ວຽກງານການເງິນ ທົ່ວປະເທດ ປະຈຳປີ 2024

ສະຫຼຸບວຽກງານການເງິນ ທົ່ວປະເທດ ປະຈຳປີ 2024

ສະຫຼຸບວຽກງານການເງິນ ທົ່ວປະເທດ ປະຈຳປີ 2024
ຂປລ. ກອງປະຊຸມສະຫຼຸບວຽກງານການເງິນ ທົ່ວປະເທດ ປະຈຳປີ 2024 ແລະ ວາງທິດທາງ ປະຈຳປີ 2025 ຈັດຂຶ້ນໃນວັນທີ 26 ທັນວາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ

 ລັດຖະມົນຕີ ກະຊວງການເງິນ, ມີບັນດາລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ ອ້ອມຂ້າງສູນກາງ, ຮອງເຈົ້າຄອງນະຄອນຫຼວງ, ບັນດາເຈົ້າແຂວງ, ຮອງເຈົ້າແຂວງ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ສັນຕິພາບ ພົມວິຫານ ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າເຊື່ອມຊຶມ, ຕີລາຄາ ແລະ ປະກອບຄໍາຄິດເຫັນຕໍ່ກັບວຽກງານທີ່ສໍາຄັ ຕົ້ນຕໍໃນຫຼາຍດ້ານ ເປັນຕົ້ນ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ມະຕິ ຂອງສະພາແຫ່ງຊາດ ສະບັບເລກທີ 154/ສພຊ, ລົງວົນທີ 12 ທັນວາ 2024 ວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງລັດຖະບານ ກ່ຽວກັບ ການສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2023, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025; ຄໍາແນະນໍາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025; ສະຫຼຸບຕີລາຄາວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ວຽກງານກວດສອບ-ກວດກາ, ການຫັນເປັນທັນສະໄໝ ແລະ ວຽກງານສາມສ້າງ ຂອງຂະແໜງການເງິນ; ວຽກງານຈຸດສຸມອື່ນໆຂອງກົມລາຍຮັບ-ລາຍຈ່າຍ ແລະ ກົມວິຊາການທີ່ກ່ຽວຂ້ອງ ທີ່ໄດ້ປຶກສາຫາລື ແລະ ເປັນເອກະພາບ ໃນກອງປະຊຸມວິຊາການ ຂອງແຕ່ລະຂະແໜງການ; ການປະກອບຄໍາເຫັນ ຕໍ່ການສະຫຼຸບຜົນການຈັດຕັ້ງປະຕິບັດງົບປະມານ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ແລະ ວຽກງານອື່ນໆທີ່ຕິດພັນ.
ນອກນັ້ນ, ຍັງຈະໄດ້ເອກະພາບກ່ຽວກັບ ທິດນໍາໃນການສ້າງບາດລ້ຽວໃໝ່ ໃນການສ້າງແຜນງົບປະມານປົກກະຕິ ປີ 2025 ແບບສົມດຸນ ແລະ ເກີນດຸນ, ໝາຍວ່າ ລາຍຮັບປົກກະຕິພາຍໃນກຸ້ມລາຍຈ່າຍປົກກະຕິພາຍໃນ ແລະ ມີສ່ວນເກີນດຸນ ເພື່ອສະສົມໃນການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ແລະ ສ່ວນການຂາດດຸນນັ້ນ ແມ່ນການຂາດດຸນພາຍນອກ ໃນການພັດທະນາຈາກການກູ້ຢືມ ແລະ ຊ່ວຍເຫຼຶອຮູບແບບໂຄງການ ຊຶ່ງເປັນແຜນງົບປະມານທີ່ທ້າທາຍທີ່ສຸດ ເພື່ອຮັບປະກັນໃຫ້ ສປປ ລາວ ມີຄວາມຍືນຍົງດ້ານໜີ້ສິນ, ມີທຶນຮອນສະສົມໄວ້ ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກທີ່ອາດຈະເກີດຂຶ້ນໃນອະນາຄົດຈາກປັດໄຈທັງພາຍໃນ ແລະ ພາຍນອກ.
ທ່ານ ສັນຕິພາບ ພົມວິຫານ ໃຫ້ຮູ້ອີກວ່າ: ໃນປີ 2025, ຂະແໜງການເງິນໄດ້ຮັບໜ້າທີ່ການເມືອງອັນໜັກໜ່ວງ, ມີແຜນການຈັດເກັບລາຍຮັບທັງໝົດ 68,100 ຕື້ກີບ, ປະມານ 18.16% ຂອງຈີດີພີ ໃນນັ້ນ, ລາຍຮັບພາຍໃນ 62,700 ຕື້ກີບ, ລາຍຈ່າຍທັງໝົດ 71,850 ຕື້ກີບ ປະມານ 19.16% ຂອງຈີດີພີ ແລະ ການຂາດດຸນງົບປະມານ 3,750 ຕື້ກີບ ປະມານ 1% ຂອງຈີດີພີ. ທາງດ້ານແຜນລາຍຮັບ ເຫັນວ່າເປັນໂຕເລກທີ່ສູງສົມຄວນ ທີ່ຈະຕ້ອງບຸກທະລຸ ຈັດເກັບລາຍຮັບໃຫ້ຄົບຖ້ວນ ຮັບປະກັນໃຫ້ໄດ້ຕາມແຜນ ຫຼື ລື່ນແຜນ ເພື່ອໃຫ້ພຽງພໍກັບລາຍຈ່າຍ, ຊໍາລະໜີ້ສິນ ມີສ່ວນສະສົມ. ພ້ອມນັ້ນ, ລາຍຈ່າຍ ກໍຕ້ອງເຂັ້ມງວດຈໍາກັດ, ຈ່າຍໃຫ້ຖືກຕ້ອງຕາມຕົວຈິງ ຖືກກັບລະບຽບກົດໝາຍ ຊຶ່ງການບຸກທະລຸວຽກງານດັ່ງກ່າວ ໄດ້ຮຽກຮ້ອງໃຫ້ພວກເຮົາຕ້ອງມີຄວາມສາມັກຄີພາຍໃນອັນໜັກແໜ້ນ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ການເມືອງ, ຕ້ອງຍົກສູງຄວາມເປັນເຈົ້າການ, ເປັນແບບຢ່າງທີ່ດີໃຫ້ຂະແໜງການອື່ນໆ, ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ທິດຊີ້ນຳຂອງກົມການເມືອງສູນກາງພັກ ໂດຍສະເພາະເນື້ອໃນມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024. ແຕ່ນີ້ຮອດປີ 2025 ຕ້ອງສຸມທຸກກໍາລັງແຮງສັງລວມ ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄລຍະທ້າຍສະໄໝໃຫ້ປະກົດຜົນເປັນຈິງ ດ້ວຍຄຸນນະພາບ ແລະ ປະສິດທິຜົນຕົວຈິງ ຕາມຈິດໃຈສ້າງການຫັນປ່ຽນໃໝ່ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.
ຂ່າວ: ທະນູທອງ, ພາບ: ເກດສະໜາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ