ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2024

ສະຫຼຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2024

ສະຫຼຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2024
ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ(ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025
 ຂຶ້ນໃນວັນທີ 23 ມັງກອນນີ້ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ພົນເອກ ວິໄລ ຫຼ້າຄຳຟອງກໍາມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານ-ຜູ້ປະຈຳການ ຄຄອຊ,ບັນດາຮອງລັດຖະມົນຕີ, ບັນດາຮອງເຈົ້າແຂວງ-ນະຄອນຫຼວງ, ບັນດາຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນກະຊວງ, ອົງການ, ແຂວງ, ນະຄອນຫຼວງ ທົ່ວປະເທດ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.
ທ່ານ ມີນາໄຊພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດກະຊວງເຕັກໂນໂລຊີ ແລະ ການສື່ສານ,ທັງເປັນຫົວໜ້າຫ້ອງການກອງເລຂາຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດໄດ້ລາຍງານກ່ຽວກັບການຈັດຕັ້ງວຽກງານ ຄຄອຊປະຈໍາປີ 2024 ແລະ ທິດທາງແຜນການ ປະຈຳປີ 2025. ຈາກນັ້ນ ທ່ານ ນາງວິລະສະຕີ ສົມບູນຂັນຫົວໜ້າກົມປະຊາສໍາພັນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ຂຶ້ນລາຍງານສະພາບການຄຸ້ມຄອງ ແລະ ແກ້ໄຂບັນຫາ ທີ່ເກີດຂຶ້ນໃນສື່ສັງຄົມອອນລາຍທີ່ຜ່ານມາ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າຊຶ່ງໃນໄລຍະຜ່ານມາຄຄອຊໄດ້ເອົາໃຈໃສ່ໃນວຽກງານການເມືອງແນວຄິດໂດຍໃຫ້ຄຄອຊແຕ່ລະຂັ້ນ,ບັນດາກະຊວງ, ອົງການຈັດຕັ້ງພັກ-ລັດຂັ້ນສູນກາງ, ບັນດາແຂວງ, ນະຄອນຫຼວງສືບຕໍ່ໄດ້ເອົາໃຈໃສ່ຜັນຂະຫຍາຍເນື້ອໃນມະຕິ, ຄໍາສັ່ງ, ແຈ້ງການ, ຄໍາແນະນໍາແລະບັນດາລະບຽບການທີ່ກ່ຽວຂ້ອງໃຫ້ພະນັກງານວິຊາການທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນມີແນວຄິດຫຼັກໝັ້ນການເມືອງໜັກແໜ້ນ, ຮູ້ຈໍາແນກມິດ-ສັດຕູ, ກໍາໄດ້ແນວທາງນະໂຍບາຍຂອງພັກ, ກົດໝາຍແລະນິຕິກຳທີ່ວາງອອກໃນແຕ່ລະໄລຍະ.ພ້ອມນັ້ນ, ຫຼາຍບ່ອນກໍໄດ້ເປັນເຈົ້າການຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍແລະສະໜອງຂໍ້ມູນທາງການທີ່ຖືກຕ້ອງເພື່ອຕອບຕ້ານຫາງສຽງທີ່ບໍ່ດີ,ບັນດາຂ່າວປອມ, ຂ່າວບິດເບືອນຕິດພັນກັບຂະແໜງການຂອງຕົນຕາມການຊີ້ນຳຂອງອົງຄະນະພັກແຕ່ລະຂັ້ນຢ່າງທັນການ, ຄຽງຄູ່ກັບການປຸກລະດົມຂົນຂວາຍປະຊາຊົນເຂົ້າຮ່ວມວຽກງານຕອບໂຕ້ຂ່າວບໍ່ຖືກຕ້ອງ.ໃນວຽກງານການຈັດຕັ້ງ, ຄຄອຊແຕ່ລະພາກສ່ວນໄດ້ສ້າງແລະປັບປຸງການຈັດຕັ້ງໃຫ້ສອດຄ່ອງກັບສະພາບຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານໃນແຕ່ລະໄລຍະເພື່ອຊ່ວຍເຮັດໜ້າທີີ່ເປັນໃຈກາງຜັນຂະຫຍາຍວຽກງານໃນການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ, ພ້ອມທັງສະໜອງຂໍ້ມູນ, ຕອບຄຳຖາມຂໍ້ຂ້ອງໃຈ, ຊີ້ແຈງບັນຫາຕ່າງໆຂອງສັງຄົມທີີ່ຕິດພັນກັບແຕ່ລະພາກສ່ວນ.ໃນໄລຍະຜ່ານມາ,ຄະນະຈຸດປະສານງານບາງພາກສ່ວນໄດ້ເອົາໃຈໃສ່ປະສານງານແລະສະໜອງຂໍ້ມູນຢ່າງເອົາຈິງເອົາຈັງ, ສາມາດຊີ້ແຈງແກ້ໄຂບັນຫາທີ່ເກີດຂຶ້ນໃນຂະແໜງການແລະຂອບເຂດຄວາມຮັບຜິດຊອບຂອງຕົນໄດ້ທັນການ, ເຮັດໃຫ້ສັງຄົມມີຄວາມເຂົ້າໃຈ. ແຕ່ຍັງມີບາງພາກສ່ວນທີ່ຍັງບໍ່ສາມາດແກ້ໄຂໄດ້ທ່ວງທັນຈົນກາຍເປັນຫາງສຽງສັງຄົມໃນວົງກວ້າງ.ຫຼາຍພາກສ່ວນໃນຄຄອຊໄດ້ສຳເລັດການສ້າງແລະປັບປຸງບັນດານິຕິກຳທີ່ຕິດພັນກັບວຽກງານຄຸ້ມຄອງອິນເຕີເນັດ, ຄວາມປອດໄພທາງອິນເຕີເນັດ, ການພັດທະນາດ້ານໄອຊີທີແລະດີຈີຕອນ, ການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມຮັບປະກັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.ພ້ອມນັ້ນກໍໄດ້ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ແລະ ລະບົບຄຸ້ມຄອງ, ບໍລິຫານ, ບໍລິການ ໃຫ້ນຳໃຊ້ເຕັກໂນໂລຊີ ແລະ ລະບົບທັນສະໄໝ ຫຼາຍຂຶ້ນ.
ກອງປະຊຸມຄັ້ງນີ້:ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານ ສະພາບການພົ້ນເດັ່ນທີ່ເກີດຂຶ້ນຈາກສື່ສັງຄົມອອນລາຍພ້ອມທັງວິທີການແກ້ໄຂບັນຫາ ຂອງບັນດາກະຊວງ, ອົງການ, ແຂວງ/ນະຄອນຫຼວງແລະ ຮ່ວມກັນປະກອບຄຳເຫັນຢ່າງກົງໄປກົງມາເພື່ອຕີລາຄາ ແລະ ຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າເພື່ອເຮັດໃຫ້ວຽກງານການຄຸ້ມຄອງອິນເຕີເນັດ ພາຍໃນປະເທດ ມີປະສິດທິພາບ ແລະ ປະສິດທິຜົນ ດີຂຶ້ນກວ່າເກົ່າ.
ໃນຕອນທ້າຍ, ທ່ານ ວິໄລ ຫຼ້າຄຳຟອງປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນຳຕໍ່ກັບການສະຫຼຸບລາຍງານ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການຄົ້ນຄວ້າ, ການກຳນົດບັນດາເປົ້າໝາຍ ທີ່ມີຄວາມສຳຄັນ ແລະ ຈຳເປັນ ທີ່ຈະຕ້ອງໄດ້ຄຸ້ມຄອງ ແລະ ພັດທະນາ ຊຶ່ງຈະຕ້ອງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນແລະ ກົມກຽວ ເພື່ອເຮັດໃຫ້ອິນເຕີເນັດ ແລະ ເຕັກໂນໂລຊີດີຈີຕອນສາມາດປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕິດພັນກັບ 2 ວາລະແຫ່ງຊາດ, ໂດຍສະເພາະ ແມ່ນການຊຸກຍູ້ການສ້າງຕັ້ງ ແລະ ປັບປຸງຄະນະກຳມະການຄຸ້ມຄອງອິນເຕີເນັດ ໃນແຕ່ລະຂັ້ນພ້ອມທັງເອົາໃຈໃສ່ສ້າງຄວາມເຂັ້ມແຂງ, ຄວາມຄ່ອງຕົວໃຫ້ແກ່ສາຍໃຍ ແລະ ຂອດການປະສານງານ ໄດ້ຢ່າງທົ່ວເຖິງໃນທົ່ວປະເທດ, ເພີ່ມທະວີຂອດປະສານງານລະຫວ່າງພາກສ່ວນທີ່ກ່ຽວຂ້ອງເພື່ອພ້ອມກັນຄຸ້ມຄອງ, ຕິດຕາມ ກວດກາ, ເຝົ້າລະວັງ ແລະ ຕອບຕ້ານຫາງສຽງບໍ່ດີ, ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງເທິງອິນເຕີເນັດໃຫ້ມີຄວາມວ່ອງໄວ ທັນການ.
ພ້ອມດຽວກັນນັ້ນ,ກໍຕ້ອງໄດ້ສ້າງກົນໄກປະສານງານກັບບັນດາຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດຊຶ່ງເປັນຜູ້ຮັບຜິດຊອບໂດຍກົງ ຕໍ່ກັບຂໍ້ມູນຜູ້ຊົມໃຊ້ ແລະໂຄງລ່າງພື້ນຖານເຊື່ອມຕໍ່ເຂົ້າເຖິງຂໍ້ມູນເທິງອິນເຕີເນັດ, ເພື່ອໃຫ້ການປະຕິບັດມາດຕະການຕ່າງໆໄດ້ຢ່າງວ່ອງໄວ ທັນສະພາບການ. ໃນດ້ານນິຕິກຳ ແມ່ນຕ້ອງເອົາໃຈໃສ່ຄົ້ນຄວ້າ ແລະ ປັບປຸງບັນດານິຕິກຳ ໃຫ້ສອດຄ່ອງກັບສະພາບການໃໝ່ ແລະ ເຕັກໂນໂລຊີ ວິທີການໃໝ່ທີ່ເກີດຂຶ້ນໃນສັງຄົມປັດຈຸບັນ, ພ້ອມທັງສຸມໃສ່ສ້າງຍຸດທະສາດຄວາມປອດໄພໄຊເບີ ແຫ່ງຊາດເພື່ອເປັນບ່ອນອີງໃຫ້ວຽກງານຄຸ້ມຄອງອິນເຕີເນັດ ແລະ ຄວາມປອດໄພທາງໄຊເບີຢ່າງຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບສະພາບການໃນແຕ່ລະໄລຍະປັດຈຸບັນ.
ທ່ານວິໄລ ຫຼ້າຄຳຟອງຍັງໄດ້ຊີ້ນຳໃຫ້ເລັ່ງແກ້ໄຂບັນຫາຫຍໍ້ທໍ້ ຜ່ານທາງລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ, ເປັນຕົ້ນ ອາຊະຍາກໍາ ແລະການຕົວະຍົວະຫຼອກລວງ ຜ່ານລະບົບອິນເຕີເນັດ, ຜ່ານແກ໋ງຄອນເຊັນເຕີ; ການຮົ່ວໄຫຼຂໍ້ມູນສ່ວນບຸກຄົນ, ຕິດຕາມກວດກາແລະ ກັ່ນກອງບັນດາສື່ ແລະ ເວັບໄຊ ລາມົກອານາຈານ, ບັນຫາ ເກມ-ການພະນັນ, ກາສິໂນອອນລາຍ, ການຄ້າຂາຍຫວຍເຖື່ອນ, ການຄ້າປະເວນີ, ການຄ້າຢາເສບຕິດ ຜ່ານທາງອອນລາຍ ຕ່າງໆ, ເພື່ອເຮັດແນວໃດເຮັດໃຫ້ ສະພາບແວດລ້ອມອິນເຕີເນັດ ຂອງ ສປປ ລາວ ມີຄວາມປອດໄພ; ສືບຕໍ່ຄຸ້ມຄອງຜູ້ໃຫ້ບໍລິການໂທລະຄົມມະນາຄົມແລະ ອິນເຕີເນັດ, ເລັ່ງຈັດຕັ້ງປະຕິບັດ ວຽກງານລວມສູນການສື່ສານ, ການເຊື່ອມຕໍ່ສາຍສົ່ງເຂົ້າ-ອອກ ປະເທດຜ່ານຈຸດເຊື່ອມຕໍ່ທີ່ຊາຍແດນ ທີ່ໄດ້ຮັບອະນຸມັດຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາບໍລິສັດຜູ້ໃຫ້ບໍລິການໂທລະຄົມແລະ ອິນເຕີເນັດ ຕ້ອງນໍາເອົາສັນຍາໂທລະຄົມ ແລະ ອິນເຕີເນັດ ເຂົ້າມາລວມສູນຜ່ານສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ສຳເລັດທັງໝົດໃນຂອບເຂດທົ່ວປະເທດເພື່ອຮັບປະກັນວຽກງານປກຊ-ປກສ. ສືບຕໍ່ຈັດຕັ້ງປະຕິບັດ ແລະ ກວດກາຄືນຂໍ້ມູນ ການລົງທະບຽນເລກໝາຍໂທລະສັບໃຫ້ຖືກຕ້ອງຊັດເຈນ ແລະ ຢັ້ງຢືນຂໍ້ມູນກັບຖານຂໍ້ມູນພົນລະເມືອງ ແລະບັດປະຈໍາຕົວຂອງກະຊວງ ປກສ.ສໍາລັບກອງທຶນພັດທະນາໂທລະຄົມມະນາຄົມ ແລະການຫັນເປັນດີຈີຕອນ, ແມ່ນຈະເປັນບ່ອນສະໜອງງົບປະມານ ຕໍ່ວຽກງານການຄຸ້ມຄອງ, ການພັດທະນາແລະ ການປັບປຸງໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ອິນເຕີເນັດ. ເພື່ອຂະຫຍາຍລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ໄປສູ່ເຂດຫ່າງໄກສອກຫຼີກ, ມີອັດຕາລາຄາພິເສດ ເພື່ອໃຫ້ອົງການພັກ-ລັດ, ນັກຮຽນ-ນັກສຶກສາແລະ ປະຊາຊົນທີ່ທຸກຍາກ ສາມາດເຂົ້າເຖິງການນໍາໃຊ້ອິນເຕີເນັດໄດ້. ສິ່ງທີ່ສຳຄັນ ຈຳເປັນແລະ ຂາດບໍ່ໄດ້ ແມ່ນຕ້ອງໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມ, ໂຄສະນາເຜີຍແຜ່ ແລະເຮັດວຽກແນວຄິດການເມືອງ ໃຫ້ບັນດາພະນັກງານ-ສະມາຊິກພັກ ຂອງຕົນ ເພື່ອໃຫ້ມີການນໍາໃຊ້ອິນເຕີເນັດ ກໍຄືສັງຄົມອອນລາຍ ໃນທາງທີ່ຖືກຕ້ອງ, ເປັນປະໂຫຍດ, ສ້າງສັນ, ມີຈັນຍາບັນ ແລະ ມີຄວາມຮັບຮູ້ເຂົ້າໃຈ ແລະມີພູມຄຸ້ມກັນ ຕໍ່ບັນດາຂ່າວປອມ, ຂ່າວອະກຸສົນ, ຂ່າວປັ່ນປ່ວນ ທີ່ມີການໂຈມຕີ ແນວທາງການເມືອງຂອງພັກ ແລະນະໂຍບາຍຂອງລັດ ໃນໄລຍະທີ່ມີຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ. ພ້ອມນັ້ນກໍຕ້ອງໄດ້ສືບຕໍ່ຮ່ວມມືກັບບັນດາປະເທດຢູ່ໃນພາກພື້ນ ແລະ ສາກົນ, ເພີ່ມທະວີການປະສານງານ ຮ່ວມມື ກັບປະເທດສສ ຫວຽດນາມ ແລະ ສປ ຈີນ ເພື່ອສຶກສາ ແລກປ່ຽນບົດຮຽນ ແລະ ຖອດຖອນບົດຮຽນໃນຂົງເຂດການຄຸ້ມຄອງອິນເຕີເນັດ ກໍຄື ວຽກງານການຫັນເປັນດີຈີຕອນຊຶ່ງເປັນວຽກລວມຂອງທຸກຂະແໜງການທົ່ວປະເທດ.
(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ