ການປັບປຸງເສັ້ນທາງ 13 ເໜືອ ແຕ່ໄລຍະ ສີໄຄ-ສີເກີດ

ສໍາເລັດ 80% ຂອງການປັບປຸງເສັ້ນທາງ 13 ເໜືອ ແຕ່ໄລຍະ ສີໄຄ-ສີເກີດ

ສໍາເລັດ 80% ຂອງການປັບປຸງເສັ້ນທາງ 13 ເໜືອ ແຕ່ໄລຍະ ສີໄຄ-ສີເກີດ
ໂຄງການ ປັບປຸງເສັ້ນທາງ 13 ເໜືອ ແຕ່ໄລຍະ ສີໄຄ-ສີເກີດ ຂຸນຂ້ຽວສ້ອມແປງເພື່ອໃຫ້ສຳເລັດຕາມແຜນການ. ທ່ານ ດາລາວຽງ ຈັນທະລັງສີຜູ້ຈັດການບໍລິຫານໂຄງການປັບປຸງເສັ້ນທາງສີໄຄ ຫາ ສີເກີດ ໃຫ້ສໍາພາດກ່ຽວກັບຄວາມຄືບໜ້າຂອງໂຄງການປັບປຸງແລະສ້ອມແປງເສັ້ນທາງເລກ 13 ເໜືຶອ

 ຫວ່າງບໍ່ດົນມານີ້ ວ່າ: ມາຮອດປັດຈຸບັນ, ໂຄງການປັບປຸງ ແລະ ສ້ອມແປງ ເສັ້ນທາງເລກ 13 ເໜືອ ຊຶ່ງມີໄລຍະທາງແຕ່ ສີໄຄ-ສີເກີດນະຄອນຫຼວງວຽງຈັນມີຄວາມຍາວກວ່າ 6 ກິໂລແມັດ ໂດຍລວມແລ້ວແມ່ນ ໄດ້ສຳເລັດ 80%. ໃນນີ້ ກໍ່ສ້າງຮ່ອງນໍ້າແຄມທາງສໍາເລັດແລ້ວ 100%, ເທເບຕົງ ໜ້າທາງ ສໍາເລັດ 65% ແລະ ພວມສືບຕໍ່ເທເບຕົງໜ້າທາງຢ່າງຕໍ່ເນື່ອງ ໂດຍສາມາດເທໄດ້ 1,4 ກິໂລແມັດຕໍ່ໜຶ່ງອາທິດ (ເຮັດວຽກທັງກາງເວັນ ແລະ ກາງຄືນ). ສ່ວນການວາງລະບົບດອນກາງ ແລະ ເສົາໄຟເຍືອງທາງ ໂດຍໃຊ້ໂຊລາເຊວ ສໍາເລັດແລ້ວປະມານ 40%, ສໍາເລັດການເທເບຕົງໜ້າທາງຈະໃຫ້ສໍາເລັດ 100% ພາຍໃນເດືອນມັງກອນ 2025, ຈາກນັ້ນ ຈະໃຫ້ສໍາເລັດໜ້າວຽກຕ່າງໆ ໃນທ້າຍເດືອນກຸມພາ, ກ່ອນມີພິທີມອບ-ຮັບໂຄງການຢ່າງເປັນທາງການ ໃນທ້າຍເດືອນມີນາ 2025. ສໍາລັບຄວາມຫຍຸ້ງຍາກໃນການປັບປຸງ ແລະ ກໍ່ສ້າງເສັ້ນທາງດັ່ງກ່າວໃນປັດຈຸບັນ ແມ່ນບັນຫາການສັນຈອນຂອງລົດບັນທຸກຈໍານວນຫຼາຍ ທີ່ສັນຈອນຜ່ານເສັ້ນທາງນີ້. ສ່ວນຈຸດທີ່ມາຄວາມຫຍຸ້ງຍາກຫຼາຍກວ່າໝູ່ແມ່ນເຂດໜ້າຕະຫຼາດສີໄຄ ເນື່ອງຈາກມີລົດແອອັດ. ນອກຈາກນີ້ ແມ່ນເສັ້ນທາງຈາກສາມແຍກໜອງໜ້ຽວເບື້ອງຂວາມື ເຂົ້າຫາຖະໜົນສີທອງ-ຄິວລົດເມສາຍເໜືອ ຊຶ່ງມີຄວາມຈໍາເປັນຕ້ອງປິດເສັ້ນທາງກ່ອນ ໃນນີ້ນັບແຕ່ວັນທີ 11 ທັນວາ 2024 ເປັນຕົ້ນມາເພື່ອຄວາມສະດວກໃນການສ້ອມແປງເສັ້ນທາງຂອງບໍລິສັດ ດັ່ງນັ້ນຈຶ່ງຂໍຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນຫຼີກລ່ຽງການສັນຈອນ ໃຫ້ໄປນຳໃຊ້ເສັ້ນທາງດົງນາທອງ ແລະ ຖະໜົນພົງຊັບ ຫຼື ເສັ້ນທາງອື່ນທົດແທນກ່ອນ ໂດຍຄາດວ່າຈຸດດັ່ງກ່າວຈະໃຊ້ເວລາປະມານ 1 ເດືອນຈຶ່ງສໍາເລັດ.
ທ່ານ ດາລາວຽງ ຈັນທະລັງສີ ຍັງໄດ້ຂໍຄວາມຮ່ວມມືມາຍັງສັງຄົມ ກໍຄື ຜູ້ໃຊ້ລົດໃຊ້ຖະໜົນທີ່ຜ່ານເສັ້ນທາງເລກ 13 ເໜືອ ໄລຍະທາງແຕ່ ສີໄຄ-ສີເກີດ ໃນໄລຍະນີ້ໃຫ້ອົດທົນ, ຄ່ອຍໄປຄ່ອຍມາ, ປະຕິບັດຕາມການແນະນໍາຂອງເຈົ້າໜ້າທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະ ເຂົ້າໃຈຄວາມຈໍາເປັນຂອງບໍລິສັດຮັບເໝົາກໍ່ສ້າງ ທີ່ມີຄວາມຈໍາເປັນຕ້ອງປິດເສັ້ນທາງບາງຈຸດ ໃນແຕ່ໄລຍະເພື່ອຄວາມສະດວກໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງດັ່ງກ່າວອີກດ້ວຍ.
(ຂ່າວ: ຍຸຸພິນທອງ) ຂໍ້ມູນຈາກ: ວິທະຍຸກະຈາຍສຽງ ແຫ່ງຊາດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ