ສຳມະນານະໂຍບາຍ ແລະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມ

ສຳມະນານະໂຍບາຍ ແລະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມ

ສຳມະນານະໂຍບາຍ ແລະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມ
ວັນທີ 24-26 ມີນານີ້ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ມີກອງປະຊຸມສໍາມະນາກ່ຽວກັບນະ ໂຍບາຍ ແລະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ

 ຮອງປະທານສະພາແຫ່ງຊາດ (ສພຊ); ມີທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍເບີຄະນ໋ອບຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປລາວ,ບັນດາທ່ານປະທານກຳມາທິການ ແລະເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການທີ່ກ່ຽວຂ້ອງ, ຮອງປະທານກຳມາທິການ, ປະທານສະພາປະຊາຊົນຂັ້ນແຂວງ, ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ສພຊພ້ອມດ້ວຍບັນດາທ່ານຊ່ຽວຊານ, ຕາງໜ້າອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມຫຼາຍກວ່າ 90 ທ່ານ.

ຈຸດປະສົງແມ່ນເພື່ອຍົກສູງຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບແນວຄວາມຄິດ ແລະ ຄວາມສຳຄັນຂອງລະບົບປົກປ້ອງສັງຄົມ; ການກໍານົດນະໂຍບາຍ ແລະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມ; ບົດຮຽນຂອງສາກົນກ່ຽວກັບລະບົບການປະກັນສັງຄົມ, ການປະກັນສຸຂະພາບ, ສິ່ງທ້າທາຍ ແລະ ອຸປະສັກໃນການເຂົ້າເຖິງລະບົບປະກັນສຸຂະພາບ ແລະ ປະກັນສັງຄົມຂອງແຮງງານນອກລະບົບໃນຂັ້ນຮາກຖານ;ບົດບາດຂອງລັດຖະສະພາສາກົນ ຕໍ່ວຽກງານປົກປ້ອງສັງຄົມ, ບົດບາດຂອງສະມາຊິກລັດຖະສະພາ ແລະ ລັດຖະສະພາ ໃນການຕິດຕາມກວດກາ ວຽກງານປົກປ້ອງສັງຄົມ ແລະ ບົດບາດຂອງສະພາແຫ່ງຊາດ ຕໍ່ວຽກງານການປົກປ້ອງສັງຄົມ.

ທ່ານ ຄຳໃບ ດຳລັດ ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ ເພື່ອເຜີຍແຜ່, ສ້າງຄວາມເຂົ້າໃຈຕໍ່ກັບນະໂຍບາຍ ແລະ ການລົງທຶນເຂົ້າໃນລະບົບປົກປ້ອງສັງຄົມ ພາຍໃຕ້ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດຮອດປີ 2025 ແລະ ຈະໄດ້ພ້ອມກັນປຶກສາຫາລື, ກໍານົດບຸລິມະສິດເບື້ອງຕົ້ນຕໍ່ການສ້າງຍຸດທະສາດປົກປ້ອງສັງຄົມແຫ່ງຊາດໃນໄລຍະຕໍ່ໜ້າ (2026-2030);ພ້ອມກັນນີ້, ຈະໄດ້ຮັບຟັງການໃຫ້ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ຈາກຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ຕໍ່ກັບວຽກງານການປົກປ້ອງສັງຄົມ ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້, ເຂົ້າໃຈ ແລະ ສາມາດກຳໄດ້ຢ່າງເລິກເຊິ່ງ ເພື່ອນໍາໄປກໍານົດທິດທາງແຜນການ, ວິທີການ ແລະ ມາດຕະການຈັດຕັ້ງປະຕິບັດ, ພ້ອມທັງມີການຕິດຕາມກວດກາ ແລະ ຊຸກຍູ້ວຽກງານດັ່ງກ່າວທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຜົນສຳເລັດດີຂຶ້ນ ເພື່ອປະກອບສ່ວນຕໍ່ການບັນລຸແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ຮັບປະກັນໃຫ້ກອງທຶນປົກປ້ອງສັງຄົມ ມີຄວາມຍືນຍົງດ້ານງົບປະມານ, ປະຊາຊົນບັນດາເຜົ່າໄດ້ຮັບການປົກປ້ອງແບບທົ່ວເຖິງ ແລະ ເຂົ້າເຖິງຊຸດອຸດໜູນປົກປ້ອງສັງຄົມອັນຈຳເປັນພື້ນຖານ ຢ່າງມີປະສິດຕິພາບ.

ໃນກອງປະຊຸມ ໄດ້ຮັບຟັງສະພາບລວມຂອງລະບົບປົກປ້ອງສັງຄົມ ແລະ ຍຸດທະສາດປົກປ້ອງສັງຄົມແຫ່ງຊາດ, ຜົນໄດ້ຮັບ ແລະ ສິ່ງທ້າທ້າຍ; ສະພາບການດ້ານເສດຖະກິດ, ສັງຄົມ ແລະ ການເມືອງ ຕໍ່ວຽກງານປົກປ້ອງສັງຄົມ; ລະບົບປະກັນສັງຄົມ: ຜົນໄດ້ຮັບ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ; ລະບົບປະກັນສັງຄົມໃນສະພາບການດ້ານເສດຖະກິດ-ສັງຄົມປັດຈຸບັນ; ຜົນໄດ້ຮັບ ແລະ ຂໍ້ແນະນຳຈາກການຄຳນວນຄະນິດສາດປະກັນສັງຄົມ ແລະ ການປັບປຸງນິຕິກຳ, ມາດຕະຖານ ແລະ ການປະຕິບັດທີ່ດີຈາກສາກົນ;ບົດບາດຂອງລັດຖະສະພາກໍາປູເຈຍ ຕໍ່ການຕັດສິນໃຈດ້ານນະໂຍບາຍປົກປ້ອງສັງຄົມ, ການທົບທວນງົບປະມານ ແລະ ຄວາມຮັບຜິດຊອບ;ລະບົບປະກັນສຸຂະພາບ: ຜົນໄດ້ຮັບ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ;ສິ່ງທ້າທາຍ ແລະ ອຸປະສັກ ໃນການເຂົ້າເຖິງລະບົບປະກັນສຸຂະພາບ ແລະ ປະກັນສັງຄົມຂອງແຮງງານນອກລະບົບໃນຂັ້ນຮາກຖານ;ການສ້າງຄວາມເຂັ້ມແຂງໃຫ້ລະບົບປະກັນສຸຂະພາບ: ຜົນໄດ້ຮັບ ແລະ ຂໍ້ສະເໜີແນະນຳຈາກການຄຳນວນຄະນິດສາດກອງທຶນປະກັນສຸຂະພາບ, ການທົບທວນການຄຸ້ມຄອງບໍລິຫານ ແລະ ບົດຮຽນຈາກພາກພື້ນ;ໂຄງການອາຫານທ່ຽງ: ຜົນໄດ້ຮັບ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ;ໂຄງການອຸດໜູນຜູ້ພິການ: ສຽງຈາກຜູ້ໄດ້ຮັບຜົນປະໂຫຍດ, ຜົນໄດ້ຮັບ ແລະ ທິດທາງໃນຕໍ່ໜ້າ;ລະບົບປົກປ້ອງສັງຄົມຂອງປະເທດຫວຽດນາມ: ສະພາບປັດຈຸບັນ, ສິ່ງທ້າທາຍ ແລະ ການປະຕິຮູບນະໂຍບາຍ;ສະພາບລວມຂອງນະໂຍບາຍປົກປ້ອງສັງຄົມ ແລະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມ: ບົດຮຽນຈາກລັດຖະສະພາສາກົນ; ບົດບາດຂອງສະພາແຫ່ງຊາດລາວ ຕໍ່ວຽກງານການປົກປ້ອງສັງຄົມ.

ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ,ສົນທະນາແລະແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະຊັກຖາມຕໍ່ບັນຫາຕ່າງໆທີ່ວິທະຍາກອນ ແລະ ຊ່ຽວຊານໄດ້ນຳສະເໜີ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງກວ້າງຂວາງ, ເລິກເຊິ່ງ.

ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານ ແລະ ວິຊາການ ຈາກອົງການແຮງງານສາກົນ (International Labour Organization-ILO) ສົມທົບກັບງົບປະມານຂອງຄະນະເລຂາທິການສະພາແຫ່ງຊາດ.

(ຂ່າວ: ນາງ ອາລິນ ສຸພິມມະປະດິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານເລືອກຕັ້ງ ສສຊ ແລ ສສຂ

ທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານເລືອກຕັ້ງ ສສຊ ແລ ສສຂ

ວັນທີ 14 ມັງກອນຜ່ານມຮານີ້, ຢູ່ສະໂມສອນຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຕັ້ງເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະບັນຊາອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ-ນະຄອນ ຫຼວງພະບາງ, ໂຮງງານປະສານເຫຼົ່າ, ໂຮງໝໍບໍລິເວນ 107, ກອງພັນນ້ອຍ, ກອງຮ້ອຍເອກະລາດ, ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ເລື່ອງສັັ້ນ ເງົາຂອງເວລາ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ໄດ້ລາງວັນທີ 1

ເລື່ອງສັັ້ນ ເງົາຂອງເວລາ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ໄດ້ລາງວັນທີ 1

ເລື່ອງສັັ້ນເງົາຂອງເວລາ ຂຽນໂດຍ ປັນຍາ ພັນທະພານິດ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ຂຽນໂດຍ ແກ້ວຈ່ອຍ ບົວ ໄດ້ລາງວັນທີ 1; ເລື່ອງສັ້ນ ຂອງຂວັນ ຂຽນໂດຍ ອຸດົມຮອບຄອບ, ບົດບັນທຶກປະລິນຍາມະຫາຊົນ ຂຽນໂດຍ ວິລັດ ຜິວອ່ອນ, ບົດກະວີ ບໍ່ໄດ້ຈັບປືນຮ່ວມສູ້ ແຕ່ຂໍຈັບປາກກາຮ່ວມສ້າງຂຽນໂດຍ ສະຫງວນສັກ ວັນໄຊຍະເດດ ແລະ ບົດກະວີ ພັກນີ້ ຂຽນໂດຍ ບຸນມາ ຫອມສົມບັດ ໄດ້ລາງວັນທີ 2 ແລະ ເລື່ອງສັ້ນ ສ່ຽວຮັກ ສ່ຽວສັດຕູ ຂຽນໂດຍ ບົວລະພາ ກຸມພົນ, ເລື່ອງສັ້ນ ຮອຍລະນຶກ ຂຽນໂດຍ ບຸນເກີດ ຈັນທະວົງ, ບົດບັນທຶກ ອິນຊີຄືນຖິ່ນ ຂຽນໂດຍ ປະສົງ ວົງຄຳຈັນ, ບົດກະວີ ຮອຍຍີ້ມລູກ ຄວາມສຸກຂອງແມ່ ຂຽນໂດຍ ສະດັນຢູ ເພັດຊະລາດ ແລະ ບົດກະວີ ສານສັ່ງຈາກປະທານໄກສອນ ພົມວິຫານ ຂຽນໂດຍ ໄພວອນ ນັນທະວົງ ໄດ້ລາງວັນທີ 3.
ເຊັນສັນຍາຮ່ວມມືດ້ານວິຊາການວ່າດ້ວຍການພັດທະນາລະບົບອະນຸມັດ ແລະ ຕິດຕາມການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ

ເຊັນສັນຍາຮ່ວມມືດ້ານວິຊາການວ່າດ້ວຍການພັດທະນາລະບົບອະນຸມັດ ແລະ ຕິດຕາມການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ

ພິທີເຊັນສັນຍາຮ່ວມມືດ້ານວິຊາການ ວ່າດ້ວຍການພັດທະນາລະບົບອະນຸມັດ ແລະ ຕິດຕາມການ ນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕາງໜ້າໂດຍ ກົມແຜນການ ແລະ ການຮ່ວມມື ກັບ ບໍລິສັດ ເອໄອດີຊີ ເທັກ ຈໍາກັດຜູ້ດຽວ ຕາງໜ້າເຊັນໂດຍ ທ່ານ ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອໄອດີຊີ ເທັກ ຈໍາກັດຜູ້ດຽວ.
ກອງປະຊຸມເຜີຍແຜ່ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນປີ 2024 ແລະ 2025

ກອງປະຊຸມເຜີຍແຜ່ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນປີ 2024 ແລະ 2025

ໃນວັນທີ 16 ມັງກອນຜ່ານມາທີ່ ສູນວາງສະແດງ ເຂດເສດຖະກິດພິເສດ ເມືອງບໍ່ເຕ່ນ ແຂວງຫຼວງນໍ້າທາ,ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ໃນປີ 2024 ແລະ 2025 ໃຫ້ແກ່ຈຸດປະສານງານອາຊຽນ ຂອງບັນດາແຂວງພາກກາງ ແລະ ພາກເໜືອ. ໃນກອງປະຊຸມຄັ້ງນີ້ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບຸນທອນ ສີສະຫວັນ ກຳມະການປະຈຳພັກແຂວງ ປະທານກວດກາພັກ ອົງການກວດກາລັດ ແຂວງຫຼວງນ້ຳທາ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວຄຳເຫັນໃນພິທີເປີດກອງປະຊຸມ ໂດຍມີຜູ້ເຂົ້າຮ່ວມຈາກບັນດາກະຊວງ ແລະ ຈຸດປະສານງານອາຊຽນ ແລະ ພະແນກການກ່ຽວຂ້ອງຂອງບັນດາແຂວງພາກກາງ ແລະ ພາກເໜືອ ເຂົ້າຮ່ວມ.
ມອບ-ຮັບ ໂຮງເຢັນ ແລະ ອຸປະກອນການແພດ ໂຮງໝໍເມືອງປາກຊ່ອງ

ມອບ-ຮັບ ໂຮງເຢັນ ແລະ ອຸປະກອນການແພດ ໂຮງໝໍເມືອງປາກຊ່ອງ

ໃນທ້າຍອາທິດຜ່າຮມານີ້, ທີ່ໂຮງໝໍເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບ ໂຮງເຢັນ, ອຸປະກອນການແພດຈໍານວນໜຶ່ງ ແລະ ຫໍພະບູຊາ ມີມູນຄ່າການຊ່ວຍເຫຼືອ 370 ລ້ານກີບ ຫຼື ເງິນບາດໄທ 90.000 ບາດ ແລະ ເງິນໂດລາ 2,300 ໂດລາສະຫະລັດ.
ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ວັນທີ 15 ມັງກອນ 2026 ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມສະຫຼຸບ ແລະ ຮັບຮອງຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ໂດຍມີພາກສ່ວນກ່ຽວຂ້ອງຂັ້ນແຂວງ- ເມືອງ ເຂົ້າຮ່ວມ.
ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ໃນວັນທີ 15 ມັງກອນ 2026 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ມີກອງປະຊຸມສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຊຽງຂວາງ ປະຈຳປີ2025 ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍການເປັນປະທານຂອງທ່ານນາງ ຄຳພັດ ວັນລາສີ ຫົວໜ້າພະແນກການຕ່າງປະເທດແຂວງ, ມີການນຳມາຈາກສູນກາງ, ຫົວໜ້າ ຮອງຫົວໜ້າພະແນກກການທີ່ກ່ຽວຂ້ອງ, ການນຳທັງ 7 ເມືອງເຂົ້າຮ່ວມ.
ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ, ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດ ເລກທີ 1D (ເລີ່ມແຕ່ຂົວນໍ້າແຊ່ໜອນ ຫາ ຂົວນໍ້າໝາງ) ລະຫວ່າງ ແຂວງໄຊສົມບູນ ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ແລະ ບໍລິສັດ ພີເອັດສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ວັນທີ 14 ມັງກອນ 2026, ອົງການແຄຣ໌ນາໆຊາດ ປະຈໍາ ສປປ ລາວ ຕາງໜ້າໂດຍ ທ່ານ ລີໄຊ ໂພທິສັດ ຜູ້ປະສານງານວຽກງານສື່ສານອົງການແຄຣ໌ ປະຈໍານະຄອນຫຼວງວຽງຈັນ, ມີທ່ານ ອະນຸສິດ ອຸວອນ ພະນັກງານອົງການແຄຣ໌ ປະຈໍາແຂວງເຊກອງ ພ້ອມດ້ວຍພະນັກງານປະຈໍາສະໜາມພາກໃຕ້ (ສາລະວັນ, ເຊກອງ) ຂອງອົງການແຄຣ໌ ໄດ້ລົງຢ້ຽມຢາມໂຄງການພັນວັນ ຢູ່ບ້ານລະກາຍ ແລະ ມອບອຸປະກອນການແພດໃຫ້ສຸກສາລາທົ່ງແຄນ ເມືອງກະລຶມ ແຂວງເຊກອງ.
ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການສຳນັກງານາຍົກລັດຖະມົນຕີໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ວຽກໃຫຍ່ຕົ້ນຕໍຕາມພາລະບົດບາດໜ້າທີ່ເຮັດໃຫ້ມີຜົນສຳເລັດຫຼາຍດ້ານ.
ເພີ່ມເຕີມ