ສາງນໍ້າມັນເຊື້ອໄຟເລກ 9 ກອງທັບ ຮັບປະກັນຈ່າຍຖືກຊະນິດຄົບຖ້ວນ ແລະ ທັນເວລາ

ສາງນໍ້າມັນເຊື້ອໄຟເລກ 9 ກອງທັບ ຮັບປະກັນຈ່າຍຖືກຊະນິດຄົບຖ້ວນ ແລະ ທັນເວລາ

ສາງນໍ້າມັນເຊື້ອໄຟເລກ 9 ກອງທັບ ຮັບປະກັນຈ່າຍຖືກຊະນິດຄົບຖ້ວນ ແລະ ທັນເວລາ
ສາງນໍ້າມັນເຊື້ອໄຟເລກ 9 ກອງທັບ ແມ່ນສາງຍຸດທະສາດຂອງກະຊວງປ້ອງກັນປະເທດ ພາຍໃຕ້ການ ຊີ້ນໍາ-ນໍາພາໂດຍກົງຮອບດ້ານຂອງຄະນະພັກອົງການກົມໃຫຍ່ພະລາທິການ ແລະ ກົມນໍ້າມັນເຊື້ອໄຟ ເປັນເສນາທິການໃຫ້ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ມີໜ້າທີ່ຄຸ້ມຄອງປົກປັກຮັກສາທາງດ້ານຈຳນວນ ແລະ ຄຸນນະພາບຂອງນໍ້າມັນເຊື້ອໄຟ, ຮັບ ແລະ ເບີກຈ່າຍນໍ້າມັນເຊື້ອໄຟໃຫ້ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນທີ່ເຄື່ອນໄຫວ ກຽມພ້ອມສູ້ຮົບ ແລະ ຝຶກແອບຮໍ່າຮຽນ, ການຈ່າຍນໍ້າມັນ ແມ່ນຈ່າຍຕາມຄໍາສັ່ງ, ຕາມບົງສັ່ງຈ່າຍຂອງກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ ຈ່າຍຖືກຊະນິດ, ຄົບຖ້ວນ ແລະ ທັນເວລາ.
ສາງນາມນເຊອໄຟເລກ 9 ກອງທບ ຮບປະກນຈາຍຖກຊະນດຄບຖວນ ແລະ ທນເວລາ - image 1
 

 

 

ສະຫາຍ ພັນໂທ ຄໍາຮັກ ລິນນາວົງ ເລຂາຄະນະພັກ ຫົວໜ້າສາງນໍ້າມັນເຊື້ອໄຟເລກ 9 ກອງທັບໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1979 ໃນເວລານັ້ນມີຊື່ວ່າ: ສາງນໍ້າມັນຫ້ວຍໄລ່ ເພາະບ່ອນຕັ້ງສາງຢູ່ໃກ້ກັບຫ້ວຍນໍ້າຊື່ວ່າ ຫ້ວຍໄລ່ ແລະໃກ້ກັບເສັ້ນທາງເລກ 9 ມາຮອດປີ 2001 ຈຶ່ງໄດ້ປ່ຽນຊື່ມາເປັນສາງນໍ້າມັນເຊື້ອໄຟເລກ 9 ຈົນເຖິງປັດຈຸບັນ. ດ້ານໂຄງປະກອບການຈັດຕັ້ງມີ 4 ຂະແໜງການຄື: ຂະແໜງແຜນການ, ຂະແໜງບໍລິຫານ, ຂະແໜງນໍ້າມັນເຊື້ອໄຟ ແລະ ຂະແໜງເຕັກນິກ.

ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງນໍາພາແນວຄິດເປັນປະຈຳ ເພື່ອເຮັດໃຫ້ພະນັກງານ-ນັກຮົບໃນກົມກອງມີແນວຄິດອຸ່ນອ່ຽນເຊື່ອໝັ້ນການນໍາພາຂອງພັກ ໄດ້ນໍາເອົາ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກມາຈັດຕັ້ງຜັນຂະຫຍາຍເຂົ້າໃສ່ວຽກງານບັນຊາ-ນໍາພາພາຍໃນກົມກອງຕາມເງື່ອນໄຂ ແລະ ວຽກງານຕົວຈິງຂອງກົມກອງໃຫ້ໄດ້ຮັບຜົນດີ. ສາມາດຮັກສາໄດ້ທາງດ້ານ ຈໍານວນພົນເປັນປົກກະຕິ, ຈັດຕັ້ງປະຕິບັດມະຕິຄໍາສັ່ງແຈ້ງການຕ່າງໆຂອງຂັ້ນເທິງໄດ້ຢ່າງເຂັ້ມງວດ ແລະ ທັນເວລາ ປ້ອງກັນວັນບຸນວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ແລະ ໄດ້ຈັດຕັ້ງປະຈຳການປ້ອງກັນເວນຍາມລະບົບສາງມີຄວາມປອດໄພ 100%, ໄດ້ຮັບຮອງຈາກຂັ້ນເທິງເປັນກອງ 3 ປອດ ແລະ ໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນຫຼາຍສະໄໝຕິດຕໍ່ກັນ.

ຢ່າງໃດກໍຕາມ, ການຈັດຕັ້ງປັບປຸງວຽກງານຕ່າງໆໃນໄລຍະຜ່ານມາສາງນໍ້າມັນເຊື້ອໄຟເລກ 9 ມີຂໍ້ສະດວກຂໍ້ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນຂໍ້ສະດວກຍ້ອນມີຄະນະພັກຂັ້ນເທິງໄດ້ເອົາໃຈໃສ່ຊີ້ນໍາຕໍ່ຄະນະພັກ-ຄະນະບັນຊາໃນການບັນຊານໍາພາພະນັກງານ-ນັກຮົບພາຍໃນກົມກອງ ເພື່ອເຮັດສຳເລັດໜ້າທີ່ການເມືອງມີຄວາມສະຫງົບໂດຍພື້ນຖານ, ຍ້ອນຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ປັບປຸງແບບແຜນວິທີການເຮັດວຽກຂອງຕົນໃຫ້ຖືກຕ້ອງຕາມຂໍ້ກຳນົດກົດລະບຽບຂອງກົມນໍ້າມັນເຊື້ອໄຟຈຶ່ງເຮັດສຳເລັດໜ້າທີ່ ແລະ ຖືກຕ້ອງຕາມຫຼັກການວິຊາສະເພາະ, ຍ້ອນພະນັກງານ-ນັກຮົບໃນກົມກອງມີແນວຄິດເຊື່ອມຊຶມຢ່າງເລິກເຊິ່ງຕໍ່ການນໍາພາຂອງພັກໄດ້ຕັ້ງໜ້າປະກອບສ່ວນເປັນກຳລັງແຮງສັງລວມເຂົ້າໃນຂະບວນການຕ່າງໆໃນກົມກອງ ແລະ ເຮັດໃຫ້ກົມກອງມີຄວາມສະຫງົບທາງດ້ານການເມືອງ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ.

ຍ້ອນກົມກອງມີການຈັດຕັ້ງຄົບຊຸດຕາມການປະກອບຂອງຂັ້ນເທິງ, ຂໍ້ຫຍຸ້ງຍາກ: ສາງນໍ້າມັນເຊື້ອໄຟເລກ 9 ຕັ້ງຢູ່ເຂດໃກ້ບ້ານປະຊາຊົນມີທົ່ງນາປະຊາຊົນອ້ອມຂ້າງຮອບສາງເຊິ່ງມີຄວາມຫຍຸ້ງຍາກໃນການປ້ອງກັນຢ້ານເກີດໄຟລາມປ່າຫຍ້າຕາມທົ່ງນາລາມມາເຂົ້າສາງເພາະສາງດັ່ງກ່າວບໍ່ມີກຳແພງ ມີແຕ່ຮົ້ວໜາມໝາກຈັບ ແລະ ຕາໜ່າງບໍ່ມີຄວາມສາມາດກັນໄຟລາມໄດ້, ລະບົບສາງຄັງຢູ່ໃນລະບົບເກົ່າແກ່ເຖິງແມ່ນວ່າມີການສ້ອມແປງຫຼາຍຄັ້ງແຕ່ຄວາມຮັບ ປະກັນບໍ່ໃຫ້ຮົ່ວຊຶມ ແຕ່ກໍ່ຍັງມີຢູ່ລະບົບຖັງນອນຢູ່ເທິງໜ້າດິນບໍ່ມີຫຼັງຄາມຸງ ແລະ ຖັງບັນຈຸນໍ້າມັນກາຊວນບໍ່ມີຂັ້ນໄດຂຶ້ນ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການກວດກາວັດແທກ ແລະ ຮັບນໍ້າມັນເຂົ້າຖັງໃນເວລາຝົນຕົກ.

ແຜນການພັດທະນາ ແລະ ປັບປຸງສາງຕໍ່ໜ້າ ຈະຕ້ອງໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມວຽກງານການນໍາພາແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງ ເຊື່ອມຊຶມ ແລະ ເຂົ້າໃຈຕໍ່ແບບແຜນການນໍາພາຂອງພັກ-ລັດ, ເອົາໃຈ ໃສ່ຝຶກຝົນຫຼໍ່ຫຼອມ ແລະ ສ້າງຕົນເອງໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ເພິ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ນໍາພາເອົາມະຕິຂອງກະຊວງປ້ອງກັນປະເທດວາງອອກວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານມາຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງກົມກອງໃຫ້ໄດ້ຮັບຜົນດີ, ສືບຕໍ່ປັບປຸງປົວ ແປງທີ່ພັກອາໃສ ເຮືອນນອນໂສດ, ເຮືອນຄົວ, ຫ້ອງການໃຫ້ມີຄວາມສະອາດສວຍງາມ ແລະ ເປັນລະບຽບຮຽບຮ້ອຍ.

ສາງນາມນເຊອໄຟເລກ 9 ກອງທບ ຮບປະກນຈາຍຖກຊະນດຄບຖວນ ແລະ ທນເວລາ - image 2
 

ໃນໂອກາດຄົບຮອບ 50 ປີ ວັນສະຖາປະນາ ສປປລາວ ແລະ ວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 105 ປີທີ່ຈະມາເຖິງນີ້, ສະຫາຍ ພັນໂທ ຄໍາຮັກ ລິນນາວົງ ເລຂາຄະນະພັກ ຫົວໜ້າສາງນໍ້າມັນເຊື້ອໄຟເລກ 9 ກອງທັບໃຫ້ທັດສະນະວ່າ: ຕະຫຼອດໄລຍະຜ່ານມາ, ການນໍາພັກ-ລັດທີ່ສະຫຼາດສ່ອງໃສໄດ້ຊີ້ນໍາ-ນໍາພາປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໃຫ້ມີຄວາມສະຫງົບທາງດ້ານການເມືອງ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ເປັນການລະນຶກເຖິງຄຸນງາມຄວາມດີ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ປະທານໄກສອນ ພົມວິຫານ ອາດີດຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງວັນປະຫວັດສາດສຳຄັນດັ່ງກ່າວນີ້, ສະຫາຍ ພັນໂທ ຄຳຮັກ ລິນນາວົງ ຕາງໜ້າພະນັກງານ-ນັກຮົບສາງນໍ້າມັນເຊື້ອໄຟເລກ 9 ຂໍສະແດງຄວາມຮູ້ບຸນຄຸນຕໍ່ການນໍາພັກ-ລັດຖະບານ ແລະ ກະຊວງປ້ອງກັນປະເທດທີ່ນໍາພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 50 ປີຜ່ານມາ ອວຍພອນໄຊອັນປະເສີດແດ່ການນໍາພັກ-ລັດຖະບານ ແລະ ກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບເຂັ້ມແຂງຊີ້ນຳ ແລະ ນໍາພາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງນໍາພາກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງຮອບດ້ານ ແລະ ທັນສະໄໝຂຶ້ນເລື້ອຍໆໄປ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ