ສຳມະນາວິທະຍາສາດຫົວຂໍ້: “40 ປີແຫ່ງການນໍາພາຂອງພັກຕໍ່ວຽກງານແນວໂຮມ”

ສຳມະນາວິທະຍາສາດຫົວຂໍ້: “40 ປີແຫ່ງການນໍາພາຂອງພັກຕໍ່ວຽກງານແນວໂຮມ”

ສຳມະນາວິທະຍາສາດຫົວຂໍ້: “40 ປີແຫ່ງການນໍາພາຂອງພັກຕໍ່ວຽກງານແນວໂຮມ”
ກອງປະຊຸມສຳມະນາວິທະຍາສາດຫົວຂໍ້: “40 ປີແຫ່ງການນໍາພາຂອງພັກຕໍ່ວຽກງານແນວໂຮມ” ຈັດຂຶ້ນໃນວັນທີ 9 ກໍລະກົດຜ່ານມາ ທີ່ສູນຄົ້ນຄວ້າແລະ ຝຶກອົບຮົມສູນກາງແນວລາວສ້າງຊາດ (ສນຊ) ໂດຍໃຫ້ກຽດເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ,ປະທານສນຊ, ມີບັນດາຮອງປະທານ ສນຊ, ຫົວໜ້າ-ຮອງຫົວໜ້າກົມ, ນັກວິທະຍາສາດເຂົ້າຮ່ວມ.

 

 
ສຳມະນາວທະຍາສາດຫວຂ: “40 ປແຫງການນາພາຂອງພກຕວຽກງານແນວໂຮມ” - image 1
 

ກອງປະຊຸມໄດ້ຮັບຟັງບົດນໍາ ຫຼື ບົດສະຫຼຸບຕີລາຄາລວມກ່ຽວກັບແນວທາງປ່ຽນແປງໃໝ່ຂອງພັກຕໍ່ວຽກງານແນວໂຮມທີ່ສະເໜີໂດຍທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານຜູ້ປະຈໍາການ ສນຊ ຫົວໜ້າອະນຸກໍາມະການເນື້ອໃນ ແລະ ກອງເລຂາສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີທີ່ຈະມາເຖິງ, ຮັບຟັງເນື້ອໃນການສຳມະນາ 7 ຫົວຂໍ້ຍ່ອຍຄື: 1) ໝາກຜົນ 40 ປີແຫ່ງການປ່ຽນແປງໃໝ່ວຽກງານຊົນເຜົ່າ, ວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ວຽກງານສາສະໜາ, ວຽກງານພີ່ນ້ອງເຊື້ອສາຍລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ, ວຽກງານໂຄສະນາຂົນຂວາຍປະຊາຊົນ, ວຽກງານເສີມຂະຫຍາຍສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນ ແລະ ວຽກງານການຈັດຕັ້ງ-ບຸກຄະລາກອນຂອງແນວລາວສ້າງຊາດຂັ້ນຕ່າງໆ. ພ້ອມກັນນີ້, ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດຄໍາເຫັນ. ກອງປະຊຸມຄັ້ງນີ້ເປັນກິດຈະກໍາໜຶ່ງເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ.

ໂອກາດດັ່ງກ່າວ, ທ່ານປະທານ ສນຊ ໄດ້ມີທິດຊີ້ນໍາຕໍ່ການປັບປຸງບາງເນື້ອໃນໂດຍເນັ້ນໜັກ 5 ບັນຫາໃຫ້ສອດຄ່ອງກັບ 6 ຫຼັກການປ່ຽນແປງໃໝ່ຂອງພັກ ແລະ ບັນດາມະຕິຂອງສູນກາງພັກຕໍ່ວຽກງານແນວໂຮມ.

ຂ່າວ-ພາບ: ລີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງຫົວໜ້າ ຄອສພ ລົງຊຸກຍຸກ, ຕິດຕາມວຽກງານໂຄສະນາອົບຮົມ ແຂວງສະຫວັນນະເຂດ

ຮອງຫົວໜ້າ ຄອສພ ລົງຊຸກຍຸກ, ຕິດຕາມວຽກງານໂຄສະນາອົບຮົມ ແຂວງສະຫວັນນະເຂດ

ຫວ່າງບໍ່ດົນມານີ້, ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ປະທານກວດກາພັກ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຄະນະໄດ້ລົງສ້າງຄວາມເຂັ້ມແຂງໃນການ ຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມໃຫ້ດຳເນີນໄປເປັນປົກກະຕິ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ ຢູ່ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ແລະ ຄະນະໂຄສະນາອົບຮົມ 14 ເມືອງ, 1 ນະຄອນເຂົ້າຮ່ວມ
ທນບ ສາຂາຈໍາປາສັກສຸມແຫຼ່ງທຶນໃສ່ຂະແໜງກະສິກໍາ

ທນບ ສາຂາຈໍາປາສັກສຸມແຫຼ່ງທຶນໃສ່ຂະແໜງກະສິກໍາ

ຫວ່າງບໍ່ດົນມານີ້,ທ່ານ ທິບພະກອນ ສູນດາລາ ຫົວໜ້າສາຂາທະນາຄານນະໂຍບາຍ (ທນບ) ແຂວງຈໍາປາສັກ ໄດ້ຊີ້ແຈງບາງບັນຫາ ທີ່ພົ້ນເດັ່ນໃນຜ່ານມາໂດຍສະເພາະວຽກງານສິນເຊື່ອປີ 2025 ສາຂາໄດ້ຮັບອະນຸມັດທຶນທັງໝົດ 160.55 ຕື້ກີບ, ໄລ ຍະສັ້ນ 24,100 ຕື້ກີບ, ໄລຍະກາງ 110.45 ຕື້ກີບ ແລະ ໄລຍະຍາວ 26 ຕື້ກີບ; ແຫຼ່ງທຶນແມ່ນໄດ້ສະໜອງເຂົ້າເມືອງເປົ້າໝາຍທຸກຍາກ 51.48 ຕື້ກີບ,ຈຸດສຸມ 43,90 ຕື້ກີບ, ບ້ານ3 ສ້າງ 17 ຕື້ກີບ ແລະ ນອກເມືອງເປົ້າໝາຍ 48.16 ຕື້ກີບ.ປ່ອຍໃນ 5ໂຄງການ.
6 ເດືອນຕົ້ນປີດ່ານພາສີສາກົນລະໄລຈັດເກັບລາຍຮັບໄດ້ເກີນແຜນ

6 ເດືອນຕົ້ນປີດ່ານພາສີສາກົນລະໄລຈັດເກັບລາຍຮັບໄດ້ເກີນແຜນ

ໃນໄລຍະເວລາ 6 ເດືອນຕົ້ນປີ 2025, ດ່ານພາສີສາກົນລະໄລ ແຂວງສາລະວັນ, ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 48.98 ຕື້ກີບທຽບໃສ່ແຜນການ 6 ເດືອນຕົ້ນປີເທົ່າກັບ 108.4% (ລື່ນແຜນການ 8.49%) ຫຼື ເທົ່າກັບ 54.31% ຂອງແຜນການປີ. ໃນນັ້ນ, ລາຍຮັບສ່ວນໃຫຍ່ໄດ້ຈາກການນໍ້າເຂົ້ານໍ້າມັນເຊື້ອໄຟ, ຄ່າຊັກພິເສດ, ພາຫະນະ, ສິ້ນສ່ວນອາໄຫຼ່, ເຄື່ອງອຸປະໂພກ-ບໍລິໂພກ, ຄ່າທໍານຽມ ແລະ ອື່ນໆ.
6 ເດືອນຕົ້ນປີ 2025 ນວ ມີອັກຄີໄພເກີດຂຶ້ນທັງໝົດ 25 ຄັ້ງ

6 ເດືອນຕົ້ນປີ 2025 ນວ ມີອັກຄີໄພເກີດຂຶ້ນທັງໝົດ 25 ຄັ້ງ

ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ (ນວ) ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບສະພາບການເກີດອັກຄີໄພ ແລະ ມາດຕະການສະກັດກັ້ນ ແລະ ແກ້ໄຂໃນຕໍ່ໜ້າ ວ່າ: ປັດຈຸບັນ ກອງບັນຊາການປ້ອງກັນຄວາມສະຫງົບ ນວ ມີລົດມອດໄຟທັງໝົດ 31 ຄັນ,
ຖວທ ເມືອງສີສັດຕະນາກ ລົງຕິດຕາມກວດກາປະກົດການຫຍໍ້ທໍ້ເປັນປົກະຕິ

ຖວທ ເມືອງສີສັດຕະນາກ ລົງຕິດຕາມກວດກາປະກົດການຫຍໍ້ທໍ້ເປັນປົກະຕິ

ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງສີສັດຕະນາກ ຮ່ວມກັບຫຼາຍພາກສ່ວນ ແກ້ໄຂປະກົດການຫຍໍ້ທໍ້ ໃນຂົງເຂດບໍລິການທ່ອງທ່ຽວຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ, ໃນຂະ ນະການລົງຕິດຕາມ, ກວດກາໄດ້ທັງໝົດຈຳນວນ 30 ຄັ້ງ ແລະ ໄດ້ແກ້ໄຂວຽກງານອັນຮີບດ່ວນທີ່ໄດ້ສະ ເໜີມາຜ່ານຈາກສາຍດ່ວນຂອງປະຊາຊົນ ຈຳນວນ 25 ຄັ້ງ ໂດຍລວມແມ່ນໄດ້ແກ້ໄຂບັນຫາສຽງເນືອງນັນ ທີ່ລົບກວນເຮືອນຂ້າງຄຽງ ແລະ ຫົວໜ່ວຍທຸລະກິດ ເປີດໃຫ້ບໍລິການກາຍໂມງເວລາ.
ຄໍາມ່ວນປັກດໍາເຂົ້ານາປີສໍາເລັດ84,816 ເຮັກຕາ

ຄໍາມ່ວນປັກດໍາເຂົ້ານາປີສໍາເລັດ84,816 ເຮັກຕາ

ໃນລະດູການຜະລິດເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 92,791 ເຮັກຕາ,ຄາດຄະເນຜົນຜະລິດ 351,604 ໂຕນ,ຄາດຄະເນແນວປູກ 5,567 ໂຕນ . ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 61,189 ເຮັກຕາ, ຄາດຄະເນຜົນຜະລິດ 228,856 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 31,602 ເຮັກຕາ, ຄາດຄະເນຜົນຜະລິດ 122,748 ໂຕນ. ເມື່ອສົມທຽບແຜນການປູກເຂົ້ານາປີຂອງປີນີ້ໃສ່ກັບປີຜ່ານມາເຫັນວ່າເນື້ອທີ່ແຜນການຂອງປີນີ້ເພີ້ມຂຶ້ນ 1,519 ເຮັກຕາ.
ເຊບັ້ງໄຟ ຈັດຊຸດຝຶກອົບຮົມສື່ມວນຊົນໃຫ້ພະນັກງານເມືອງ

ເຊບັ້ງໄຟ ຈັດຊຸດຝຶກອົບຮົມສື່ມວນຊົນໃຫ້ພະນັກງານເມືອງ

ຊຸດຝຶກອົບຮົມວຽກງານຂ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ກໍລະກົດຜ່ານມາ ຢູ່ທີ່ສະໂມສອນເມືອງເຊບັ້ງໄຟ ແຂວງຄໍາມ່ວນ. ໂດຍການເປັນປະທານຮ່ວມຂອງທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງເຊບັ້ງໄຟ, ທ່ານ ສົມສັກດາ ແກ້ວມະນີ ຮອງຫົວໜ້າພະແນກ ຖວທ ແຂວງຄໍາມ່ວນ, ເຂົ້າຮ່ວມມີທ່ານ ບັນທະລາ ນໍລະເສນ ຫົວໜ້າຫ້ອງການ ຖວທ ເມືອງ, ມີແຂກຖືກເຊີນຈາກພາກສ່ວນຕ່າງໆ,ຄະນະຄູຝຶກຈາກຂັ້ນແຂວງ, ຄະນະຮັບຜິດຊອບຈັດຝຶກອົບຮົມຂັ້ນເມືອງ ແລະ ນັກສໍາມະກອນຈາກບັນດາຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມຈໍານວນ 25 ທ່ານ .
ປາກກະດິງ ປ່ອຍລູກປາ 20,000 ໂຕ ລົງສູ່ແມ່ນ້ຳທຳມະຊາດ

ປາກກະດິງ ປ່ອຍລູກປາ 20,000 ໂຕ ລົງສູ່ແມ່ນ້ຳທຳມະຊາດ

ໃນວັນທີ 9 ກໍລະກົດ,ເມືອງປາກກະດິງ ແຂວງບໍລີຄໍາໄຊ ໄດ້ຈັດພິທີປ່ອຍ ລູກປາປາກ, ປາໃນ ແລະ ລູກປາກິນຫຍ້າ ລວມທັງໝົດ 20.000ໂຕ ລົງສູ່ແມ່ນ້ຳທຳມະຊາດ (ນ້ຳກະດິງ ທ່າວັງສະຫງວນ ຫໍເຈົ້າໂຕ່ງ) ສົ້ນຂົວນ້ຳກະດິງ ບ້ານປາກກະດິງເໜືອ, ເນື່ອງໃນໂອກາດວັນປ່ອຍປາ ແລະ ວັນອານຸລັກສັດນ້ຳ-ສັດປ່າ 13 ກໍລະກົດ ໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງ,ໂດຍມີທ່ານ ແກ້ວວົງທອງ ກົມມະແສງ ຮັກສາການເຈົ້າເມືອງປາກກະດິງ, ທ່ານ ດາລາພອນ ພົນສະຫວັດດີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້້າຮ່ວມ.
ສະຫາຍ ບຸນທອງ ຈິດມະນີ ໂອ້ລົມຫຼາຍບັນຫາສຳຄັນຕໍ່ຄະນະນຳແຂວງສະຫວັນນະເຂດ

ສະຫາຍ ບຸນທອງ ຈິດມະນີ ໂອ້ລົມຫຼາຍບັນຫາສຳຄັນຕໍ່ຄະນະນຳແຂວງສະຫວັນນະເຂດ

ໃນໂອກາດເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດ(ເປີດກ້ວາງ) ຄັ້ງທີ 19 ສະໄໝທີIX ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 7-9 ກໍລະກົດຜ່ານມານີ້,ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ໄດ້ໃຫ້ກຽດໂອ້ລົມ ໃຫ້ທິດຊີ້ນຳຫຼາຍດ້ານທີ່ເປັນປະໂຫຍດແກ່ຄະນະພັກ-ຄະນະນຳຂອງແຂວງ ດັ່ງນີ້:
ຮັບຮອງວັດສີມຸງຄຸນໄຊຍະຣາມ ບ້ານນາບວມເປັນມໍລະດົກທ້ອງຖິ່ນ

ຮັບຮອງວັດສີມຸງຄຸນໄຊຍະຣາມ ບ້ານນາບວມເປັນມໍລະດົກທ້ອງຖິ່ນ

ພິທີປະກາດຮັບຮອງເອົາວັດສີມຸງຄຸນໄຊຍະຣາມ ບ້ານນາບວມ ເມືອງພຽງ ແຂວງໄຊຍະບູລີເປັນມໍລະດົກທາງດ້ານວັດທະນະທຳລະດັບທ້ອງຖິ່ນຂັ້ນແຂວງໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດຜ່ານມາ ຢູ່ທີ່ວັດດັ່ງກ່າວໂດຍການເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ວຽກງານພັກພະນັກງານແຂວງ, ມີທ່ານ ບຸດສະກອນ ອິນທະລັງສີ ເລຂາຄະນະບໍລິຫານງານພັກເມືອງ, ມີແຂກຖືກເຊີນ, ພ້ອມດ້ວຍປະຊົນບັນດາເຜົ່າພາຍໃນບ້ານເຂົ້າຮ່ວມ.
ເພີ່ມເຕີມ