ປີນີ້ຄົບຮອບ 70ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຂ້າພະເຈົ້າເຊື່ອໝັ້ນຢ່າງຍິ່ງວ່າດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາ, ສາຍພົວພັນມິດຕະພາບແລະການຮ່ວມມືອັນດີລະຫວ່າງສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອຈະໄດ້ຮັບການສືບຕໍ່ຮັດແໜ້ນແລະເສີມຂະຫຍາຍຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາກໍຄືເພື່ອສັນຕິພາບ, ສະຖຽນລະພາບແລະການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນແລະໃນໂລກ.
ຂ້າພະເຈົ້າຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ສົມເດັດພະລາຊາຈົ່ງມີພະລະນາໄມສົມບູນ, ມີຄວາມຜາສຸກແລະປະສົບຜົນສໍາເລັດທຸກປະການໃນພາລະກິດອັນສູງສົ່ງຂອງພະອົງແລະປະຊາຊົນອັງກິດເພື່ອນມິດຈົ່ງມີແຕ່ຄວາມສຸກແລະຄວາມຈະເລີນຮຸ່ງເຮືອງຕະຫຼອດກາລະນານ.
ຄໍາເຫັນ