ສານຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ສານຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ຫົວຂໍ້: “ກ້າວເຂົ້າສູ່ 30 ປີ ຂອງຖະແຫຼງການ ແລະ ແຜນປະຕິບັດງານປັກກິ່ງ: ຮ່ວມກັນ ເພື່ອຢຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ”

- ບັນດາທ່ານການນຳພັກ-ລັດ ທີ່ນັບຖື ແລະ ຮັກແພງ!

- ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!

ມື້ນີ້, ເປັນອີກຄັ້ງໜຶ່ງ ທີ່ຂ້າພະເຈົ້າ ໃນນາມຕາງໜ້າລັດຖະບານ ໄດ້ມາກ່າວເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ (to End VAWG) ວັນທີ 25 ພະຈິກ ຊຶ່ງເປັນວັນທີ່ບັນດາປະຊາຊາດໃນທົ່ວໂລກ ໄດ້ໃຫ້ຄວາມສຳຄັນ ແລະ ພ້ອມກັນສຸມໃສ່ ເພື່ອລຶບລ້າງທຸກຮູບແບບຂອງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.

ດັ່ງທີ່ບັນດາທ່ານຮູ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຍັງແຜ່ລາມໄປທົ່ວທຸກມູມໂລກ ແລະ ເກີດຂຶ້ນໃນຫຼາຍຮູບແບບ ທີ່ເປັນການລະເມີດສິດທິມະນຸດພື້ນຖານຂອງແມ່ຍິງ ແລະ ເດັກຍິງ. ອີງຕາມຂໍ້ມູນ ຈາກອົງການສະຫະປະຊາຊາດເພື່ອສິດທິຂອງແມ່ຍິງ (UN Women) ໃຫ້ຮູ້ວ່າ: ໃນທົ່ວໂລກ ຍັງມີແມ່ຍິງປະມານ 736 ລ້ານຄົນ ເກືອບ 1 ໃນ 3 ທີ່ໄດ້ປະສົບກັບຄວາມຮຸນແຮງທາງຮ່າງກາຍ ຫຼື ທາງເພດໂດຍຄູ່ຮ່ວມຊີວິດ, ບຸກຄົນອື່ນ ຫຼື ທັງສອງກຸ່ມຄົນຢ່າງໜ້ອຍສອງຄັ້ງໃນໄລຍະຊີວິດຂອງຕົນ. ໃນປີທີ່ຜ່ານມາ ແມ່ຍິງ ແລະ ເດັກຍິງ ອາຍຸລະຫວ່າງ 15-49 ປີ 1 ໃນ 8 ຄົນ ໄດ້ປະເຊີນກັບການໃຊ້ຄວາມຮຸນແຮງຈາກຄູ່ຮ່ວມຊີວິດ.

ວັນທີ 25 ພະຈິກ 2024 ເປັນອີກປີໜຶ່ງ ທີ່ ສປປ ລາວ ແລະ ບັນດາປະເທດໃນທົ່ວໂລກ ພ້ອມກັນລະນຶກເຖິງວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເພື່ອສະແດງຄວາມໝາຍໝັ້ນຂອງຕົນ ໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຊຶ່ງການດຳເນີນຂະບວນການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໃນປີນີ້ ແມ່ນພາຍໃຕ້ຫົວຂໍ້: “ກ້າວເຂົ້າສູ່ 30 ປີ ຂອງຖະແຫຼງການ ແລະ ແຜນປະຕິບັດງານປັກກິ່ງ: ຮ່ວມກັນ ເພື່ອຢຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ” ຊຶ່ງຮຽກຮ້ອງບັນດາປະເທດໃນໂລກ ຕ້ອງໄດ້ພ້ອມກັນທົບທວນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດຖະແຫຼງການ ແລະ ແຜນປະຕິບັດງານປັກກິ່ງຄົບຮອບ 30 ປີ ເວົ້າລວມ, ເວົ້າສະເພາະ ບັນດາຄວາມໝາຍໝັ້ນ, ຄວາມຮັບຜິດຊອບ ແລະ ການຈັດສັນງົບປະມານ ເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ການແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໃນປະເທດຕົນ.

• ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ!

ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ຮ່ວມກັບ ວົງຄະນາຍາດສາກົນ ໃນທົ່ວໂລກ ພ້ອມກັນລະນຶກເຖິງ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ປະຈຳ ປີ 2024 ພາຍໃຕ້ຫົວຂໍ້ “ກ້າວເຂົ້າສູ່ 30 ປີ ຂອງຖະແຫຼງການ ແລະ ແຜນປະຕິບັດງານປັກກິ່ງ: ຮ່ວມກັນ ເພື່ອຢຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ”

ປີ 2024 ນີ້ ລັດຖະບານເວົ້າລວມ, ເວົ້າສະເພາະ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ (ຄຊກມດ) ໄດ້ມີການທົບທວນຄືນການຈັດຕັ້ງປະຕິບັດຖະແຫຼງການ ແລະ ແຜນປະຕິບັດປະຕິບັດງານປັກກິ່ງ ຄົບຮອບ 30 ປີ ຢູ່ ສປປ ລາວ ໃນ 12 ຂົງເຂດທີ່ໜ້າເປັນຫ່ວງ, ພິເສດຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເຂົ້າຮ່ວມການພິຈາລະນາ ກ່ຽວກັບບົດລາຍງານແຫ່ງຊາດ ປະຈຳໄລຍະທີ 10 ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ຢູ່ ສປປ ລາວ ລະຫວ່າງ ລັດຖະບານລາວ ແລະ ຄະນະກຳມະການຊີດໍສາກົນອົງການສະຫະປະຊາຊາດ ຊຶ່ງເຫັນໄດ້ວ່າ ມີຄວາມຄືບໜ້າທີ່ພົ້ນເດັ່ນຫຼາຍດ້ານ ໂດຍສະເພາະການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນໄລຍະຜ່ານມາ ສປປ ລາວ ໄດ້ມີຫຼາຍບົດຮຽນ ແລະ ພາກປະຕິບັດຕົວຈິງອັນດີ ເປັນຕົ້ນ:

- ລັດຖະບານ ແຫ່ງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ຄຊກມດ ໄດ້ມີຄວາມພະຍາຍາມ ໃນການຕິດຕາມການຈັດຕັ້ງປະຕິບັດກົດໝາຍ, ບັນດາແຜນການ, ແຜນງານ ພ້ອມທັງອອກນິຕິກໍາລະບຽບການຕ່າງໆ ເພື່ອຮັບປະກັນການຈໍາກັດທຸກຮູບແບບໃນການໃຊ້ຄວາມຮຸນແຮງ ໂດຍສະເພາະ ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກໃນແຕ່ລະໄລຍະ. ພ້ອມກັນນັ້ນ, ສປປ ລາວ ຍັງມີມາດຕະການຊ່ວຍເຫຼືອແມ່ຍິງທີ່ເຄີຍຖືກຄວາມຮຸນແຮງ ແລະ ຖືກບາດເຈັບຈາກການໃຊ້ຄວາມຮຸນແຮງ ໃຫ້ສາມາດເຂົ້າເຖິງຂະບວນການຍຸຕິທໍາ ແລະ ໄດ້ຮັບການຊ່ວຍເຫຼືອຕ່າງໆ ໂດຍລັດຖະບານໄດ້ອອກດໍາລັດ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ສະບັບເລກທີ 626/ລບ, ລົງວັນທີ 22 ຕຸລາ 2021;

- ສປປ ລາວ ໄດ້ມີີການປຶກສາຫາລືຮ່ວມກັບບັນດາຂະແໜງການ ເພື່ອໃຫ້ຄວາມຮູ້ກັບຂະແໜງການພາກລັດ ກ່ຽວກັບຊຸດບໍລິການທີ່ຈໍາເປັນຂັ້ນພື້ນຖານ ໃນການຊ່ວຍເຫຼືອດ້ານສຸຂະພາບ, ຍຸຕິທໍາ ແລະ ສັງຄົມ ສໍາລັບຜູ້ລອດຊີວິດຈາກຄວາມຮຸນແຮງ;

- ສປປ ລາວ ໄດ້ຜັນຂະຫຍາຍຊຸດບໍລິການທີ່ຈໍາເປັນເຂົ້າໃນແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 5 ປີ ຄັ້ງທີ II (2021-2025) ໂດຍການສະໜັບສະໜູນຈາກອົງການ UNFPA ປະຈໍາພາກພື້ນອາຊີປາຊີຟິກ ແລະ ປະຈໍາ ສປປ ລາວ ຊຶ່ງແຜນດໍາເນີນງານດັ່ງກ່າວໄດ້ລະບຸແຜນວຽກບຸລິມະສິດ ແລະ ຕົວຊີ້ບອກທີ່ຈຳເປັນໃນການພັດທະນາ ມາດຕະຖານດໍາເນີນງານໃນແຕ່ລະຂະແໜງການ ໂດຍໃຫ້ສອດຄ່ອງກັບຊຸດບໍລິການທີ່ຈໍາເປັນ;

- ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເພື່ອຮັບປະກັນໃຫ້ຜູ້ລອດຊີວິດສາມາດເຂົ້າເຖິງ ແລະ ໄດ້ຮັບການບໍລິການອັນຈໍາເປັນທີ່ຕ້ອງແກ້ໄຂ ແລະ ທັນເວລານັ້ນ, ມາດຕະຖານດໍາເນີນງານ ສໍາລັບການບໍລິການດ້ານສຸຂະພາບ, ການບໍລິການດ້ານສັງຄົມ, ການບໍລິການດ້ານຂະບວນການຍຸຕິທໍາ ແລະ ມາດຕະຖານດໍາເນີນງານການປະສານງານ, ຄຸ້ມຄອງການປະສານງານ ແລະ ການສົ່ງຕໍ່ ໄດ້ຖືກໂຄສະນາເຜີຍແຜ່ ແລະ ຈັດຕັ້ງປະຕິບັດໃນຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງ ສປປ ລາວ;

- ໃນປີ 2024 ນີ້, ສປປ ລາວ ໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງ ໃຫ້ກົນໄກທີ່ໃຫ້ບໍລິການຊ່ວຍເຫຼືອແມ່ຍິງ ແລະ ເດັກທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ໂດຍໄດ້ຮັບຮອງເອົາຫຼັກການຊ່ວຍເຫຼືອທີ່ວ່າ “ບໍ່ມີປະຕູໃດທີ່ຜິດ’’(No Wrong Door). ພ້ອມນັ້ນ ກໍໄດ້ຝຶກອົບຮົມໃຫ້ກັບພະນັກງານ, ເຈົ້າໜ້າທີ່ ທີ່ໃຫ້ບໍລິການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຂັ້ນສູນກາງ ໃນ 6 ແຂວງ ແລະ 10 ເມືອງ ລວມທັງໝົດ 700 ເທື່ອຄົນ ຍິງ 630 ເທື່ອຄົນ ຊາຍ 70 ເທື່ອຄົນ. ແຕ່ງຕັ້ງຄະນະປະສານງານ ແລະ ສົ່ງຕໍ່ ໃນ 6 ແຂວງ ແລະ 6 ເມືອງ; ຂະຫຍາຍສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ໄດ້ 5 ສູນ, ປັບປຸງສະຖານທີ່ບໍລິການຊ່ວຍເຫຼືອຜູ້ຖືກເຄາະຮ້າຍໃຫ້ໂຮງໝໍສູນກາງ 2 ແຫ່ງ ຄື: ໂຮງໝໍມະໂຫສົດ, ໂຮງໝໍແມ່ ແລະ ເດັກ ແລະ ສ້າງຈຸດບໍລິການປະຕູດຽວ (ການບໍລິການສຸຂະພາບ) ແຫ່ງທໍາອິດຂອງ ສປປ ລາວ ທີ່ໂຮງໝໍມະໂຫສົດ ແລະ ມີເບີສາຍດ່ວນ 1527;

- ຄຽງຄູ່ກັນນັ້ນ, ໄດ້ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ໃຫ້ແມ່ຍິງໄດ້ເຂົ້າເຖິງແຫຼ່ງທຶນ ເພື່ອສາມາດປະກອບ ແລະ ດຳເນີນທຸລະກິດ ຜ່ານກອງທຶນພັດທະນາ SME ດ້ວຍການສ້າງຄວາມເຂັ້ມແຂງໃນການເຂົ້າເຖິງດ້ານການເງິນ, ການພັດທະນາຂີດຄວາມສາມາດໃນການປັບປຸງການບໍລິ ການດ້ານການເງິນ, ເພີ່ມຄວາມຮູ້ໃຫ້ກັບຜູ້ບໍລິການດ້ານການເງິນກ່ຽວກັບການປະຕິບັດທີ່ດີໃນການອອກແບບ ແລະ ສົ່ງເສີມຜະລິດຕະພັນຂອງສະມາຊິກ SME ເພື່ອໃຫ້ເຂົາເຈົ້າດໍາເນີນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງໃນແຕ່ລະຂະແໜງການ. ສົ່ງເສີມແມ່ຍິງຊາວກະສິກອນ ໄດ້ຮັບການຝຶກອົບຮົມວິຊາຊີບ, ເຕັກນິກວິຊາການ ເປັນຕົ້ນ: ການຜະລິດກະສິກໍາ, ການປູກຝັງ, ການລ້ຽງສັດ, ຫັດຖະກຳ, ການບໍລິການດ້ານການເງິນ, ການດຳເນີນທຸລະກິດ ສົ່ງຜົນໃຫ້ຊາວກະສິກອນເພດຍິງ ໄດ້ເຂົ້າເຖິງຊັບພະຍາກອນເສດຖະກິດ, ທີ່ດິນປູກຝັງ-ລ້ຽງສັດ; ໃຫ້ເງິນສົດ ເພື່ອອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ສໍາລັບເມືອງທີ່ທຸກຍາກ ໃນ ສປປ ລາວ. ພັດທະນາສີມືແຮງງານ ແລະ ຝຶກອົບຮົມເຄື່ອນທີ່ຕາມສາຂາອາຊີບຕ່າງໆ ພ້ອມທັງສົ່ງເສີມການຈັດຫາວຽກເຮັດງານທຳເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ໃຫ້ແກ່ ແມ່ຍິງ ແລະ ໄວໜຸ່ມ ທີ່ຢູ່ເຂດຫ່າງໄກສອກຫຼີກ, ຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດ; ທັງໝົດນີ້ ກໍເພື່ອຮັບປະກັນໃຫ້ແມ່ຍິງມີລາຍຮັບ, ສາມາດເພິ່ງພາຕົນເອງໄດ້, ພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆ ເຮັດໃຫ້ແມ່ຍິງປາສະຈາກການຖືກຄວາມຮຸນແຮງ, ຄອບຄົວມີຄວາມສະຫງົບສຸກ, ສັງຄົມມີຄວາມສີວິໄລ.

• ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!

ຂ້າພະເຈົ້າ, ຂໍຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານ ສະແດງຄວາມຊົມເຊີຍ ມາຍັງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່ນ, ພາກເອກະຊົນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນໃນວຽກງານຕ້ານ ແລະ ສະກັດກັ້ນຄວາມຮຸນແຮງ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງຢ່າງຕັ້ງໜ້າ.

ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດ ຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານ ໃນວຽກງານດັ່ງກ່າວ.

ພວກເຮົາຕ້ອງສະແດງຈຸດຢືນຮ່ວມກັນ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ; ຮຽກຮ້ອງໃຫ້ທຸກພາກສ່ວນໃນຂະແໜງການພາກລັດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສັງຄົມ ແລະ ພາກທຸລະກິດເອກະຊົົນ ຈົ່ງໄດ້ພ້ອມກັນຈັດຕັ້ງປະຕິບັດກົດໝາຍ ແລະ ນະໂຍບາຍທີ່ເປັນການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ກໍຄື ການຈັດ ຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໃນຊຸມປີຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ, ເອົາໃຈໃສ່ຢ່າງຕັ້ງໜ້າໃນການເພີີ່ມທະວີການສ້າງຄວາມເຂັ້ມແຂງໃຫ້ກົນໄກ ແລະ ບຸກຄະລາກອນ ທີ່ເຮັດວຽກງານດັ່ງກ່າວຢ່າງເປັນລະບົບຕໍ່ເນື່ອງ. ເຮັດໃຫ້ຜູ້ກະທຳຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງຕ້ອງມີຄວາມຮັບຜິດຊອບຕໍ່ການກະທຳຂອງຕົນ ແລະ ຕໍ່ໜ້າກົດໝາຍ; ຈັດສັນຊັບພະຍາກອນ ແລະ ລົງທຶນໃສ່ການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ລຶບລ້າງທູກຮູບການຈຳແນກຕໍ່ແມ່ຍິງ ຜ່ານຂະບວນການ ແລະ ວິທີການຕ່າງໆ ເພື່ອໃຫ້ທຸກຄົນໃນສັງຄົມ ປັບປ່ຽນທັດສະນະຄະຕິ ແລະ ພຶດຕິກໍາ ທີ່ເປັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ແລະ ຕ້ອງເຂົ້າໃຈຮ່ວມກັນວ່າການກະທຳຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເປັນການລະເມີດສິດທິມະນຸດພື້ນຖານຂອງແມ່ຍິງ ແລະ ມີຄວາມຜິດທາງດ້ານກົດໝາຍ .

ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ການລະນຶກເຖິງ ວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ພາຍໃຕ້ຄຳຂວັນ “ກ້າວເຂົ້າສູ່ 30 ປີ ຂອງຖະແຫຼງການ ແລະ ແຜນປະຕິບັດງານປັກກິ່ງ: ຮ່ວມກັນ ເພື່ອຢຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ” ໃນປີ 2024 ນີ້ ຈົ່ງບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ອວຍພອນໃຫ້ພີ່ນ້ອງຮ່ວມຊາດ ປາສະຈາກຄວາມຮຸນແຮງທຸກປະເພດ, ສັງຄົມມີສະເໝີພາບຍິງ-ຊາຍ, ປະເທດຊາດມີຄວາມສີວິໄລ.

(ຂໍຂອບໃຈ)

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ