ສານຂອງ ທ່ານ ລມຕ ກະຊວງການຕ່າງປະເທດໃນໂອກາດວັນອາຊຽນຄົບຮອບ 58 ປີ ແລະ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ສານຂອງ ທ່ານ ລມຕ ກະຊວງການຕ່າງປະເທດໃນໂອກາດວັນອາຊຽນຄົບຮອບ 58 ປີ ແລະ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ສານຂອງ ທ່ານ ລມຕ ກະຊວງການຕ່າງປະເທດໃນໂອກາດວັນອາຊຽນຄົບຮອບ 58 ປີ ແລະ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ
ຮຽນບັນດາທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ, - ບັນດາພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ພີ່ນ້ອງຊາວລາວ ທີ່ນັບຖື ແລະ ຮັກແພງ ທັງຫຼາຍ, ມື້ນີ້ ພວກເຮົາໄດ້ຮ່ວມກັນສະເຫຼີມສະຫຼອງ ວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນ ອອກສ່ຽງໃຕ້ ຫຼື ອາຊຽນ ຄົບຮອບ 58 ປີ (8/81967 - 8/8/2025) ແລະ ວັນຄົບຮອບ 28 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການດັ່ງກ່າວ (23/7/1997 - 23/7/2025) ດ້ວຍບັນຍາກາດແຫ່ງມິດຕະພາບທີ່ມີມາເເຕ່ຍາວນານໃນອາຊຽນ. ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສົ່ງພອນໄຊອັນປະເສີດ ມາຍັງບັນດາທ່ານ ຜູ້ນໍາພັກ - ລັດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງພາຍໃນ ແລະ ຕ່າງປະເທດ, ກໍຄືຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ແລະ ດໍາລົງຊີວິດຢູ່ ສປປ ລາວ.

 

- ບັນດາທ່ານ ແລະ ພໍ່ແມ່ພີ່ນ້ອງ ທີ່ຮັກແພງທັງຫຼາຍ,

ວັນສ້າງຕັ້ງອາຊຽນ ເປັນໂອກາດທີ່ພວກເຮົາຈະໄດ້ທວນຄືນຜົນສໍາເລັດລວມທີ່ອາຊຽນຍາດມາໄດ້ ເພື່ອປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກຂອງພາກພື້ນ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1967, ອາຊຽນ ທີ່ເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານທີ່ມີຄວາມຫຼາກຫຼາຍ, ໄດ້ຂະຫຍາຍສະມາຊິກເປັນ 10 ປະເທດໃນປັດຈຸບັນ ແລະ ຄາດວ່າຈະໄດ້ຕ້ອນຮັບເອົາ ຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ ໃນເດືອນຕຸລາ 2025 ນີ້.

ຕະຫຼອດໄລຍະ 58 ປີ ຜ່ານມາ, ອາຊຽນ ໄດ້ສະແດງໃຫ້ເຫັນຄວາມເຂັ້ມແຂງໃນການຮັບມືກັບສິ່ງທ້າທາຍຕ່າງໆ ແລະ ໄດ້ປັບຕົວເພື່ອການຂະຫຍາຍຕົວ ໂດຍສອດຄ່ອງກັບສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີການປ່ຽນແປງໄປແຕ່ລະໄລຍະ ໂດຍຄໍານຶງເຖິງຄວາມຫຼາກຫຼາຍທາງດ້ານວັດທະນະທໍາ, ສາສະໜາ, ພາສາ, ລະບົບການເມືອງ ແລະ ລະດັບການພັດທະນາດ້ານເສດຖະກິດຂອງບັນດາປະເທດສະມາຊິກ, ຊຶ່ງໄດ້ເຮັດໃຫ້ອາຊຽນປະສົບຜົນສໍາເລັດເປັນທີ່ຮັບຮູ້ຂອງສາກົນຕະຫຼອດມາ. ນອກຈາກນັ້ນ, ອາຊຽນ ຍັງມີບົດບາດເປັນເວທີໃຫ້ຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອື່ນໆ, ລວມທັງ ບັນດາປະເທດມະຫາອໍານາດ ໄດ້ມາພົບປະເຈລະຈາ ແລະ ປຶກສາຫາລື ຕໍ່ບັນຫາຕ່າງໆທີ່ມີຄວາມສົນໃຈ ແລະ ຜົນປະໂຫຍດໃຫ້ແກ່ທຸກຝ່າຍ, ຊຶ່ງຜ່ານມາ ອາຊຽນສາມາດຮັກສາໄດ້ ບົດບາດທາງດ້ານການເມືອງ ແລະ ຄວາມເປັນແກນກາງຂອງຕົນ, ສາມາດສ້າງຄວາມກໍ້າເກິ່ງໃນການພົວພັນຮ່ວມມືພາກພື້ນ ແລະ ສາກົນ, ຊຶ່ງເປັນການປະກອບສ່ວນສົ່ງເສີມຄວາມເຂົ້າໃຈ ແລະ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.

ຜົນສໍາເລັດອັນພົ້ນເດັ່ນຂອງອາຊຽນ ແມ່ນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ຊຶ່ງໄດ້ເປັນເງື່ອນໄຂເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດສະມາຊິກ ກໍຄືຂອງພາກພື້ນ. ຜົນສໍາເລັດດັ່ງກ່າວມານັ້ນ ກໍຍ້ອນປັດໄຈສໍາຄັນຕ່າງໆ ໂດຍສະເພາະແມ່ນການຮ່ວມມືຕາມ “ວິຖີທາງຂອງອາຊຽນ” ທີ່ອີງໃສ່ລັກສະນະສະເພາະ ແລະ ຈຸດພິເສດຂອງພາກພື້ນ, ອີງໃສ່ການປຶກສາຫາລື, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຄວາມໂອບເອື້ອອາລີ ແລະ ການຍຶດໝັ້ນໃນບັນດາຫຼັກການພື້ນຖານຂອງອາຊຽນທີ່ໄດ້ລະບຸໄວ້ໃນກົດບັດອາຊຽນ ແລະ ເອກະ ສານສໍາຄັນອື່ນໆຂອງອາຊຽນ.

ຕະຫຼອດໄລຍະ 28 ປີ ຂອງການເຂົ້າເປັນສະມາຊິກອາຊຽນຂອງ ສປປ ລາວ, ທຸກຂະແໜງການ, ຈາກສູນກາງ ເຖິງທ້ອງຖິ່ນ, ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນເຄື່ອນໄຫວວຽກງານອາຊຽນ ດ້ວຍຄວາມຕັ້ງໜ້າ ຕາມພາລະບົດບາດຂອງຕົນ. ທັງນີ້, ເປັນການປະກອບສ່ວນເຂົ້າໃນພາລະກິດລວມຂອງການສ້າງປະຊາຄົມອາຊຽນ ກໍຄືການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ, ທັງເປັນການສ້າງເງື່ອນໄຂສະດວກໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ເວົ້າສະເພາະ ແມ່ນການເພີ່ມທະວີບົດບາດດ້ານການເມືອງ ແລະ ຄວາມໝັ້ນຄົງ, ການເປີດໂອກາດດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ການພັດທະນາດ້ານສັງຄົມ ແລະ ວັດທະນະທໍາ ພ້ອມທັງຍົກສູງບົດບາດຂອງ ສປປ ລາວໃຫ້ມີຊື່ສຽງໂດ່ງດັງໃນພາກພື້ນ ແລະ ສາກົນ ອັນໄດ້ເຮັດໃຫ້ ສປປ ລາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຈາກບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກ.

ສປປ ລາວ ໄດ້ຮັບໜ້າທີ່ເປັນປະທານໝູນວຽນອາຊຽນ ມາແລ້ວ 3 ຄັ້ງ ຄື: ຄັ້ງທີ 1 ໃນປີ 2004-2005 ພາຍໃຕ້ຄໍາຂວັນ: “ເສີມສ້າງຄອບຄົວອາຊຽນໃຫ້ໝັ້ນຄົງ ແລະ ຄ່ອງຕົວ ດ້ວຍຄວາມມະຫາສາມັກຄີ, ດ້ວຍການເຊື່ອມໂຍງດ້ານເສດຖະກິດ ແລະ ຄວາມກ້າວໜ້າທາງສັງຄົມ”, ຊຶ່ງໃນໂອກາດການເປັນປະທານຂອງ ສປປ ລາວ ເວລານັ້ນ ໄດ້ຕົກລົງເນື້ອໃນຫຼາຍປະການ ເປັນຕົ້ນແມ່ນການຕົກລົງເປີດ ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ໄດ້ມີການລົງນາມ ຮັບຮອງເອົາເອກະສານທີ່ສຳຄັນຈຳນວນ 32 ສະບັບ, ຊຶ່ງຖືວ່າເປັນຄັ້ງທຳອິດທີ່ໄດ້ມີການຮັບຮອງເອົາເອກະສານຈຳນວນຫຼາຍໃນກອງປະຊຸມສຸດຍອດ, ບາງເອກະສານສໍາຄັນເປັນຕົ້ນແມ່ນແຜນປະຕິບັດງານຄວາມໝັ້ນຄົງອາຊຽນ ແລະ ໂຄງການປະຕິບັດງານວຽງຈັນ, ຊຶ່ງໄດ້ເນັ້ນໜັກໃສ່ການເຊື່ອມໂຍງອາຊຽນທີ່ແນໃສ່ຜົນປະໂຫຍດຂອງບັນດາສະມາ ຊິກເກົ່າ ແລະ ໃໝ່. ໃນປີ 2016, ສປປ ລາວ ໄດ້ເປັນປະທານອາຊຽນ ຄັ້ງທີ 2 ພາຍໃຕ້ຄຳຂວັນ: “ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ”, ຊຶ່ງເປັນປີທໍາອິດໃນການເລີ່ມຕົ້ນປະຕິບັດວິໄສທັດປະຊາຄົມອາຊຽນ 2025. ໃນການເປັນປະທານອາຊຽນຄັ້ງທີ 2 ນີ້, ສປປ ລາວໄດ້ນໍາພາອາຊຽນ ສືບຕໍ່ຂະບວນການສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ເນັ້ນໃສ່ການຜັນຂະຫຍາຍຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະ ໄດ້ຮັບຮອງເອົາເອກະສານສໍາຄັນ ເຊັ່ນ: ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ແລະ ແຜນງານຂໍ້ໍລິເລີ່ມເພື່ອການເຊື່ອມໂຍງອາຊຽນສະບັບທີ 3.

ໃນປີ 2024 ຜ່ານມາ, ສປປ ລາວ ກໍໄດ້ຮັບກຽດເປັນປະທານອາຊຽນເປັນຄັ້ງທີ 3 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ການເປັນປະທານອາຊຽນຂອງ ສປປ ລາວ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ໂດຍສະເພາະໄດ້ຮັດແໜ້ນການຮ່ວມມືພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ເພື່ອເສີມສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ. ໃນປີ 2024 ແມ່ນປີທີ່ອາຊຽນພວມຂຸ້ນຂ້ຽວເລັ່ງສ້າງແຜນຍຸດທະສາດຂອງທັງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດວ່າດ້ວຍການເຊື່ອມຈອດອາຊຽນ ເພື່ອປ່ຽນແທນບັນດາແຜນແມ່ບົດຂອງສາມເສົາຄໍ້າປະຊາຄົມ ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ, ສປປ ລາວ ໃນນາມປະທານອາຊຽນ ປີ 2024 ກໍໄດ້ເປັນປະທານຮ່ວມກັບ ມາເລເຊຍ ເພື່ອນໍາພາເລັ່ງການສ້າງບັນດາແຜນຍຸດທະສາດດັ່ງກ່າວໃຫ້ສໍາເລັດ ເພື່ອໃຫ້ທັນຮັບຮອງເອົາໃນໄລຍະການເປັນປະທານອາຊຽນຂອງ ມາເລເຊຍ. ພ້ອມນີ້, ກໍໄດ້ຮັບຮອງເອົາເອກະສານສໍາຄັນ ເຊັ່ນ: ຖະແຫຼງການຜູ້ນໍາອາຊຽນວ່າດ້ວຍການສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະ ຖະແຫຼງການຜູ້ນໍາອາຊຽນວ່າດ້ວຍການເພີ່ມທະວີການເຊື່ອມຈອດຕ່ອງໂສ້ການສະໜອງ.

ສໍາລັບປີນີ້, ກໍເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບອາຊຽນ ເນື່ອງຈາກເປັນປີສຸດທ້າຍທີ່ອາຊຽນ ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາແຜນແມ່ບົດຂອງທັງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ ທີ່ກໍາລັງຈະໝົດວາລະໃນທ້າຍປີ 2025 ນີ້ໃຫ້ສໍາເລັດຕາມຄາດໝາຍ. ພ້ອມນີ້, ຜູ້ນໍາອາຊຽນ ກໍໄດ້ຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນຍຸດທະສາດຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ໃນເດືອນພຶດສະພາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ. ວິໄສທັດປະຊາຄົມອາຊຽນສະບັບໃໝ່ນີ້ ເປັນການກໍານົດທິດທາງໃນການຮ່ວມມືຂອງອາຊຽນ ແນໃສ່ສ້າງອາຊຽນໃຫ້ມີຄວາມເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ປະຊາຊົນເປັນໃຈກາງ ສໍາລັບໄລຍະ 20 ປີຕໍ່ໜ້າ.

- ບັນດາທ່ານ ທີ່ນັບຖື ແລະ ຮັກແພງ,

ໃນຕໍ່ໜ້າ ເຫັນວ່າສະພາບການພາກພື້ນ ແລະ ສາກົນ ຍັງຈະສືບຕໍ່ມີການຜັນແປໄປຢ່າງສັບສົນ ແລະ ບໍ່ມີຄວາມແນ່ນອນ. ສະນັ້ນ, ອາຊຽນ ຈະຕ້ອງໄດ້ສືບຕໍ່ຮ່ວມມືກັນເພື່ອເສີມຂະຫຍາຍຜົນສໍາເລັດທີ່ຍາດມາໄດ້ ເພື່ອຮັບປະກັນວ່າ ພວກເຮົາສາມາດສ້າງປະຊາຄົມທີ່ມີຄວາມເຂັ້ມແຂງ, ເພີ່ມທະວີການເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ເສີມຂະຫຍາຍການພົວພັນກັບຄູ່ຮ່ວມມືພາຍນອກທີ່ມີທ່າແຮງ. ພ້ອມນັ້ນ, ອາຊຽນ ຈະຕ້ອງສືບຕໍ່ສົ່ງເສີມບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມໃຫ້ມີຄວາມເຂັ້ມແຂງ, ສົ່ງເສີມບົດບາດຄວາມສໍາຄັນ ແລະ ຄວາມເປັນແກນກາງຂອງອາຊຽນໃນໂຄງສ້າງພາກພື້ນທີ່ພວມຜັນແປ. ດ້ວຍເຫດນີ້, ສປປ ລາວ ສະໜັບສະໜູນການເປັນປະທານອາຊຽນຂອງ ມາເລເຊຍ ປີ 2025 ພາຍໃຕ້ຄໍາຂວັນ: “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ”.

ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ກໍຄືບັນດາຄູ່ຮ່ວມມືພາຍນອກ ແລະ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທີ່ໄດ້ໃຫ້ການຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ, ລວມທັງການເປັນປະທານອາຊຽນ ຂອງ ສປປ ລາວ ທັງສາມຄັ້ງຜ່ານມາ.

- ບັນດາທ່ານ, ພໍ່ແມ່ພີ່ນ້ອງ ທີ່ຮັກແພງທັງຫຼາຍ,

ຜົນສຳເລັດທັງໝົດທີ່ ສປປ ລາວ ພວກເຮົາຍາດມາໄດ້ຕະຫຼອດໄລຍະທີ່ເປັນສະມາຊິກອາຊຽນກໍຍ້ອນໄດ້ຮັບການຊີ້ນຳ-ນຳພາຢ່າງແທດເຖິງຂອງການນໍາພັກ-ລັດ ແລະ ຍ້ອນຄວາມເປັນເຈົ້າການຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ນັບແຕ່ສູນກາງລົງຮອດທ້ອງຖິ່ນທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ, ເຕັມສ່ວນ ແລະ ມີປະສິດທິພາບສູງເຂົ້າໃນວຽກງານອາຊຽນ. ໃນໂອກາດນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ລັດຖະບານສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຍ້ອງຍໍຊົມເຊີຍຕໍ່ການຮ່ວມມື, ຊ່ວຍເຫຼືອ, ສະໜັບສະໜູນ ແລະ ການປະກອບສ່ວນຂອງທຸກພາກສ່ວນຢ່າງສຸດໃຈ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງພອນໄຊອັນປະເສີດມາຍັງບັນດາທ່ານການນຳພັກ-ລັດ, ພະນັກ ງານ, ທະຫານ, ຕຳຫຼວດ ແລະ ຕະຫຼອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າທັງຢູ່ພາຍໃນ ແລະ ຕ່າງ ປະເທດຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງທ່ານ ແລະ ຮ່ວມກັນສະເຫຼີມສະຫຼອງວັນອາຊຽນຄົບຮອບ 58 ປີ ແລະ ຄົບຮອບ 28 ປີ ຂອງການເຂົ້າເປັນສະມາຊິກອາຊຽນຂອງ ສປປ ລາວ ຢ່າງມີເນື້ອໃນ ແລະ ມີຄວາມໝາຍ.

ຂໍຂອບໃຈ !

ຄໍາເຫັນ

ແຈ້ງການ

ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ,
ແຈ້ງການ

ແຈ້ງການ

ອີງຕາມການແຈ້ງຂ່າວຜ່ານເວັບໄຊຂອງກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ, ການຈັດຕັ້ງປະຕິບັດມາດຕະການເພື່ອໂຈະການອອກວີຊາເຂົ້າເມືອງທຸກປະເພດຂອງ ສະຫະລັດ ອາເມຣິກາ ຕໍ່ 75 ປະເທດ ລວມທັງ ສປປ ລາວ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 21 ມັງກອນ 2026 ເປັນຕົ້ນໄປ.
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ  ສົ່ງສານອວຍພອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສົ່ງສານອວຍພອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ

ໃນວັນທີ 19 ມັງກອນ 2026, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານອວຍພອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ ຊຶ່ງມີເນື້ອໃນດັ່ງນີ້:
ສະຫາຍ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລູນ ສີສຸລິດ

ສະຫາຍ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລູນ ສີສຸລິດ

ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ສົ່ງສານຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ຊຶ່ງເນື້ອໃນຂອງສານຊົມເຊີຍ ມີດັ່ງນີ້:
ສູນທອນພົດ  ກ່າວປິດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ກ່າວໂດຍ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ  ນະຄອນຫຼວງວຽງຈັນ, ວັນທີ 8 ມັງກອນ 2026

ສູນທອນພົດ ກ່າວປິດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ກ່າວໂດຍ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນ, ວັນທີ 8 ມັງກອນ 2026

- ຂໍນ້ອມ ນະມັດສະການ ພະເຖຣາ, ນຸເຖຣະ, ​- ຮຽນ ຄະນະປະທານ, - ບັນດາສະຫາຍຜູ້ແທນ ແລະ ແຂກ ທີ່ຮັກແພງ. ນັບແຕ່ວັນທີ 6 ມັງກອນ 2026 ເປັນຕົ້ນມາ, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວ ມີຄວາມຍິນດີ ຊົມຊື່ນ ຫັນໜ້າເຂົ້າສູ່ກອງປະຊຸມໃຫຍ່ ແລະ ພ້ອມກັນຕິດຕາມ ຢ່າງຈົດຈໍ່ ຕໍ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງແມ່ນເຫດການການເມືອງສໍາຄັນ ອີກບັ້ນໜຶ່ງ ບັນທຶກໄວ້ໃນໜ້າປະຫວັດສາດຂອງພັກເຮົາ ກໍຄື ຂອງຊາດເຮົາ. ດ້ວຍຄວາມຮັບຜິດຊອບການເມືອງອັນສູງສົ່ງ ຂອງສະຫາຍ ຜູ້ແທນ, ມາຮອດເວລານີ້ ກອງປະຊຸມໃຫຍ່ໃກ້ຈະສິ້ນສຸດລົງ ດ້ວຍ ຜົນສໍາເລັດຢ່າງສະຫງ່າງາມ.
ສານອວຍພອນວັນຊາດກູບາ

ສານອວຍພອນວັນຊາດກູບາ

ວັນທີ 1 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ມີເກນ ດີເອັດຊ໌-ກາແນນ ແບຣມູເດັດຊ໌ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດ ແຫ່ງ ສາທາລະ ນະລັດ ກູບາ ທີ່ ນະຄອນຫຼວງລາຮາວານ ຊຶ່ງມີເນື້ອໃນວ່າ: ສະຫາຍທີ່ນັບຖື,
ສານອວຍພອນວັນຊາດ ຈາກ ພະບາດສົມເດັດ ແຫ່ງ ຣາຊະອານາຈັກໄທ

ສານອວຍພອນວັນຊາດ ຈາກ ພະບາດສົມເດັດ ແຫ່ງ ຣາຊະອານາຈັກໄທ

ພະບາດສົມເດັດ ພຣະປໍຣະມາພິໄທ ມະຫາວະຊິຣາລົງກອນ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ: ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຂໍອວຍພອນໄຊມາຍັງ ພະນະທ່ານປະທານປະເທດ ຈົ່ງມີພະລານາໄມສົມບູນແຂງແຮງ ແລະ ມີຄວາມຜາສຸກ ພ້ອມທັງອວຍພອນໃຫ້ປະເທດຊາດ ແລະ ປະຊາຊົນລາວ ຈົ່ງຢູ່ເຢັນເປັນສຸກ ແລະ ຈະເລີນຮຸ່ງເຮື່ອງຍິ່ງໆຂຶ້ນໄປ.
ສານຊົມເຊີຍ

ສານຊົມເຊີຍ

ພະນະທ່່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສົມເດັດ ທາມິນ ບິນ ຮາມັດ ອາລ ທານີ ກະສັດ ແຫ່ງ ລັດກາຕາ ທີ່ໂດຮາ ຊຶ່ງມີເນື້ອໃນວ່າ: ສົມເດັດ, ຕາງໜ້າປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ, ລັດຖະບານ ແລະ ປະຊາຊົນກາຕາ ເນື່ອງໃນໂອກາດວັນຊາດແຫ່ງລັດກາຕາ ຄົບຮອບ 147 ປີ.
ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ  ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ  ວັນທີ 11 ທັນວາ 2025

ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ ວັນທີ 11 ທັນວາ 2025

ສປປ ລາວ ສະແດງຄວາມເປັນຫ່ວງ ຕໍ່ສະພາບຄວາມຂັດແຍ່ງທີ່ກຳລັງດຳເນີນຢູ່ ລະຫວ່າງ ກຳປູເຈຍ ແລະ ໄທ. ໃນຖານະປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັບທັງສອງປະເທດ,
ເພີ່ມເຕີມ