາງແຜນຈຸດສຸມປະຈໍາປີ 2026 ໂດຍຍົກໃຫ້ເຫັນບັນດາຜົນງານ ຜົນສຳເລັດ ແລະ ບັນດາຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງປະຕິບັດວຽກງານປ້ອງກັນໃນປີຜ່ານມາ. ພ້ອມນີ້, ກອງປະຊຸມຍັງຈະໄດ້ຮັບຟັງບົດປະກອບຄຳເຫັນຈາກບັນດາຜູ້ແທນ 4 ກົມໃຫຍ່, ທີ່ປຶກສາທູດປ້ອງກັນຊາດລາວປະຈຳຣາຊະອານາຈັກໄທ, ກຳປູເຈຍ ແລະ ຜູ້ແທນຈາກກຳລັງຫຼວງ, ກຳລັງທ້ອງຖິ່ນຈຳນວນໜຶ່ງ. ຈາກນັ້ນ, ຍັງຈະໄດ້ຮັບຟັງການສະເໜີບັນດາເອກະສານເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳ ຂອງອົງຄະນະພັກທຸກຂັ້ນ, ເອກະສານເພີ່ມທະວີນຳພາແນວຄິດສົ່ງເສີມສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ, ເອ ກະສານເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ V ທີ່ສະເໜີໂດຍສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບຕື່ມອີກ.
ຂ່າວ: ຈິດ ເພັດພູທອງ


ຄໍາເຫັນ