ສານຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2025

ສານຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2025

ສານຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ  ເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2025
­ ບັນດາທ່ານ ທີ່ນັບຖື, ­ ຫຼານນ້ອຍເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ, ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2025 ໄດ້ໝູນວຽນມາ ຄົບຮອບອີກວາລະໜຶ່ງ ຊຶ່ງປຽບດັ່ງປາງບຸນໃຫຍ່ຂອງເດັກໃນທົ່ວໂລກ ທີ່ບັນດາປະເທດໄດ້ພ້ອມກັນສະເຫຼີມສະຫຼອງວັນດັ່ງກ່າວ ໃຫ້ກັບເດັກໃນປະເທດຂອງຕົນຢ່າງເປັນຂະບວນຟົດຟື້ນດ້ວຍຫຼາຍຮູບການ. ການສະເຫຼີມສະຫຼອງວັນເດັກ ກໍເພື່ອສົ່ງເສີມສິດ ແລະ ສະພາບແວດລ້ອມທີ່ດີໃຫ້ແກ່ເດັກ. ສຳລັບ ສປປ ລາວ, ພວກເຮົາ ຍັງໄດ້ກຳນົດວັນທີ 1 ມິຖຸນາ

 

 ເປັນວັນປູກຕົ້ນໄມ້ແຫ່ງຊາດ ນັບແຕ່ປີ 1980 ເປັນຕົ້ນມາ ເພື່ອສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ຄວາມເອົາໃຈໃສ່ຂອງພັກ-ລັດ ໃນການສົ່ງເສີມການພັດທະນາແບບຍືນຍົງ ຜ່ານການປົກປ້ອງສິ່ງແວດລ້ອມ ແລະ ການລົງທຶນໃນອະນາຄົດຂອງຊາດ ຄືເດັກທຸກຄົນ; ພ້ອມທັງເປັນການສອນໃຫ້ເດັກເຂົ້າໃຈຄວາມສຳຄັນຂອງສິ່ງແວດລ້ອມ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ. ໃນນາມຕາງໜ້າການນໍາພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດ, ຄວາມຮັກແພງ, ຄວາມເປັນຫ່ວງເປັນໃຍ ແລະ ຂໍຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງລູກຫຼານ, ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າທຸກຖ້ວນໜ້າ ທີ່ດຳລົງຊີວິດຢູ່ທັງພາຍໃນ ແລະ ຕ່າງປະເທດ ຈົ່ງມີແຕ່ຄວາມສຸກ, ຄວາມຈະເລີນກ້າວໜ້າ, ມີສຸຂະພາບສົມບູນແຂງແຮງ, ມີຄວາມສີວິໄລທາງຮ່າງກາຍ, ຈິດໃຈ, ສະຕິປັນຍາ, ເປັນເດັກຄໍາຮູ້, ເປັນເດັກດີ, ເປັນເດັກເກັ່ງ-ເດັກສະຫຼາດ, ມີຄວາມຮັບຜິດຊອບ, ມີລະບຽບວິໄນ, ມີຄວາມຊື່ສັດ, ກ້າຄິດ-ກ້າສະແດງອອກ ໃນທາງທີ່ສ້າງສັນ, ມີທັດສະນະຄະຕິທາງບວກ ແລະ ສ້າງຄຸນຄ່າສໍາຄັນໃຫ້ຕົວເອງ ດ້ວຍການສະແຫວງຫາຄວາມຮູ້, ເພີ່ມທັກສະ ແລະ ການຮຽນຮູ້ສິ່ງໃໝ່ໆຢູ່ຕະຫຼອດເວລາ ມີອະນາຄົດທີ່ສົດໃສຍືນຍົງ, ກ້າວທັນການປ່ຽນແປງຂອງຍຸກສະໄໝໃນໂລກ ແລະ ຮ່ວມກັນສະເຫຼີມສະຫຼອງວັນເດັກສາກົນ ວັນທີ 1 ມິຖຸນາ 2025 ຢ່າງເບີກບານມ່ວນຊື່ນ ແລະ ເປັນຂະບວນຟົດຟື້ນ ພາຍໃຕ້ຄໍາຂວັນທີ່ວ່າ ສ້າງຄວາມເຂັ້ມແຂງໃຫ້ເດັກທຸກຄົນ: ສິດທິເທົ່າທຽມກັນ, ອະນາຄົດທີ່ປອດໄພ (Empowering Every Child: Equal Rights, Safe Futures).

ວັນເດັກສາກົນ ວັນທີ 1 ມິຖຸນາ ໄດ້ເລີ່ມຕົ້ນຂຶ້້ນປີ 1925 ໃນກອງປະຊຸມໂລກ ພາຍໃຕ້ຫົວຂໍ້: “ເພື່ອຄວາມຢູ່ດີກິນດີຂອງເດັກ (world conference wellbeing for children)” ຊຶ່ງຈັດຂຶ້ນທີ່ນະຄອນເຈນີວາ, ປະເທດ ສະວິດເຊີແລນ ຈຸດປະສົງ ເພື່ອສົ່ງເສີມສິດທິເດັກ ແລະ ຄຸ້ມຄອງຄວາມປອດໄພຂອງເດັກ; ຕໍ່ມາໃນປີ 1950, ວັນທີ 1 ມີຖຸນາ ໄດ້ຖືກກໍານົດໃຫ້ເປັນ ວັນເດັກສາກົນ ຊຶ່ງຫຼາຍປະເທດ ໄດ້ມີການຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອສະແດງເຖິງຄວາມເອົາໃຈໃສ່ຕໍ່ສິດທິຂອງເດັກ, ການມີສ່ວນຮ່ວມ, ການສ້າງຄວາມເຂັ້ມແຂງ ແລະ ຄວາມເປັນຢູ່ທີ່ດີໃຫ້ເດັກ, ເປີດໂອກາດ ແລະ ສະໜັບສະໜູນໃຫ້ເດັກ ໄດ້ມີໂອກາດສະແດງພອນສະຫວັນ, ທ່າແຮງບົ່ມຊ້ອນ, ຂີດຄວາມສາມາດ ແລະ ການຮັບຟັງສຽງຂອງເດັກອີກດ້ວຍ; ການສະເຫຼີມສະຫຼອງວັນດັ່ງກ່າວ, ຍັງເປັນການໂຄສະນາປູກຈິດສຳນຶກໃຫ້ຄອບຄົວບຸກຄົນສໍາຄັນ ແລະ ສັງຄົມ ຮັບຮູ້ໄດ້ ທັດສະນະ, ແນວຄວາມຄິດ ແລະ ບັນຫາທີ່ເປັນຜົນກະທົບກັບເດັັກ, ທັງເປັນການເຕືອນຄືນອີກຄັ້ງ ເຖິງຄວາມສໍາຄັນຂອງການລົງທຶນໃສ່ເດັກ, ການສ້າງສະພາບແວດລ້ອມທີ່ເປັນມິດ ແລະ ການສ້າງຄວາມເຂັ້ມແຂງໃຫ້ເດັກທາງດ້ານການສຶກສາ, ການຮັກສາສຸຂະພາບ, ໂພຊະນາການ, ສຸຂະອະນາໄມ, ຂໍ້ມູນຂ່າວສານ ແລະ ການປົກປ້ອງເດັກຈາກທຸກຮູບແບບຂອງຄວາມຮຸນແຮງ, ການກະທໍາສິ່ງລາມົກອະນາຈານຕໍ່ເດັກ, ການລ່ວງລະເມີດ, ການຂູດຮີດທາງເພດຜ່ານສື່ອອນລາຍ ແລະ ການກະທຳອື່ນໆ ທີ່ສົ່ງຜົນກະທົບຕໍ່ເດັກໃນທາງກົງ ແລະ ທາງອ້ອມ ເພື່ອຮັບປະກັນໃຫ້ເດັກທຸກຄົນ ມີອະນາຄົດສົດໃສ, ຊີວິດມີຄຸນນະພາບ ແລະ ມີຄຸນຄ່າຕໍ່ສັງຄົມ ແລະ ປະເທດຊາດ.

ໃນຊຸມປີທີ່ຜ່ານມາ, ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກຢ່າງຮອບດ້ານ ດ້ວຍການວາງນະໂຍບາຍ ແລະ ອອກກົດໝາຍຈຳນວນໜຶ່ງ ເພື່ອເປັນເຄື່ອງມືປົກປ້ອງເດັກຢ່າງເຕັມສ່ວນ ໂດຍສະເພາະ ໄດ້ກຳນົດຫ້າມການລົງໂທດທາງດ້ານຮ່າງກາຍ ດ້ວຍການຂ້ຽນຕີ ເຂົ້າໃນກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ຊື່ງຖືເປັນປະເທດທີ 66 ຂອງໂລກ ແລະ ເປັນປະເທດທໍາອິດໃນອາຊຽນ. ໃນປີ 2024, ກໍໄດ້ເປັນເຈົ້າພາບຈັດເວທີເດັກອາຊຽນ ຄັ້ງທີ 8 ຊຶ່ງມີຕົວແທນເດັກ ຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ ໄດ້ຮ່ວມກັນອອກຖະແຫຼງການເດັກອາຊຽນ “ເດັກມີສ່ວນຮ່ວມ ປະຕິບັດແຜນງານປ່ຽນແປງດິນຟ້າອາກາດ ເພື່ອສ້າງຄວາມເຂັ້ມແຂງ ປະຊາຄົມອາຊຽນ” ສະເໜີຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ດ້ານສະຫວັດດີການສັງຄົມ ແລະ ການພັດທະນາ ຕາມລະບຽບການ; ນອກຈາກນັ້ນ, ຕົວແທນເດັກລາວ ກໍໄດ້ຮ່ວມປຶກສາຫາລື ແລະ ປະກອບຄໍາເຫັນ ຕໍ່ຄໍາເຫັນທົ່ວໄປ ເລກທີ 27 ກ່ຽວກັບສິດທິຂອງເດັກ ໃນການເຂົ້າເຖິງຂະບວນການຍຸຕິທໍາ ແລະ ການແກ້ໄຂທີ່ມີປະສິດທິຜົນ; ຕົວແທນເດັກລາວ, ຍັງໄດ້ຮ່ວມຄົ້ນຄວ້າປຶກສາຫາລື ແລະ ປະກອບຄໍາເຫັນ ກ່ຽວກັບການທົບທວນທ້າຍສະໄໝ ການຈັດຕັ້ງປະຕິບັດແຜນປະຕິບັດງານລະດັບພາກພື້ນອາຊຽນ ເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກ ແລະ ຮ່າງແຜນໄລຍະ 2026-2035; ພ້ອມທັງໄດ້ຄັດເລືອກເອົາຕົວແທນເດັກລາວ ຈໍານວນ 3 ນ້ອງ ເຂົ້າຮ່ວມກອງປະຊຸມປຶກສາຫາລື ການສ້າງຮ່າງແຜນປະຕິບັດງານລະດັບພາກພື້້ນອາຊຽນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ເດັກ ຮ່ວມກັບບັນດາຕົວແທນເດັກປະເທດສະມາຊິກອາຊຽນ.

ຄຽງຄູ່ກັບຜົນສໍາເລັດ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໃນການສົ່ງເສີມສິດທິເດັກ ແລະ ສະພາບຄວາມເປັນຢູ່ທີ່ດີຂອງເດັກ ລວມທັງການມີສ່ວນຮ່ວມຂອງເດັກດັ່ງກ່າວມານັ້ນ, ພວກເຮົາເຫັນວ່າ ບັນດາລູກຫຼານ, ເຍົາວະຊົນ ແລະ ອະນຸຊົນລາວທັງຫຼາຍ ຍັງປະເຊີນໜ້າກັບສິ່ງທ້າທາຍ ແລະ ຜົນກະທົບຫຼາຍດ້ານ ເປັນຕົ້ນ: ຄວາມທຸກຍາກຂອງເດັກ, ການໃຊ້ຄວາມຮຸນແຮງຕໍ່ເດັກ, ການຂູດຮີດ, ການສະແຫວງຫາຜົນປະໂຫຍດ, ການໃຊ້ແຮງງານເດັກ, ການຄ້າປະເວນີເດັກ, ຄວາມປອດໄພທາງອິນເຕີເນັດ-ການນໍາໃຊ້ສື່ສັງຄົມອອນລາຍ, ການອອກໂຮງຮຽນ, ການແຕ່ງດອງແຕ່ອາຍຸຍັງນ້ອຍ, ການແຕ່ງດອງແອບແຝງ, ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ, ບັນຫາໄພສັງຄົມ ແລະ ບັນຫາຢາເສບຕິດ. ນອກຈາກນີ້, ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ດ້ານເຕັກນິກວິຊາການ ແລະ ງົບປະມານ ກໍມີທ່າອ່ຽງຫຼຸດລົງ.

ເພື່ອຮັບປະກັນການພັດທະນາ, ສົ່ງເສີມ ແລະ ປົກປ້ອງສິດທິເດັກ ໃນດ້ານຕ່າງໆ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຂໍຢັ້ງຢືນວ່າ: ຈະສືບຕໍ່ເອົາໃຈໃສ່ສົ່ງເສີມ ແລະ ພັດທະນາເດັກລາວໃນທຸກດ້ານ ເພື່ອໃຫ້ເດັກລາວ ກາຍເປັນເດັກທີ່ມີຄວາມຮູ້ຄວາມສາມາດ, ມີສຸຂະພາບແຂງແຮງ ເປັນອະນາຄົດທີ່ສົດໃສຂອງຊາດ ດ້ວຍການຮ່ວມກັບອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ, ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກທຸກຂັ້ນ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ພາກເອກະຊົນ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ຕະຫຼອດຮອດພໍ່ແມ່ປະຊາຊົນທົ່ວປະເທດ ເພື່ອຍົກສູງຄວາມສໍາຄັນຂອງເດັກ ດ້ວຍການສ້າງໂອກາດ, ສ້າງສະພາບແວດລ້ອມທີ່ອົບອຸ່ນປອດໄພ, ສ້າງອະນາຄົດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກທຸກຄົນ ເພື່ອຮັບປະກັນວ່າ “ສິດທິທັງໝົດຂອງເດັກ ໄດ້ຮັບການປົກປ້ອງຄຸ້ມຄອງ, ຄວາມເປັນຢູ່ທີ່ດີ, ໃຫ້ຄວາມສຳຄັນ ແລະ ຮັບຟັງສຽງຂອງເຂົາເຈົ້າ”.

ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ ປີ 2025 ນີ້, ຂໍໃຫ້ພວກລູກຫຼານອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີແຕ່ຄວາມຜາສຸກ, ມີສຽງຍິ້ມຫົວ, ເປັນທີ່ຮັກແພງ ແລະ ໜໍ່ແໜງທຶນຮອນອັນປະເສີດ-ລໍ້າຄ່າຂອງຄອບຄົວ, ສັງຄົມ ແລະ ອະນາຄົດອັນສົດໃສຂອງປະເທດຊາດ.

ຂໍອວຍພອນໃຫ້ການສະເຫຼີມສະຫຼອງວັນເດັກສາກົນປີນີ້, ມີຂະບວນຟົດຟື້ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

ຂໍຂອບໃຈ

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 11ທັນວານິ້,ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2025.
ປທປທ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຢູ່ຕ່າງປະເທດ

ປທປທ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຢູ່ຕ່າງປະເທດ

ໃນວັນທີ 8 ທັນວານີ້, ທີ່ ສໍານັກງານປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງເອກອັກຄະລັດຖະທູດແຕ່ງຕັ້ງ ຈາກ 2 ປະເທດ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ, ປະກອບມີ:
ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະ ຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ເພີ່ມເຕີມ