ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ
ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ, ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 - 26 ມິຖຸນາ 2025) ນີີ້, ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງປະຊາຊົນ, ເພື່ອນມິດສະຫາຍ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ແລະ ພະນັກງານລັດ-ຖະກອນ ໃນຂອບເຂດທົ່ວປະເທດ, ຖືໂອກາດນີີ້ ເປັນການຢືນຢັນຄືນເຖິງມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າ ຂອງວົງຄະນາຍາດສາກົນ ການຮ່ວມມືກັນໃນຂະບວນການຕ້ານຢາເສບຕິດແລ້ວ ຍັງເປັນໂອກາດອັນດີ ທີ່ພວກເຮົາຈະໄດ້ພ້ອມກັນທົບທວນ ແລະ ສັງເກດຕີລາຄາຄືນກ່ຽວກັບຜົນສໍາເລັດ ແລະ ບັນຫາຂໍ້ຄົງຄ້າງ ໂດຍສະເພາະໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2025) ໃນ 1 ປີ ຜ່ານມາ.

 

ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ

ເປັນທີ່ຊາບກັນດີແລ້ວວ່າ, ຢາເສບຕິດ ເປັນບັນຫາໃຫຍ່ລະດັບໂລກ ທີ່ບັນດາປະເທດ ຕ່າງກໍ່ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຮ່ວມມືກັນ ໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາດັ່ງກ່າວ. ປັດຈຸບັນ, ຢູ່ປະເທດເຮົາ ກໍພວມຜະເຊີນກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດເຊັ່ນກັນ ຊຶ່ງໄດ້ແຜ່ລະບາດໄປທົ່ວທຸກບ່ອນ ນັບທັງຕົວເມືອງ, ຊົນນະບົດ ແລະ ເຂດຫ່າງໄກສອກຫລີກ ໃນລະດັບທີ່ແຕກຕ່າງກັນ; ບັນຫາຢາເສບຕິດ ໄດ້ກາຍເປັນ

ໜຶ່ງ ໃນບັນດາປະກົດການຫຍໍ້ທໍ້ທາງສັງຄົມ, ການລະບາດຂອງຢາເສບຕິດໄດ້ເປັນໜໍ່ແໜງ, ເປັນສາເຫດຕົ້ນຕໍ ຂອງການເກີດຄວາມຮຸນແຮງ ກໍ່ອາຊະຍາກໍາ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ ຊຶ່ງເປັນໄພອັນຕະລາຍ ຕໍ່ຄວາມໝັ້ນຄົງຂອງຊາດ ແລະ ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ຕໍ່ຊິວິດ, ສຸຂະພາບຂອງປະຊາຊົນ, ພົນລະເມືອງລາວເຮົາ ໂດຍສະເພາະໄດ້ເບື່ອເມົາຊາວໜຸ່ມ, ເຍົາວະຊົນ ທີ່ເປັນຜູ້ສືບທອດພາລະກິດປະຕິວັດ, ເປັນ ກໍາລັງແຮງງານ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນອະນາຄົດ.

ປັດຈຸບັນ, ການຄ້າຂາຍຢາເສບຕິດ ໄດ້ກາຍເປັນຂະບວນການຂ້າມຊາດ ທີ່ລັດຖະບານ ແລະ ປະຊາຊົນລາວ ກໍຄື ບັນດາປະຊາຊາດໃນທົ່ວໂລກ ພ້ອມກັນຕໍ່ຕ້ານຢ່າງແຂງແຮງ. ເຖິງແມ່ນວ່າ ຫຼາຍປະເທດ ໄດ້ເພີ່ມທະວີມາດຕະການ, ຄວາມພະຍາຍາມຮ່ວມກັນ ໃນການຄວບຄຸມ, ສະກັດກັ້ນ, ປາບປາມ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕໍ່ເນື່ອງປານໃດກໍຕາມ ແຕ່ການຜະລິດ, ການຄ້າຂາຍ, ຈໍາໜ່າຍ, ການນໍາໃຊ້, ການລໍາລຽງຂົນສົ່ງສິ່ງເສບຕິດ ຢູ່ໃນທົ່ວໂລກ ກໍຍັງບໍ່ຫລຸດລົງ ແລະ ມີທ່າອ່ຽງເພີ່ມຂຶ້ນ ຢ່າງໜ້າເປັນຫ່ວງ.

ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການແກ້ໄຂບັນຫາຢາເສບຕິດ ໃຫ້ມີຄວາມເດັດຂາດ. ໃນຊຸມປີຜ່ານມາ, ພັກ-ລັດຖະບານພວກເຮົາ ໄດ້ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະດັ່ງກ່າວ ຢ່າງຈົດຈໍຕະຫລອດມາ ໂດຍສະເພາະ ການສືບຕໍ່ຈັດຕັ້ງປະຕິ ບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ(2021-2025). ມາຮອດເວລານີ້, ພັກ-ລັດ ຖະບານ ໄດ້ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ຢ່າງເຕັມຮູບແບບ ເຊິ່ງໄດ້ສຸມໃສ່ເນື້ອໃນ 6 ວຽກຈຸດສຸມ ໃນວາລະແຫ່ງຊາດ ໂດຍສະເພາະ ວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍຂອງຢາເສບຕິດ, ເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍຜ່ານພາຫະນະສື່ມວນຊົນ ຄື: ລະຄອນສັ້ນ, ສະປອດ, ບົດເພງ, ຕິດປ້າຍຄໍາຂວັນ, ປ້າຍຮູບຈິນຕະນາການ, ແຈກຢາຍແຜ່ນພັບ, ໂປສເຕີ, ປຶ້ມຄູ່ມືໂຄສະນາ, ປຶ້ມວິທີການ, ເຕັກນິກ ແລະ ຂັ້ນຕອນການໂຄສະນາ. ພ້ອມກັນນັ້ນ, ຄະນະກໍາມະການ ແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ຈັດຂະບວນການແຂ່ງຂັນເພງຮ້ອງ, ກອນ,ຂັບລໍາ ແລະ ລະຄອນສັ້ນ ຂຶ້ນໃນທົ່ວປະເທດ ເຊິ່ງເນື້ອໃນ ສະແດງໃຫ້ເຫັນເຖິງ ພິດໄພ, ຜົນຮ້າຍຂອງຢາເສບຕິດ ຢ່າງກວ້າງຂວາງ, ຕໍ່ເນື່ອງໃຫ້ພະນັກງານ-ລັດຖະກອນ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນລາວ ບັນດາເຜົ່າ. ຜ່ານການຈັດຕັ້ງປະຕິບັດ ເຫັນໄດ້ວ່າ ພົນລະເມືອງລາວສ່ວນຫລາຍ ແມ່ນມີຄວາມຮັບຮູ້-ເຂົ້າໃຈ ຢ່າງຖືກຕ້ອງຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນ ຕະລາຍຂອງຢາເສບຕິດ. ພ້ອມກັນນີ້, ການສ້າງຄວາມເຂັ້ມແຂງທົ່ວສັງຄົມ ໂດຍການເຮັດໃຫ້ຄອບຄົວ, ຊຸມຊົນ ຕື່ນຕົວເຂົ້າຮ່ວມສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນຕົ້ນ ສະຖາບັນຄອບຄົວ, ບ້ານ, ຊຸມຊົນ, ພາກລັດ, ພາກເອກະຊົນ ໄດ້ມີສ່ວນຮ່ວມຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍທຸກພາກສ່ວນ, ທຸກໜ່ວຍງານທີ່ກ່ຽວຂ້ອງ ແມ່ນໄດ້ເອົາໃຈໃສ່ຢ່າງໃກ້ຊິດ ແທດເຖິງຮາກຖານປະຊາຊົນ ດ້ວຍການນໍາພາ-ຊີ້ນໍາ ເຮັດຕົວຈິງດ້ວຍຫຼາຍວິທີທີ່ເປັນລະບົບ, ຮັບປະ ກັນດ້ານການເມືອງ, ກົດໝາຍ, ວິຊາສະເພາະທີ່ກ່ຽວຂ້ອງ.

ນອກນັ້ນ, ພວກເຮົາ ຍັງໄດ້ເອົາໃຈໃສ່ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ບັນດາຄອບຄົວຂອງປະຊາຊົນບັນດາເຜົ່າຢູ່ເຂດພູດອຍ ຫັນໄປປະກອບອາຊີບທີ່ໝັ້ນຄົງ, ຖືກກົດ

ໝາຍ ດ້ວຍການປູກພືດທົດແທນ ພືດທີ່ມີສານເສບຕິດ; ສົ່ງເສີມການລ້ຽງສັດ, ປູກພືດ-ຜັກເປັນສິນຄ້າ. ສໍາລັບຜູ້ຖືກເຄາະຮ້າຍຈາກຢາເສບຕິດ ແມ່ນໄດ້ຮັບການບໍາບັດປິື່ນປົວ, ຟື້ນຟູ ແລະ ອົບຮົມວິຊາຊີບ ຢູ່ໃນສູນປິ່ນປົວ ແລະ ໂຮງໝໍຊຸມຊົນຂອງລັດ ໄດ້ຢ່າງມີປະສິດທິພາບດີພໍສົມຄວນ, ເຮັດໃຫ້ຜູ້ຖືກເຄາະຮ້າຍຈາກຢາເສບຕິດ ເຫຼົ້ານັ້ນ ໄດ້ກັບຄືນເປັນຄົນມີຄຸນຄ່າ ແລະ ພົນລະເມືອງທີ່ດີ ໃນສັງຄົມ.

ພ້ອມກັນນີີ້, ລັດຖະບານ ຍັງໄດ້ສຸມໃສ່ ໃຫ້ທຸກພາກສ່ວນ ຮ່ວມກັນປະຕິບັດວຽກງານ 3 ສ້າງຕິດພັນກັບການສ້າງບ້ານ ໃຫ້ເປັນຫົວໜ່ວຍພັດທະນາ ໂດຍໄດ້ສ້າງສໍານັກງານອົງການ, ກົມກອງກໍາລັງປະກອບອາວຸດ, ບ້ານ, ສະຖາບັນການສຶກສາ, ຫົວໜ່ວຍການຜະລິດ, ບໍລິການ ທັງພາກລັດ ແລະ ເອກະຊົນ ຢູ່ຕາມທ້ອງຖິ່ນທົ່ວປະເທດ ປອດຈາກຢາເສບຕິດເພີ່ມຂຶ້ນ. ຄຽງຄູ່ກັນນັ້ນ, ລັດຖະບານ ຍັງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ ຕໍ່ການປະຕິບັດມາດຕະການດ້ານກົດໝາຍ ຕໍ່ຜູ້ກະທໍາຜິດ.

ສະເພາະໃນປີນີີ້, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແມ່ນສາມາດສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ຫຼາຍກໍລະນີ, ພ້ອມທັງໄດ້ເພີ່ມທະວີຄວາມເປັນເຈົ້າການ ໃນການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕັ້ງໜ້າ ໂດຍໄດ້ມ້າງຄະດີ, ຢຶດຢາເສບຕິດ, ຢຶດອາວຸດເສິກ, ຢຶດຊັບສິນ, ວັດຖຸມີຄ່າ, ສານເຄມີຕ່າງໆ ທີ່ພວກກຸ່ມຄົນບໍ່ດີ ນໍາໄປຜະລິດເປັນຢາເສບຕິດ ແລະ ທີ່ສໍາຄັນ ແມ່ນສາມາດຈັບກຸມຜູ້ກະທໍາຜິດ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫຼາຍ

ເນື່ອງໃນວັນສາກົນຕ້ານຢາເສບຕິດ ວັນທີ 26 ມິຖຸນາ 2025 ຄົບຮອບ 38 ປີໃນປີນີ້, ຕາງໜ້າໃຫ້ ພັກ-ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈ ຕໍ່ເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ທຸກພາກ ສ່ວນທີ່ກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນຕະ ຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດທີ່ໄດ້ໃຫ້ການຮ່ວມມືປະກອບສ່ວນ ເຂົ້າໃນການສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ໃນໄລຍະ 1 ປີຜ່ານມາ.

ໃນໂອກາດນີີ້, ຕາງໜ້າໃຫ້ ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ, ຊ່ວຍເຫຼືອໃຫ້ແກ່ລັດຖະບານ ແລະ ປະຊາ ຊົນລາວໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ໄດ້ຮັບຜົນດີຕະຫລອດມາ ແລະ ຫວັງວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອໃນອະນາຄົດ.

ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫຼາຍ.

ຢາເສບຕິດເປັນບັນຫາທີ່ອັນຕະລາຍຮ້າຍແຮງ, ທ້າທາຍຂອງທຸກຊາດ ແລະ ເປັນໄພຂົ່ມຂູ່ ຕໍ່ຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມໝັ້ນຄົງ ຂອງບັນດາປະຊາຊາດໃນໂລກ. ດັ່ງນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ, ທຸກເພດ-ໄວ ໃນທົ່ວສັງຄົມ ຕະຫຼອດຮອດ ບັນດາອົງການຈັດຕັ້ງພັກ - ລັດ, ອົງການປົກຄອງທ້ອງຖິ່ນ, ສະຖາບັນການສຶກສາ, ອົງການພຸດທະສາສະໜາ ແລະ ສະຖາບັນຄອບຄົວຕະຫລອດເຖິງຊາວຕ່າງດ້າວ, ຊາວຕ່າງປະເທດ ທີ່ດໍາລົງຊີວິດ, ທໍາມາຫາກິນ ແລະ ດໍາເນີນທຸລະກິດ ຢູ່ ສປປ ລາວ ຈົ່ງໄດ້ພ້ອມກັນເປັນເຈົ້າການເຂົ້າຮ່ວມໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ, ສືບຕໍ່ຮ່ວມກັນປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ເຮັດໃຫ້ບັນຫາຢາເສບຕິດຫຼຸດລົງຢ່າງຊັດເຈນ ແລະ ໝົດໄປຈາກສັງຄົມລາວ ພວກເຮົາ.

(ຂ່າວ: ຂປລ)

ຄໍາເຫັນ

ຂ່າວເດັ່ນ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຂຶ້ນໃນວັນທີ 30 ຕຸລາ ນີ້ ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າວັນທີ 29 ຕຸລາ ນີ້, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫຼວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຄຣິດສຕອບເຟີ ລັກຊອນ(Christopher LUXON) ນາຍົກລັດຖະມົນຕີ ແຫ່ງ ນິວຊີແລນ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອັນໂຕນິໂອ ຄອດສຕາ (António Costa) ປະທານສະພາມົນຕີເອີຣົບ ແຫ່ງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນວັນທີ 26-28ຕຸລາ 2025.
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ໃນວັນທີ 27 ຕຸລານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສ ເກົາຫຼີ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 15.
ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບພະນະທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃນວັນທີ 26-87 ຕຸລາ 2025.
ນາຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ

ນາຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ

ໃນວັນທີ 26 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ຄາລອດສ ຟິລິບເປ ຈາຣາມິໂລ (Carlors Felipe Jaramillo) ຮອງປະທານທະນາຄານໂລກ (WB) ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ສອງນາຍົກ ລາວ ແລະ ຫວຽດນາມ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ສອງນາຍົກ ລາວ ແລະ ຫວຽດນາມ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 26 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ນາຍົກລາວ ຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ ຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 26 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ເພີ່ມເຕີມ