ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ອົງການກວດສອບແຫ່ງລັດຄັ້ງທີ III

ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ອົງການກວດສອບແຫ່ງລັດຄັ້ງທີ III

ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ອົງການກວດສອບແຫ່ງລັດຄັ້ງທີ III
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ອົງຄະນະພັກ ອົງການກວດສອບແຫ່ງລັດ ໄດ້ເປີດຂຶ້ນໃນວັນທີ 25 ສິງຫາ ຜ່ານມາ ແລະ ໄດ້ປິດລົງໃນວັນດຽວກັນ, ໂດຍການເປັນປະທານ ຂອງສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ເລຂາຄະນະພັກ ອົງການກວດສອບແຫ່ງລັດ ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ, ມີແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ບັນດາສະຫາຍສະມາຊິກພັກເຂົ້າຮ່ວມ.
ສາເລດກອງປະຊມໃຫຍສະມາຊກພກອງຄະນະພກ ອງການກວດສອບແຫງລດຄງທ III - image 1
 

ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ເລຂາຄະນະພັກ ອົງການກວດສອບແຫ່ງລັດ ໄດ້ລາຍງານຜົນກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ຢັ້ງຢືນເຖິງຄວາມສາມັກຄີເປັນເອກະພາບຢູ່ພາຍໃນອົງຄະນະພັກ ທຸກບັນຫາທີ່ໄດ້ຍົກຂຶ້ນມາໃນກອງປະຊຸມລ້ວນແຕ່ໄດ້ຮັບການຄົ້ນຄວ້າປະກອບຄຳຄິດຄຳເຫັນເລິກເຊິ່ງຈາກບັນດາສະຫາຍຜູ້ແທນ ແລະ ໄດ້ຮັບຮອງຢ່າງເປັນເອກະສັນ, ໄດ້ພ້ອມກັນຄົ້ນຄ້ວາເຊື່ອມຊຶມບົດລາຍງານການເມືອງ ຂອງອົງຄະນະພັກ ອົງການກວດສອບແຫ່ງລັດ ຄັ້ງທີ III ຢ່າງເລີກເຊິ່ງ, ຕັ້ງໜ້າປະກອບຄຳຄິດຄຳເຫັນດ້ວຍຄວາມຮັບຜິດຊອບສູງ. ຜ່ານພຶດຕິກຳແຫ່ງການຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ພັກມອບໝາຍໃຫ້ ໄດ້ຍົກໃຫ້ພວກເຮົາເຫັນວ່າ: ອົງການກວດສອບແຫ່ງລັດໄດ້ເປັນເຈົ້າການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເດັດດ່ຽວປົົກປ້ອງອົງການຈັດຕັ້ງຂອງລັດ ແລະ ສິດຜົນປະໂຫຍດທາງດ້ານເສດຖະກິດ, ແຜນການ, ການເງິນ-ເງິນຕາ ຂອງປະເທດ; ເອົາໃຈໃສ່ພັດທະນາ ແລະ ສ້າງຄວາມເຂັ້ມແຂງທາງດ້ານກົງຈັກການຈັດຕັ້ງ, ພັດທະນາບຸກຄະລາກອນ ແລະ ວິຊາສະເພະຢ່າງບໍ່ຢຸດຢັ້ງ. ຜົນສຳເລັດທັງໝົດນັ້ນ ກໍບົນພື້ນຖານການນຳພາ-ຊີ້ນຳ ຂອງຄະນະພັກ, ຄະນະນຳ ອົງການກວດສອບແຫ່ງລັດ ຢ່າງໃກ້ຊິດ ໂດຍສະເພາະການຄົ້ນຄວ້າ ແລະ ວິເຄາະວິໄຈສະຖານະການ, ສະພາບການທາງດ້ານເສດຖະກິດ-ການເງິນ ທັງໃນສະເພາະໜ້າ ແລະ ຍາວນານ ຂອງພັກ-ລັດຖະບານ; ອົງການກວດສອບແຫ່ງລັດ ຈຶ່ງເຮັດໜ້າທີ່ເຄື່ອນໄຫວ ຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ ແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ ໂດຍຖືເອົາຫຼັກການດຳເນີນການກວດສອບ, ການຄຸ້ມຄອງ, ການນຳໃຊ້ງົບປະມານການເງິນ ແລະ ຊັບສິນຂອງລັດໃຫ້ມີປະສິດທິພາບ, ປະສິດທິຜົນ, ປະຢັດ, ໂປ່ງໃສ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວ ແລະ ໝັ້ນຄົງ.

ສາເລດກອງປະຊມໃຫຍສະມາຊກພກອງຄະນະພກ ອງການກວດສອບແຫງລດຄງທ III - image 2
 

ພາຍໃຕ້ການນຳພາຢ່າງໃກ້ຊິດ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ພວກເຮົາໄດ້ປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະການນຳພາສຶກສາອົບຮົບການເມືອງ-ແນວຄິດ ເປັນວຽກໃຈກາງ ແລະ ສອດຫ້ອຍຢູ່ໃນທຸກຂົງເຂດວຽກງານ ໃຫ້ສະມາຊິກພັກ-ພະນັກງານ ຢ່າງເປັນປົກກະຕິ, ຕໍ່ເນື່ອງ ແລະ ເຮັດດ້ວຍຫຼາຍຮູບການ ອັນໄດ້ເຮັດໃຫ້ສະມາຊິກພັກ-ພະນັກງານ ພາຍໃນອົງການກວດສອບແຫ່ງລັດ ຮັກສາໄດ້ມູນເຊື້ອຄວາມຈົງຮັກພັກດີ, ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ໄດ້ປະກອບສ່ວນ ເປັນກຳລັງແຮງອັນແຂງແກ່ນ ເຮັດໃຫ້ອົງຄະນະພັກ ສາມາດປະຕິບັດໜ້າທີ່ການເມືອງຂອງຕົນ ໄດ້ສໍາເລັດຜົນ.

ຕໍ່ກັບວຽກການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຕາມແຜນຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດ ໂດຍຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ມະຕິກອງປະຊຸມສະພາແຫ່ງຊາດ ຊຸດທີ IX ແລະ ຕາມການມອບໝາຍຂອງຂັ້ນເທິງ-ການສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ ຊຶ່ງສາມາດນໍາພາ-ຊີ້ນໍາຈັດຕັ້ງປະຕິບັດ ບັນລຸຕາມແຜນການ ຈໍານວນ 600 ເປົ້າໝາຍ, ເທົ່າກັບ 100% ຂອງແຜນກວດສອບ ແລະ ຊຸກຍູ້ແກ້ໄຂຜົນການກວດສອບ 115 ເທື່ອເປົ້າໝາຍ ມີຜົນສໍາເລັດດັ່ງນີ້:

ຂົງເຂດງົບປະມານແຫ່ງລັດ ສາມາດກວດສອບເຫັນລາຍຮັບເພີ່ມ ລວມມີລາຍຮັບວິຊາການ, ເງິນຄໍ້າປະກັນຈາກການລະເມີດສັນຍາ, ເງິນປະກອບສ່ວນຊ່ວຍເຫຼືອຈາກສັງຄົມ ແລະ ລາຍຮັບອື່ນໆ ທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ ເປັນເງິນ 2,351.90 ຕື້ກີບ, ລາຍຈ່າຍເພີ່ມ 229.55 ຕື້ກີບ; ໃນນັ້ນ: ສາມາດຊຸກຍູ້ການແກ້ໄຂຜົນການກວດສອບ ດ້ວຍການ ຈົດຮັບ-ຈົດຈ່າຍຜ່ານລະບົບງົບປະມານແຫ່ງລັດ 92.32 ຕື້ກີບ ແລະ ເກັບກູ້ເປັນເງິນຄືນເຂົ້າງົບປະມານແຫ່ງລັດໄດ້ 588.91 ຕື້ກີບ ລວມເຂົ້າກັນເປັນເງິນ 681.23 ຕື້ກີບ.

ຂົງເຂດໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອຈາກຕ່າງປະເທດ ສາມາດກວດສອບເຫັນການຈັດຊື້-ຈັດຈ້າງ ລວມເປັນເງິນ 86.62 ຕື້ກີບ ບໍ່ໄດ້ດໍາເນີນການປະມູນ, ບໍ່ສົມທຽບລາຄາຕາມກົດໝາຍ ແລະ ລະບຽບການທີ່ໄດ້ກໍານົດໄວ້; ເບີກຈ່າຍເງິນບໍລິຫານບໍ່ຢູ່ໃນລະບຽບການ ແລະ ເບີກຈ່າຍເງິນອັດຕາຝຶກອົບຮົມເກີນລະບຽບການ ລວມເຂົ້າກັນເປັນເງິນ 139.84 ຕື້ກີບ ແລະ 5,204.30 ໂດລາ; ບໍ່ສະຫຼຸບສັງລວມຊັບສົມບັດຄົງທີ່ ກ່ອນຈະສິ້ນສຸດໂຄງການ ມູນຄ່າ 34.90 ຕື້ກີບ ສົ່ງໃຫ້ກະຊວງການເງິນຄຸ້ມຄອງ; ຈ່າຍເງິນນອກແຜນງົບປະມານໂຄງການ 129,460 ໂດລາ;

ຂົງເຂດທະນາຄານ ສາມາດກວດສອບເຫັນການປ່ອຍເງິນໃຫ້ກູ້ຢືມເກີນຂອບເຂດຂອງທຶນຊັ້ນໜຶ່ງ ທີ່ເປັນການລະເມີດຂໍ້ຫ້າມ ຈໍານວນ 13,653.78 ຕື້ກີບ, ການປ່ອຍເງິນໃຫ້ກູ້ຢືມເປັນເງິນຕາຕ່າງປະເທດ ທີ່ເປັນການລະເມີດກົດໝາຍ ຈໍານວນ 158.94 ລ້ານໂດລາ, 11.56 ລ້ານບາດ;

ຂົງເຂດວິສາຫະກິດ ສາມາດກວດສອບເຫັນ ບໍ່ໄດ້ສັງລວມຊັບສົມບັດຄົງທີ່ເຂົ້າໃນເອກະສານລາຍງານການເງິນ ຈໍານວນ 1,595.71 ຕື້ກີບ, ລາຍຮັບ ຈໍານວນ 500.54 ຕື້ກີບ ແລະ ລາຍຈ່າຍ 27.62 ຕື້ກີບ ລວມເຂົ້າກັນເປັນເງິນ 2,123.87 ຕື້ກີບ; ບໍ່ມອບພັນທະເຂົ້າງົບປະມານແຫ່ງລັດ ທັນຕາມກໍານົດເວລາ 11.94 ຕື້ກີບ; ສາມາດຊຸກຍູ້ແກ້ໄຂໄດ້ ຈໍານວນ 990 ລ້ານກີບ.

ກອງປະຊຸມຄັ້ງປະຖົມມະລືກ ໄດ້ເຫັນດີເປັນເອກະສັນເລືອກເອົາຄະນະປະຈຳພັກ ອົງການກວດສອບແຫ່ງລັດ 3 ສະຫາຍ, ເລືອກເອົາສະຫາຍ ວຽງທະວີສອນ ເທບພະຈັນ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ຕ້ອຍ ພົນທິລາດ ເປັນຮອງເລຂາ, ເລືອກເອົາສະຫາຍ ບຸນເລີດ ເທບວົງສາ ເປັນປະທານກວດກາ, ສະຫາຍ ໄພຍະເວດ ໂພທິສານ ເປັນຮອງປະທານກວດກາ ແລະ ເລືອກເອົາຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ 13 ສະຫາຍ.

ສາເລດກອງປະຊມໃຫຍສະມາຊກພກອງຄະນະພກ ອງການກວດສອບແຫງລດຄງທ III - image 3
 

ໂອກາດທີ່ມີຄວາມໝາຍສຳຄັນ, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ໃຫ້ກຽດໂອ້ລົມ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມໃຫຍ່ ຄັ້ງທີ III ນີ້, ນອກຈາກ ພວກສະຫາຍ ຍັງໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່ ຢ່າງຖືກຕ້ອງຕາມລະບຽບຂອງພັກ ແລະ ແທດກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່; ເຫັນວ່າໂຄງປະກອບຄະນະພັກຊຸດໃໝ່ ລ້ວນແຕ່ສ່ອງແສງໃຫ້ເຫັນເຖິງລັກສະນະສືບທອດຕໍ່ເນື່ອງ ລະຫວ່າງຮຸ່ນພະນັກງານຢ່າງເໝາະສົມ ເພື່ອເປັນຫົວຈັກຫຼັກແຫຼ່ງແກ່ນສານ ຊີ້ນຳ-ນຳພາ ອົງການກວດສອບແຫ່ງລັດ ໃນໄລຍະ 5 ປີຕໍ່ໜ້າ ຊຶ່ງສະແດງເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈ ຂອງຜູ້ແທນກອງປະຊຸມ ກໍຄືຖັນແຖວພະນັກງານ, ສະມາຊິກພັກ ໃນທົ່ວຂະແໜງ ການ; ພ້ອມນັ້ນ, ຍັງເປັນການມອບໝາຍໜ້າທີ່ການເມືອງ ທີ່ສໍາຄັນທີ່ສຸດ ເພື່ອແບກຫາບພາລະອັນໃຫຍ່ຫຼວງໜັກໜ່ວງ ໃນເງື່ອນໄຂສະພາບການໃໝ່ ແລະ ຂ້າພະເຈົ້າ ຢາກເນັ້ນໜັກຕື່ມ ຕໍ່ບັນດາສະຫາຍຄະນະພັກຊຸດໃໝ່ ດັ່ງນີ້:

ໜຶ່ງ: ໃຫ້ຕັ້ງໜ້າຊີ້ນໍາ-ນໍາພາ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກຳລະອຽດ ເລີ່ມຕັ້ງແຕ່ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃນຄະນະບໍລິຫານງານພັກ ລົງໄປເຖິງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ນອນໃນການຄຸ້ມຄອງໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບກັນທາງດ້ານທັດສະນະ, ການກະທຳ, ສາມາດຍູ້ຂະບວນຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີປະສິດທິຜົນ.

ສອງ: ໃຫ້ແບ່ງວຽກ, ແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານພັກ, ຄະນະປະຈໍາພັກໃຫ້ລະອຽດ, ຈະແຈ້ງ; ຕ້ອງເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ, ມີຄວາມເສຍສະຫຼະ ເພື່ອເຮັດສໍາເລັດໜ້າທີ່ ທີ່ຖືກມອບໝາຍໃຫ້.

ສາມ: ຕ້ອງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫຼັກການ, ລະບອບແບບແຜນວິທີນໍາພາຂອງພັກ ແລະ ມີຄວາມຮັບຜິດຊອບໂດຍກົງ ຕໍ່ຜົນໄດ້ຜົນເສຍຂອງວຽກງານທີ່ຖືກມອບໝາຍ, ເດັດຂາດແກ້ໄຂ ຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມທາດຂາດຄຸນ ແລະ ອື່ນໆ ທີ່ຈະນຳຜົນເສຍຫາຍມາສູ່ຕົນເອງ ແລະ ກົມກອງ.

ສີ: ຕ້ອງສືບຕໍ່ຕັ້ງໜ້າການຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິດທໍາປະຕິວັດ, ເປັນແບບຢ່າງນໍາໜ້າ ດ້ານຄວາມຈົງຮັກພັກດີ ແລະ ຄວາມຊື່ສັດບໍລິສຸດ ຕໍ່ອຸດົມການຂອງພັກ ແລະ ຜົນປະໂຫຍດຂອງປະເທດຊາດ; ມີຄວາມສາມັກຄີຮັກແພງ ແລະ ມີຄວາມຈິງໃຈ ຕໍ່ໝູ່ຄະນະ ແລະ ຊ່ວຍເຫຼືອ ກໍ່ສ້າງໝູ່ຄະນະໃຫ້ມີຄວາມເຂັ້ມແຂງ; ດໍາລົງຊີວິດແບບປອດໃສຂາວສະອາດ, ດຸໝັ່ນຊື່ສັດ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ເພື່ອຍົກລະດັບດ້ານຕ່າງໆຂອງຕົນ ໃຫ້ສູງຂຶ້ນ ຢ່າງບໍ່ຢຸດຢັ້ງ.

ຫ້າ: ສືບຕໍ່ເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນ ແລະ ຄວາມສາມັກຄີກັບທຸກພາກສ່ວນໃຫ້ແໜ້ນແຟ້ນ, ເຊີດຊູຊ່ວຍເຫຼືອ, ເຄົາລົບຊຶ່ງກັນ ແລະ ກັນ ບົນພື້ນຖານແນວທາງຂອງພັກ.

ສິ່ງສຳຄັນ ແມ່ນໃຫ້ຄະນະພັກຊຸດໃໝ່ຮີບຮ້ອນຈັດຕັ້ງຜັນຂະຫຍາຍວຽກງານຕ່າງໆເປັນໂຄງການ, ເປັນແຜນງານ ແລະ ສ້າງເປັນນິຕິກຳລະອຽດ ໂດຍເລີ່ມແຕ່ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃນຄະນະບໍລິຫານງານ ອົງການກວດສອບແຫ່ງລັດ ລົງເຖິງຄະນະໜ່ວຍພັກຮາກຖານຂຶ້ນກັບ, ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ, ເປັນເອກະພາບກັນທາງດ້ານທັດສະນະ ແລະ ການຈັດຕັ້ງປະຕິບັດຕົວຈິງ, ມີຄວາມເປັນເຈົ້າການເຂົ້າຮ່ວມການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງນີ້ຢ່າງເປັນຂະບວນແຂງແຮງ, ຕໍ່ເນື່ອງ ແລະ ມີປະສິດທິຜົນ; ພ້ອມດຽວກັນນັ້ນ, ກໍຮີບຮ້ອນໃຫ້ແບ່ງວຽກ-ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ, ຄະນະປະຈຳພັກໃຫ້ລະອຽດຈະແຈ້ງ; ເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້-ຄວາມສາມາດ, ມີຄວາມເສຍສະຫຼະ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ. ສິ່ງສຳຄັນການຖືກເລືອກເຂົ້າມາຢູ່ໃນຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ ເພື່ອເຮັດໜ້າທີ່ອັນສຳຄັນ ຂອງພັກ, ຂອງລັດ ຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ ໂດຍສະເພາະການດຳເນີນການກວດສອບ, ການຄຸ້ມຄອງ, ການນຳໃຊ້ງົບປະມານການເງິນ ແລະ ຊັບສິນຂອງລັດໃຫ້ມີປະສິດທິພາບ, ປະສິດທິຜົນ, ປະຢັດ, ໂປ່ງໃສ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວ ແລະ ໝັ້ນຄົງ.

ຂ່າວ-ພາບ: ອົງການກວດສອບແຫ່ງລັດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ວັນທີ 23 ພະຈິກນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນແຫ່ຜາສາດເຜິ້ງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026 ໂດຍໄດ້ເຕົ້າໂຮມທີ່ວັດໜອງບອນ ແລ້ວແຫ່ອ້ອມກົມມະລຽນພະທາດຫຼວງ 3 ຮອບ ເພື່ອເປັນການບູຊາຄຸນພະພຸດ, ພະທໍາ ແລະ ພະສົງ ໂດຍມີຂະ ບວນແຫ່ຂອງພະສົງອອກໜ້າ ແລະ ຂະບວນແຫ່ຂອງການນໍາພັກ-ລັດ ຊຶ່ງນຳໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນຳພັກ-ລັດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ເພີ່ມເຕີມ