ເມື່ອບໍ່ດົນມານີ້, ທ່ານ ສຸວັນ ແສງຈຳພອນ ຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງ(ຍທຂ)ແຂວງສະຫວັນນະເຂດ, ທ່ານ ໄຊສົມພອນ ສຸກສີວົງໄຊ ຮອງຫົວໜ້າພະແນກເຕັກນິກ ກົມຂົວທາງ ກະຊວງ ຍທຂ ສົມທົບກັບທ່ານ ໂອໄດ ເສນສອນ ປະທານກຸ່ມບໍລິສັດຈະເລີນໄຊກໍ່ສ້າງສ້ອມແປງຂົວທາງ ແລະເຄຫາສະຖານຈຳກັດຜູ້ດຽວ(ຜູ້ສຳປະທານໃນເຂດພັດທະນາຈຸດພັກລົດສາມແຍກເຊໂນ) ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມກວດກາເບິ່ງຄວາມຄືບໜ້າຂອງການກໍ່ສ້າງ ແລະການປັບປ່ຽນທິດທາງແລ່ນລົດ ທີ່ຫັນມານຳໃຊ້ການແລ່ນລົດທິດທາງດຽວ(ວົງວຽນ)ໃນເຂດສາມແຍກເຊໂນ ເມືອງອຸທຸມພອນ.
ທ່ານ ຄໍາໝັ້ນ ແສນພິມມະຈັກ ຮອງຫົວໜ້າໂຄງການສ້ອມແປງທາງຫຼວງແຫ່ງຊາດທີ 14 ປະຈໍາແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດຕໍ່ທີມງານນັກຂ່າວແຂວງວ່າ: ຈຸດພັກລົດສາມແຍກເຊໂນ ໄດ້ຮັບທຶນຊ່ວຍເຫຼືອໃນການກໍ່ສ້າງຈາກລັດຖະບານຍີ່ປຸ່ນ ຊຶ່ງພາຍຫຼັງກໍ່ສ້າງສຳເລັດ ກໍບໍ່ໄດ້ຖືກນຳໃຊ້ມາຫຼາຍປີ. ດັ່ງນັ້ນ, ການນຳຂອງແຂວງສະຫວັນນະເຂດ ຈຶ່ງໄດ້ມອບສຳປະທານໃຫ້ກຸ່ມບໍລິສັດຈະເລີນໄຊ ເປັນຜູ້ມາສຳປະທານພັດທະນາໃນເຂດຈຸດພັກລົດສາມແຍກເຊໂນ ຊຶ່ງລວມມີ 13 ກິດຈະການຄື: ຮ້ານປີ້ງໄກ່, ຮ້ານຄ້າໃຫ້ເຊົ່າ, ອາຄານທີ່ມີຢູ່ແລ້ວ, ໂຮງແຮມ, ໂຊນປ້ຳນ້ຳມັນ, ປະຕິມະກຳຕິບເຂົ້າໃຫຍ່, ລານອະເນກປະສົງ, ປະຕິມະກຳເຂັມທິດ, ສູນບໍລິການກວດເຊັກລົດ, ອ່າງບຳບັດນ້ຳເປື້ອນ ດິວັດ, ຈຸດພັກລົດທ່ອງທ່ຽວ, ຈຸດພັກລົດໂດຍສານ ແລະຈຸດພັກລົດຂົນສົ່ງ. ຄຽງຄູ່ກັບການພັດທະນາພາຍໃນເຂດແລ້ວ, ມັນໄດ້ກ່ຽວພັນກັບການສັນຈອນທາງນອກ ຈາກເມື່ອກ່ອນເສັ້ນທາງ 13 ໃຕ້ ແລະເສັ້ນທາງເລກທີ 9 ທີ່ມາຄົບກັນຢູ່ນີ້(ສາມແຍກເຊໂນ) ເປັນການສັນຈອນໃນສອງທິດທາງ ຊຶ່ງມີຄວາມຫຍຸ້ງຍາກສັບສົນຫຼາຍ. ສະນັ້ນ, ເພື່ອປັບປຸງໃນຈຸດດັ່ງກ່າວໃຫ້ສອດຄ່ອງກັນ ແລະເຮັດໃຫ້ການສັນຈອນມີຄວາມສະດວກປອດໄພຫຼາຍຂຶ້ນ, ທາງພະແນກ ຍທຂ ແຂວງສະຫວັນນະເຂດ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງສຳຫຼວດອອກແບບສາມແຍກເຊໂນຄືນໃໝ່ ສະເໜີຜ່ານກະຊວງ ຍທຂ ກໍຄືກົມຂົວທາງ ເພື່ອອະນຸມັດທາງດ້ານເຕັກນິກ ແລະຂໍເປີດນຳໃຊ້ໃຫ້ແລ່ນລົດທິດທາງດຽວ ລາຍລະອຽດຈະໄດ້ມີການເຜີຍແຜ່ເພີ່ມເຕີມ, ໂດຍໄລຍະນີ້ ແມ່ນໄລຍະການກໍ່ສ້າງ; ການສັນຈອນອາດສັບສົນ. ດັ່ງນັ້ນ, ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ແລະຜູ້ຂັບຂີ່ລົດ ທີ່ເດີນທາງຜ່ານແຂວງສະຫວັນນະເຂດ ກໍຄືໃນບໍລິເວນສາມແຍກເຊໂນ ໃຫ້ປະຕິບັດຕາມປ້າຍສັນຍານຈະລາຈອນ ທີ່ພວກເຮົາຕິດຕັ້ງຕາມສາຍທາງ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະຫຼຸດຜ່ອນອຸບັດເຫດຕາມທ້ອງຖະໜົນ. ປັດຈຸບັນ ໄດ້ເລີ່ມຈັດຕັ້ງປະຕິບັດການແລ່ນລົດທິດທາງດຽວ(ວົງວຽນ) ໂດຍພວກເຮົາໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະເຈົ້າໜ້າທີ່ຈະລາຈອນເມືອງ ເພື່ອຊ່ວຍໃນການມາປະຈຳ ພ້ອມທັງມີການແນະນຳຜູ້ຂັບຂີ່ ໃຫ້ຖືກລະບຽບພາຍໃນຈຸດດັ່ງກ່າວ.
ຈຸດປະສົງຂອງການຕິດຕັ້ງດອນກາງທາງ, ລະບົບປ້າຍສັນຍານ ແລະເຄື່ອງໝາຍຈະລາຈອນຕາມເສັ້ນທາງໃນບໍລິເວນອ້ອມຮອບເຂດພັດທະນາຈຸດພັກລົດສາມແຍກເຊໂນ ໃຫ້ແລ່ນລົດທິດທາງດຽວ(ວົງວຽນ) ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ນຳໃຊ້ເສັ້ນທາງ ເຂົ້າໃຈທິດທາງທີ່ຈະເຂົ້າໄປຫາບ່ອນພັກຜ່ອນ, ຮັບປະທານອາຫານ ແລະນຳໃຊ້ຫ້ອງນ້ຳ ພາຍຫຼັງທີ່ເດີນທາງເປັນເວລານານຊຶ່ງຈະສົ່ງຜົນໃຫ້ສາມາດຫຼຸດຜ່ອນບັນດາອຸບັດເຫດຕາມທ້ອງຖະໜົນ ແລະຮັກສາສິ່ງແວດລ້ອມຕາມເສັ້ນທາງ ພ້ອມກັນນັ້ນ ກໍເປັນການສົ່ງເສີມໃຫ້ປະຊາຊົນໃນທ້ອງຖິ່ນ ມີລາຍຮັບໂດຍການຜະລິດ ແລະຂາຍສິນຄ້າທ້ອງຖິ່ນ, ຂາຍອາຫານ ແລະການຈັດຫາການບໍລິການຕ່າງໆໃຫ້ແກ່ຜູ້ເດີນທາງ, ເປັນບ່ອນແລກປ່ຽນຂໍ້ມູນຂອງພູມິພາກ ແລະການທ່ອງທ່ຽວຕາມເສັ້ນທາງຫຼວງແຫ່ງຊາດເລກທີ 9, ເລກທີ 13 ແລະສ້າງຮູບແບບການຄຸ້ມຄອງສິ່ງອໍານວຍຄວມສະດວກຕາມເສັ້ນທາງເພື່ອເປັນແບບຢ່າງໃນການຈັດຕັ້ງປະຕິບັດ ແລະຖອດຖອນບົດຮຽນໃຫ້ແກ່ແຂວງອື່ນໆ ໃນການສ້າງສິ່ງອໍານວຍຄວາມສະດວກຕາມເສັ້ນທາງ.
ຂ່າວ-ພາບ:ສະຫວັນນະເຂດ

ຄໍາເຫັນ