ສະມໍຣ ບີຮ່ວມພັດທະນາບໍລິຫານຈັດການເກັບມ້ຽນຂົນສົ່ງຂີ້ເຫຍື້ອໃນ ນວ

ສະມໍຣ ບີຮ່ວມພັດທະນາບໍລິຫານຈັດການເກັບມ້ຽນຂົນສົ່ງຂີ້ເຫຍື້ອໃນ ນວ

ສະມໍຣ ບີຮ່ວມພັດທະນາບໍລິຫານຈັດການເກັບມ້ຽນຂົນສົ່ງຂີ້ເຫຍື້ອໃນ ນວ
ໂດຍ: ວັນເພັງ ທ່ານນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດບໍລິສັດ ສະມໍຣ ບີ ທີ່ປຶກສາດ້ານການລົງທຶນຈຳກັດ(Small-b Vientiane WasteCo-Dev)ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ

ເມື່ອບໍ່ດົນມານີ້ ທີ່ບໍລິສັດດັ່ງກ່າວວ່າ: ບໍລິສັດສະມໍຣ ບີ ທີ່ປຶກສາດ້ານການລົງທຶນຈຳກັດຫຼື ເອີ້ນຊື່ຫຍໍ້ວ່າ:ບໍລິສັດ Small-bເປັນໜຶ່ງບໍລິສັດເອກະຊົນຕັ້ງຢູ່ຖະໜົນກໍາແພງເມືອງບ້ານໂພນທັນໃຕ້ເມືອງໄຊເສດຖານະຄອນຫຼວງວຽງຈັນ (ນວ) ໄດ້ສ້າງຕັ້ງຂຶ້ນໃນປີ 2022 ຊຶ່ງດໍາເນີນພາຍໃຕ້ໂຄງການຮ່ວມມືພັດທະນາບໍລິຫານຈັດການເກັບມ້ຽນຂົນສົ່ງຂີ້ເຫຍື້ອຫຼັກ 32. ບໍລິສັດ Small-bໄດ້ຮ່ວມມືສັນຍາພັດທະນາຕົວເມືອງກັບລັດຖະບານ ພາຍໃຕ້ຂະແໜງການທີ່ມີຊື່ວ່າ: ໂຄງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໃນວັນທີ 9 ກັນຍາ 2021.

ທ່ານນາງດີ່ນ້າ ສົມສະໝຸດ ກ່າວຕື່ມວ່າ: ປັດຈຸບັນບໍລິສັດ Small-bມີພາລະບົດບາດໃນວຽກງານການເກັບມ້ຽນຂີ້ເຫຍື້ອຢູ່ໃນນະຄອນຫຼວງວຽງຈັນ (ນວ) ນອນຢູ່ໃນຂະແໜງການຄຸ້ມຄອງຂີ້ເຫຍື້ອ ປະກອບມີ 190 ບ້ານ, ໃນ 7 ຕົວເມືອງ. ນອກຈາກວຽກການຄຸ້ມຄອງຂີ້ເຫຍື້ອຍັງມີວຽກອະນາໄມ 27 ເສັ້ນທາງຫຼັກ. ພ້ອມນັ້ນ, ວຽກງານເກັບມ້ຽນຂີ້ເຫຍື້ອຍັງມີຂໍ້ສະດວກ ແລະຂໍ້ຫຍຸ້ງຍາກຫຼາຍຢ່າງ ເປັນຕົ້ນຂໍ້ສະດວກທາງບໍລິສັດ Small-bໄດ້ຮັບລົດຂົນສົ່ງຂີ້ເຫຍື້ອຈາກລັດຖະບານແລ້ວໄດ້ນໍາເອົາມາພັດທະນາໂດຍໄດ້ບູລະນະສ້ອມແຊມ ແລະ ໄດ້ນໍາໃຊ້ບໍລິການຂົນສົ່ງຂີ້ເຫຍື້ອໃນ ນວມາຮອດປັດຈຸບັນ. ຂໍ້ຫຍຸ້ງຍາກ:ການເກັບມ້ຽນຂີ້ເຫຍື້ອຍັງມີຄວາມລໍາບາກຍ້ອນມີຫຼາຍຄົວເຮືອນບໍ່ທັນແຍກຂີ້ເຫຍື້ອເປັນລະບຽບຮຽບຮ້ອຍ ໂດຍສະເພາະຂີ້ເຫຍື້ອອັນຕະລາຍ, ຂີ້ເຫຍື້ອປຽກ (ຂີ້ເຫຍື້ອເສດອາຫານ, ປະເພດນໍ້າ, ຂີ້ເຫຍື້ອເຄມີ ແລະ ອື່ນໆ) ຍັງປະປົນກັນຢູ່. ໃນນັ້ນ, ຍັງມີບາງຄອບຄົວບໍ່ທັນໄດ້ເຂົ້າຮ່ວມສັນຍາເກັບມ້ຽນຂີ້ເຫຍື້ອໄດ້ 100%. ຕາມສະຖິຕິແລ້ວປະເພດສັນຍາການເກັບຂີ້ເຫຍື້ອຄົວເຮືອນແມ່ນເພີ່ມຂຶ້ນໃນແຕ່ລະປີ ເຮັດໃຫ້ການເກັບມ້ຽນຂີ້ເຫຍື້ອໃນປີຜ່ານມາໄດ້ 400-500ໂຕນຕໍ່ມື້ ໃນເຂດບໍລິການ 190 ບ້ານໃນ 7 ຕົວເມືອງ ຫຼືກວມເອົາ 60% ໃນນວ. ສໍາລັບລາຄາພັນທະຄ່າເກັບມ້ຽນຂີ້ເຫຍື້ອແມ່ນແລ້ວແຕ່ຄອບຄົວທີ່ມີຂີ້ເຫຍື້ອໜ້ອຍ-ຫຼາຍ ຊຶ່ງໃນປີ 2015 ໄດ້ເກັບລາຄາຄ່າບໍລິການຂີ້ເຫຍື້ອ 10 ພັນກີບຕໍ່ຖົງດໍາໃຫຍ່,ປັດຈຸບັນເລີ່ມຕົ້ນເກັບເດືອນລະ 40 ພັນກີບຕາມປະລິມານຂີ້ເຫຼຍື້ອ. ພວກເຮົາມີລົດນໍາໃຊ້ເກັບມ້ຽນຂີ້ເຫຍື້ອທັງໝົດ 46 ຄັນ, ມີພະນັງງານທັງໝົດ 200 ກວ່າຄົນໂດຍມີສະໜາມຄ່ຽນຖ່າຍຂີ້ເຫຍື້ອຢູ່ບ້ານນາໄຫ ເມືອງໄຊເສດຖາ ນວ ແລະ ສະໜາມບໍາບັດຂີ້ເຫຍື້ອຢູ່ຫຼັກ 32.

ທ່ານນາງ ດີ່ນ້າ ສົມສະໝຸດ ກ່າວຕື່ມວ່າ: ໃນໄລຍະຜ່ານມາບໍລິສັດ Small-bໄດ້ມີສ່ວນຮ່ວມຫຼາຍກິດຈະກໍາເຊັ່ນ: ອອກແຮງງານວັນເສົາແດງ,ປູກຈິດສໍານຶກໃຫ້ກຸ່ມນັກຮຽນ, ນັກສຶກສາເພື່ອໃຫ້ຄວາມຮູ້ບັນຫາການເກັບມ້ຽນຂີ້ເຫຍື້ອ, ສິ່ງແວດລ້ອມໃຫ້ເຂົາເຈົ້າ. ໃນນັ້ນ, ໃນງານບຸນພະທາດຫຼວງແຕ່ລະປີກໍຈະມີຫ້ອງໂຄສະນາບັນຫາການເກັບມ້ຽນຂີ້ເຫຍື້ອ,ສະໜັບສະໜູນຖັງຂີ້ເຫຍື້ອ ແລະ ຈະສືບຕໍ່ກິດຈະກໍາຕ່າງໆເລື້ອຍໆໄປ.

ທ່ານນາງ ດີ່ນ້າ ສົມສະໝຸດ ຍັງຝາກເຖິງສັງຄົມ ກໍຄືປະຊາຊົນຈົ່ງໃຫ້ການຮ່ວມມືເປັນເຈົ້າການເອົາໃຈໃສ່ໃນການເກັບມ້ຽນຂີ້ເຫຍື້ອໃນຄົວເຮືອນຂອງຕົນເອງໃຫ້ເປັນລະບຽບຮຽບຮ້ອຍເພື່ອຄວາມສະດວກໃນການຂົນຂຶ້ນລົດນໍາໄປຖິ້ມ. ພ້ອມນັ້ນ, ຄອບຄົວໃດທີ່ຍັງບໍ່ທັນໄດ້ເຂົ້າຮ່ວມສັນຍາເກັບມ້ຽນຂີ້ເຫຍື້ອກໍສາມາດມາພົວພັນນໍາພວກເຮົາ. ສໍາຄັນຢ່າຈູດ-ຖິ້ມຂີ້ເຫຍື້ອຊະຊາຍ ຫຼື ລັກຖິ້ມໃສ່ດິນເປົ່າວ່າງ ເພາະຈະເຮັດໃຫ້ເບິ່ງບໍ່ງາມຫູງາມຕາແລ້ວຍັງຈະເຮັດໃຫ້ສະພາບແວດລ້ອມບໍ່ດີຕໍ່ຄົນອ້ອມຂ້າງ.ຢ່າງໃດກໍຕາມ, ຖ້າຫາກປະຊາຊົນບ້ານໃດທີ່ຢູ່ເຂດຮັບຜິດຊອບເກັບມ້ຽນຂີ້ເຫຍື້ອຂອງບໍລິສັດSmall-bຖ້າມີຂີ້ເຫຍື້ອຄ້າງຢາກໂທແຈ້ງ, ຢາກຊໍາລະຈ່າຍພັນທະຄ່າຂີ້ເຫຍື້ອ, ລົງທະບຽນສາມາດໂທສາຍດ່ວນ 1436, 020 94442069. ປັດຈຸບັນທ່ານຍັງສາມາດຊໍາລະຈ່າຍຄ່າຂີ້ເຫຍື້ອຜ່ານໄດ້ 3 ຊ່ອງທາງຄື: ທະນາຄານການຄ້າຕ່າງປະເທດລາວ, ພັດທະນາລາວ ແລະ ທະນາຄານຮ່ວມພັດທະນາ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຈະສະໜອງລູກປາ 65 ລ້ານໂຕ ໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ຈະສະໜອງລູກປາ 65 ລ້ານໂຕ ໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ກົມລ້ຽງສັດ ແລະ ການປະມົງ ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງລ້ຽງສັດ-ການປະມົງ ນະຄອນຫຼວງວຽງຈັນ, ບັນດາແຂວງໃນຂອບເຂດທົ່ວປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ກ່ຽວຂ້ອງ ກະກຽມປ່ອຍປາພ້ອມກັນຢ່າງເປັນຂະບວນການຟົດຟື້ນ, ໃນຂະນະດຽວກັນຈະຜະລິດ, ສະໜອງ ລູກປາ ໃຫ້ແກ່ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ໃຫ້ໄດ້ 65 ລ້ານໂຕ.
ອອປສ ປາຖະກະຖາ ມູນເຊື້ອວັນສຳຄັນຕ່າງໆຂອງຊາດ-ຂອງພັກ

ອອປສ ປາຖະກະຖາ ມູນເຊື້ອວັນສຳຄັນຕ່າງໆຂອງຊາດ-ຂອງພັກ

ວັນທີ 11 ກໍລະກົດ​ນີ້ ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມປາຖະກະຖາວັນສໍາຄັນຕ່າງໆຂອງຊາດ-ຂອງພັກຄື: ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ສະໄໝ XI ຂອງຄະນະບໍລິຫານງານສູນກາງພັກ, ມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນເກີດປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ 1909 – 13 ກໍລະກົດ 2025) ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 48 ປີ (18 ກໍລະກົດ 1977 - 18 ກໍລະກົດ 2025) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ - ຫວຽດນາມ ຄົບຮອບ 63 ປີ, ໃຫ້ກຽດປາຖະກະຖາໂດຍສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະພັກ, ຄະນະໜ່ວຍພັກ, ຄະນະກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ເຈົ້າຄອງນະຄອນຫຼວງວຽງຈັນຕ້ອນຮັບຄະນະຝຶກອົບຮົບສຳລັບພະນັກງານໜຸ່ມ

ເຈົ້າຄອງນະຄອນຫຼວງວຽງຈັນຕ້ອນຮັບຄະນະຝຶກອົບຮົບສຳລັບພະນັກງານໜຸ່ມ

ໃນຕອນບ່າຍ ວັນທີ 10 ກໍລະກົດ ນີ້ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຊຸດຝຶກອົບຮົມຫົວຂໍ້ສະເພາະສຳລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ທີ່ ສປປ ລາວ ເປັນເຈົ້າພາບຈັດ ລະຫວ່າງ ວັນທີ 7-15 ກໍລະກົດ 2025.
ສະພາຮັບຮອງການປັບລາຄາຊົມໃຊ້ນ້ຳປະປາ

ສະພາຮັບຮອງການປັບລາຄາຊົມໃຊ້ນ້ຳປະປາ

ກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ II ໃນວັນທີ 9 ກໍລະກົດຜ່ານມານີ້ ທີ່ສໍານັກງານປົກຄອງ ນວ, ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.
ປະທານ ສຸພານຸວົງ ກັບວຽກງານແນວໂຮມ

ປະທານ ສຸພານຸວົງ ກັບວຽກງານແນວໂຮມ

ປະທານ ສຸພານຸວົງ ແມ່ນໜຶ່ງໃນບັນດາຜູ້ນໍາຮຸ່ນທໍາອິດຂອງພັກ ແລະ ລັດເຮົາ ທີ່ໄດ້ລິເລີ່ມນໍາພາຂະບວນການຕໍ່ສູ້ກູ້ຊາດ ໂດຍເລີ່ມຈາກການເຕົ້າໂຮມ ກໍ່ສ້າງ ແລະ ຂະຫຍາຍກໍາລັງປະຕິວັດໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.ເພິ່ນໄດ້ຮ່ວມເຄື່ອນໄຫວກັບບັນດາທ່ານຜູ້ນໍາ ເຄື່ອນໄຫວນໍາພາການຕໍ່ສູ້ຂອງປະຊາຊົນລາວ ດ້ວຍຄວາມທໍລະຫົດອົດທົນ,ບໍ່ທໍ້ຖອຍຕໍ່ຄວາມລໍາບາກ ແລະ ຕໍ່ການທົດສອບທີ່ສ່ຽງໄພແຕ່ປະການໃດ.ອັນໄດ້ເຮັດໃຫ້ເພິ່ນສາມາດສ້າງໄດ້ຜົນງານອັນຍິ່ງໃຫຍ່ ແລະ ມີຄຸນງາມຄວາມດີຢ່າງຫຼວງ ຫຼາຍ.ເວົ້າລວມແມ່ນການປະກອບສ່ວນເຂົ້າໃນການນໍາພາຂອງພັກ,ແນວລາວສ້າງຊາດ, ໃນໄຊຊະນະຂອງພາລະກິດຕໍ່ສູ້ປ່ອຍຊາດໃນເມື່ອກ່ອນກໍຄືການນໍາພາຂອງພັກ,ລັດໃນຊຸມຕົ້ນປີຂອງພາລະກິດປ່ຽນແປງໃໝ່ຂອງປະເທດເຮົາ.
ທາບທາມຄໍາເຫັນໃສ່ປື້ມຄູ່ມືການຂຽນຄໍາຖະແຫຼງຄະດີອາຍາ

ທາບທາມຄໍາເຫັນໃສ່ປື້ມຄູ່ມືການຂຽນຄໍາຖະແຫຼງຄະດີອາຍາ

ເມື່ອບໍ່ດົນມານີ້, ທີ່ແຂວງ ອຸດົມໄຊ ໄດ້ເປີດກອງປະຊຸມທາບທາມປະກອບຄໍາເຫັນໃສ່ປື້ມຄູ່ມືການຂຽນຄໍາຖະແຫຼງຄະດີອາຍາ, ການນຳໃຊ້ ແລະ ການຕິດຕາມກວດກາການນຳໃຊ້ 7 ມາດຕະການສະກັດກັ້ນ ແລະ ທິດທາງຂອງການປັບປຸງ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ຂອງອົງການໄອຍະການປະຊາຊົນສູງສຸດຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກ, ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນ ພາກເໜືອ, ສານປະຊາຊົນພາກເໜືອ, ອົງການໄອຍະການປະຊາຊົນແຂວງ, ສະພາທະນາຍຄວາມ 7 ແຂວງພາກເໜືອ ພ້ອມດ້ວຍພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງແມ່ນໍ້າລ້ານຊ້າງ”

ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງແມ່ນໍ້າລ້ານຊ້າງ”

ເມື່ອບໍ່ດົນຜ່ານມາ, ເຂື່ອນໄຟຟ້ານໍ້າງຽບ 2 ໄດ້ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງ ແມ່ນໍ້າລ້ານຊ້າງ” ເພື່ອສະເຫຼີມສະຫຼອງການດຳເນີນງານຄົບຮອບ 10 ປີ, ຊຶ່ງມີອາຈານ, ນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດ, ອໍານາດການປົກຄອງທ້ອງຖິ່ນ, ຕະຫຼອດຮອດປະຊາຊົນເຂົ້າຮ່ວມ ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ເປັນໂຄງການໄຟຟ້າ BOOT ແຫ່ງທີ 2 ຂອງກຸ່ມບໍລິສັດ CCCG ບໍລິສັດ CWE, ກໍາລັງຕິດຕັ້ງ 180 MW, ເລີ່ມດໍາເນີນງານໃນປີ 2015, ມາຮອດປັດຈຸບັນ ຄົບຮອບ 10 ປີ, ຜະລິດໄຟຟ້າໄດ້ຫຼາຍກວ່າ 42 ລ້ານkwh, ສາມາດສະໜອງໄຟຟ້າໃຫ້ທ້ອງຖິ່ນໄດ້ 780,000 ກວ່າຄົນ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາໄຟຟ້າສາຍສົ່ງພາກເໜືອຂອງລາວ. ປີ 2022 ໄດ້ຮັບຫຼຽນໄຊແຮງງານຊັ້ນ 2 ຂອງລັດຖະບານ.
ອຸທຸມພອນ ຈັດກິດຈະກໍາປ່ອຍປາ ແລະ ຍ່າງເພື່ອສຸຂະພາບສະຫຼອງວັນສ້າງຕັ້ງກິລາລາວ

ອຸທຸມພອນ ຈັດກິດຈະກໍາປ່ອຍປາ ແລະ ຍ່າງເພື່ອສຸຂະພາບສະຫຼອງວັນສ້າງຕັ້ງກິລາລາວ

ໃນຕອນເຊົ້າວັນທີ 10 ກໍລະກົດນີ້, ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັດກິດຈະກໍາປ່ອຍປາ ແລະ ຍ່າງເພື່ອສຸຂະພາບ ຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກິລາລາວ, ວັນປ່ອຍປາ ແລະ ອານຸລັກສັດນໍ້າ,ໂດຍການເຂົ້າຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ເລຂາຄະນະບໍລິຫານງານພັກເມືອງ.
ກອງພັນໃຫຍ່ 202 ປາຖະກະຖາສອງວັນປະຫວັດສາດ

ກອງພັນໃຫຍ່ 202 ປາຖະກະຖາສອງວັນປະຫວັດສາດ

ວັນທີ 10 ກໍລະກົດນີ້ ຢູ່ທີ່ສະໂມສອນ ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດພິທີປາຖະກະຖາວັນຄ້າຍວັນເກີດຂອງທ່ານ ປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ 1909 - 13 ກໍລະກົດ 2025) ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 48 ປີ (18/7/1977-18/7/2025) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 63 ປີ (5/9/1962-5/9/2025) ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສົມໝາຍ ດອນພະຈັນ ຫົວໜ້າການເມືອງກອງພັນໃຫຍ່ 202.
ຈຳປາສັກ ປ່ອຍປາຄືນສູ່ທຳມະຊາດ ແມ່ນໍ້າເຊໂດນ.

ຈຳປາສັກ ປ່ອຍປາຄືນສູ່ທຳມະຊາດ ແມ່ນໍ້າເຊໂດນ.

ເນື່ອງໃນວັນປ່ອຍປາແຫ່ງຊາດທີ 13 ກໍລະກົດທີ່ຈະໝູນວຽນມາຮອດອີກວາລະໜື່ງ ໃນວັນທີ 10 ກໍລະກົດນີ້, ພະແນກກະສີກຳ ແລະ ປ່າໄມ້ແຂວງຈຳປາສັກ ຮ່ວມກັບ ນະຄອນປາກເຊ ຈັດພີທີປ່ອຍປາຂຶ້ນ ທີ່ທ່າວັດຫຼວງນະຄອນປາກເຊ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ພະຈານໃຫຍ່ ມະຫາ ສຸວັນ ຈັນທະຣາດ ປະທານ ອພສ ແຂວງ, ມີພາກສ່ວນກ່ຽວຂ້ອງ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ
ເພີ່ມເຕີມ