![]() |
ທ່ານ ສຸກສາກົນ ແຫວນວົງສົດ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ໃຕ້ໄດ້ໃຫ້ສຳພາດຕໍ່ສື່ມວຊົນເມື່ອບໍ່ດົນມານີ້ວ່າ: ປັດຈຸບັນເສັ້ນທາງດັ່ງກ່າວໄດ້ສຳເລັດ 100% ກ້າວເຂົ້າສູ່ໄລຍະບູລະນະຮັກສາ ໂດຍແມ່ນບໍລິສັດ ຜູ້ຮັບເໝົາ ແລະ ປັບປຸງໃນແຕ່ລະຕອນທາງເປັນຜູ້ຮັບຜິດຊອບຈົນຮອດປີ 2031 ລວມໄລຍະສັນຍາ 10 ປີ.
![]() |
ສໍາລັບຮູບແບບສັນຍາໃນການຈັດຕັ້ງປະຕິບັດແມ່ນນໍາໃຊ້ຮູບແບບສັນຍາແບບມອບເໝົາ OPBRC ປັບປຸງກໍ່ສ້າງ 2-3 ປີ, ບູລະນະຮັກສາ 7-8 ປີ ລວມໄລຍະສັນຍາ 10 ປີ ຖືວ່າເປັນຮູບແບບສັນຍາໃໝ່ທີ່ໄດ້ຈັດຕັ້ງປະຕິບັດເປັນໂຄງການທີ 2 ຖັດຈາກໂຄງການປັບປຸງ ແລະ ສ້ອມແປງທາງ 13 ເໜືອ (ສີເກີດ-ໂພນໂຮງ).ຕອນທາງດັ່ງກ່າວຈະມີຜູ້ຮັບຜິດຊອບໃນການບູລະນະຮັກສາຕະຫຼອດໄລຍະຂອງສັນຍາ ໂດຍຜູ້ຮັບເໝົາຈະຕ້ອງໄດ້ປະຕິບັດໃຫ້ໄດ້ຕາມລະດັບບໍລິການ (Service Level) ທີ່ໄດ້ກຳນົດໄວ້ໃນສັນຍາ.
![]() |
ສຳລັບຜູ້ຮັບເໝົາຈະໄດ້ຮັບຜິດຊອບຕາມສັນຍາປະກອບມີການອະນາໄມຖາງຫຍ້າແຄມທາງ, ອະນາໄມໜ້າທາງ, ອະນາໄມທໍ່ລອດທາງລວມເຖິງການສ້ອມແປງຕາບຂຸມຕ່າງໆທີ່ອາດຈະເກີດຂຶ້ນ ແລະ ຍັງມີຫຼາຍໜ້າວຽກອີກທີ່ລະບູໄວ້ໃນສັນຍາ.
ທ່ານ ສຸກສາກົນ ແຫວນວົງສົດ ກ່າວຕື່ມວ່າ: ພັກ-ລັດຖະບານ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເອົາໃຈໃສ່ປັບປຸງ ແລະ ສ້ອມແປງບັນດາເສັ້ນທາງຫຼວງແຫ່ງຊາດໃນຂອບເຂດທົ່ວປະເທດເວົ້າລວມ, ເວົ້າສະເພາະແມ່ນເສັ້ນທາງເລກທີ 13 ໃຕ້ ທີ່ຫາກໍປັບປຸງກໍ່ສ້າງສໍາເລັດ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກຄົນທີ່ນໍາໃຊ້ເສັ້ນທາງດັ່ງກ່າວໃຫ້ປະຕິບັດຕາມກົດຈະລາຈອນ ແລະ ປ້າຍສັນຍານຈະລາຈອນຕ່າງໆທີ່ໄດ້ກຳນົດ. ໂດຍສະເພາະການຂັບຂີ່ດ້ວຍຄວາມບໍ່ປະມາດ. ທັງນີ້, ເພື່ອຮັບປະກັນຄວາມປອດໄພທາງດ້ານຊັບສິນ ແລະ ຊີວິດຂອງຕົວທ່ານເອງ ສະເໜີໃຫ້ບັນດາທ່ານມີນໍ້າໃຈສູງໃນການປົກປັກຮັກສາຊັບສົມບັດຂອງຊາດເພາະເງິນທີ່ເອົາມາກໍ່ສ້າງເສັ້ນທາງລ້ວນແລ້ວແຕ່ເປັນພາສີຂອງໝົດທຸກຄົນພາຍໃນປະເທດຊາດ.
ຄໍາເຫັນ