ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ພະນະທ່ານທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານຊອຍ ຊັງ ມອກຮັກສາການ ປະທານາທິບໍດີແຫ່ງ ສາທາລະນະລັດ ເກົາຫຼີ ໂດຍມີເນື້ອໃນວ່າ:

 

ຂ້າພະເຈົ້າ ຮູ້ສຶກເສົ້າສະຫຼົດໃຈ ທີ່ໄດ້ຮັບຊາບຂ່າວເຫດການອຸບັດເຫດເຮືອບິນຕົກ ຢູ່ ສະໜາມບິນສາກົນ ມຸອັນ ທາງພາກຕາເວັນຕົກສ່ຽງໃຕ້ຂອງ ສາທາລະນະລັດ ເກົາຫຼີ ໃນວັນທີ 29 ທັນວາຜ່ານມາ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດແລະ ຊັບສິນຂອງປະຊາຊົນຢ່າງຫຼວງຫຼາຍ.

ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ກໍຄືປະຊາຊົນ ສເກົາຫຼີໂດຍສະເພາະຜູ້ທີ່ຖືກເຄາະຮ້າຍແລະຄອບຄົວຂອງເຂົາເຈົ້າຈາກເຫດການອຸບັດເຫດໃນຄັ້ງນີ້.

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງລັດຖະບານ ສ ເກົາຫຼີ, ປະຊາຊົນ ສ ເກົາຫຼີ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ໃນໂອກາດດຽວກັນ, ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງຄູ່ຮ່ວມຕຳແໜ່ງເຊັ່ນດຽວກັນຕໍ່ເຫດການອຸບັດເຫດເຮືອບິນຕົກ ດັ່ງກ່າວ.

ຄໍາເຫັນ

ແຈ້ງການ

ປະທານປະເທດ ສົ່ງສານຊົມເຊີຍ ວັນປະກາດເອກະລາດ ຟີລິບປິນ

ປະທານປະເທດ ສົ່ງສານຊົມເຊີຍ ວັນປະກາດເອກະລາດ ຟີລິບປິນ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ເຟີດີນານ ໂຣມວນເດດ ມາກອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຊຶ່ງມີເນື້ອໃນວ່າ:
ນາຍົກລັດຖະມົນຕີ ສົ່ງສານຊົມເຊີຍ ວັນປະກາດເອກະລາດ ຟິລິບປິນ

ນາຍົກລັດຖະມົນຕີ ສົ່ງສານຊົມເຊີຍ ວັນປະກາດເອກະລາດ ຟິລິບປິນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົຍເຊີຍ ເຖິງ ທ່ານ ເຟີດີນານ ໂຣມວນເດດ ມາກອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ເນື່ອງ​ໃນ​ໂອກາດອັນສະຫງ່າລາສີ ​ວັນປະກາດເອກະລາດ ແຫ່ງ ສາທາລະນະ​ລັດ ຟີລິບປິນ ຄົບຮອບ 127 ປີ ຊຶ່ງມີເນື້ອໃນວ່າ:
ສະຫາຍເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ສົ່ງສານເສົ້າສະຫຼົດໃຈ

ສະຫາຍເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ສົ່ງສານເສົ້າສະຫຼົດໃຈ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ສະຫາຍ ໂຕເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕໍ່ການມໍລະນະກໍາຂອງ ສະຫາຍ ພົນຈັດຕະວາ ຮວີ່ງດັກເຮືອງ ອະດີດຫົວໜ້າ ຄະນະປະສານງານທົ່ວປະເທດ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເຄີຍມາປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ຊຶ່ງມີເນື້ອໃນດັ່ງນີ້:
ສານຊົມເຊີຍ

ສານຊົມເຊີຍ

ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ພະນະທ່ານ ນາງ ເພັນນີີ ວອງ ລັດຖະມົນຕີການຕ່າງປະເທດ ແຫ່ງ ເຄື່ອຈັກກະພົບ ອົສຕຣາລີ ທີ່ ແຄນເບີຣາ ຊຶ່ງມີເນື້ອໃນວ່າ: ໃນນາມກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ພະນະທ່ານໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີການຕ່າງປະເທດແຫ່ງເຄືອຈັກກະພົບອົສຕຣາລີຄືນໃໝ່ອີກສະໄໝໜຶ່ງ.
ສານຊົມເຊີຍ

ສານຊົມເຊີຍ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ພະນະທ່ານ ລີ ແຈມຽງ ປະທານາທິບໍດີແຫ່ງສາທາລະນະລັດເກົາຫຼີ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໃນວັນທີ 26 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ອອກແຈ້ງການວ່າ: ໂດຍຕອບສະໜອງຕາມການເຊື້ອເຊີນຂອງສໍານັກຂ່າວ ນິກເກອິ ປະເທດຍີ່ປຸ່ນ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຈະເດີນທາງໄປເຂົ້າຮ່ວມກອງ​ປະຊຸມ​ສາກົນວ່າດ້ວຍ ອະນາຄົດ​ຂອງ​ອາຊີຄັ້ງ​ທີ 30
ໂທລະເລກເສົ້າສະຫຼົດໃຈ

ໂທລະເລກເສົ້າສະຫຼົດໃຈ

ໃນວັນທີ 22 ພຶດສະພາ 2025, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດລາວ ໄດ້ສົ່ງ ໂທລະເລກເສົ້າສະຫຼົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມາຣິດ ສະຫງ່ຽມພົງ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກໄທ
ທ່ານ ສອນໄຊ ສີພັນດອນ ສົ່ງສານເຖິງ ນາຍົກລັດຖະມົນຕີ ແຫ່ງ ສສ ເຢຍລະມັນ ຄົນໃໝ່

ທ່ານ ສອນໄຊ ສີພັນດອນ ສົ່ງສານເຖິງ ນາຍົກລັດຖະມົນຕີ ແຫ່ງ ສສ ເຢຍລະມັນ ຄົນໃໝ່

ໃນວັນທີ 14 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ຟຣີດຣິດຊ໌ແມດຊ໌ ເນື່ອງໃນໂອກາດທີ່ພະນະທ່ານໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ຊຶ່ງມີເນື້ອໃນວ່າ:
ເພີ່ມເຕີມ