ສານອວຍພອນ

ສານອວຍພອນ

ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງສະ ຫາຍ ບຸຍ ແທັງ ເຊີນ, ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ ນະຄອນຫຼວງຮ່າໂນ້ຍ ຊຶ່ງມີເນື້ອໃນວ່າ:

 

ສະຫາຍ ບຸຍ ແທັງ ເຊີນ ທີ່ຮັກແພງ, ໃນນາມຕາງໜ້າຄະນະນຳ, ພະນັກງານ-ລັດຖະກອນກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ກ່ອນອື່ນໝົດ ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດ ແລະ ຄວາມສາມັກຄີຮັກແພງ ອັນສະໜິດສະໜົມຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງຄະນະນໍາ, ພະນັກງານ-ລັດຖະກອນກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທຸກຖ້ວນໜ້າ, ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025).

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 80ປີຜ່ານມາ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ ໂດຍປະທານ ໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່ເປັນຜູ້ກໍ່ຕັ້ງ ໄດ້ເຮັດໃຫ້ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ຜົນສໍາເລັດອັນໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນ ໂດຍສະເພາະພາຍຫຼັງການປະຕິວັດນະໂຍບາຍການປ່ຽນແປງໃໝ່ກວ່າສາມທົດສະວັດທີ່ຜ່ານມາ. ພິເສດ ແມ່ນໝາກຜົນການຈັດຕັ້ງ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIII ຢ່າງມີໄຊ ຊຶ່ງໃນນີ້ຂະແໜງການຕ່າງປະເທດກໍໄດ້ມີການປະກອບສ່ວນອັນສຳຄັນ ເຮັດໃຫ້ຊື່ສຽງ ແລະ ອິດທິພົນ ຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ບັນດາສະຫາຍ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມວາງອອກ ໂດຍສະເພາະສູ້ຊົນໃຫ້ບັນລຸຈຸດໝາຍແຫ່ງການສ້າງ ສສ ຫວຽດນາມ ໃຫ້ເປັນປະເທດອຸດສາຫະກໍາຕາມທິດທັນສະໄໝ ຕາມເປົ້າໜາຍ ແລະ ທິດທາງຍຸດທະສາດຮອດປີ 2030 ແລະ ວິໄສທັດການພັດທະນາປະເທດຮອດປີ 2045 ເພື່ອເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສິວິໄລ.

ໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນໃຫ້ສະຫາຍພ້ອມດ້ວຍຄະນະນໍາ ແລະ ພະນັກ ງານ-ລັດຖະກອນກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ ຈົ່ງມີພະລານາໄມສົມບູນ ແລະ ໄດ້ຮັບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນໜ້າທີ່ອັນສູງສົ່ງຂອງຕົນ. ພິເສດ, ຂ້າພະເຈົ້າ ຄອງຄອຍທີ່ຈະໄດ້ພົບປະກັບສະຫາຍອີກຄັ້ງຢູ່ນະຄອນຫຼວງຮ່າໂນ້ຍ ໃນເວລາອັນໃກ້ນີ້.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ສາຍພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດສອງປະເທດຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ຄໍາເຫັນ

ແຈ້ງການ

ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ,
ແຈ້ງການ

ແຈ້ງການ

ອີງຕາມການແຈ້ງຂ່າວຜ່ານເວັບໄຊຂອງກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ, ການຈັດຕັ້ງປະຕິບັດມາດຕະການເພື່ອໂຈະການອອກວີຊາເຂົ້າເມືອງທຸກປະເພດຂອງ ສະຫະລັດ ອາເມຣິກາ ຕໍ່ 75 ປະເທດ ລວມທັງ ສປປ ລາວ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 21 ມັງກອນ 2026 ເປັນຕົ້ນໄປ.
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ  ສົ່ງສານອວຍພອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສົ່ງສານອວຍພອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ

ໃນວັນທີ 19 ມັງກອນ 2026, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານອວຍພອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ ຊຶ່ງມີເນື້ອໃນດັ່ງນີ້:
ສະຫາຍ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລູນ ສີສຸລິດ

ສະຫາຍ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລູນ ສີສຸລິດ

ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ສົ່ງສານຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ຊຶ່ງເນື້ອໃນຂອງສານຊົມເຊີຍ ມີດັ່ງນີ້:
ສູນທອນພົດ  ກ່າວປິດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ກ່າວໂດຍ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ  ນະຄອນຫຼວງວຽງຈັນ, ວັນທີ 8 ມັງກອນ 2026

ສູນທອນພົດ ກ່າວປິດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ກ່າວໂດຍ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນ, ວັນທີ 8 ມັງກອນ 2026

- ຂໍນ້ອມ ນະມັດສະການ ພະເຖຣາ, ນຸເຖຣະ, ​- ຮຽນ ຄະນະປະທານ, - ບັນດາສະຫາຍຜູ້ແທນ ແລະ ແຂກ ທີ່ຮັກແພງ. ນັບແຕ່ວັນທີ 6 ມັງກອນ 2026 ເປັນຕົ້ນມາ, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວ ມີຄວາມຍິນດີ ຊົມຊື່ນ ຫັນໜ້າເຂົ້າສູ່ກອງປະຊຸມໃຫຍ່ ແລະ ພ້ອມກັນຕິດຕາມ ຢ່າງຈົດຈໍ່ ຕໍ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງແມ່ນເຫດການການເມືອງສໍາຄັນ ອີກບັ້ນໜຶ່ງ ບັນທຶກໄວ້ໃນໜ້າປະຫວັດສາດຂອງພັກເຮົາ ກໍຄື ຂອງຊາດເຮົາ. ດ້ວຍຄວາມຮັບຜິດຊອບການເມືອງອັນສູງສົ່ງ ຂອງສະຫາຍ ຜູ້ແທນ, ມາຮອດເວລານີ້ ກອງປະຊຸມໃຫຍ່ໃກ້ຈະສິ້ນສຸດລົງ ດ້ວຍ ຜົນສໍາເລັດຢ່າງສະຫງ່າງາມ.
ສານອວຍພອນວັນຊາດກູບາ

ສານອວຍພອນວັນຊາດກູບາ

ວັນທີ 1 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ມີເກນ ດີເອັດຊ໌-ກາແນນ ແບຣມູເດັດຊ໌ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດ ແຫ່ງ ສາທາລະ ນະລັດ ກູບາ ທີ່ ນະຄອນຫຼວງລາຮາວານ ຊຶ່ງມີເນື້ອໃນວ່າ: ສະຫາຍທີ່ນັບຖື,
ສານອວຍພອນວັນຊາດ ຈາກ ພະບາດສົມເດັດ ແຫ່ງ ຣາຊະອານາຈັກໄທ

ສານອວຍພອນວັນຊາດ ຈາກ ພະບາດສົມເດັດ ແຫ່ງ ຣາຊະອານາຈັກໄທ

ພະບາດສົມເດັດ ພຣະປໍຣະມາພິໄທ ມະຫາວະຊິຣາລົງກອນ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ: ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຂໍອວຍພອນໄຊມາຍັງ ພະນະທ່ານປະທານປະເທດ ຈົ່ງມີພະລານາໄມສົມບູນແຂງແຮງ ແລະ ມີຄວາມຜາສຸກ ພ້ອມທັງອວຍພອນໃຫ້ປະເທດຊາດ ແລະ ປະຊາຊົນລາວ ຈົ່ງຢູ່ເຢັນເປັນສຸກ ແລະ ຈະເລີນຮຸ່ງເຮື່ອງຍິ່ງໆຂຶ້ນໄປ.
ສານຊົມເຊີຍ

ສານຊົມເຊີຍ

ພະນະທ່່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສົມເດັດ ທາມິນ ບິນ ຮາມັດ ອາລ ທານີ ກະສັດ ແຫ່ງ ລັດກາຕາ ທີ່ໂດຮາ ຊຶ່ງມີເນື້ອໃນວ່າ: ສົມເດັດ, ຕາງໜ້າປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ, ລັດຖະບານ ແລະ ປະຊາຊົນກາຕາ ເນື່ອງໃນໂອກາດວັນຊາດແຫ່ງລັດກາຕາ ຄົບຮອບ 147 ປີ.
ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ  ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ  ວັນທີ 11 ທັນວາ 2025

ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ ວັນທີ 11 ທັນວາ 2025

ສປປ ລາວ ສະແດງຄວາມເປັນຫ່ວງ ຕໍ່ສະພາບຄວາມຂັດແຍ່ງທີ່ກຳລັງດຳເນີນຢູ່ ລະຫວ່າງ ກຳປູເຈຍ ແລະ ໄທ. ໃນຖານະປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັບທັງສອງປະເທດ,
ເພີ່ມເຕີມ