ສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ເມືອງວຽງຄໍາ ຄັ້ງທີ VI

ສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ເມືອງວຽງຄໍາ ຄັ້ງທີ VI

ສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ເມືອງວຽງຄໍາ ຄັ້ງທີ VI
ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດເມືອງວຽງຄໍາ ແຂວງວຽງຈັນ ຄັ້ງທີ VI ໄດ້ໄຂຂຶ້ນ ແລະ ສຳເລັດລົງ ໃນວັນທີ 8 ກໍລະກົດຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງ, ໂດຍການເຂົ້າຮ່ວມຂອງ ທ່ານ ເທບພະໄທ ແກ້ວເຂັມເພັດ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງວຽງຈັນ, ທ່ານ ສົມໝາຍ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງ.
ສຳເລດກອງປະຊມໃຫຍຜແທນແນວລາວສາງຊາດ ເມອງວຽງຄາ ຄງທ VI - image 1
 

ທ່ານ ພອນເພັດ ຈິດຕະວົງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ກ່າວວ່າ: ໃນໄລຍະ 5 ປີ ຜ່ານມາ, ຄະນະກໍາມະການແນວລາວສ້າງຊາດເມືອງວຽງຄໍາ ໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ, ຖືສຳຄັນໃນການຍົກສູງຄັນທຸງເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ຊັ້ນຄົນ, ເພດໄວ ແລະ ສາສະໜາ ພາຍໃນເມືອງໃຫ້ເປັນປຶກແຜ່ນແໜ້ນໜາ, ໄດ້ຈັດຕັ້ງປະຕິບັດປະເມີນຄອບຄົວ ແລະ ບ້ານສາມັກຄີປອງດອງ ຮອບທີ II, 17 ບ້ານທົ່ວເມືອງສໍາເລັດ, ທົ່ວເມືອງມີ 4,176 ຄອບຄົວ, ຄອບຄົວທີ່ມີມາດຖານເງື່ອນໄຂຄົບຖ້ວນຕາມ 4 ມາດຖານຂອງການສ້າງຄອບຄົວສາມັກຄີປອງດອງ ບັນລຸ 85% ຂຶ້ນໄປ, ສາມາດອອກໃບຢັ້ງຢືນຮັບຮອງເປັນ ຄອບຄົວສາມັກຄີປອງດອງໄດ້ທັງມົດ 4,119 ຄອບຄົວ, ປະເມີນບ້ານສາມັກຄີປອງດອງ ຕາມ 5 ມາດຕະຖານຂອງການສ້າງບ້ານສາມັກຄີປອງດອງ ໄດ້ 17 ບ້ານ ເທົ່າ 100% ແລະ ໄດ້ປະກາດຮັບຮອງເມືອງວຽງຄໍາ ເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໄດ້ສໍາເລັດ ແລະວຽກງານດ້ານອື່ນກໍມີຜົນສໍາເລັດ.

ສຳເລດກອງປະຊມໃຫຍຜແທນແນວລາວສາງຊາດ ເມອງວຽງຄາ ຄງທ VI - image 2
 

ກອງປະຊຸມຄັ້ງນີ້, ບັນດາຜູ້ແທນສົມບູນ ເຫັນດີຮັບຮອງເອົາຄະນະກຳການແນວລາວສ້າງຊາດ ເມືອງວຽງຄໍາ ສະໄໝທີ VI ຈໍານວນ 33 ສະຫາຍ ຍິງ 9 ສະຫາຍ, ພະສົງ 2 ອົງ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກ ເອົາຄະນະປະຈໍາ ແລະ ຮັບຮອງເອົາສະຫາຍ ໂພທອງ ໄຊຍະສອນ ເປັນປະທານແນວລາວສ້າງຊາດເມືອງ, ສະຫາຍ ສົມພອນ ຊາມົນຕີ ເປັນຮອງປະທານ.

(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ ໄດ້ຈັດກອງປະຊຸມສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ເພື່ອສ້າງຄວາມເຂົ້າໃຈອັນດຽວກັນໃຫ້ທຸກພາກ, ຮ່ວມກັນຫັນກະສິກໍາ ໃຫ້ກາຍເປັນສິນຄ້າທີ່ມີມາດຕະຖານສູງ ແລະ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງການຜະລິດ ແລະ ຕະຫຼາດ ເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວສູ່ຕະຫຼາດໂລກ.
ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ໃນແຕ່ລະປີງານບຸນນະມັດສະການພະທາດຫຼວງວຽງຈັນ ບໍລິສັດ ສະມໍລບີ ທີ່ປຶກສາດ້ານການລົງທຶນ ຈຳກັດ (Small-b Vientiane Waste Co-Dev) ຫຼື ບໍລິສັດສະມໍລບີ ກໍໄດ້ຮ່ວມກັບໂຄງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ເອົາໃຈໃສ່ໃນການມີສ່ວນຮ່ວມເກັບມ້ຽນຂີ້ເຫຍື້ອ ໄລຍະງານບຸນດັ່ງກ່າວ, ເພື່ອເຮັດໃຫ້ງານບຸນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ. ປັດຈຸບັນບໍລິສັດ ສະມໍລບີ ມີຄວາມພ້ອມຮອບດ້ານໃນການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2025.
ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ເພື່ອສ້າງໂອກາດ ແລະ ຊຸກຍູ້ສົ່ງເສີມສິນຄ້າ ODOP ຂອງນະຄອນຫຼວງວຽງຈັນ ແລະ ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ, ບັນດາວິສາຫະກິດຂະໜາດນ້ອຍ-ກາງ.
ແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໝຸ່ມທົ່ວປະເທດ ຄັ້ງທີ IX

ແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໝຸ່ມທົ່ວປະເທດ ຄັ້ງທີ IX

ໃນວັນທີ 29 ຕຸລາຜ່ານມາຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວແຂວງ ຄັ້ງທີ VIII ຂຶ້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງຫົວໜ້າຄະນະຈັດຕັ້ງເມືອງ, ສະຫາຍ ທະນົງສັກ ພົມມະທັດ ຮອງເລຂາຄະນະບໍລິຫານງານຊາວໝຸ່ມແຂວງ.
ເມືອງສີງ ປີດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ເມືອງສີງ ປີດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 29 ຕຸລາຜ່ານມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງການໆເງິນເມືອງສີງ ແຂວງຫຼວງນໍ້າທາ ໄດ້ປິດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດ ແລະ ນັກກວດກາ ຢູ່ພາຍໃນເມືອງສີງ ເພື່ອກະກຽມໃສ່ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີV2025 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍໍາກ້ຽງ ແກ້ວປະເສີດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ.
ເພີ່ມທະວີ ວຽກງານຄວາມປອດໄພທາງຫຼວງ ຜ່ານການໂຄສະນາ ແລະ ບັງຄັບໃຊ້ກົດໝາຍ

ເພີ່ມທະວີ ວຽກງານຄວາມປອດໄພທາງຫຼວງ ຜ່ານການໂຄສະນາ ແລະ ບັງຄັບໃຊ້ກົດໝາຍ

ເພື່ອເປັນການເສີມຂະຫຍາຍ ວຽກງານຄວາມປອດໄພທາງຫຼວງ ແລະ ຫຼຸດຜ່ອນອັດຕາການເກີດອຸບັດເຫດ, ທີມງານໂຄງການຄວາມປອດໄພທາງຫຼວງ, ຂະແໜງຂົນສົ່ງພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ສົມທົບກັບ ພະແນກຈະລາຈອນແຂວງອຸດົມໄຊ ໄດ້ສືບຕໍ່ລົງໂຄສະນາ ປູກຈິດສໍານຶກ ກ່ຽວກັບວຽກງານຄວາມປອດໄພທາງຫຼວງ ຢູ່ໂຮງຮຽນ ມສ ຫົວນ້ຳງາ (ບ້ານຫຼັກ 32) ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 30 ຕຸລາ ນີ້, ນຳພາທີມງານໂດຍ ທ່ານ ຄຳເພົ້າ ອິນແກ້ວມະນີ ຫົວໜ້າຂະແໜງຂົນສົ່ງ ພະແນກ ຍທຂ.
ນັກທຸລະກິດໜຸ່ມຕັ້ງໃຈຢາກປ່ຽນແປງພື້ນທີ່ແຫ້ງແລ້ງກາຍມາເປັນພື້ນທີ່ສວນທີ່ອຸດົມສົມບູນ

ນັກທຸລະກິດໜຸ່ມຕັ້ງໃຈຢາກປ່ຽນແປງພື້ນທີ່ແຫ້ງແລ້ງກາຍມາເປັນພື້ນທີ່ສວນທີ່ອຸດົມສົມບູນ

ປັດຈຸບັນ, ໄດ້ມີຫຼາຍໆຄອບຄົວທີ່ມີຄວາມສົນໃຈ ແລະຫັນສູ່ການຜະລິດກະສິກຳປູກຝັງລ້ຽງສັດ ເພື່ອຮັບໃຊ້ພາຍໃນຄອບຄົວໃຫ້ພຽງພໍ, ຫຼຸດຜ່ອນການຊື້ຈາກພາຍນອກ ຕາມນະໂຍບາຍຂອງພັກ ແລະລັດຖະບານ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຄືດັ່ງຄອບຄົວຂອງທ່ານ ວົງວິໄລ ພະສຸວໍ ຫຼື ເປົາຈະເລີນຊັບ ເຈົ້າຂອງບໍລິສັດ ເປົາຈະເລີນຊັບຮັບເໝົາກໍ່ສ້າງຂົວທາງ, ເຄຫະສະຖານຈຳກັດຜູ້ດຽວ ທີ່ນອກຈາກເຮັດທຸລະກິດແລ້ວ, ຍັງໄດ້ນຳພາຄອບຄົວ ເຮັດກະສິກຳແບບປະສົມປະສານ ໂດຍການພັດທະນາພື້ນທີ່ແຫ້ງແລ້ງ ໃຫ້ກາຍເປັນພື້ນທີ່ທີ່ອຸດົມສົມບູນ.
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມ ຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ II ຢູ່ຈຸດແຂວງຄໍາມ່ວນ ຈັດໃນຂຶ້ນວັນທີ 30 ຕຸລາ 2025 ຢູ່ທີ່ສະໂມສອນຂອງແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນກໍາມະການກົມການເມືອງສູນກາງພັກຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ ແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ສະຫວັນນະເຂດ ເຂົ້າຮ່ວມ.
ປະທານຄະນະກວດກາສູນກາງພັກ ພົບ​ປະ​ໂອ້​ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງເຊກອງ

ປະທານຄະນະກວດກາສູນກາງພັກ ພົບ​ປະ​ໂອ້​ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງເຊກອງ

ວັນທີ 29 ຕຸລາຜ່ານມານີ້, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສຸນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເຄື່ອນໄຫວພົບປະໂອ້ລົມພະນັກງານການນຳຫຼັກແຫຼ່ງແຂວງເຊກອງ ຢູ່ທີ່ສະໂມສອນຂອງແຂວງ ໂດຍມີທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ພ້ອມດ້ວຍການນຳຂັ້ນແຂວງ, ເມືອງ ແລະພະນັກງານກວດກາທົ່ວແຂວງ ເຂົ້າຮ່ວມຮັບຟັງ.
ຊາວໜຸ່ມຫຼາຍແຂວງຮ່ວມແລກປ່ຽນບົດຮຽນ ພາຍໃຕ້ຫົວຂໍ້: “ມໍຣະດົກລາວ ເພື່ອມໍຣະດົກໂລກ”

ຊາວໜຸ່ມຫຼາຍແຂວງຮ່ວມແລກປ່ຽນບົດຮຽນ ພາຍໃຕ້ຫົວຂໍ້: “ມໍຣະດົກລາວ ເພື່ອມໍຣະດົກໂລກ”

ວັນທີ 29 ຕຸລານີ້ ທີ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ພົບປະແລກປ່ຽນບົດຮຽນໂຄງການສົ່ງເສີມນັກວິຊາການໜຸ່ມ ພາຍໃຕ້ຫົວຂໍ້: “ມໍຣະດົກລາວ ເພື່ອມໍຣະດົກໂລກ” ໂດຍເປັນປະທານຂອງ ທ່ານ ວົງດາວອນ ວົງໄຊຍະລາດ ຮອງຫົວໜ້າພະແນກວັດທະນະທຳ ແລະການທ່ອງທ່ຽວແຂວງຫຼວງພະບາງ, ມີທ່ານ ທອງລິດ ຫຼວງໂຄດ ຮອງຫົວໜ້າກົມມໍລະດົກກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີວິຊາການຈາກພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຊຽງຂວາງ,ຈໍາປາສັກ, ຄຳມ່ວນ ແລະວິຊາການໜຸ່ມທີ່ເຮັດວຽກປົກປັກຮັກສາມໍຣະດົກໂລກ ຢູ່ໃນປະເທດລາວ ເຂົ້າຮ່ວມ.
ເພີ່ມເຕີມ